ເສີມສ້າງສັກກະຍະພາບດ້ວຍຄວາມຄິດທີ່ສ້າງສັນ
ເມື່ອປັນຍາປະດິດ ແລະ ທັກສະການປັບຕົວຈະຊ່ວຍສ້າງອະນາຄົດໃຫ້ຊາວໜຸ່ມລາວ
- English
- ລາວ
ເມື່ອຫຼາຍໆປະເທດໃນໂລກຍັງລະແວງວ່າ ວິວັດທະນາການຂອງ AI ຈະເຂົ້າມາປ່ຽນການເຮັດວຽກແບບເດີມໃຫ້ເປັນການນໍາໃຊ້ລະບົບອັດຕະໂຕມັດແທນຄົນ ແຕ່ໃນ ສປປ ລາວ ການປ່ຽນແປງໃໝ່ນີ້ມີຄວາມໝາຍທີ່ເລິກເຊິ່ງກວ່າ.
ໄວໜຸ່ມລາວກໍາລັງສະແດງໃຫ້ເຮົາເຫັນວ່າສັກກະຍາພາບທີ່ແທ້ຈິງຂອງສິ່ງປັນຍາປະດິດບໍ່ແມ່ນການໃຊ້ AI ໃຫ້ຄິດແທນຄົນ ແຕ່ເປັນການໃຊ້ເປັນເຄື່ອງມືໃນການຊ່ວຍເສີມສ້າງແນວຄິດໄອເດຍຂອງມະນຸດໃຫ້ກາຍເປັນຈິງເພື່ອແກ້ໄຂບັນຫາທີ່ຊັບຊ້ອນຕ່າງໆ ໃນຊຸມຊົນ.
ດັ່ງນັ້ນ, ເຮົາຈຶ່ງຕ້ອງມີວິທີໃດໜຶ່ງເພື່ອກຽມພ້ອມຊາວໜຸ່ມສຳລັບອະນາຄົດ. ໃນຫຼາຍປີທີ່ຜ່ານມາ ນະວັດຕະກໍາທາງສັງຄົມໄດ້ເນັ້ນໃສ່ການພັດທະນາທັກສະຊິວິດພື້ນຖານ ເຮັດໃຫ້ທັກສະດ້ານອາລົມ, ການຄິດວິເຄາະ, ການໃຈ້ແຍກບັນຫາ ແລະ ຄວາມເຂັ້ມແຂງ ນັ້ນມີຄວາມສໍາຄັນຍິ່ງຂຶ້ນ. ຖ້າເຄື່ອງຈັກສາມາດເຮັດວຽກດ້ານເຕັກນິກໄດ້, ມະນຸດກໍຈະເຫຼືອໜ້າທີ່ໃນລະດັບທີ່ສູງທີ່ສຸດຄື ການຕັດສິນໃຈວ່າບັນຫາໃດທີ່ຄວນແກ້ໄຂ ແລະ ຈະແກ້ໄຂບັນຫານັ້ນຢ່າງມີຈັນຍາບັນໄດ້ແນວໃດ.
ສໍາລັບອົງການຢູນິເຊັບ ປະຈໍາ ສປປ ລາວ, ວິວັດທະນາການດ້ານເຕັກໂນໂລຊີນີ້ບໍ່ແມ່ນແຕ່ເປັນການຍົກລະດັບແຕ່ຢ່າງດຽວ ແຕ່ມັນເປັນແນວທາງໃໝ່ທີ່ຈະຊ່ວຍຍົກລະດັບໃຫ້ແກ່ຊາວໜຸ່ມລາວມີການສຶກສາທີ່ເຂັ້ມແຂງຂຶ້ນ.
ຈຸດໃຈກາງຂອງການຫັນປ່ຽນນີ້ແມ່ນໂຄງການສິນໄຊ, ເຊິ່ງເປັນໂຄງການນະວັດຕະກຳທາງສັງຄົມທີ່ໂດດເດັ່ນພາຍໃຕ້ AI in Play ຂອງ UNICEF Office of Innovation ເພື່ອສ້າງພື້ນທີ່ທີ່ມີຄວາມຮັບຜິດຊອບຕໍ່ການນໍາໃຊ້ AI ເພື່ອເດັກນ້ອຍ ແລະ ໄດ້ຮັບການສະໜັບສະໜູນຈາກບໍລິສັດເຕັກໂນໂລຊີທົ່ວໂລກ Arm ໃນຖານະເປັນຜູ້ຮ່ວມກໍ່ຕັ້ງ. ໂຄງການດັ່ງກ່າວຖືກອອກແບບມາເພື່ອໃຫ້ຄົນຮຸ່ນໃໝ່ມີທັກສະການຮຽນຮູ້ດ້ານ AI, ຮັບປະກັນວ່າຢ່າງໜ້ອຍເຄິ່ງໜຶ່ງຂອງຜູ້ທີ່ໄດ້ຮັບແມ່ນເດັກຍິງ, ເຊິ່ງເປັນການຫຼຸດຄວາມແຕກຕ່າງໃນການເຂົ້າເຖິງໂລກດິຈິຕອນ.
ອົງການ UNICEF ກຳລັງສົ່ງເສີມທັກສະຊີວິດແບບປັບຕົວ ປ່ຽນໄວໜຸ່ມລາວໃຫ້ກາຍເປັນ "Sinxay Innovators" ແທນທີ່ຈະພຽງແຕ່ສອນໄວໜຸ່ມໃຫ້ຮູ້ຈັກໃຊ້ຢ່າງດຽວ.
ນອກຈາກການສອນໃຫ້ເດັກນ້ອຍຮູ້ຈັກການນໍາໃຊ້ແຕ່ຊອບແວຣ໌ (software) ອົງການຢູນິເຊັບໄດ້ມີໂຄງການສົ່ງເສີມໃຫ້ໄວໜຸ່ມລາວໄດ້ມີທັກສະໃນການປັບຕົວ ເພື່ອໃຫ້ກາຍເປັນສິນໄຊຍຸກໃໝ່ ທີ່ພວກເຮົາເອີ້ນວ່າ “Sinxay Innovators”
ຜູ້ສອນເຄື່ອງຈັກກົນໃຫ້ຮູ້ຈັກຄິດ
ໃຈກາງຂອງໂຄງການສິນໄຊໃນການສອນກໍຄືປັນຍາປະດິດ ຫຼື AI ແມ່ນຄື່ອງມືເພື່ອນໍາໃຊ້ບໍ່ແມ່ນທາງອອກ, ເຊິ່ງມັນມີໜ້າທີ່ໃນການຊ່ວຍເຮົາວາງແຜນ ຫຼື ກໍຄືການເຮັກໜ້າທີ່ໃນການເປັນເພື່ອນຮ່ວມຄິດ.
ເພື່ອໃຫ້ເຂົ້າໃຈກ່ຽວກັບແນວຄິດນີ້ ລອງມາຮູ້ຈັກກັບການຝຶກອົບຮົມໄວໜຸ່ມ Sinxay Innovator
ທຸກຄັ້ງກ່ອນທີ່ຈະພິມຄໍາສັ່ງໃຫ້ AI, ໄວໜຸ່ມໃນໂຄງການຈະໄດ້ມີການວາງແຜນແບບ Design Thinking ກໍຄືຕ້ອງໄດ້ມີການຄົ້ນຄິດອອກແບບໂຄງການຢ່າງເລິກເຊິ່ງກ່ອນ ເຊັ່ນ ການຕັ້ງຄໍາຖາມ “5 Why?” ແລະ ຮຽນຮູວິທີການວິເຄາະຜູ້ທີ່ໄດ້ຜົນປະໂຫຍດຈາກໂຄງການ (Stakeholder Mapping); ໂດຍທີ່ໄວໜຸ່ມຕ້ອງເປັນຜູ້ແຍກແຍະໃຫ້ອອກເຖິງບັນດາບັນຫາຊັບຊ້ອນທີ່ຕ້ອງອາໄສຄວາມລະອຽດອ່ອນໃຫ້ກາຍເປັນວິທີການແກ້ໄຂບັນຫາທີ່ດີ ແລະ ເໝາະສົມ.
ຄືກັນກັບຜູ້ບໍລິຫານລະດັບສູງທີ່ຕ້ອງໃຫ້ຄຳແນະນຳທີ່ຊັດເຈນ ແລະ ເປັນຂັ້ນຕອນແກ່ພະນັກງານໃໝ່, ໄວໜຸ່ມເຫຼົ່ານີ້ກຳລັງຮຽນຮູ້ທັກສະຂອງການນໍາໃຊ້ປັນຍາປະດິດຢ່າງມີສະຕິ ແລະ ຮອບຄອບ. ດ້ວຍວິທີນີ້, ທັກສະຊີວິດແບບດັ້ງເດີມ ເຊັ່ນ: ການຄິດແບບມີເຫດຜົນ ແລະ ການສື່ສານທີ່ມີປະສິດທິພາບ ໄດ້ກາຍມາເປັນຕົວເຊື່ອມຕໍ່ໂດຍກົງໃນການຄວບຄຸມເຕັກໂນໂລຊີທີ່ທັນສະໄໝ.
ຕົວຢ່າງເຊັ່ນທີມ "Better Life" team ທີ່ມາຈາກພາກເໜືອຂອງລາວ
ເນັ້ນໃສ່ການເວົ້າເຖິງບັນຫາສິ່ງແວດລ້ອມ ໂດຍເຈາະຈົງເຖິງບັນຫາທີ່ພົບເຈິພາຍໃນຊຸມຊົນ ເຊັ່ນ ການຫຼຸດລົງຂອງປະຊາກອນເຜິ້ງ ທີ່ສົ່ງຜົນໃຫ້ແກ່ການກະສິກໍາໄດ້ຮັບຜົນລະປູກນັບມື້ນັບໜ້ອຍລົງ. ໄວໜຸ່ມເຫຼົ່ານີ້ບໍ່ໄດ້ອອກຄໍາສັ່ງໃຫ້ AI ແກ້ໄຂບັນຫາສິ່ງແວດລ້ອມ ແຕ່ພວກເຂົາເປັນຜູ້ເບິ່ງບັນຫາ ແລະ ໃຊ້ AI ເພື່ອເຂົ້າຊ່ວຍໃນການອອກແບບບ້ານຮັງເຜິ້ງຈໍາລອງແທນ.
AI ໄດ້ຊ່ວຍໃຫ້ເຂົາເຈົ້າສ້າງພາບຕົ້ນແບບເຮືອນເຜິ້ງ ໂດຍອອກແບບໃຫ້ເໝາະສົມກັບສະພາບທາງຊີວະວິທະຍາຂອງເຜຶ້ງໃນທ້ອງຖິ່ນ, ແທດເໝາະກັບແຫຼ່ງວັດສະດຸທີ່ນໍາມາໃຊ້ໄດ້ ແລະ ມີຄວາມຍືນຍົງ ເຊັ່ນ: ໄມ່ໄຜ່.
“ກ່ອນມີ AI ພວກເຮົາບໍ່ຮູ້ວ່າຄວນຈະເຮັດໃຫ້ໄອເດຍເປັນຈິງໄດ້ແນວໃດ ຫຼື ຮູ້ວ່າມັນເປັນໄປໄດ້ບໍ່. ຕອນນີ້ເຮົາສາມາດສ້າງຕົ້ນແບບທີ່ເປັນດິຈິຕອນໄດ້ ແລະ ພັດທະນາໃຫ້ມັນດີຂຶ້ນກ່ອນທີ່ຈະເລີ່ມສ້າງໂມເດວຂອງແທ້. ”
ເມື່ອ AI ໄດ້ຊ່ວຍໃຫ້ແນວຄິດເກີດເປັນຈິງ ເຮັດໃຫ້ໄວໜຸ່ມກ້າທີ່ຈະເລີ່ມຕົ້ນໃນການສ້າງນະວັດຕະກໍາໃໝ່.
ເຊັ່ນດຽວກັນກັບກຸ່ມໃນແຂວງສະຫວັນນະເຂດ ຂອງລາວ, ກຸ່ມ "The Phoenix Fold" ໄດ້ນໍາແນວຄິດເພື່ອແກ້ໄຂບັນຫາຝຸ່ນຄວັນພິດຈາກການເຜົາໄຮ່ເພື່ອເຮັດກະສິກໍາປູກເຂົ້າ. ດ້ວຍການນໍາໃຊ້ AI ເພື່ອເຂົ້າຊ່ວຍໃນການວາງແຜນການຕະລາດ ແລະ ຄົ້ນຄວ້າເຄື່ອງອຸປະກອນ, ພວກເຂົາໄດ້ປ່ຽນຈາກການແນະນໍາໄອເດຍສູ່ການຜະລິດຕົ້ນແບບທາງອອກທີ່ໃຊ້ໄດ້ຈິງ, ຜັນປ່ຽນສິ່ງເສດເຫຼືອຈາກການກະສິກໍາໃຫ້ເປັນຜະລິດຕະພັນເຊັ່ນ ເຈ້ຍຫໍ້ວັດສະດຸໃນການຂົນສົ່ງ ແລະ ເຈ້ຍປົກໜັງສື.
ຈຸດປະກາຍການມີສ່ວນຮ່ວມ
ບາງເທື່ອ ຄວາມສາມາດຂອງ AI ໃນການຕອບສະໜອງທຸກຄົນໄດ້ ອາດແມ່ນທ່າແຮງໃກ້ເກີດການປ່ຽນແປງທີ່ດີທີ່ສຸດ.
ໃນປະເທດກໍາລັງພັດທະນາເຊັ່ນ ສປປ ລາວ, ໄວໜຸ່ມທີ່ມີຄວາມພິການຍັງພົບກັບບັນດາຄວາມທ້າທ້າຍເຊັ່ນ: ການເຂົ້າເຖິງສິ່ງອໍານວຍຄວາມສະດວກ, ພາສາ ແລະ ຄວາມຫຍຸ້ງຍາກຂອງການນໍາໃຊ້ພືີ້ນທີ່ດິຈິຕອນທີ່ຖືກອອກແບບມາເພື່ອຄົນທີ່ບໍ່ມີຄວາມພິການທາງຮ່າງກາຍ.
ສໍາລັບໄວໜຸ່ມຍຸກໃໝ່ນີ້ ເຕັກໂນໂລຊີ AI ເປັນສິ່ງທີ່ສາມາດ "ຄິດ" ໄດ້ ແລະ ຖືເປັນຕົວຊ່ວຍພິເສດທີ່ເຂົ້າມາແບ່ງເບົາພາລະ. ວຽກງານການຜະລິດທີ່ "ຫຍຸ້ງຍາກ ສັບສົນ" ແລະ ຕ້ອງໃຊ້ແຮງງານກາຍ ຫຼື ມັນສະໝອງຢ່າງໜັກ ເຊັ່ນ: ການພິມເອກະສານຍາວໆ, ການອ່ານເນື້ອຫາທີ່ຊັບຊ້ອນ, ຫຼື ການຖອດຂໍ້ຄວາມຈາກສຽງ ແມ່ນໄດ້ຖືກປ່ຽນໃຫ້ເປັນລະບົບອັດຕະໂນມັດທັນທີ.
ກອງປະຊຸມຝຶກອົບຮົມການເປັນກະບອກສຽງຂອງຊາວໜຸ່ມໃນ ສປປ ລາວ ທີ່ຜ່ານມາ ໄດ້ສະແດງໃຫ້ເຫັນເຖິງຄວາມເປັນຈິງນີ້ຢ່າງຊັດເຈນ. ຊາວໜຸ່ມທີ່ມີຄວາມບົກພ່ອງທາງດ້ານການຮັບຟັງ ແມ່ນສາມາດນຳໃຊ້ລະບົບຄຳອະທິບາຍພາບອັດຕະໂນມັດ (auto-captioning) ແລະ ລະບົບປ່ຽນສຽງໃຫ້ເປັນຂໍ້ຄວາມ (speech-to-text) ທີ່ຂັບເຄື່ອນດ້ວຍ AI ເພື່ອເປັນຕົວແປພາສາແບບສົດໆ. ສິ່ງນີ້ຊ່ວຍໃຫ້ພວກເຂົາສາມາດເຂົ້າຮ່ວມໃນການຝຶກອົບຮົມດິຈິຕອນໄດ້ ໂດຍບໍ່ຈຳເປັນຕ້ອງເພິ່ງພາລ່າມແປພາສາມືຈາກພາຍນອກ.
ໃນເວລາດຽວກັນ, ໄວໜຸ່ມທີ່ມີຄວາມພິການທາງສາຍຕາ ໄດ້ໃຊ້ຕົວຊ່ວຍ AI ໃນການອະທິບາຍຮູບພາບແທນສາຍຕາ ດ້ວຍການຖ່າຍພາບຜ່ານມືຖື ເພື່ອໃຫ້ໄດ້ຮັບການບັນຍາຍພາບດ້ວຍສຽງທີ່ລະອຽດກ່ຽວກັບສິ່ງອ້ອມຂ້າງ ແລະ ເນື້ອຫາບົດຮຽນ.
ໃນໂຄງການສິນໄຊ, AI ບໍ່ແມ່ນເຄື່ອງມືເພື່ອເພີ່ມປະສິດທິພາບທາງດ້ານເສດຖະກິດ, ແຕ່ມັນເປັນເຕັກໂນໂລຊີຊ່ວຍເຫຼືອທີ່ຈຳເປັນທີ່ເຮັດໃຫ້ເກີດຄວາມສະເໝີພາບ. ໂດຍການນໍາໃຊ້ດິຈິຕອນ, AI ຈະຊ່ວຍໃຫ້ຊາວໜຸ່ມທີ່ມີຄວາມພິການສາມາດແຂ່ງຂັນກັນໄດ້ເຕັມທີ່ໃນຂົງເຂດທີ່ເຂົາມີຄວາມຊ່ຽວຊານສະເພາະ, ປະສົບການ, ແລະ ຄວາມຄິດສ້າງສັນໃນການແກ້ໄຂບັນຫາຂອງເຂົາເຈົ້າ.
ສ້າງພື້ນຖານໃຫ້ເຂັ້ມແຂງເພື່ອອະນາຄົດທີ່ສົດໃສ
ການສອນໃຫ້ໄວໜຸ່ມໄດ້ມີທັກສະພື້ນຖານໃນການຈັດການ, ນໍາພາ ແລະ ຮ່ວມມືກັບປັນຍາປະດິດ, ປະເທດລາວກຳລັງວາງຮາກຖານໃຫ້ແກ່ຜົນປະໂຫຍດທາງດ້ານປະຊາກອນ ທີ່ສ້າງຂຶ້ນບົນພື້ນຖານຂອງກົນລະຍຸດທີ່ຍືດຢຸ່ນ ແທນທີ່ການໃຊ້ແຮງງານທົ່ວໄປ.
ຊາວໜຸ່ມລາວກຳລັງສະແດງໃຫ້ໂລກເຫັນເຖິງຄວາມຈິງວ່າ: ອະນາຄົດບໍ່ໄດ້ເປັນຂອງຜູ້ທີ່ຮູ້ວິທີໃຊ້ເຕັກໂນໂລຊີເທົ່ານັ້ນ, ແຕ່ມັນເປັນຂອງຊາວໜຸ່ມຄືກັບ Sinxay Innovators ທີ່ສາມາດປັບຕົວໄດ້ສູງ. ພວກເຂົາຄືກຸ່ມຄົນທີ່ຈະເບິ່ງບັນຫາທີ່ຊັບຊ້ອນ, ແຍກແຍະມັນອອກເປັນສ່ວນໆ ແລະ ສັ່ງການເຄື່ອງມືຢ່າງມີສະຫຼາດ ເພື່ອສ້າງສັນໃຫ້ເກີດສິ່ງໃໝ່ໆ.