ກະຊວງສຶກສາທິການ ແລະ ກິລາ, ສະຫະພາບເອີຣົບ ແລະ ອົງການ ອຸຍນີເຊັບ ຮ່ວມມືສົ່ງເສີມການສຶກສາ ໃນ ສປປ ລາວ

21 ມີນາ 2025
UNICEF HQ Learning Passport Team – Visit to Lao PDR 3-7 April 2023  Ban Hai Primary school
UNICEF Lao PDR/2023/BVerweij

ນະຄອນຫຼວງວຽງຈັນ, ວັນທີ 21 ມີນາ 2025 - ກະຊວງສຶກສາທິການ ແລະ ກິລາ, ສະຫະພາບເອີຣົບ ແລະ ອົງການ ອຸຍນີເຊັບ ໄດ້ຈັດກອງປະຊຸມຮ່ວມກັນ ເພື່ອລາຍງານຜົນໄດ້ຮັບຂອງການຈັດຕັ້ງປະຕິບັດແຜນງານການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງລະບົບການສຶກສາ (PSES) ໃນ ສປປ ລາວ. ໃນໄລຍະ 5 ປີຜ່ານມາ, ແຜນງານການຮ່ວມມືດັ່ງກ່າວໄດ້ເຂົ້າເຖີງເດັກນ້ອຍຫຼາຍກວ່າ 4 ລ້ານຄົນ, ໄດ້ນຳໃຊ້ລະບົບຄຸ້ມຄອງຂໍ້ມູນການສຶກສາທີ່ທັນສະໄໝ, ໄດ້ປັບປຸງການຈັດສັນຄູສອນແລະ ຂະຫຍາຍການເຂົ້າເຖິງການຮຽນຮູ້ຜ່ານລະບົບດິຈິຕອລ. ປັດຈຸບັນ, ມີຜູ້ໃຊ້ຫຼາຍກວ່າ 300,000 ຄົນ ໄດ້ເຂົ້າໃຊ້ລະບົບ ຄັງປັນຍາລາວເຊິ່ງເປັນລະບົບການຮຽນຜ່ານທາງອອນລາຍທີ່ສະໜອງບົດຮຽນ ແລະ ສື່ການຮຽນ ສຳລັບນັກຮຽນ ແລະ ຄູສອນ ໂດຍໄດ້ຮັບການສະໜັບສະໜູນຈາກແຜນງານການຮ່ວມມືດັ່ງກ່າວ.

ທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ໄດ້ຢືນຢັນຄຳໝັ້ນສັນຍາຂອງລັດຖະບານໃນການສືບຕໍ່ພັດທະນາການສຶກສາ. "ດ້ວຍການປັບປຸງລະບົບຂໍ້ມູນທີ່ດີຂຶ້ນ ແລະ ການສະໜັບສະໜູນຄູສອນ, ພວກເຮົາກຳລັງແກ້ໄຂບັນຫາສຳຄັນໃນການສຶກສາ ແລະ ຮັບປະກັນການຮຽນຮູ້ທີ່ມີປະສິດທິພາບສຳລັບເດັກນ້ອຍທົ່ວ ສປປ ລາວ."

ການຮ່ວມມືດັ່ງກ່າວໄດ້ຊ່ວຍເສີມຂະຫຍາຍການວາງແຜນດ້ານສຶກສາ ໂດຍຜ່ານການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນການສຶກສາ ແລະ ກິລາ (LESMIS), ຊ່ວຍໃນການຈັດສັນຄູໄປຍັງພື້ນທີ່ໆຕ້ອງການຫຼາຍທີ່ສຸດ. ການປະເມີນຜົນການຮຽນຂອງນັກຮຽນ ລະດັບຊາດ ທັງໃນລະດັບປະຖົມ ແລະ ມັດທະຍົມສຶກສາ ໄດ້ສະແດງໃຫ້ເຫັນຊ່ອງຫວ່າງທີ່ສຳຄັນດ້ານການຮຽນຮູ້ຂອງນັກຮຽນ ແລະ ໄດ້ເປັນຂໍ້ມູນສຳລັບການຕັດສິນໃຈເພື່ອສ້າງນະໂຍບາຍເພື່ອຊ່ວຍເຫຼືອນັກຮຽນ, ໂດຍສະເພາະໃນພື້ນທີ່ທຸກຍາກ.

"ສະຫະພາບ ເອີຣົບ ພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວ ໃນການເຮັດໃຫ້ເດັກທຸກຄົນໄດ້ເຂົ້າເຖີງການສຶກສາທີ່ມີຄຸນນະພາບ," ນາງ ເວຍເລີ ສະເມັດ, ຫົວໜ້າຝ່າຍການຮ່ວມມື ຂອງສະຫະພາບ ເອີຣົບ ປະຈຳ ສປປ ລາວ ໄດ້ກ່າວວ່າ: "ການລົງທຶນໃສ່ການສຶກສາ ບໍ່ເປັນພຽງແຕ່ການປັບປຸງໂຮງຮຽນໃນປັດຈຸບັນ, ແຕ່ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ກັບຄົນລຸ້ນຕໍ່ໄປໃຫ້ມີຄວາມຮູ້ ແລະ ທັກສະທີ່ຈໍາເປັນໃນການສ້າງອະນາຄົດທີ່ສົດໃສ. ດ້ວຍການເສີມຂະຫຍາຍລະບົບການສຶກສາ, ພວກເຮົາກໍາລັງວາງພື້ນຖານໃຫ້ສັງຄົມທີ່ເປີດກວ້າງ, ຄວາມສະເໝີພາບ ແລະ ຍືນຍົງຫຼາຍຂຶ້ນ ໂດຍບໍ່ໃຫ້ມີເດັກນ້ອຍຄົນໃດຖືກປະໄວ້ຂ້າງຫຼັງ."

ແຜນງານການຮ່ວມມືເພື່ອສ້າງຄວາມເຂັ້ມໃຫ້ລະບົບສຶກສາ ຍັງໄດ້ສະໜັບສະໜູນການສຶກສາຄົ້ນຄວ້າ ແລະ ການວິເຄາະ ເພື່ອຊອກຫາປັດໃຈທີ່ຊ່ວຍປັບປຸງການຮຽນຮູ້ຂອງນັກຮຽນ ແລະ ສາເຫດສະເພາະທີ່ເຮັດໃຫ້ນັກຮຽນທັງຍິງ ແລະ ຊາຍ ປະລະການຮຽນ ເຊິ່ງໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງ ແລະ ນຳໃຊ້ເພື່ອສ້າງນະໂຍບາຍ ແລະ ແຜນງານຕ່າງໆ, ລວມທັງແຜນພັດທະນາຂະແໜງການສຶກສາ ແລະ ກິລາຄັ້ງທີ 10. ນອກຈາກນີ້, ແຜນງານດັ່ງກ່າວ ຍັງໄດ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ການສໍາຫຼວດດັດສະນີໝາຍສັງຄົມລາວ ປີ 2023 (LSIS III) ໃນການໃຫ້ຂໍ້ມູນທົ່ວປະເທດທີ່ຈຳເປັນກ່ຽວກັບສະພາບຄວາມເປັນຢູ່ຂອງເດັກ ແລະ ແມ່ຍິງໃນ ສປປ ລາວ ແລະ ແຍກຕາມຂະແໜງການທາງສັງຄົມຕ່າງໆ.

ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າ ອົງການ ຢູນິເຊັບ ປະຈຳ ສປປ ລາວ ໄດ້ເນັ້ນໜັກເຖິງຜົນສໍາເລັດຂອງການຮ່ວມມືນີ້. "ການຮ່ວມມືນີ້ໄດ້ນຳເອົາວິທີການທີ່ສາມາດຈັດຕັ້ງປະຕິບັດໄດ້ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາ. ການນຳໃຊ້ຂໍ້ມູນ, ການຮຽນຮູ້ຜ່ານດິຈິຕອນ ແລະ ການຝຶກອົບຮົມຄູ ໄດ້ສ້າງຄວາມແຕກຕ່າງທີ່ສາມາດວັດໄດ້. ໃນອະນາຄົດ, ຍັງມີຄວາມຈຳເປັນຕ້ອງໄດ້ມີການລົງທຶນເພີ່ມເຕີມເພື່ອຮັບປະກັນວ່າເດັກທຸກຄົນສາມາດຮຽນຮູ້ ແລະ ພັດທະນາທັກສະຂອງພວກເຂົາ."

ການລະບາດຂອງພະຍາດ ໂຄວິດ-19 ໄດ້ສະແດງໃຫ້ເຫັນເຖິງຄວາມຕ້ອງການຂອງການຮຽນຜ່ານທາງອອນລາຍ. ລະບົບການຮຽນຄັງປັນຍາລາວ ແລະ ລາຍການໂທລະພາບ "ເຮືອນຂອງຂ້ອຍ" ໄດ້ສະໜອງການຮຽນທາງໄກໃນລະຫວ່າງທີ່ໂຮງຮຽນປິດ, ເພື່ອຊ່ວຍໃຫ້ນັກຮຽນໄດ້ສືບຕໍ່ການຮຽນຮູ້. ຊ່ອງທາງການຮຽນຮູ້ດັ່ງກ່າວໄດ້ສະໜອງການຮຽນາຜ່ານການນຳສະເໜີບົດຮຽນທາງອອນລາຍ ແລະ ເຄື່ອງມືໃນການຮຽນ-ການສອນ.

Ministry of Education, EU & UNICEF Advance Education in Lao PDR
UNICEF Lao PDR/2025/KPhiennachit The Ministry of Education and Sports, European Union and UNICEF jointly celebrating their the progress in improving education in Lao PDR thorugh the Partnership to Strengthen the Education System (PSES).

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: [email protected]
Saykoson Sanoubane
Communication Officer
UNICEF Lao PDR
ໂທລະສັບ: +856 20 54005000
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook