ຂະບວນການໃຫ້ວັກຊີນປ້ອງກັນມະເຮັງປາກມົດລູກ (HPV)
ອົງການຢູນິເຊັບ ເປັນຄູ່ຮ່ວມຂອງລັດຖະບານແຫ່ງສປປລາວ ໃນການຄຸ້ມຄອງວັກຊີນປ້ອງກັນມະເຮັງປາກມົດລູກ (HPV) ສຳລັບເດັກຍິງອາຍຸ 10-14 ປີ ໃນທົ່ວທຸກແຂວງ

- ສາມາດມີໃນ:
- English
- ລາວ
ໃນແຕ່ລະປີ, ມະເຮັງປາກມົດລູກໄດ້ເຂັນຂ້າແມ່ຍິງໃນທົ່ວໂລກປະມານ 266,000 ຄົນ ແລະ ຈຳນວນດັ່ງກ່າວຍັງນັບມື້ນັບເພີ່ມຂື້ນອີກ. ມະເຮັງປາກມົດລູກ ຍັງຈັດຢູ່ໃນອັນດັບທີ່ໜຶ່ງ ໃນສາເຫດທີ່ພາໃຫ້ເປັນມະເຮັງໃນບັນດາແມ່ຍິງ ໃນສປປລາວ ຊຶ່ງໃນແຕ່ລະປີ ມີແມ່ຍິງ 320 ໄດ້ຮັບການກວດພົບວ່າເປັນພະຍາດນີ້ ແລະ ມີພຽງເຄິ່ງໜຶ່ງຂອງຈຳນວນດັ່ງກ່າວລອດຊີວິດ. ບັນຫາທີ່ພົບເລື້ອຍທີ່ສຸດຂອງມະເຮັງ ແມ່ນມະເຮັງປາກມົດລູກ (HPV), ເຊິ່ງເປັນພະຍາດຕິດຕໍ່ທາງເພດສຳພັນ.


ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານແຫ່ງສປປລາວ ດ້ວຍການສະໜັບສະໜູນຈາກ GAVI, ອົງການຢູນີເຊັບ ແລະ ອົງການອະນາໄມໂລກ (WHO) ຈະເປັນຜູ້ຄຸ້ມຄອງຂະບວນການສັກຢາກັນມະເຮັງປາກມົດລູກ (HPV) ແຫ່ງຊາດ ໃນທົ່ວທຸກແຂວງຂອງປະເທດ.
ຂະບວນການໃຫ້ວັກຊີນກັນພະຍາດແຫ່ງຊາດໄດ້ຈັດຂື້ນໃນວັນທີ 4 ມີນາ 2020 ທີ່ນະຄອນຫຼວງວຽງຈັນ, ໂດຍມີເປົ້າໝາຍໃຫ້ເຂົ້າເຖິງເດັກຍິງ 360.000 ຄົນ ອາຍຸ 10-14 ປີ. ເຖິງແມ່ນວ່າ ການໃຫ້ວັກຊີນຈະດຳເນີນໄປໃນໂຮງຮຽນ, ແຕ່ກໍ່ຈະໄປເຖິງເດັກຍິງທີ່ບໍ່ໄດ້ເຂົ້າໂຮງຮຽນອີກດ້ວຍ ເພື່ອຮັບປະກັນວ່າບໍ່ມີຜູ້ໃດຖືກປະໄວ້ເບື້ອງຫຼັງ.



ຈະໃຫ້ວັກຊີນນີ້ ໂດຍຕໍ່ເນື່ອງກັນ 2 ຄັ້ງ ຫ່າງກັນ 12 ເດືອນ ສຳລັບເດັກຍິງທີ່ສົມຄວນໄດ້ຮັບທັງໝົດ. ໂຮງຮຽນໃນທົ່ວປະ ເທດຈະເຂົ້າຮ່ວມໃນວຽກງານນີ້ ນັບແຕ່ເດືອນມີນາ 2020 ເປັນຕົ້ນໄປ. ດ້ວຍການໃຫ້ວັກຊີນປ້ອງກັນມະເຮັງປາກມົດລູກ (HPV) ນີ້, ລັດຖະບານແຫ່ງສປປລາວ ກຳລັງຊ່ວຍປົກປ້ອງເດັກ ແລະ ເຍົາວະຊົນເພດຍິງ ຊຶ່ງແມ່ນຄົນລຸ້ນຕໍ່ໄປ ເພື່ອຕ້ານກັບ ມະເຮັງປາກມົດລູກ.

ວັກຊີນນີ້ປອດໄພ ແລະ ມີປະສິດຕິຜົນ ແລະ ຈະປ່ຽນແປງຊີວິດຂອງເດັກຍິງລາວຫຼາຍຄົນໃຫ້ດີຂື້ນ, ຊ່ວຍກອບກູ້ພວກເຂົາອອກຈາກການເປັນໂຣກມະເຮັງປາກມົດທີ່ສາມາດເສຍຊິວິດໄດ້ ທີ່ອາດຈະເກີດຂຶ້ນໃນອະນາຄົດ.