ອົງການ USAID ສະໜັບສະໜູນ ກະຊວງສາທາລະນະສຸກ ໃນການຜັນຂະຫຍາຍການສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ

ອົງການ USAID, ດ້ວຍການສະໜັບສະໜູນຈາກ ອົງການຢູນິເຊັບ, ໄດ້ມອບອຸປະກອນລະບົບຄວາມເຢັນເກັບຮັກສາວັກຊີນ ເເລະ ອຸປະກອນໄອທີ ໃຫ້ເເກ່ ກະຊວງສາທາລະນະສຸກ ເພື່ອປະກອບສ່ວນເຂົ້າໃນວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ຂອງ ສປປ ລາວ.

29 ມີຖຸນາ 2022
Handover
UNICEF Laos/2022/MPhetxayyabouth

ນະຄອນຫຼວງວຽງຈັນ, ວັນທີ 29 ມິຖຸນາ 2022 – ໃນມື້ນີ້, ອົງການພັດທະນາສາກົນຂອງ ສະຫະລັດອາເມລິກາ (USAID) ໄດ້ມອບອຸປະກອນລະບົບຄວາມເຢັນເກັບຮັກສາວັກຊີນ ເເລະ ອຸປະກອນໄອທີ ມູນຄ່າປະມານ 150,000 ໂດລາສະຫະລັດ ໃຫ້ເເກ່ ກະຊວງສາທາລະນະສຸກ ຢ່າງເປັນທາງການ ເພື່ອຊ່ວຍຜັນຂະຫຍາຍວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍສະເພາະໃນຊຸມຊົນຫ່າງໄກສອກຫຼີກ.

ພິທີມອບຮັບອຸປະກອນດັ່ງກ່າວ, ເຊີ່ງ​ສະ​ໜັບ​ສະ​ໜູນໂດຍ ອົງການຢູນິເຊັບ, ເເມ່ນໄດ້ຈັດຂຶ້ນທີ່ ຫ້ອງການໂຄງການສັກຢາກັນພະຍາດແຫ່ງຊາດ ເເລະ ເຂົ້າຮ່ວມໂດຍ ທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ທ່ານ ຄາເລີນ ຮີວ, ວ່າການເເທນຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ, ເເລະ ທ່ານນາງ ຣິເອະ ທາເຄຊຶ, ວ່າການເເທນຫົວຫນ້າ ພະແນກ ສຸຂະພາບ, ອົງການຢູນິເຊັບ ປະຈໍາ ສປປ ລາວ.

ໃນງານພິທີມອບຮັບດັ່ງກ່າວ, ທ່ານ ດຣ. ພອນປະເສີດ ອຸນາພົມ ໄດ້ສະເເດງຄວາມຂອບໃຈໄປຍັງ ອົງການ USAID ເເລະ ລັດຖະບານ ສະຫະລັດອາເມລິກາ ສຳລັບການຊ່ວຍເຫຼືອ, ພ້ອມດ້ວຍ ອົງການຢູນິເຊັບ ທີ່ໄດ້ໃຫ້ການສະໜັບສະໜູນເເກ່ວຽກງານສັກວັກຊີນໃນໄລຍະການເເຜ່ລະບາດຂອງພະຍາດ. ທ່ານ ດຣ. ພອນປະເສີດ ອຸນາພົມ ໄດ້ກ່າວວ່າ: “ດ້ວຍການຊ່ວຍເຫຼືອຈາກຄູ່ຮ່ວມມືສາກົນຂອງພວກເຮົາ, ສປປ ລາວ ສາມາດບັນລຸອັດຕາປົກຄຸມການສັກວັກຊີນໄດ້ຫຼາຍພໍສົມຄວນ ເເລະ ການສະໜັບສະໜູນຈາກ ອົງການ USAID ເປັນການປະກອບສ່ວນອັນສຳຄັນອີກອັນໜຶ່ງໃຫ້ແກ່ວຽກງານຂອງພວກເຮົາ ເພື່ອຮັບປະກັນວ່າ ເດັກນ້ອຍ, ແມ່ ແລະ ທຸກຄອບຄົວ ສາມາດເຂົ້າເຖີງການບໍໍລິການສັກວັກຊີນໄດ້. ທັ້ງໝົດນີ້ກໍ່ເພື່ອປູເສັນທາງໄປສູ່ການບັນລຸເປົ້າໝາຍການໃຫ້ວັກຊີນກັນພະຍາດໂຄວິດ-19 ໃນທົ່ວປະເທດ.”

ອຸປະກອນລະບົບຄວາມເຢັນເກັບຮັກສາວັກຊີນທີ່ໄດ້ມອບນັ້ນປະກອບມີ: ກ່ອງເຢັນເກັບຮັກສາວັກຊີນ ຈຳນວນ 135 ກ່ອງ ເພື່ອຊ່ວຍໃນການຂົນສົ່ງວັກຊີນຈາກສາງ, ພ້ອມດ້ວຍ ກ່ອງບັນຈຸວັກຊີນເເບບບໍ່ຕ້ອງການແຊ່ແຂງ ຈຳນວນ 2000 ກ່ອງ ເພື່ອຊ່ວຍພະນັກງານສາທາລະນະສຸກໃນການຂົນສົ່ງວັກຊີນໄປຈຸດສັກວັກຊີນຕ່າງໆ. ນອກຈາກນີ້, ກ່ອງເຢັນເກັບຮັກສາວັກຊີນທີ່ມອບໃຫ້ນັ້ນ ຍັງສາມາດນຳໃຊ້ເພື່ອເກັບຮັກສາວັກຊີນໃນກໍລະນີສູກເສີນອີກດ້ວຍ, ເຊັ່ນ ໃນກໍລະນີຕູ້ເຢັນເກັບວັກຊີນບໍ່ເຮັດວຽກ. ພ້ອມດຽວກັນ, ອຸປະກອນໄອທີ ມອບໂດຍ ອົງການ USAID ນັ້ນປະກອບມີ: ເຄື່ອງແທັບເລັດ 245 ໜ່ວຍ ເເລະ ຊຸດຄອມພິວເຕີ  ແລະ ເຄື່ອງພິມ 21 ຊຸດ ເພື່ອຊ່ວຍສ້າງຄວາມເຂັ້ມເເຂງໃນການຄຸ້ມຄອງ ແລະ ເກັບກຳຂໍ້ມູນກ່ຽວກັບການສັກວັກຊີນ, ການກວດກາວຽກງານຢູ່ຈຸດສັກວັກຊີນ ແລະ ສະໜັບສະໜູນພະນັກງານສາທາລະນະສຸກໃນການເຂົ້າເຖິງ​ສື່ການຮຽນ ເເລະ ພັດທະນາທັກສະເເບບດິຈິຕອລຕ່າງໆ.

“ອຸປະກອນທີ່ໄດ້ມອບໃນມື້ນີ້ ຈະຊ່ວຍສະໜັບສະໜູນ ກະຊວງສາທາລະນະສຸກ ໃນການເສີມສ້າງລະບົບຄວາມເຢັນສຳລັບການຂົນສົ່ງວັກຊີນ ແລະ ລະບົບຂໍ້ມູນ ທີ່ເປັນໂຄງສ້າງໃຫ້ເເກ່ວຽກງານສັກວັກຊີນທັງໝົດຂອງ ສປປ ລາວ,” ກ່າວໂດຍ ທ່ານ ຄາເລີນ ຮີວ, ວ່າການເເທນຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ. ທ່ານຍັງໄດ້ສະເເດງຄວາມຊົມເຊີຍກັບ ກະຊວງສາທາລະນະສຸກ ໃນການຮັບມືກັບພະຍາດ ໂຄວິດ-19 ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືກັນໃນການຮັບມືກັບພະຍາດດັ່ງກ່າວ: "ພວກເຮົາໄດ້ເຫັນເເລ້ວເຖີງພະລັງຂອງການຮ່ວມມືກັນໃນໄລຍະການແຜ່ລະບາດຂອງພະຍາດ ໃນການຮັກສາຄວາມປອດໄພຂອງປະຊາຊົນລາວ. ສະຫະລັດອາ​ເມລິກາ ມີຄວາມພາກພູມໃຈທີ່ໄດ້ມີສ່ວນຮ່ວມໃນການສະໜັບສະໜູນການແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 ຕໍ່ກັບຊີວິດຂອງປະຊາຊົນລາວ."

ການມອບອຸປະກອນໃນຄັ້ງນີ້ ເປັນສ່ວນໜຶ່ງຂອງການຊ່ວຍເຫຼືອໂດຍລວມຕໍ່ກັບການຮັບມືກັບພະຍາດ ໂຄວິດ-19 ຂອງ ສປປ ລາວ ຈາກອົງການ USAID ໂດຍຜ່ານ ອົງການຢູນິເຊັບ, ເຊີ່ງໃນນີ້ລວມເຖິງການຊ່ວຍເຫຼືອ 1,4 ລ້ານ ໂດລາສະຫະລັດ ໃຫ້ແກ່ ອົງການຢູນິເຊັບ ທີ່ຜ່ານມາເພື່ອສະໜັບສະໜຸນກະຊວງສາທາລະນະສຸກ ໃນການຕິດຕາມ ເເລະ ກວດກາ ລະບົບຄວາມ​​ເຢັນເກັບຮັກສາວັກຊີນ, ການ​ສື່​ສານ​ກັບ​ຊຸມ​ຊົນ​ເພື່ອສ້າງຄວາມເຂົ້າໃຈຕໍ່ການສັກວັກຊີນ ເເລະ ຕິດຕາມເຫດການປະຕິປັກພາຍຫຼັງການ​ສັກວັກຊີນ. ກ່ອນໜ້ານີ້ ອົງການ USAID ກໍຍັງໄດ້ໃຫ້ການຊ່ວຍເຫຼືອ 2 ລ້ານ ໂດລາສະຫະລັດ ໃຫ້ແກ່ ອົງການຢູນິເຊັບ ແລະ ອົງການອານາໄມໂລ ເພື່ອການຈັດຕັ້ງປະຕິບັດງານຂອງຈຸດເກັບຮັກສາວັກຊີນຕ່າງໆໃນແຂວງຫຼວງພະບາງ, ສາລະວັນ, ສະຫວັນນະເຂດ, ອຸດົມໄຊ, ຈຳປາສັກ ແລະ ວຽງຈັນ, ເຊີ່ງມາ​ຮອດ​ປະຈຸ​ບັນເເມ່ນໄດ້ຈັດ​ສົ່ງ ​ແລະ ຕິດ​ຕັ້ງ ອຸປະກອນລະບົບຄວາມ​​ເຢັນເກັບຮັກສາວັກຊີນ​ ​ຢູ່​ບັນດາ​ແຂວງ​ດັ່ງກ່າວເເລ້ວຈຳນວນ 588 ​ເຄື່ອງ, ​ໂດຍຜ່ານ​ການ​ສະໜັບສະໜູນ​ຂອງ ອົງການ USAID, ເພື່ອຊ່ວຍ​ໃຫ້​ບໍລິການ​ສັກ​​ວັກ​ຊີ​ນ​ໃນຂອບເຂດ​ທົ່ວ​ປະ​ເທດ​.

“ອົງການຢູນິເຊັບ ຂໍສະເເດງຄວາມຂອບໃຈໄປຍັງ ອົງການ USAID ສຳລັບການປະກອບສ່ວນອັນລໍ​້າຄ່ານີ້ຕໍ່ກັບຂະບວນການສັກວັກຊີນກັນພະຍາດໃນ ສປປ ລາວ. ວັກຊີນນັ້ນມີບົດບາດອັນສຳຄັນຕໍ່ການຫຼຸດຜ່ອນຈຳນວນກໍລະນີເຈັບປ່ວຍຮ້າຍເເຮງ ເເລະ ເສຍຊີວິດ ຈາກ ໂຄວິດ-19 ໃນປະຈຸບັນ, ເເລະ ບັນດາອຸປະກອນທີ່ໄດ້ມອບນັ້ນ ຈະຊ່ວຍຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖີງວັກຊີນໄດ້, ໂດຍສະເພາະຜູ້ທີ່ມີຄວາມສ່ຽງທີ່ສຸດ,” ກ່າວໂດຍ ທ່ານນາງ ຣິເອະ ທາເຄຊຶ, ວ່າການເເທນຫົວຫນ້າ ພະແນກ ສຸຂະພາບ, ອົງການຢູນິເຊັບ ປະຈໍາ ສປປ ລາວ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ຄາວີ ຫອມສົມບັດ
ຮັກສາການ ຫົວໜ້າຝ່າຍສື່ສານ
UNICEF
ໂທລະສັບ: +856 20 59 618 691
ອີເມວ: khomsombath@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook