ເປີດຂະບວນການສັກວັກຊີນປ້ອງກັນມະເຮັງປາກມົດລູກ ໃນ ສປປ ລາວ
ເດັກຍິງ 360,000 ຄົນຈະໄດ້ຮັບການປ້ອງກັນຈາກພະຍາດ ຫຼັງຈາກໄດ້ຮັບວັກຊີນກັນມະເຮັງປາກມົດລູກ HPV
- ສາມາດມີໃນ:
- English
- ລາວ
ນະຄອນຫຼວງວຽງຈັນ, ວັນທີ 4 ມີນາ 2020 - ຫຼັງຈາກການສະເໜີແນະນຳ ວັກຊີນມະເຮັງປາກມົດລູກ (Human Papillomavirus - HPV), ບັນດາເດັກຍິງທົ່ວ ສປປ ລາວ ຈະໄດ້ຮັບການປ້ອງກັນຈາກໜຶ່ງ ໃນບັນດາພະຍາດທີ່ເປັນອັນຕະລາຍເຖິງຊີວິດໃນປະເທດ - ນັ້ນແມ່ນມະເຮັງປາກມົດລູກ. ວັກຊີນປ້ອງກັນມະເຮັງປາກມົດລູກໄດ້ຖືກບັນຈຸເຂົ້າໃນຕາຕະລາງການສັກຢາກັນພະຍາດແຫ່ງຊາດຂອງ ສປປ ລາວ. ໃນມື້ນີ້ໂດຍເປັນປະທານ ຂອງ ທ່ານ ບຸນວັນ ຈະສົ່ວເກົ້າ, ຮອງເຈົ້າເມືອງໄຊທານີ, ນະຄອນຫຼວງວຽງຈັນ. ວັກຊີນເຂັມ ທຳອິດຖືກສັກໃນມື້ນີ້ທີ່ໂຮງຮຽນສົມປັນຍາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ຈະໄດ້ມີການສະໜອງວັກຊີນມະເຮັງປາກມົດລູກ ໃຫ້ບັນດາໂຮງຮຽນໃນທົ່ວປະເທດ ແລະ ຈະສະໜອງ ໃຫ້ ເດັກຍິງອາຍຸ 10-14 ປີ ຈໍານວນ 360, 000 ຄົນ ໂດຍບໍ່ຈຳແນກວ່າ ພວກເຂົາຈະເຂົ້າໂຮງຮຽນ ຫຼື ອອກໂຮງຮຽນແລ້ວກໍ່ຕາມ. ວັກຊີນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກ ອົງການ Gavi, ພັນທະມິດວັກຊີນ ແລະ ລັດຖະບານແຫ່ງ ສປປ ລາວ. ອົງການອະນາໄມໂລກ (WHO), ອົງການຢູນີເຊັບ (UNICEF) ແລະ ບັນດາຄູ່ຮ່ວມງານ ທີ່ໄດ້ສະໜັບສະໜູນ ກະຊວງສາທາລະນະສຸກ ແລະ ກະ ຊວງສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດ.
ໃນງານພິທີເປີດດັ່ງກ່າວ, ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ກ່າວວ່າ: "ນີ້ແມ່ນເຫດການຄັ້ງປະຫວັດສາດ ສໍາລັບ ສປປ ລາວ ໃນການປັບປຸງສຸຂະພາບຂອງແມ່ຍິງໃຫ້ດີຂຶ້ນ. ປະຈຸບັນນີ້, ພວກເຮົາ ກຳລັງປະເຊີນກັບຄວາມສ່ຽງຕໍ່ມະເຮັງປາກມົດລູກ. ຂ້າພະເຈົ້າ, ຂໍຮຽກຮ້ອງມາຍັງສະມາຊິກຊຸມຊົນ ແລະ ຜູ້ນຳທຸກຄົນ ຕ້ອງຮັບປະກັນວ່າ ຈະນຳເອົາວັກຊີນໃນການຮັກສາຊີວິດນີ້ ໄປເຖິງເດັກຍິງທຸກໆຄົນ.” ມີຫຼາຍໆປະເທດໃນທົ່ວໂລກສາມາດລວມເອົາວັກຊີນມະເຮັງປາກມົດລູກເຂົ້າໃນຕາຕະລາງຫສັກຢາກັນພະຍາດແຫ່ງຊາດຂອງຕົນ ແລະ ສປປ ລາວ ເອງກໍ່ເປັນປະເທດກຳລັງລິເລີ້ມໃນອາຊີ ທີ່ໄດ້ແນະນຳສະເໜີ ວັກຊີນນີ້ເຂົ້າໃນການໃຫ້ວັກຊີນກັນພະຍາດແຫ່ງຊາດໃນຮອບແບບປົກກະຕິ.
ທ່ານ ນາງ ອານຸຣາດາ ກຸບຕາ Anuradha Gupta, ຮອງຜູ້ອຳນວຍການໃຫຍ່ Gavi, ພັນທະມິດວັກຊີນ Vaccine Alliance ກ່າວວ່າ: "ມື້ນີ້ເປັນມື້ສຳຄັນ ສຳລັບເດັກຍິງໃນທົ່ວ ສປປ ລາວ. ການສະເໜີແນະນຳ ວັກຊີນມະເຮັງປາກມົດລູກ ເປັນພື້ນຖານສຳລັບອະນາຄົດທີ່ມີສຸຂະພາບແຂງແຮງດີ ແລະ ປະສົບຜົນສຳເລັດ ສຳລັບເດັກຍິງຫຼາຍແສນຄົນ. ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງລັດຖະບານ ແລະ ຄູ່ຮ່ວມງານທີ່ເປັນພັນທະມິດ ຂອງ Gavi ຕໍ່ວຽກງານທີ່ພວກເຂົາໄດ້ປະຕິບັດ ເພື່ອເຮັດໃຫ້ການນຳໃຊ້ວັກຊີນຊ່ວຍຊີວິດນີ້ ເປັນໄປໄດ້ ແລະ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃນທົ່ວປະເທດຈົ່ງຮັບປະກັນວ່າ ລູກສາວຂອງຕົນ ໄດ້ຮັບການປົກປ້ອງຈາກການເສຍຊິວິດຈາກມະເຮັງປາກມົດລູກ."
ມະເຮັງປາກມົດລູກ ຈັດເປັນມະເຮັງອັນດັບແຖວໜ້າ ໃນກຸ່ມແມ່ຍິງ ໃນ ສປປ ລາວ. ໃນແຕ່ລະປີ ມີແມ່ຍິງລາວປະມານ 320 ຄົນ ປ່ວຍເປັນມະເຮັງປາກມົດລູກ ແລະ ຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນດັ່ງກ່າວນີ້ໄດ້ເສຍຊີວິດ. ໄດ້ມີການສະໜອງວັກຊີນມະເຮັງປາກມົດລູກໃຫ້ແກ່ເດັກຍິງໄວໜຸ່ມ ກວ່າ 70% ແລ້ວ ເພື່ອສ້າງພູມຕ້ານທານກັບວັກຊີນປ້ອງກັນມະເຮັງປາກມົດລູກ (HPV) ປະເພດຕ່າງໆ ທີ່ເປັນສາເຫດພາໃຫ້ເປັນມະເຮັງປາກມົດລູກ. ການສຶກສາຄົ້ນຄ້ວາທີ່ໄດ້ດຳເນີນທັງຢູ່ໃນຫຼາຍປະເທດກຳລັງພັດທະນາ ແລະ ປະເທດທີ່ພັດທະນາແລ້ວ, ພົບວ່າ ວັກຊີນມະເຮັງປາກມົດລູກ ມີຄວາມປອດໄພ ແລະ ມີປະສິດຕິຜົນດີ. ໄດ້ມີການແຈກຢາຍ ວັກຊີນປ້ອງກັນມະເຮັງປາກມົດລູກ ຈຳນວນ 300 ລ້ານກວ່າ ໂດສ໌ ໃນໂລກ ແລະ ໄດ້ຮັບການບໍລິຫານຢ່າງປອດໄພ.
ສປປ ລາວ ໄດ້ປະສົບຜົນສຳເລັດ ໃນດຳເນີນໂຄງການສາທິດການໃຫ້ວັກຊີນປ້ອງກັນມະເຮັງປາກມົດລູກ ແຕ່ ປີ 2013 ເຖິງ ປີ 2015 ໂດຍມີເດັກຍິງ ເກືອບ 15,000 ຄົນ ໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ໄດ້ຮັບວັກຊີນປ້ອງກັນມະເຮັງປາກມົດລູກ, ຊຶ່ງບັນລຸເຖິງ 94% ແລະ ກວມເອົາ 97% ຕາມລໍາດັບ. ວັກຊີນມະເຮັງປາກມົດລູກນີ້ ກຳລັງຈະໄດ້ນຳໃຊ້ໃນທົ່ວ ສປປ ລາວ ໃນປີ 2020. ເພື່ອໃຫ້ໄດ້ຮັບການປົກປ້ອງຢ່າງເຕັມສ່ວນ, ເດັກຍິງທີ່ມີເງື່ອນໄຂຕ້ອງໄດ້ສັກຢາວັກຊີນ HPV 2 ຄັ້ງ, ມີໄລຍະຫ່າງ 12 ເດືອນ. ທຸກໆໂຮງຮຽນໃນທົ່ວປະເທດຈະເຂົ້າຮ່ວມໃນຂະບວນການດັ່ງກ່າວ. ທ່ານ ດຣ ອົກຕາວຽນ ບີໂວນ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ກຳລັງຊ່ວຍປົກປ້ອງເຍົາວະຊົນ ແລະ ເດັກຍິງ ຊຶ່ງເປັນຄົນລຸ້ນຕໍ່ໄປ ຈາກມະເຮັງປາກມົດລູກ ໂດຍຜ່ານການໃຫ້ວັກຊີນປ້ອງກັນມະເຮັງປາກມົດລູກ. ທ່ານຍັງກ່າວຕື່ມອີກວ່າ: “ຍ້ອນວ່າມີການໃຫ້ວັກຊີນໃນໂຮງຮຽນ, ຂໍ້ລິເລີ່ມດັ່ງກ່າວໄດ້ເປັນຫຼັກຖານວ່າ ມີການຮ່ວມມືຢ່າງໃກ້ຊິດລະຫວ່າງຂະແໜງສຶກສາ ແລະ ຂະແໜງສາທາລະນະສຸກ ເພື່ອສົ່ງເສີມສະຫວັດດີພາບຂອງເດັກຍິງ,”.
ດຣ. ມາກ ຈາກົບ Mark Jacobs, ຜູ້ຕາງໜ້າ ອົງການອະນາໄມໂລກ ປະຈຳ ສປປ ລາວ ກ່າວວ່າ: "ວັກຊີນນີ້ ທັງມີຄວາມປອດໄພ ແລະ ມີປະສິດຕິຜົນສູງ ແລະ ຈະປ່ຽນແປງເຮັດໃຫ້ຊີວິດຂອງເດັກຍິງລາວໃຫ້ດີຂື້ນ, ຊ່ວຍຮັກສາຊີວິດຂອງພວກເຂົາຈາກການເປັນມະເຮັງປາກມົດລູກ."
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບ ອົງການຢູນິເຊບ UNICEF
ອົງການ ສປຊ ສຳລັບເດັກ ແມ່ນເຮັດວຽກຢູ່ໃນບາງພື້ນທີ່ທີ່ຫຍຸ້ງຍາກທີ່ສຸດໃນໂລກ, ເພື່ອໃຫ້ເຂົ້າເຖິງເດັກທີ່ຂາດໂອກາດຫຼາຍທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແດນ. ພວກເຮົາເຮັດວຽກກັບເດັກທຸກໆຄົນ, ທຸກໆບ່ອນເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ. ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບອົງການຢູນິເຊັບ UNICEF ແລະ ວຽກງານກ່ຽວກັບເດັກ ຂອງອົງການຢູ່ໃນ ສປປ ລາວ ສາມາດເບິ່ງໄດ້ ທີ່: http: //www.unicef.org/laos
ຕິດຕາມ Facebook, Twitter, YouTube ແລະ www.unicef.org