ການສຶກສາ
ເດັກທຸກຄົນມີສິດທີ່ຈະໄປໂຮງຮຽນ ແລະ ຮຽນຮູ້

- ສາມາດມີໃນ:
- English
- ລາວ
ສິ່ງທ້າທາຍ
ດ້ວຍອັດຕາການເຂົ້າຮຽນສຸດທິສໍາລັບຊັ້ນປະຖົມສຶກສາ 98,7% (ປີ 2017), ສປປ ລາວ ໄດ້ບັນລຸເປົ້າໝາຍສະຫັດສະວັດດ້ານການເຂົ້າເຖິງການສຶກສາຊັ້ນປະຖົມທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ.
ເຖິງວ່າຈະມີຜົນສຳເລັດດັ່ງກ່າວ, ສປປ ລາວ ຍັງມີບາງຕົວຊີ້ວັດດ້ານການສຶກສາທີ່ຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງ ໃຕ້. ປະມານ 70% ຂອງເດັກອາຍຸ 5 ປີ ບໍ່ໄດ້ເຂົ້າຮຽນຕາມແຜນງານການສຶກສາກ່ອນໄວຮຽນ, ໂດຍຜູ້ທີ່ຢູ່ໃນເຂດທີ່ມີຄວາມຫຍຸ້ງຍາກ ແລະ ຈາກຄອບຄົວທີ່ທຸກຍາກແມ່ນບໍ່ໄດ້ເຂົ້າຮຽນຫຼາຍທີ່ສຸດ. ພວກເຂົາສ່ວນຫຼາຍບໍ່ເວົ້າພາສາລາວ ເຊິ່ງແມ່ນພາສາທາງການທີ່ໃຊ້ໃນການສິດສອນ. ຄູສອນອະນຸບານມີຄວາມຈໍາກັດດ້ານທັກສະການສິດສອນທີ່ຖືເອົາເດັກເປັນໃຈກາງ ແລະ ຂາດວັດຖຸອຸປະກອນໃນການສິດສອນ. ມີອັດຕາການຄ້າງຫ້ອງ ແລະ ການອອກໂຮງຮຽນສູງໃນຊັ້ນປະຖົມ ເຊິ່ງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກຄວາມຈໍາກັດໃນການເຂົ້າເຖິງການສຶກສາກ່ອນໄວຮຽນທີ່ມີຄຸນນະພາບ.
ຄຸນນະພາບຂອງການສຶກສາຊັ້ນປະຖົມ ຍັງແມ່ນຄວາມກັງວົນຕົ້ນຕໍອີກອັນໜຶ່ງ. ມີພຽງແຕ່ 81,9% (ປີ 2017) ຂອງເດັກທີ່ ຮຽນຈົບຊັ້ນປະຖົມສຶກສາ. ຜົນການຮຽນຂອງນັກຮຽນແມ່ນຍັງຕໍ່າ, ເຮັດໃຫ້ເດັກບໍ່ມີຄວາມຮູ້ ແລະ ທັກສະທີ່ຈຳເປັນ. ຄວາມສາມາດຂອງຄູອາຈານ ແລະ ລະບົບສະໜັບສະໜູນການສິດສອນທີ່ອ່ອນແອ, ຄວາມທ້າທາຍໃນການສິດສອນຫ້ອງຮຽນຮ່ວມ ແລະ ການຂາດອຸປະກອນການຮຽນ-ການສອນແມ່ນບາງຂໍ້ຈຳກັດທີ່ສຳຄັນ.
ວິທີແກ້ໄຂ
ແຜນງານສຶກສາຂອງ ອົງການຢູນິເຊັບ ດຳເນີນງານໃນລະດັບຊາດ ແລະ ທ້ອງຖິ່ນເພື່ອຊ່ວຍຮັບປະກັນຄຸນນະພາບຂອງການສຶກສາກ່ອນໄວຮຽນ ແລະ ການສຶກສາຂັ້ນພື້ນຖານ ສຳລັບເດັກທຸກໆຄົນໃນ ສປປ ລາວ, ໂດຍໄດ້ສຸມໃສ່ເປັນພິເສດ ສຳລັບເດັກທີ່ຢູ່ຫ່າງໄກສອກຫຼີກ ແລະ ເດັກດ້ອຍໂອກາດ.
ເພື່ອຊ່ວຍໃຫ້ບັນລຸເປົ້າໝາຍລະດັບຊາດ ແລະ ສາກົນ, ລວມທັງເປົ້າໝາຍການພັດທະນາແບບຍືນຍົງເພື່ອການສຶກສາ, ອົງການ ຢູນິເຊັບ ສືບຕໍ່ເຮັດວຽກການແກ້ໄຂຄວາມບໍ່ສະເໝີພາບໃນການເຂົ້າເຖິງ, ການມີສ່ວນຮ່ວມ ແລະ ການຮຽນຮູ້ໃນລະບົບການສຶກສາ ໃນ ສປປ ລາວ.
ໃນຂະນະທີ່ ອົງການຢູນິເຊັບ ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ, ພວກເຮົາຍັງເຮັດວຽກກ່ຽວກັບການໃຫ້ບໍລິການໃນພື້ນທີ່. ໂດຍສະເພາະ, ອົງການຢູນິເຊັບ ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການປັບປຸງຫຼັກສູດອະນຸບານ ແລະ ມາດຕະຖານຄຸນນະພາບຂອງການສຶກສາກ່ອນໄວຮຽນ, ແລະ ເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດສໍາລັບການສຶກສາກ່ອນໄວຮຽນທີ່ມີການຄິດໄລ່ຕົ້ນທຶນໃສ່ໄວ້ແລ້ວ. ການສະໜັບສະໜູນຂອງພວກເຮົາຍັງປະກອບມີການຝຶກອົບຮົມຄູປະຖົມ ແລະ ຜູ້ອຳນວຍການໂຮງຮຽນ, ພ້ອມທັງການສະໜອງອຸປະກອນການຮຽນ-ການສອນ.
ນອກຈາກນັ້ນ, ອົງການຢູນິເຊັບ ຍັງສະໜັບສະໜູນການຂະຫຍາຍແຜນງານກຽມຄວາມພ້ອມ ສໍາລັບເຂົ້າຮຽນຢູ່ຂັ້ນຊຸມຊົນໄປສູ່ຊຸມຊົນທີ່ດ້ອຍໂອກາດດ້ານການສຶກສາ, ລວມທັງກຸ່ມບ້ານທີ່ບໍ່ເວົ້າພາສາລາວ. ເຊິ່ງປະກອບມີການສ້າງຂີດຄວາມສາມາດໃຫ້ແກ່ຜູ້ອຳນວຍຄວາມສະດວກດ້ານການສຶກສາກ່ອນໄວຮຽນ ແລະ ຄະນະກຳມະການພັດທະນາການສຶກສາຂັ້ນບ້ານ, ແລະ ການສະໜອງອຸປະກອນການຮຽນຕາມເກນອາຍຸ. ການສຶກສາອົບຮົມພໍ່ແມ່ນັກຮຽນກໍ່ແມ່ນອີກສ່ວນໜຶ່ງທີ່ສຳຄັນຂອງແຜນງານການສຶກສາກ່ອນໄວຮຽນທີ່ ອົງການຢູນິເຊັບ ໃຫ້ການສະໜັບສະໜູນ, ຊຶ່ງຊ່ວຍຍົກລະດັບຄວາມຮູ້ ແລະ ພັດທະນາທັກສະຂອງພໍ່ແມ່ ແລະ ຜູ້ປົກຄອງເດັກ.
ດ້ວຍຈຸດປະສົງເພື່ອຍົກສູງຄຸນນະພາບການສຶກສາຊັ້ນປະຖົມ, ອົງການຢູນິເຊັບ ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ເພື່ອເສີມສ້າງຫຼັກສູດປະຖົມ, ການຝຶກອົບຮົມຄູ ແລະ ການໃຫ້ຄໍາປຶກສາດ້ານວິຊາການຈາກທີ່ປຶກສາດ້ານການສິດສອນ. ອີງຕາມແນວຄວາມຄິດກ່ຽວກັບໂຮງຮຽນທີ່ເປັນມິດຕໍ່ນັກຮຽນ, ອົງການຢູນິເຊັບ ສົ່ງເສີມສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ມ່ວນຊື່ນ ເຊິ່ງປະກອບມີສະຖານທີ່ໆມີນໍ້າໃຊ້, ສຸຂາພິບານ ແລະ ສຸຂະອານາໄມທີ່ເໝາະສົມ.
ອົງການຢູນິເຊັບ ຍັງສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການປະສານງານ ແລະ ຈັດຕັ້ງປະຕິບັດແຜນການຂອງຂະແໜງການໃນໄລຍະຍາວ ເພື່ອສ້າງຄວາມເຂັ້ມແຂງໃນຂັ້ນຕອນການວາງແຜນ, ງົບປະມານ ແລະ ການຕິດຕາມກວດກາ ລວມທັງ ລະບົບຂໍ້ມູນຂ່າວສານການຄຸ້ມຄອງການສຶກສາ.