ກິດຈະກຳການອ່ານໃຫ້ທຸກຄົນໄດ້ຟັງ

ຍ້ອນວ່າມີຫຼາຍໂຮງຮຽນໄດ້ຊ່ວຍຢຸດການແຜ່ລະບາດຂອງພະຍາດໂຄວິດ-19, ນີ້ແມ່ນບາງວິທີທີ່ພໍ່ແມ່, ຄູ ແລະ ໂຮງຮຽນສາມາດຮັກສາເດັກນ້ອຍນັກຮຽນເຮົາໄດ້.

UNICEF Laos
06 ພຶດສະພາ 2020

ການອ່ານປື້ມໃຫ້ເດັກນ້ອຍຊ່ວຍໃຫ້ພວກເຂົາເຈົ້າເຂົ້າໃຈພາສາ ແລະ ເປັນການກະຕຸ້ນສະໝອງຂອງພວກເຂົາເປັນຢ່າງດີ. ໃນລະຫວ່າງການປິດໂຮງຮຽນຢູ່ບ້ານ, ການອ່ານສາມາດຢໍ້າເຕືອນເດັກນ້ອຍ ແລະ ຊາວໜຸ່ມວ່າ ຄຸນປະໂຫຍດຂອງປື້ມນັ້ນແມ່ນມີມະຫາສານ ແລະ ບໍ່ມີຈຳກັ

UNICEF Lao PDR

ຂອບໃຈ ນ້ອງ ນິນທິດາ ລັດຕະນາ ອາຍຸ 8 ປີ ຮຽນຢູ່ໂຮງຮຽນຮາກແກ້ວ ທີ່ສົ່ງການເລົ່ານິທານເລື້ອງ ໂຕນົກ ແລະ ໂຕເຜີ້ງ ມາໃຫ້ໝູ່ໄດ້ຟັງນຳ.

-

ໃນຂະນະທີ່ໂຮງຮຽນຖືກປິດຍ້ອນການປ້ອງກັນພະຍາດ, ຊາກິ ອາຍຸ 12 ປີ ກຳລັງໃຊ້ເວລາໂດຍການອ່ານເລື່ອງທີ່ລາວມັກທີ່ສຸດ 'A suitcase full of Ghost'. 

-

ນ. ເທວາພອນ ຈັນທະຈັກ (ກະຕູນ) ອາຍຸ 5ປີ ຮຽນຢູ່ ໂຮງຮຽນ ນິຣະດາ ກຳລັງຝືກການອ່ານປື້ມເລື້ອງຢູ່ເຮືອນ ຊື່ວ່າ “ຂ້ອຍຮັກພໍ່ຂອງຂ້ອຍ”.

-

ບູນຮັກສາ ອ່ານນີທານ ເລື້ອງ 'Ghost' ກັບແມ່ຂອງລາວ ໃນຊ່ວງພັກຢູ່ເຮືອນ.

-

 ມານະ ອ່ານນີທານ ເລື້ອງ 'A Happy Little Monkey' ເປັນພາສາອັງກິດ ແລະ ພາສາລາວ.

-

ເພັດສະດາພອນ ພົມມະວົງ ອາຍຸ15 ປີ ມາເລົ່ານິມານເລື້ອງ "Drake the magical dragon" ໃນຕອນຢູ່ເຮືອນໃນຊ່ວງໂຄວິດ19. 

-

ອາລຸນໄຊ ວົງສຳພັນ ອາຍຸ 5 ປີ ມາເລົ່ານິມານເລື້ອງ "Fish finds a home" . 

-

ນ້ອງ ຈັນທິດາ ແກ້ວລະຄອນ ອາຍຸ 10 ປີ ໃບ້ເວລາຢູ່ບ້ານໃນການອ່ານປຶ້ມຊື່ວ່າ ຜະຈົນໄພໃກ້ບ້ານ.

-