ຂໍ້ມູນ ແລະ ເອກະສານ ສຳລັບ ຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແຫ່ງຊາດ ປະຈຳປີ 2024

ດາວໂຫຼດຂໍ້ມູນ ແລະ ເອກະສານ ສຳລັບ ຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແຫ່ງຊາດ ປະຈຳປີ 2024

MR SIA FB COVER .webp
UNICEF Lao PDR/2024

Highlights

ກະຊວງສາທາລະນະສຸກແຫ່ງ ສປປ ລາວ, ອົງການ ກາວີ, ລັດຖະບານແຫ່ງປະເທດ ອົດສະຕາລີ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ໄດ້ຮ່ວມກັນຈັດຕັ້ງ ຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແຫ່ງຊາດ ປະຈຳປີ 2024 ເຊີ່ງຄາດວ່າ ຈະມີເດັກອາຍຸ 9-59 ເດືອນ ຫຼື ຕໍ່າກວ່າ 5 ປີ ຈໍານວນຫຼາຍກວ່າ 630,000 ຄົນ ທີ່ຈະໄດ້ຮັບວັກຊີນຜ່ານຂະບວນການດັ່ງກ່າວ, ລວມເຖິງເດັກທີ່ພາດໂອກາດບໍ່ໄດ້ຮັບວັກຊີນນີ້ ໃນໄລຍະຜ່ານມາ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ໄດ້ເຂົ້າເຖິງການບໍລິການ ແລະ ຮັບພູມຄຸ້ມກັນຕໍ່ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ. 

ຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແຫ່ງຊາດ ປະຈຳປີ 2024 ຈະຖືກຈັດຂຶ້ນລະຫວ່າງ ວັນທີ 20-31 ພຶດສະພາ 2024.

ສະນັ້ນ, ພວກເຮົາຂໍເຊີນຊວນ ພໍ່ແມ່, ຜູ້ປົກຄອງ ແລະ ຫົວໜ້າຊຸມຊົນທຸກທ່ານ, ມາຮ່ວມກັນປົກປ້ອງຊີວິດຂອງຄົນທີ່ເຮົາຮັກໄປພ້ອມໆກັນ. ວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ມີພ້ອມໃຫ້ບໍລິການແລ້ວ, ທ່ານສາມາດນໍາພາລູກຫຼານ ເຂົ້າມາຮັບບໍລິການໄດ້ທົ່ວປະເທດຢູ່ໃນທຸກໂຮງໝໍ ແລະ ຈຸດໃຫ້ບໍລິການໃກ້ບ້ານຂອງທ່ານ.

ວັນເດືອນປິຈັດພິມ
ພາສາ
ອັງກິດ