ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ລັດຖະບານອົດສະຕຣາລີ ແລະ ອົງການຢູນິເຊັບ ລົງຕິດຕາມໂຄງການ ໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ຢູ່ແຂວງສະຫວັນນະເຂດ
ການລົງຢ້ຽມຢາມໃນຄັ້ງນີ້ ໄດ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ໃນການປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ການປົກປ້ອງເດັກ ສຳລັບແມ່ຍິງຖືພາ ແລະ ເດັກ ໃນ ສປປ ລາວ.
- ສາມາດມີໃນ:
- English
- ລາວ
ວັນທີ 17 ພຶດສະພາ 2022 – ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກະຊວງ ຮສສ), ລັດຖະບານອົດສະຕຣາລີ ແລະ ອົງການຢູນິເຊັບ ໄດ້ລົງຢ້ຽມຢາມເມືອງນອງ, ແຂວງສະຫວັນນະເຂດ, ເພື່ອຕິດຕາມໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ (Mother and Early Childhood Grant), ເຊີ່ງເປັນໂຄງການຊ່ວຍເຫຼືອເງິນສົດໂດຍບໍ່ມີເງື່ອນໄຂ ທີ່ແນໃສ່ການສົ່ງເສີມສຸຂະພາບທີ່ດີສຳລັບແມ່ຍິງ ແລະ ເດັກ ໃນ ສປປ ລາວ.
ຄະນະຜູ້ແທນທີ່ໄດ້ລົງຢ້ຽມຢາມປະກອບມີ ທ່ານ ລີປາວ ຢ່າງ, ຮອງລັດຖະມົນຕີ ກະຊວງ ຮສສ, ທ່ານນາງ ເຟລິສິຕີ້ ວີເວີ້, ຜູ້ອໍານວຍການໂຄງການສາກົນຂອງອົງການຢູນິເຊັບ ອົດສະຕຣາລີ, ແລະ ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ. ຄະນະຜູ້ແທນດັ່ງກ່າວ ໄດ້ລົງເຄື່ອນໄຫວຢ້ຽມຢາມສຸກສາລາທີ່ ບ້ານຕັງອາໄລ ແລະ ບ້ານດົງສານ ແລະ ໄດ້ຮັບຟັງການລາຍງານຈາກພະນັກງານສາທາລະນະສຸກ ກ່ຽວກັບການຈັດຕັ້ງປະຕິບັດໂຄງການຢູ່ຂັ້ນຊຸມຊົນ. ພ້ອມນັ້ນ ທາງຄະນະຜູ້ແທນຍັງໄດ້ພົບປະກັບຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ ເພື່ອຮັບຟັງກ່ຽວກັບວິທີທີ່ການໃຫ້ເງິນສົດຊ່ວຍເຫລືອໄດ້ສະໜັບສະໜຸນແມ່ຍິງຖືພາ, ແມ່ທີ່ໃຫ້ນົມລູກ ແລະ ເດັກເກີດໃໝ່ ໃຫ້ສາມາດເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ໂພຊະນາການ.
ໂອກາດໃນການລົງຢ້ຽມຢາມຄັ້ງນີ້, ທ່ານ ລີປາວ ຢ່າງ ໄດ້ກ່າວວ່າ: “ການປົກປ້ອງທາງສັງຄົມ ມີບົດບາດອັນສຳຄັນໃນການແກ້ໄຂບັນຫາຄວາມທຸກຍາກ, ຄວາມດ້ອຍໂອກາດ ແລະ ຫຼຸດຜ່ອນຄວາມບໍ່ສະເໝີພາບ. ໂຄງການນີ້ ເປັນໜຶ່ງໃນໂຄງການຊ່ວຍເຫຼືອທາງສັງຄົມ ແລະ ການປົກປ້ອງເດັກ ທີ່ສໍາຄັນ ທີ່ພວມດຳເນີນຢູ່ໃນ ສປປ ລາວ ເເລະ ເປັນການສະໜັບສະໜູນທີ່ສົມບູນແບບໃຫ້ແກ່ ແມ່ຍິງຖືພາ, ແມ່ ແລະ ເດັກ. ໃນການລົງຢ້ຽມຢາມໃນຄັ້ງນີ້, ພວກເຮົາໄດ້ເຫັນວິທີທີ່ໂຄງການນີ້ ໄດ້ເສີມສ້າງຄວາມເຂັ້ມແຂງໃຫ້ເເກ່ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ແລະ ລະບົບການຈັດສົ່ງການຊ່ວຍເຫຼືອທາງສັງຄົມ, ເຊິ່ງກໍ່ເເມ່ນເພື່ອຮັບປະກັນວ່າ ຈະບໍ່ມີໃຜຖືກປະຖິ້ມໄວ້ຂ້າງຫຼັງເດັດຂາດ.”
ການຊ່ວຍເຫຼືອເງິນສົດ ເປັນໜຶ່ງໃນວິທີທີ່ມີປະສິດທິພາບທີ່ສຸດ ໃນການສະໜັບສະໜູນຊຸມຊົນທີ່ມີຄວາມສ່ຽງ ເນື່ອງຈາກເປັນການຈັດສົ່ງທີ່ວ່ອງໄວ, ປອດໄພ ແລະ ເຊື່ອຖືໄດ້. ພາຍໃຕ້ໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ, ການຊ່ວຍເຫຼືອເງິນສົດ ແມ່ນໄດ້ຖືກສະໜອງໃຫ້ແມ່ຍິງຖືພາ ແລະ ເດັກອາຍຸເຖີງ 12 ເດືອນ. ໂຄງການດັ່ງກ່າວໄດ້ສະໜັບສະໜູນແມ່ຍິງຖືພາ ແລະ ແມ່ໃຫ້ນົມລູກ ດ້ວຍເງິນຈຳນວນ 300,000 ກີບ ສໍາລັບທຸກໆສອງເດືອນ ເພື່ອຊ່ວຍໃຫ້ພວກເຂົາສາມາດເຂົ້າເຖິງການບໍລິການດ້ານໂພຊະນາການ ແລະ ສຸຂະພາບທີ່ພຽງພໍ ໃນ 1,000 ວັນທໍາອິດຂອງຊີວິດຂອງເດັກ. ພວກເຂົາຈະໄດ້ຮັບການຊ່ວຍເຫຼືອເງິນສົດນີ້ຜ່ານສອງຮູບເເບບ, ເຊິ່ງກໍ່ຄື ຜ່ານແອັບການຈ່າຍເງິນທາງອີເລັກໂທຣນິກ u-money, ຫຼື ຜ່ານການຈ່າຍເງິນສົດໂດຍກົງເຖິງເຮືອນ ທີ່ສະໜອງໃຫ້ໂດຍບໍລິສັດ Star Fintech.
ທ່ານ ບູນມີ ສຸວັນນະລາດ, ເຈົ້າຫນ້າທີ່ຮັບຜິດຊອບວຽກງານສຶກສາຂອງສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ລັດຖະບານ ອົດສະຕຣາລີ ຮູ້ສຶກດີໃຈຫຼາຍ ທີ່ການສະໜັບສະໜູນຂອງພວກເຮົາ ໄດ້ຊ່ວຍຕອບສະໜອງຄວາມຕ້ອງການຂອງແມ່ ແລະເດັກໃນ ສປປ ລາວ. ໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ແມ່ນໄດ້ເນັ້ນຊຸມຊົນເປັນໃຈກາງ ແລະ ໃຫ້ອິດສະລະແກ່ຜູ້ທີ່ເປັນແມ່ ໃນການໃຊ້ຈ່າຍເງິນຕໍ່ກັບສິ່ງທີ່ມີຄວາມສຳຄັນທີ່ສຸດຕໍ່ການເປັນຢູ່ທີ່ດີຂອງລູກພວກເຂົາ. ການສະໜັບສະໜຸນຜູ້ເປັນແມ່ດ້ວຍເງິນສົດນັ້ນ ຍັງຈະຊ່ວຍເສດຖະກິດທ້ອງຖິ່ນເພາະເງີນເຫຼົ່ານີ້ຈະຖືກນຳໃຊ້ພາຍໃນຊຸມຊົນ ເເລະ ຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ ອີກດ້ວຍ.”
ໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ເປັນສ່ວນໜຶ່ງຂອງໂຄງການຮ່ວມຂອງອົງການສະຫະປະຊາຊາດ (United Nations Joint Programme) ທີ່ມີຊື່ວ່າ : “ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ: ສ້າງລະບົບປົກປ້ອງສັງຄົມຂັ້ນພື້ນຖານໃນ ສປປ ລາວ” ເຊິ່ງເປັນຂໍ້ລິເລີ່ມຮ່ວມກັນລະຫວ່າງ ອົງການຢູນີເຊັບ (United Nations Children’s Fund) , ອົງການແຮງງານສາກົນ (International Labour Organization) ແລະ ອົງການສະຫະປະຊາຊາດກອງທຶນເພື່ອພັດທະນາທຶນ (United Nations Capital Development Fund). ໂຄງການຮ່ວມນີ້ ມີຈຸດປະສົງເພື່ອສ້າງຂີດຄວາມສາມາດຂອງລັດຖະບານແຫ່ງ ສປປ ລາວ ໃນການວາງແຜນການ, ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ (National Social Protection Strategy) ທີ່ໄດ້ລົງນາມເຊັນໃນເດືອນເມສາ ປີ 2020, ເຊິ່ງເປັນແຜນທີ່ເສັ້ນທາງເພື່ອພັດທະນາລະບົບການປົກປ້ອງທາງສັງຄົມ, ໂດຍມີ ໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ເປັນໂຄງການຕົ້ນຕໍພາຍໃນຍຸດທະສາດນີ້. ການລິເລີ່ມດັ່ງກ່າວ ມີຈຸດປະສົງເພື່ອຊ່ວຍເຫຼືອເດັກ ຢ່າງໜ້ອຍ 2,000 ຄົນ ອາຍຸເຖິງ 12 ເດືອນ ໂດຍຜ່ານການບໍລິການສະຫວັດດີການລວມ, ລວມທັງການຊ່ວຍເຫຼືອດ້ານເງິນສົດ, ການບໍລິການສະຫວັດດີການເດັກອ່ອນ ແລະ ການສະໜັບສະໜູນການຂຶ້ນທະບຽນການເກີດ.
“ພວກເຮົາກຳລັງເຫັນເຖິງຜົນກະທົບຂ້າງຄຽງຂອງການແຜ່ລະບາດຂອງພະຍາດ ໂຄວິດ-19 ຕໍ່ຜູ້ມີຄວາມສ່ຽງທີ່ສຸດໃນສັງຄົມ, ລວມເຖີງແມ່ ແລະ ເດັກໃນເຂດທີ່ດ້ອຍໂອກາດ. ການຊ່ວຍເຫຼືອເງິນສົດພາຍໃຕ້ໂຄງການນີ້ ໄດ້ຊີ້ໃຫ້ເຫັນເຖີງຄວາມມຸ່ງໝັ້ນຂອງ ອົງການຢູນິເຊັບ ຕໍ່ກັບການເສີມສ້າງຂີດຄວາມສາມາດຂອງແມ່ຍິງລາວ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການປັບປຸງສະຖານະດ້ານການເງິນຂອງແມ່ຍິງໃນຊ່ວງເວລາອັນສຳຄັນນີ້, ພ້ອມດ້ວຍການເສີມສ້າງຄວາມສາມາດໃນລະດັບສູນກາງ ເພື່ອສະໜອງການສະໜັບສະໜູນໃຫ້ເເກ່ແມ່ ແລະ ເດັກ,” ກ່າວໂດຍ ທ່ານນາງ ດຣ. ເພຍ ເຣເບວໂລ ບຣິດໂຕ.
ການຈັດຕັ້ງປະຕິບັດໂຄງການຮ່ວມກັນຂອງອົງການສະຫະປະຊາຊາດ ເເມ່ນນຳພາໂດຍ ກະຊວງ ຮສສ ດ້ວຍການຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ, ອຳນາດການປົກຄອງຂັ້ນແຂວງ ແລະ ເມືອງ ຂອງບັນດາເມືອງທົດລອງ ແລະ ອົງການສະຫະປະຊາຊາດປະຈຳ ສປປ ລາວ. ໂຄງການທົດລອງດັ່ງກ່າວ ເເມ່ນໄດ້ຈັດຕັ້ງປະຕິບັດຕັ້ງແຕ່ເດືອນມັງກອນ ປີ 2020 ເປັນຕົ້ນມາ ຢູ່ທີ່ ເມືອງສະໜາມໄຊ ແລະ ເມືອງພູວົງ, ແຂວງອັດຕະປື ແລະ ເມືອງນອງ, ແຂວງສະຫວັນນະເຂດ.
ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນທຶນຈາກ ກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດຂອງອົດສະຕຣາລີ (Australian Department of Foreign Affairs and Trade) ແລະ ກອງທຶນຮ່ວມ SDG ສຳລັບການປົກປ້ອງທາງສັງຄົມ, ໂດຍມີ ກະຊວງ ຮສສ ເປັນຜູ້ນຳພາ ແລະ ປະສານງານໃນການຈັດຕັ້ງປະຕິບັດທັງໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ໂດຍມີການສະໜັບສະໜູນດ້ານວິຊາການຈາກ ອົງການຢູນີເຊັບ ປະຈໍາ ສປປ ລາວ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook