ປອດໄພກັບໄປໂຮງຮຽນ

ຫຼັງຈາກ ປິດໂຮງຮຽນເປັນເວລາ ສອງເດືອນ ເພື່ອຕອບໂຕ້ກັບພະຍາດໂຄວິດ-19, ເດັກນ້ອຍ ໃນສປປລາວ ພວມຈະກັບຄືນໄປໂຮງຮຽນຕາມ “ສະພາບປົກກະຕິແບບໃໝ່”.

ໂດຍ: ອາຢູສ໌ ກາກກີ
Students going to school
UNICEF Laos/2020/AKarki
10 ມີຖຸນາ 2020

ເດັກ​ຍິງ ເກດ​ສະ​ຫັວນ ອາ​ຍຸ 18 ປີ, ນັກຮຽນຊັ້ນມໍ 7 ຊຶ່ງ​ແມ່ນ​ປີ​ສຸດ​ທ້າຍ​ຂອງມັດທະຍົມຕອນປາຍ, ຮູ້ສຶກຕື່ນເຕັ້ນທີ່ຈະໄດ້ພົບ​ກັບ ໝູ່ເພື່ອນຂອງຕົນອີກຄັ້ງ ຫຼັງຈາກປິດ​ໂຮງ​ຮຽນ​ແບບບໍ່ຄາດຄິດເປັນ​ເວ​ລາດົນນານ. ກໍຄືກັນກັບແຕ່ກ່ອນ, ນາງໃສ່ຊຸດນັກຮຽນຂອງຕົນ ຊຶ່ງ​ດຽວນີ້ມີສິ່ງ​ໜຶ່ງ​ເພີ່ມ​ເຂົ້າ​ອີກ ນັ້ນ​ກໍ​ແມ່ນໜ້າກາກອະ​ນາ​ໄມ ແລະ ກັບຄືນໄປໂຮງຮຽນຂອງນາງ -  ໂຮງຮຽນມັດ​ທະ​ຍົມ​ສົມ​ບູນ​ວຽງ​ຈັນ, ຊຶ່ງເປັນໂຮງຮຽນລັດ ໃນນະຄອນຫຼວງວຽງຈັນຂອງສປປລາວ.

ໃນວັນທີ 18 ເດືອນພຶດສະພາ, ໂຮງຮຽນຂອງນາງໄດ້ຕ້ອນຮັບນັກຮຽນ 900 ກ່​ວາຄົນຈາກຊັ້ນມໍ 4, ມໍ 5 ແລະ ມໍ 7 ພາຍຫຼັງທີ່ປິດ​ເປັນເວລາສອງເດືອນ. ບັນດາໂຮງຮຽນໃນທົ່ວປະເທດໄດ້ປິດລົງເຊິ່ງເປັນສ່ວນໜຶ່ງຂອງການຕອບໂຕ້ຂອງລັດຖະບານຕໍ່ການແຜ່ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຍ້ອນ​ວ່າ ບໍ່ມີການລາຍງານກໍລະນີໃໝ່ ໃນໄລຍະໜຶ່ງເດືອນ, ກະ ຊວງສຶກສາທິການ ແລະ ກິລາໄດ້ອອກຄຳແນະນຳ ກ່ຽວກັບໂຮງຮຽນປອດໄພ ແລະ ໄດ້ຕັດສິນໃຈເປີດໂຮງຮຽນຄືນເປັນສອງໄລຍະ. ວັນທີ 18 ເດືອນພຶດສະພາ ສຳ​​ລັບ ​ບາງຫ້ອງຮຽນ ແລະ ເດັກທຸກຄົນຈະກັບຄືນໄປ​ຮຽນໃນວັນທີ 2 ເດືອນ ມິຖຸນາ.

ເດັກ​ຍິງ​ອາ​ຍຸ18 ປີກ່າວວ່າ: “ພວກເຮົາຢູ່ເຮືອນດົນເກີນໄປແລ້ວ. ນີ້ແມ່ນປີສຸດທ້າຍຂອງຂ້ອຍຢູ່ໂຮງຮຽນ ແລະ ຂ້ອຍກັງວົນ​ໃຈວ່າພວກເຮົາຈະບໍ່ສາມາດໄປປະກົດຕົວໃນການສອບເສັງທົ່ວ​ປະ​ເທດ. ຂ້ອຍຮູ້ສຶກໂລ່ງໃຈທີ່ໄດ້ກັບມາ”.  

A girl in school
UNICEF Laos/2020/AKarki Ketsavan on her first day at school.

ເພື່ອຮັບປະກັນໃຫ້ເດັກໄດ້ສືບຕໍ່ການຮຽນ, ໂຮງຮຽນໄດ້ເລີ່ມຕົ້ນຊ່ອງທາງ YouTube. ນາງເກດ​ສະ​ຫັວນ   ແລະ ນັກຮຽນຄົນອື່ນໆໄດ້ຕິດຕາມຊ່ອງທາງດັ່ງ​ກ່າວ ເພື່ອຮໍ່າຮຽນ.

ນາງເກດ​ສະ​ຫັວນ ເວົ້າວ່າ: “ເຖິງວ່າຈະມີຄວາມອັນຕະ ລາຍຂອງພະ​ຍາດ​ໂຄວິດ-19, ຂ້ອຍກໍໝັ້ນໃຈວ່າໂຮງຮຽນຂອງຂ້ອຍປອດໄພ ເພາະວ່າພວກເຂົາເຮັດທຸກຢ່າງເພື່ອຮັກສາພວກເຮົາໃຫ້ປອດໄພ ດ້ວຍການປະຕິບັດຕາມກົດລະບຽບໃໝ່ເຫຼົ່ານີ້.

ໃນ​ມື້​ທຳ​ອິດ, ນາງຕົກຕະລຶງເມື່ອເຫັນວ່າກົດລະບຽບໃນໂຮງຮຽນຂອງຕົນໄດ້ປ່ຽນໄປແລ້ວ. ນີ້ແມ່ນຜົນ ຂອງຄຳ​ແນະ​ນຳ​ໃໝ່​ກ່ຽວ​ກັບໂຮງຮຽນປອດໄພ.

ກ່ອນອື່ນໝົດ, ນາງຕ້ອງຮັກສາໄລຍະຫ່າງ 1 ແມັດ ກັບໝູ່ເພື່ອນຂອງຕົນນາງ ແລະ ຢືນລຽນແຖວ ຢູ່ປະຕູທາງເຂົ້າເພື່ອກວດອຸນ ຫະພູມ. ຫຼັງຈາກນັ້ນ, ພວກເຂົາຕ້ອງໄດ້ລ້າງມື ແລະ ໃຊ້ນ້ຳ​ຢາ​ຂ້າ​ເຊື້ອ​ມື  ຢູ່ໜ້າຫ້ອງຮຽນຂອງຕົນ.

ບໍ່ພຽງແຕ່ນັກຮຽນເທົ່າ​ນັ້ນ, ແຕ່ຄູອາຈານກໍ່ມີຄວາມສຸກຄືກັນທີ່​ໄດ້ກັບຄືນໄປໂຮງຮຽນ.

Teacher and student
UNICEF Laos/2020/AKarki Mr.Viengchit and Ketsavan were both very happy to be back in school after 8 weeks away.

ທ່ານວຽງໄຊ ສິນທຳວົງສາ, ຄູສອນວິ​ຊາສຸຂະພາບ ແລະ ພົນ​ລະ​ເມືອງ​ສາດຂອງໂຮງຮຽນຊັ້ນ​ສູງ ກ່າວວ່າ: “ເປັນ​ການດີຫຼາຍທີ່ນັກ ຮຽນຂອງຂ້າ​ພະ​ເຈົ້າໄດ້ກັບມາເຂົ້າຫ້ອງຮຽນຄືນ”. ທ່ານ​ຍັງ​ກ່າວ​ວ່າ: “ໃນລະຫວ່າງການປິດເມືອງ, ພວກເຮົາໄດ້ຕິດຕາມນັກຮຽນຂອງຕົນເປັນປະຈຳ. ໂຊກດີທີ່ພວກເຂົາ ແລະ ຄອບຄົວປອດໄພດີ.”

ໃນສປປລາວ, ໂຮງຮຽນຫຼາຍແຫ່ງໄດ້ຖືກນຳໃຊ້ເປັນສະຖາທີ່ກັກກັນ ສຳລັບຜູ້ທີ່ກັບມາຈາກປະເທດເພື່ອນບ້ານ. ຕາມຄຳແນະນຳ ກ່ຽວ​ກັບໂຮງຮຽນປອດໄພ, ໂຮງຮຽນໄດ້ມີ​ການຂ້າເຊື້ອ ແລະ ທຳ​ຄວາມ​ສະ​ອາດຢ່າງກວ້າງຂວາງ.

ທ່ານວຽງຈິດກ່າວວ່າ: “ເຖິງວ່າໂຮງຮຽນຂອງພວກເຮົາບໍ່ຖືກນຳໃຊ້ເປັນບ່ອນກັກກັນໃນຊ່ວງປິດເມືອງ, ແຕ່ວ່າ ພວກເຮົາກໍ່ບໍ່ລະ​ເລີຍຕໍ່ຄວາມປອດໄພຂອງພວກເຮົາ”. ທ່ານຍັງກ່າວຕື່ມວ່າ: “ໜຶ່ງອາທິດກ່ອນເປີດຮຽນຄືນໃໝ່, ພວກເຮົາສີດຢາຂ້າເຊື້ອໃນຫ້ອງຮຽນ ແລະ ສະຖານທີ່ອື່ນໆ. ເຊັ່ນດຽວກັນນັ້ນ, ພວກເຮົາໄດ້ຈັດສັນເວລາ 30 ນາທີໃນຕອນເຊົ້າເພື່ອກວດອຸນຫະພູມ ແລະ ຜູ້ທີ່ເປັນໄຂ້ຈະຖືກສົ່ງກັບເມືອ​ເຮືອນເພື່ອພັກຜ່ອນ,”.

Teacher and student
UNICEF Laos/2020/AKarki A teacher checks the temperature of students at Lycee School.
School cleaning
UNICEF Laos/2020/AKarki School premises being cleaned with disinfectant.

ໃນໂຮງຮຽນ, ນາງ​ເກດ​ສະ​ຫັວນ ພົບ​ກັບໝູ່ເພື່ອນຂອງຕົນ. ພວກເຂົາແລກ​ປ່ຽນປະສົບການຂອງຕົນໃນຊ່ວງ​ປິດ​ເມືອງ. ເພື່ອນນັກຮຽນຄົນ  ໜຶ່ງຂອງນາງ ຊື່​ລີ​ວາ ວ່າງ. ທ້າວ​ລີ​ວາ ແມ່ນຊົນເຜົ່າມົ້ງຈາກບ້ານຫ່າງໄກສອກຫຼີກໃນພາກເໜືອຂອງປະເທດ. ຫຼັງຈາກໂຮງຮຽນປິດ, ລາວໄດ້ກັບໄປບ້ານຂອງຕົນ.

A student
UNICEF Laos/2020/AKarki 18-year-old Leewa Wang cannot wait to catch up on the classes missed and take his final examination.

ທ້າວ​ລີ​ວາ ແລກ​ປ່ຽນປະສົບການຂອງຕົນ​ວ່າ: “ຂ້ອຍບໍ່ມີເວລາພຽງພໍເພື່ອ​ຮ່ຳຮຽນຢູ່ບ້ານ. ຂ້ອຍໄດ້ຊ່ວຍຄອບຄົວຂອງຂ້ອຍຢູ່ໄຮ່ສວນໝົດມື້”. “ເວົ້າ​ຄວາມ​ຈິງແລ້ວ, ຂ້ອຍຢ້ານກົວແທ້ໆ ຍ້ອນຄວາມບໍ່ແນ່ນອນຂອງການແຜ່ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຂ້ອຍວາງແຜນວ່າຈະສະໝັກຂໍທຶນການສຶກສາຂັ້ນວິທະຍາໄລ. ຂ້ອຍຄິດວ່າຂ້ອຍຈະສູນເສຍທຸກຢ່າງໄປ​ແລ້ວ.”  

ດ້ວຍຄວາມ​ໂລ່ງ​ໃຈຂອງລາວ, ດຽວນີ້ຫ້ອງຮຽນໄດ້ເລີ່ມຕົ້ນໃໝ່ແລ້ວ ແລະ ໄດ້ກຳນົດວ່າຈະດຳເນີນການສອບເສັງໃນທ້າຍເດືອນກໍລະກົດນີ້. ທັງຄູອາຈານ ແລະ ນັກຮຽນ​ກໍ​ລ້ວນ​ແຕ່ມີຄວາມໝັ້ນໃຈວ່າ ພວກເຂົາມີເວລາພຽງພໍ ເພື່ອຄວບ​ຄຸມເວລາທີ່ສູນເສຍໄປ ແລະ ກຽມຕົວເຂົ້າໃນການສອບເສັງ.

ທ່ານນາງໄພ​ວອນ ສີ​ວິ​ໄລ, ຄູອາຈານສອນ​ວິ​ຊາຟີຊິກ ຊັ້ນມໍ 5 ກ່າວວ່າ: “ພວກເຮົາໄດ້ດຳເນີນການສອນທາງອິນເຕີເນັດ ເພື່ອຮັບ ປະກັນວ່າ ການສຶກສາຂອງນັກຮຽນຈະບໍ່ໄດ້ຂາດສະ​ບັ້ນ. ນາງຍັງກວດກາເບິ່ງສະພາບຈິດໃຈ ແລະ ຄວາມຮູ້ສຶກຂອງພວກເຂົາ ໃນໄລຍະປິດ​ເມືອງ​ອີກ​ດ້ວຍ. ນາງ​ຍັງ​ກ່າວ​ວ່າ: "ຂ້າພະເຈົ້າດີໃຈທີ່ເຫັນວ່າ ພວກເຂົາທຸກຄົນມີຈິດໃຈດີ ແລະ ຂ້ອຍເຊື່ອໝັ້ນວ່າ ພວກເຮົາຈະຮຽນຈົບຕາມຫຼັກສູດຂອງພວກເຮົາ ແລະ ກຽມພ້ອມທີ່ຈະໄປສອບ​ເສັງໃນໄວໆນີ້."

ສິ່ງທ້າທາຍອັນດຽວເທົ່າ​ນັ້ນ ທີ່ນາງຄິດວ່າພວກເຂົາອາດຈະມີ ອີງ​ຕາມ​ຄຳ​ແນະ​ນຳໃໝ່ ແມ່ນການສົ່ງເສີມໃຫ້​ຮັກ​ສາ​ໄລ​ຍະ​ຫ່າງທາງສັງຄົມໃນໂຮງຮຽນໃຫຍ່ຄືແນວນີ້ ຊຶ່ງມີຄວາມສາມາດບັນ​ຈຸທັງໝົດ 3,000 ຄົນ. ແຕ່ນາງສັນຍາວ່າຄູອາ​ຈານທຸກຄົນຈະພະຍາ ຍາມຈົນສຸດຄວາມສາມາດຂອງ​ຕົນ.

A teacher
UNICEF Laos/2020/AKarki Grade 10 Physics Teacher Ms Phaivone Silivay says she is confident that children will be ready to take their final exam by July.

ອົງການຢູນິເຊັບ ແລະ ບັນດາຄູ່ຮ່ວມພັດທະນາໄດ້ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ, ແລະ ກະຊວງສາທາລະນະສຸກໃນການຕອບໂຕ້ຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ ນັບຕັ້ງແຕ່ມື້ທຳອິດ ໃນສປປລາວ. ອົງການຢູນິເຊັບໄດ້ສະໜັບສະໜູນ ສປປລາວ ດ້ວຍການສະໜອງອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໃຫ້ແກ່ພະນັກງານສາທາລະນະສຸກ, ສົ່ງເສີມການປະຕິບັດຕົວ​ຈິງການຮັກ​ສາອະນາໄມ, ຝຶກອົບຮົມນັກຂ່າວກ່ຽວກັບ ພະຍາດໂຄວິດ-19 ແລະ ເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ປະ​ເພ​ນີ ແລະ ສື່ດີຈີຕອນ. ຫ່​ວາງມໍ່ໆ​ມານີ້, ອົງການຢູນິເຊັບໄດ້ສະໜັບສະໜູນ ຂະ​ບວນການໂຄສະນາກ່ຽວ​ກັບ​ການກັບຄືນສູ່ໂຮງຮຽນ ເຊິ່ງປະ ກອບມີການສົ່ງຂໍ້ຄວາມຜ່ານເຄືອຂ່າຍອົງ​ການບໍ່​ແມ່ນ​ລັດ​ຖ​ະບານ (INGO) ແລະ ກຸ່ມຄູອາຈານ, ໄດ້ແຈກຢາຍໂປສເຕີໃຫ້ທຸກໂຮງ ຮຽນໃນລາວ, ແລະ ນຳໃຊ້ສື່ດິຈິຕອນ ແລະ ສື່​ປະ​ເພ​ນີ ເພື່ອເຜີຍ​ແຜ່ຂໍ້ມູນເພີ່ມເຕີມໃຫ້ພໍ່ແມ່, ຄູ ແລະ ນັກຮຽນ.