ວັກຊີນກັນພະຍາດໂຄວິດ-19 ທີ່ຈັດສົ່ງໂດຍໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility) ໄດ້ມາຮອດ ສປປ ລາວ
ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊຸດທຳອິດ ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility), ໂດຍຮ່ວມມືກັນລະຫວ່າງ CEPI, Gavi, ອົງການຢູນີເຊັບ ແລະ ອົງການອະນາໄມໂລກ.
- English
- ລາວ
ນະຄອນຫຼວງວຽງຈັນ, 20 ມີນາ 2021 - ມື້ນີ້ ສປປ ລາວ ໄດ້ຮັບວັກຊິນກັນພະຍາດໂຄວິດ-19 ຊຸດທໍາອິດ ທີ່ຈັດສົ່ງໂດຍໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility) ໂດຍຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO).
ການຂົນສົ່ງດັ່ງກ່າວ ປະກອບມີວັກຊີນ AstraZeneca/Oxford ຈໍານວນ 132,000 ໂດສ ຜະລິດໂດຍສະຖາບັນ Serum ຂອງອິນເດຍ (SII) ແລະ ໄດ້ມີການຈັດສົ່ງທາງອາກາດຈາກເມືອງ Pune, ປະເທດອິນເດຍ ລົງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ວັກຊີນ AstraZeneca/Oxford ຊຸດນີ້ແມ່ນ ການຈັດສົ່ງຊຸດທຳອິດ ຂອງຈໍານວນວັກຊີນທັງໝົດ 480,000 ໂດສ ທີ່ໄດ້ວາງແຜນໄວ້ ທີ່ຈະຈັດສົ່ງໃຫ້ກັບ ສປປ ລາວ ຕາມແຜນລິເລີ່ມຂອງການສັກຢາກັນພະຍາດໂຄວິດ-19 ໃນປີນີ້ ເພື່ອໃຫ້ບັນລຸຂາດໝາຍການສັກຢາກັນພະຍາດໃຫ້ໄດ້ 20 ສ່ວນຮ້ອຍຂອງປະຊາກອນທັງໝົດ.
"ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງໂຄງການ COVAX Facility ແລະ ຄູ່ຮ່ວມງານຂອງພວກເຮົາ ອົງການກາວີ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ສຳລັບການສະໜັບສະໜູນຄັ້ງສໍາຄັນ ແລະ ມີຄຸນຄ່າຂອງພວກເຂົາເຈົ້າໃນການປະສານງານຈັດສົ່ງວັກຊີນກັນພະຍາດໂຄວິດ-19 ຊຸດທໍາອິດນີ້. ການມາຮອດຂອງວັກຊີນຄັ້ງນີ້ ຖືເປັນບາດກ້າວໜຶ່ງຂອງ ສປປ ລາວ ໃນການຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19,” ກ່າວໂດຍ ພະນະທ່ານ ຮສ. ປອ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ.
ອີງຕາມແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ, ການສັກຢາວັກຊີນ AstraZeneca/Oxford ຊຸດທຳອິດນີ້ ຈະນຳໄປໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອທຳການສັກຢາກັນພະຍາດໃຫ້ກຸ່ມບູລິມະສິດ ໃນປະເທດ ຜູ້ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ທີ່ມີແນວໂນ້ມທີ່ຈະເກີດອາການຮຸນແຮງຈາກການຕິດເຊື້ອ. ກຸ່ມບູລິມະສິດ ປະກອບມີບຸກຄະລາກອນທາງການແພດ, ຜູ້ສູງອາຍຸທີ່ມີອາຍຸຫຼາຍກວ່າ 60 ປີ ແລະ ຄົນທີ່ເປັນພະຍາດຊໍ້າເຮື້ອ. ລວມທັງ ບຸກຄະລາກອນທີ່ມີຄວາມສ່ຽງ ໂດຍອີງໃສ່ລັກສະນະຂອງວຽກ ແລະ ຄວາມສ່ຽງຕໍ່ການ ຕິດເຊື້ອພະຍາດໂຄວິດ-19 ເຊັ່ນ ບຸກຄະລາກອນທີ່ເຮັດວຽກຢູ່ເຂດສູນຈໍາກັດບໍລິເວນ.
ນອກເໜືອຈາກວັກຊີນດັ່ງກ່າວ, ສປປ ລາວ ຍັງໄດ້ຮັບເຂັມສັກຢາແບບພິເສດຈໍານວນ 84,000 ເຂັມ ແລະ ກ່ອງສໍາລັບຂີ້ເຫຍື້ອບໍ່ອະເຊື້ອ 840 ກ່ອງ, ເຊິ່ງໄດ້ຖືກໄດ້ຈັດຊື້ໂດຍ ອົງການຢູນິເຊັບ, ໃນມື້ວານນີ້ເຊັ່ນດຽວກັນເພື່ອຈະຊ່ວຍໃຫ້ລັດຖະບານແຫ່ງ ສປປ ລາວ ສາມາດເລີ່ມຈັດຕັ້ງປະຕິບັດການສັກວັກຊີນໃຫ້ກຸ່ມບູລິມະສິດຕາມລໍາດັບ.
ທ່ານນາງ Véronique Maeva Fages, ຜູ້ບໍລິຫານລະດັບສູງ ອົງການກາວີ ກ່າວວ່າ “ນີ້ແມ່ນຊ່ວງເວລາສຳຄັນຂອງ ສປປ ລາວ ແລະ ພາລະກິດຂອງໂຄງການ COVAX Facility ເພື່ອຊ່ວຍຢຸດຕິການແຜ່ລະບາດຂອງພະຍາດ ໂດຍການກະຈາຍອຸປະກອນສໍາລັບການສັກວັກຊີນເຫລົ່ານີ້ໃຫ້ທົ່ວໂລກ.” ທ່ານນາງ Fages ຍັງໄດ້ກ່າວຕື່ມອີກວ່າ “ພວກເຮົາຂໍສະແດງຄວາມຍິນດີກັບລັດຖະບານແຫ່ງ ສປປ ລາວ ສຳລັບການນຳພາທີ່ກ້າຫານ ແລະ ຄວາມມຸ່ງໝັ້ນ ໃນການປົກປ້ອງປະຊາຊົນລາວ ໃນໄລຍະການລະບາດຂອງພະຍາດ. ອົງການກາວີ ຫວັງວ່າວັກຊີນເຫລົ່ານີ້ຈະມີໄວ້ໃຫ້ ປະຊາຊົນທີ່ມີຄວາມສ່ຽງຫລາຍທີ່ສຸດ ສາມາດເຂົ້າເຖິງວັກເຊີນໄດ້ເທົ່າທີ່ຈະໄວໄດ້”.
ບັນດາປະເທດສະມາຊິກຄະນະກຳມະການຂອງອົງການກາວີ ທີ່ປະຈຳຢູ່ ສປປ ລາວ ມີດັ່ງນີ້: ປະເທດອົດສະຕາລີ, ປະເທດ ການາດາ, ສະຫະພາບເອີຣົບ, ປະເທດຝຣັ່ງເສດ, ປະເທດເຢຍລະມັນ, ປະເທດອິນເດຍ, ປະເທດຍີ່ປຸ່ນ, ປະເທດເກົາຫຼີ, ປະເທດລັກເຊມເບີກ, ປະເທດສະວິດເຊີແລນ, ປະເທດອັງກິດ ແລະ ສະຫະລັດອາເມລິກາ. ອົງການຈັດຕັ້ງສາກົນບໍ່ວ່າຈະເປັນ ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ແມ່ນໄດ້ສະໜັບສະໜູນ ສປປ ລາວ ໃນການຕອບໂຕ້ກັບພະຍາດໂຄວິດ-19 ໂດຍການກະກຽມຄວາມພ້ອມທາງກົງ ລະ ທາງອ້ອມ ສຳລັບການດໍາເນີນການສັກຢາກັນພະຍາດ.
ການຜະລິດວັກຊີນປ້ອງກັນພະຍາດທີ່ບໍ່ເຄີຍຮູ້ຈັກມາກ່ອນພາຍໃນເວລາບໍ່ຮອດໜຶ່ງປີ ແມ່ນຜົນສຳເລັດອັນໃຫຍ່ຫຼວງ ຂອງວິທະຍາສາດການແພດໃນທົ່ວໂລກ. ແລະ ໃຫ້ແນ່ໃຈວ່າທຸກໆປະເທດໃນໂລກສາມາດເຂົ້າເຖິງການສັກວັກຊີນຢ່າງຍຸດຕິທຳ ແລະ ເທົ່າທຽມກັນໂດຍຜ່ານໂຄງການ COVAX Facility ກໍແມ່ນອີກບັນຫາທີ່ສຳຄັນທີ່ສຸດ.
ທ່ານ ດຣ. Mark Jacobs, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ກ່າວວ່າ “ການມາຮອດຂອງວັກຊີນຈາກໂຄງການ COVAX Facility ແມ່ນໄດ້ເພີ່ມຄວາມເຂັ້ມແຂງຂອງ ສປປ ລາວ ໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະ ເປັນສັນຍາລັກແຫ່ງຄວາມສາມັກຄີລະຫວ່າງປະຊາຄົມສາກົນເພື່ອແກ້ໄຂວິກິດການໃນຄັ້ງນີ້. ວັກຊີນກັນພະຍາດໂຄວິດ-19ເຫຼົ່ານີ້ ໄດ້ກວດສອບຢ່າງລະອຽດຮອບຄອບໂດຍ ອົງການອະນາໄມໂລກ ແລະ ໄດ້ຖືກປະເມີນວ່າມີຄຸນນະພາບ, ປອດໄພ ແລະ ມີປະສິທິຜົນ; ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ ສປປ ລາວ ເຂົ້າເຖິງການສັກວັກຊີນໃນໄລຍະເວລາພຽງໜຶ່ງເດືອນຫຼັງຈາກທີ່ໄດ້ອອກລາຍຊື່ການນຳໃຊ້ສຸກເສີນ ໂດຍອົງການອະນາໄມໂລກ ໃນເດືອນກຸມພາທີ່ຜ່ານມາ” ທ່ານ ດຣ. Jacobs ຍັງກ່າວຕື່ມອີກວ່າ “ບໍ່ມີປະເທດໃດທີ່ຈະປອດໄພຈາກການລະບາດຂອງພະຍາດຈົນກວ່າທຸກປະເທດຈະໄດ້ຮັບການປົກປ້ອງ. ການມາຮອດຂອງວັກຊີນຈາກໂຄງການ COVAX ໃນ ສປປ ລາວ ໃນມື້ນີ້ ແມ່ນບາດກ້າວໃນທິດທາງທີ່ຖືກຕ້ອງໃນການບັນລຸເປົ້າໝາຍສູງສຸດ”
ວັກຊີນທີ່ຈະໃຊ້ໃນ ສປປ ລາວ ໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ ເຊິ່ງກະຊວງສາທາລະນະສຸກ - ກົມອາຫານ ແລະ ຢາ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງຕ່າງໆແລ້ວ. ວັກຊີນ AstraZeneca ທີ່ໄດ້ຮັບອະນຸຍາດໃຫ້ສະຖາບັນ Serum ຂອງອິນເດຍ ທີ່ໄດ້ສະໜອງຜ່ານໂຄງການ COVAX ໄດ້ຖືກອະນັດມັດໃຫ້ນໍາໃຊ້ສຸກເສີນ ໂດຍກະຊວງສາທາລະນະສຸກ ໃນວັນທີ 22 ກຸມພາ, ຫຼັງຈາກໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 15 ກຸມພາ.
“ນີ້ແມ່ນໂອກາດທີ່ສໍາຄັນສໍາລັບ ສປປ ລາວ ແລະ ເປັນຂີດໝາຍສໍາຄັນໃນການຮັບປະກັນການເຂົ້າເຖິງການສັກວັກຊີນໃນທົ່ວໂລກ. ອົງການຢູນິເຊັບ ມີຄວາມພາກພູມໃຈທີ່ໄດ້ມີບົດບາດນຳພາໃນການສະໜອງວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ແລະ ປະກອບສ່ວນເຂົ້າໃນການເສີມສ້າງຄວາມສາມາດຂອງປະເທດໃນການຈັດການກັບການລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ.” ກ່າວໂດຍທ່ານ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ແລະ ທ່ານຍັງໄດ້ກ່າວຕື່ມອີກວ່າ “ພວກເຮົາຂໍສະແດງຄວາມຂອບໃຈເປັນພິເສດຕໍ່ບັນດາຄູ່ຮ່ວມງານສຳລັບການປະກອບສ່ວນອັນສຳຄັນເຂົ້າຕໍ່ວຽກງານຂອງ ອົງການກາວີ ແລະ ໂຄງການ COVAX ເພື່ອນຳເອົາວັກຊີນເຂົ້າມາໃນ ສປປ ລາວ. ໃນຖານະຜູ້ສະໜອງວັກຊີນປ້ອງກັນພະຍາດທີ່ໃຫຍ່ທີ່ສຸດໃນປະເທດລາວ ເປັນເວລາຫຼາຍກ່ວາໜຶ່ງທົດສະວັດ, ອົງການຢູນິເຊັບຮັບຮູ້ເຖິງບົດບາດອັນສຳຄັນຂອງການຮ່ວມມືລະຫວ່າງທຸກພາກສ່ວນທີ່ກ່ຽວຂ້ອງເພື່ອທີ່ຈະສະຫນອງອຸປະກອນອັນສຳຄັນຕ່າງໆເພື່ອຊ່ວຍຊີວິດເດັກ.”
ການມາຮອດຂອງວັກຊີນໃນ ສປປ ລາວ ແມ່ນຂີດໝາຍສຳຄັນຂອງໂຄງການ COVAX Facility ໃນຄວາມພະຍາຍາມທີ່ບໍ່ເຄີຍມີມາກ່ອນໃນການຈັດສົ່ງວັກຊິນກັນພະຍາດໂຄວິດ-19 ຢ່າງໜ້ອຍຈໍານວນ 2 ຕື້ໂດສໃນທ້າຍປີ 2021, ເຫດການນີ້ຈະກາຍເປັນການຈັດຊື້ ແລະ ສະໜອງວັກຊີນທີ່ໃຫຍ່ທີ່ສຸດໃນປະຫວັດສາດ.
ໂຄງການວັກຊີນໂຄວິດ-19 ແມ່ນນຳພາໂດຍ ອົງການກາວີ, ອົງການພັນທະມິດເພື່ອວັກຊີນ, ອົງການອະນາໄມໂລກ, ອົງການອະນາໄມໂລກ ແລະ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ເຮັດວຽກຮ່ວມມືກັບອົງການຢູນິເຊັບ ລວມທັງທະນາຄານໂລກ, ອົງການຈັດຕັ້ງທາງສັງຄົມ, ຜູ້ຜະລິດ ແລະ ອື່ນໆ. ໂຄງການ COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ຫຼື Access to COVID-19 Tools Accelerator ເຊິ່ງເປັນການຮ່ວມມືລະດັບໂລກເພື່ອເລັ່ງການພັດທະນາ, ການຜະລິດ, ແລະການເຂົ້າເຖິງການທົດສອບ, ການຮັກສາ ແລະ ການສັກວັກຊີນທີ່ມີຄວາມສະເໝີພາບ.
ໂຄງການວັກຊີນໂຄວິດ-19 ໄດ້ພັດທະນາວັກຊີນຫລາກຫລາຍຊະນິດທີ່ເໝາະສົມກັບທີ່ຕັ້ງພູມລຳເນົາ ແລະ ປະຊາກອນຂອງແຕ່ລະພາກພື້ນ, ແລະ ກຳລັງຢູ່ໃນເສັ້ນທາງທີ່ຈະບັນລຸເປົ້າໝາຍທີ່ໄດ້ວາງໄວ້ໃນການຈັດສົ່ງວັກຊີນຢ່າງໜ້ອຍ 2 ຕື້ໂດສໃຫ້ແກ່ບັນດາປະເທດທີ່ມີລາຍຊື່ເຂົ້າຮ່ວມໃນທົ່ວໂລກໃນປີ 2021, ໃນນັ້ນມີຜູ້ໃຫ້ທຶນສະໜັບສະໜູນຢ່າງໜ້ອຍ 1,3 ຕື້ໂດສ ໃຫ້ແກ່ບັນດາລາຍຊື່ປະເທດທີ່ມີລາຍຮັບຕໍ່າຈໍານວນ 92 ປະເທດຂອງໂຄງການ COVAX Facility ທີ່ໄດ້ຮັບການສະໜັບສະໜູນ ຈາກໂຄງການ Gavi COVAX Advance Market Committee (AMC).
ບັນທຶກເຖິງບັນນາທິການ
ບັນຊີລາຍຊື່ຂອງຄໍາຫມັ້ນສັນຍາຂອງຜູ້ໃຫ້ທຶນກັບໂຄງການ Gavi COVAX AMC ແມ່ນສາມາດເຂົ້າອ່ານໄດ້ທີ່ນີ້.
ເຄື່ອງມືຕິດຕາມທຶນສະໜັບສະໜູນ ສຳລັບແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 (ACT Accelerator), ເຊິ່ງລວມມີລາຍລະອຽດຂອງການສະໜອງທຶນສຳລັບວັກຊີນກັນພະຍາດໂຄວິດ-19, ສາມາດຄົ້ນຫາໄດ້ທີ່ນີ້.
ກ່ຽວກັບ COVAX
COVAX, ເສົາຫຼັກວັກຊີນຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 (ACT), ແມ່ນໄດ້ຮັບການຮ່ວມມືໂດຍ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບໂລກລະບາດ (CEPI), ອົງການກາວີ (GAVI), ອົງການພັນທະມິດເພື່ອວັກຊີນ, ອົງການອະນາໄມໂລກ (WHO) - ເຮັດວຽກຮ່ວມມືກັບຜູ້ຜະລິດວັກຊີນໃນປະເທດທີ່ພັດທະນາແລ້ວ ແລະ ກຳລັງພັດທະນາ, ອົງການຢູນິເຊັບ, ທະນາຄານໂລກ ແລະ ອື່ນໆ. ນີ້ແມ່ນໂຄງການລິເລີ່ມລະດັບໂລກ ທີ່ເຮັດວຽກຮ່ວມກັບລັດຖະບານແຕ່ລະປະເທດ ແລະ ຜູ້ຜະລິດວັກຊີນເພື່ອຮັບປະກັນວ່າວັກຊິນກັນພະຍາດໂຄວິດ-19 ຈະມີໄວ້ໃຫ້ທົ່ວໂລກບໍ່ວ່າຈະເປັນປະເທດທີ່ມີລາຍຮັບສູງ ແລະ ລາຍຮັບຕໍ່ກໍຕາມ.
CEPI ແມ່ນໄດ້ສຸມໃສ່ການຄົ້ນຄວ້າ ແລະ ການພັດທະນາວັກຊີນກັນພະຍາດໂຄວິດ-19: ໂດຍການລົງທືນໃນການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາ (R&D) ຄຽງຄູ່ກັບບັນດາຜູ້ພັດທະນາວັກຊີນອື່ນໆ ດ້ວຍເປົ້າໝາຍໃນການສະໜັບສະໜູນການພັດທະນາວັກຊີນທີ່ປອດໄພ ແລະ ມີປະສິດຕິຜົນ 3 ຊະນິດ ໃຫ້ມີໄວ້ສຳລັບປະເທດທີ່ເຂົ້າຮ່ວມໃນໂຄງການ COVAX Facility. ພາກສ່ວນໜຶ່ງຂອງວຽກງານນີ້, CEPI ໄດ້ສິດທິເບື່ອງຕົ້ນໃນການປະຕິເສດວັກຊີນຈໍານວນ 1 ຕື້ກວ່າໂດສຂອງກຸ່ມ COVAX Facility, ແລະ ໄດ້ລົງທືນດ້ານຍຸດທະສາດໃນການຜະລິດວັກຊີນ, ເຊິ່ງປະກອບມີຄວາມສາມາດໃນການຜະລິດວັກຊີນກັນພະຍາດໂຄວິດ-19 ໃນເຄືອຂ່າຍຂອງກຸ່ມສະມາຊິກ, ແລະຮັບປະກັນແກ້ວຂອງເຂັມສັກຢາທີ່ໃຊ້ເພື່ອບັນຈຸວັກຊີນ ຈຳນວນ 2 ຕື້ໂດສ. CEPI ຍັງກຳລັງລົງທຶນໃສ່ "ຜູ້ຜະລິດວັກຊີນຮຸ່ນຕໍ່ໄປ", ເຊິ່ງຈະໃຫ້ທາງເລືອກເພີ່ມຕື່ມໃນໂລກເພື່ອຄວບຄຸມພະຍາດໂຄວິດ-19 ໃນອະນາຄົດ.
ອົງການ Gavi ໄດ້ສຸມໃສ່ການຈັດຊື້ ແລະ ຈັດສົ່ງວັກຊີນກັນພະຍາດໂຄວິດ-19: ປະສານງານວຽກງານອອກແບບ, ການຈັດຕັ້ງປະຕິບັດ ແລະ ການບໍລິຫານຂອງໂຄງການ COVAX Facility ແລະ ໂຄງການ Gavi COVAX AMC ແລະ ເຮັດວຽກຮ່ວມກັບບັນດາພັນທະມິດຂອງອົງການຢູນິເຊັບ ແລະ ອົງການອະນາໄມໂລກ, ພ້ອມດ້ວຍບັນດາລັດຖະບານ ກ່ຽວກັບຄວາມພ້ອມ ແລະ ການຈັດສົ່ງວັກຊີນໃຫ້ແຕ່ລະປະເທດ. ໂຄງການ COVAX Facility ແມ່ນກົນໄກການຈັດຊື້ແບບຄົບວົງຈອນທົ່ວໂລກ ສໍາລັບວັກຊີນໂຄວິດ-19 ໂດຍຈະຮັບປະກັນຄວາມຍຸດຕິທຳ ແລະ ສະເໝີພາຍໃນການເຂົ້າເຖິງວັກຊີນ ສຳລັບ 190 ປະເທດທັງໝົດທີ່ເຂົ້າຮ່ວມ, ໂດຍນຳໃຊ້ກອບວຽກທີ່ກຳນົດໂດຍ ອົງການອະນາໄມໂລກ. ໂຄງການ COVAX Facility ຈະຈັດຕັ້ງປະຕິບັດໂດຍການຮວບຮວມອໍານວນໃນການຊື້ຈາກປະເທດທີ່ມີເສດຖະກິດເຂັ້ມແຂງທີ່ເຂົ້າຮ່ວມໃນໂຄງການ ແລະ ໃຫ້ການຄຳ້ປະກັນປະລິມານຜູ້ຜະລິດວັກຊີນໃຫ້ພຽງພໍ. ໂຄງການ Gavi COVAX AMC ແມ່ນກົນໄກການເງິນທີ່ຈະສະໜັບສະໜູນການເຂົ້າຮ່ວມຂອງ 92 ປະເທດທີ່ມີລາຍຮັບຕໍ່າ ແລະ ປານກາງທີ່ເຂົ້າຮ່ວມ, ຊ່ວຍໃຫ້ບັນດາປະເທດດັ່ງກ່າວສາມາດເຂົ້າເຖິງການສັກວັກຊີນທີ່ປອດໄພ ແລະ ມີປະສິດຕິພາບ. ອົງການ Gavi ກຳລັງລະດົມທຶນເພື່ອໂຄງການ COVAX AMC, ແລະ ສະໜອງທຶນໃຫ້ແກ່ການຈັດຊື້ວັກຊີນຂອງອົງການຢູນິເຊັບ ພ້ອມທັງບັນດາຄູ່ຮ່ວມງານ ແລະ ບັນດາລັດຖະບານ ໃນການເຮັດວຽກເພື່ອສ້າງຄວາມຄວາມພ້ອມ ແລະ ການກະຈາຍວັກຊີນ, ລວມທັງອຸປະກອນຕູ້ແຊ່ເຢັນແບບພິເສດ, ການຊ່ວຍເຫຼືອດ້ານວິຊາການ, ເຂັມສັກຢາ, ຍານພາຫະນະ ແລະ ດ້ານອື່ນໆຂອງການດໍາເນີນງານດ້ານການຈັດສົ່ງ. ອົງການຢູນິເຊັບ ແລະ ອົງການສາທາລະນະສຸກອາເມຣິກັນແພນ (PAHO) ຈະເຮັດໜ້າທີ່ເປັນຜູ້ປະສານງານດ້ານການຈັດຊື້ສຳລັບໂຄງການ COVAX Facility, ຊ່ວຍຈັດສົ່ງວັກຊີນໃຫ້ຜູ້ເຂົ້າຮ່ວມໂຄງການ COVAX AMC ແລະ ອື່ນໆ.
ອົງການອະນາໄມໂລກ ມີຫຼາຍພາລະບົດບາດໃນວຽກງານວັກຊີນກັນພະຍາດໂຄວິດ-19: ເຮັດວຽກໃຫ້ຄຳແນະນຳມາດຕະຖານກ່ຽວກັບດ້ານນະໂຍບາຍວັກຊີນ, ລະບຽບການ, ຄວາມປອດໄພ, ການຄົ້ນຄວ້າ ແລະ ການພັດທະນາ, ການຈັດສັນ ແລະ ຄວາມພ້ອມຂອງປະເທດ. ກຸ່ມຊ່ຽວຊານທີ່ປຶກສາດ້ານຍຸດທະສາດ (SAGE) ໃຫ້ຄໍາປຶກສາກ່ຽວກັບການສັກຢາປ້ອງກັນພະຍາດ ເພື່ອພັດທະນາຄຳແນະນຳກ່ຽວກັບນະໂຍບາຍການສັກຢາກັນພະຍາດ. ລາຍຊື່ການນຳໃຊ້ສຸກເສີນ (EUL) / ບັນດາໂຄງການທີ່ມີເງື່ອນໄຂຮັບປະກັນການທົບທວນ ແລະ ການອະນຸຍາດທີ່ມີຄວາມກົມກຽວກັນໃນທົ່ວປະເທດສະມາຊິກ. ສິ່ງນີ້ຈະສະໜອງໃຫ້ແກ່ການປະສານງານທົ່ວໂລກ ແລະ ບັນດາປະເທດສະມາຊິກທີ່ໃຫ້ການສະໜັບສະໜູນ ໃນການກວດສອບຄວາມປອດໄພຂອງວັກຊີນ. ສິ່ງນີ້ໄດ້ປະກອບສ່ວນເຂົ້າໃນຮູບແບບຜະລິດຕະພັນເປົ້າໝາຍ ສຳລັບວັກຊີນໂຄວິດ-19 ແລະ ສະໜັບສະໜູບດ້ານເຕັກນິກວິຊາການໃນການຄົ້ນຄວ້າ ແລະ ພັດທະນາ. ອົງການອະນາໄມໂລກ ໄດ້ຮັບບົດບາດໃນການນໍາພາ ຮ່ວມກັນກັບອົງການຢູນິເຊັບ ໃນການໃຫ້ການສະໜັບສະໜູນ ແກ່ບັນດາປະເທດ ໃນຂະນະທີ່ພວກເຂົາກະກຽມທີ່ຈະໄດ້ຮັບແລະຄຸ້ມຄອງວັກຊີນ. ແຜນວຽກການສ້າງຄວາມພ້ອມ ແລະ ການຈັດສົ່ງຂອງປະເທດ (CRD) ປະກອບມີ ອົງການ Gavi ແລະຄູ່ຮ່ວມງານອື່ນໆໃນລະດັບໂລກ, ພາກພື້ນ ແລະ ລະດັບປະເທດເພື່ອສະໜອງເຄື່ອງມື, ການຊີ້ນຳ, ການຕິດຕາມກວດກາ ແລະ ການຊ່ວຍເຫລືອດ້ານວິຊາການໃນການວາງແຜນ ແລະ ການແຈກຢາຍວັກຊີນ . ຄຽງຄູ່ກັບຄູ່ຮ່ວມງານເພື່ອວັກຊີນໂຄວິດ-19, ອົງການອະນາໄມໂລກຍັງ ກຳລັງພັດທະນາລະບົບການຊົດເຊີຍທີ່ບໍ່ມີຄວາມຜິດ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຜູກມັດ ໃນເວລາຈຳກັດ ແລະ ຄວາມຮັບຜິດຊອບ.
ອົງການຢູນິເຊັບ ກຳລັງນຳໃຊ້ປະສົບການທີ່ສະສົມມາຂອງຕົນ ໃນຖານະເປັນຜູ້ຈັດຊື້ວັກຊີນພຽງຢ່າງດຽວທີ່ໃຫຍ່ທີ່ສຸດໃນໂລກ ແລະ ເຮັດວຽກຮ່ວມກັບຜູ້ຜະລິດວັກຊີນ ແລະ ຄູ່ຮ່ວມງານກ່ຽວກັບການຈັດຊື້ວັກຊີນກັນພະຍາດໂຄວິດ-19, ພ້ອມທັງການຈັດສົ່ງ ແລະ ເກັບມ້ຽນວັກຊີນ. ອົງການຢູນິເຊັບ ໄດ້ຈັດຊື້ວັກຊີນຫຼາຍກວ່າ 2 ຕື້ໂດສຕໍ່ປີ ສຳລັບການສັກຢາກັນພະຍາດ ແບບປົກກະຕິ ແລະ ເພື່ອການຕອບໂຕ້ກັບການລະບາດຂອງພະຍາດ ໃນນາມຂອງເກືອບ 100 ປະເທດ. ໂດຍການຮ່ວມມືກັບກອງທຶນໝູນວຽນຂອງອົງການ PAHO, ອົງການຢູນິເຊັບ ກຳລັງນຳພາໃນຄວາມພະຍາຍາມໃນການຈັດຊື້ ແລະ ສະໜອງວັກຊີນກັນພະຍາດໂຄວິດ-19. ນອກຈາກນັ້ນ, ອົງການຢູນິເຊັບ, ອົງການກາວີ ແລະ ອົງການອະນາໄມໂລກ ເຮັດວຽກຮ່ວມກັບລັດຖະບານຕະຫຼອດເວລາເພື່ອຮັບປະກັນວ່າແຕ່ລະປະເທດພ້ອມແລ້ວທີ່ຈະຮັບການສັກວັກຊີນ, ພ້ອມດ້ວຍອຸປະກອນຕູ້ແຊ່ເຢັນແບບພິເສດພ້ອມໃຊ້ ແລະ ບຸກຄະລາກອນທາງການແພດໃຫ້ໄດ້ຮັບການຝຶກອົບຮົມເພື່ອແຈກຢາຍວັກຊີນ. ອົງການຢູນິເຊັບ ຍັງມີບົດບາດໃນການນຳພາໃນຄວາມພະຍາຍາມເພື່ອສົ່ງເສີມຄວາມໄວ້ວາງໃຈໃນການສັກວັກຊີນ, ການສົ່ງຕໍ່ການສື່ຂໍ້ຄວາມສ້າງຄວາມໝັ້ນໃຈໃນວັກຊີນ ແລະ ການຕິດຕາມ ແລະ ແກ້ໄຂຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງໃນທົ່ວໂລກ.
ກ່ຽວກັບອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ CEPI (The Coalition for Epidemic Preparedness Innovations)
ອົງການ CEPI ເປັນການຮ່ວມມືລະຫວ່າງພາກລັດ, ພາກເອກກະຊົນ, ມູນນິທິການກຸສົນ ເເລະ ອົງການຈັດຕັ້ງທາງສັງຄົມຕ່າງໆ ເຊິ່ງໄດ້ຖືກເປີດຕົວຢູ່ທີ່ Davos ໃນປີ 2017. CEPI ເເມ່ນໄດ້ຖືກສ້າງຂຶ້ນເພື່ອຊ່ວຍພັດທະນາຢາວັກຊີນຕ່າງໆເພື່ອກຽມຮັບມືກັບການເເຜ່ລະບາດຂອງໂລກພະຍາດທີ່ສາມາດເກີດຂຶ້ນໄດ້ໃນອະນາຄົດ ເເລະ ຍັງໄດ້ປະສານງານເເບບໃກ້ຊິດກັບ ອົງການອະນາໄມໂລກ ເພື່ອຮັບມືກັບການເເຜ່ລະບາດຂອງໂລກພະຍາດ ໂຄວິດ-19 ອີກດ້ວຍ. CEPI ໄດ້ລິເລີ່ມ ຫຸ້ນສ່ວນ 11 ຫຸ້ນສ່ວນເພື່ອພັດທະນາວັກຊີນສຳລັບ ໂຄວິດ-19 ເເລະ ໂຄງການທີ່ກ່ຽວຂ້ອງພ້ອມທັງຄູ່ຮ່ວມມື ກໍໄດ້ນຳໃຊ້ ໂຄງສ້າງການຮັບມືທີ່ CEPI ໄດ້ໃຫ້ການສະໜັບສະໜູນ. ກ່ອນການລະບາດຂອງ ໂຄວິດ-19, ວຽກງານຂອງ CEPI ໄດ້ສຸມໃສ່ການຮັບມືກັບເຊັ່ນ ພະຍາດອີໂບລາ, ພະຍາດ Lassus, ພະຍາດ MERS (Middle East respiratory syndrome coronavirus), ພະຍາດ Nipah, ພະຍາດ Rift Valley Fever ແລະ ເຊື້ອພະຍາດ Chikungunya. ນອກຈາກນີ້ເເລ້ວ CEPI ຍັງໄດ້ລົງທຶນໃນເຕັກໂນໂລຊີ ທີສາມາດນຳໃຊ້ເຂົ້າໃນການພັດທະນາວັກຊີນກັນເຊື້ອພະຍາດຕ່າງໆທີ່ຍັງບໍ່ໄດ້ຖືກຄົ້ນພົບເທື່ອ ອີກເຊັ່ນດຽວກັນ.
ກ່ຽວກັບອົງການກາວີ (Gavi)
ອົງການ Gavi, ພັນທະມິດເພື່ອການສັກຢາກັນພະຍາດ, ເປັນຫຸ້ນສ່ວນພາກລັດ-ເອກະຊົນ ທີ່ເຮັດວຽກເພື່ອຊ່ວຍສັກຢາກັນພະຍາດທີ່ອັນຕະລາຍທີ່ສຸດໃຫ້ກັບເດັກທົວໂລກ. ນັບຕັ້ງແຕ່ໄດ້ຖືກສ້າງຕັ້ງຂື້ນໃນປີ 2000, ອົງການ Gavi ໄດ້ຊ່ວຍສັກຢາກັນພະຍາດໃຫ້ກັບເດັກ ໄດ້ເປັນຮຸ້ສະໄໝໜຶ່ງ, ເຊິ່ງປະກອບມີເດັກຈຳນວນຫຼາຍກວ່າ 822 ລ້ານ ຄົນ, ແລະ ຍັ່ງໄດ້ຊ່ວຍຊີວິດຂອງເດັກຫຼາຍກວ່າ 14 ລ້ານຄົນ ເເລະ ໄດ້ຫຼຸດຜ່ອນອັດຕາການຕາຍຂອງເດັກໃນ 73 ປະເທດທີ່ກຳລັງພັດທະນາ. ນອກຈາກນີ້ເເລ້ວ, ອົນການ Gavi ຍັງມີບົດບາດອັນສຳຄັນໃນການປັບປຸງສຸຂະພາບຂອງຄົນທົ່ວໂລກໂດຍການໃຫ້ການສ້າງຄວາມເຂັ້ມເເຂງໃຫ້ກັບລະບົບສາທາລະນະສຸກ ພ້ອມທັງສະໜອງທຶນໃນເພື່ອເກັບກອງທຶນສໍາລັບວັກຊີນເພື່ອປ້ອງກັນພະຍາດ ອີໂບລາ, ໂລກອະຫິວາ, ໂລກເຍື່ອຫຸ້ມສະໝອງ ແລະ ໄຂ້ເຫຼືອງ. ພາຍຫຼັງການຄົ້ນຄວ້າເປັນເວລາສອງທົດສະວັດ, ວຽກງານຂອງອົງການ Gavi ໃນປະຈຸບັນເເມ່ນໄດ້ສຸມໃສ່ການປົກປ້ອງຄົນຮຸ່ນຕໍ່ໄປຈາກພະຍາດຕ່າງໆ ເເລະ ການສັກຢາປ້ອງກັນໃຫ້ກັບເດັກທີ່ຍັງບໍ່ໄດ້ຮັບການສັກຢາ ໂດຍນຳໃຊ້ນະວັດຕະກຳການເງິນເເບບໃໝ່ ເເລະ ເຕັກໂນໂລຊີລ້າສຸດ, ຈາກ drone ຈົນເຖີງ biometrics, ເພື່ອຊ່ວຍຊີວິດຫຼາຍລ້ານຄົນ, ປ້ອງກັນການລະບາດຂອງພະຍາດກ່ອນທີ່ຈະມີແຜ່ລາມ ແລະ ຊ່ວຍສ້າງຄວາມເຂັ້ມເເຂງໃຫ້ກັບບັນດາປະເທດຕ່າງໆ. ທ່ານສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ www.gavi.org ເເລະ ທ່າງ Facebook ເເລະ Twitter.
ພັນທະມິດເພື່ອການສັກຢາກັນພະຍາດເເມ່ນໄດ້ເຕົ້າໂຮມບັນດາປະເທດທີ່ກຳລັງພັດທະນາ ແລະ ລັດຖະບານຜູ້ໃຫ້ທຶນ, ອົງການອະນາໄມໂລກ, ອົງການຢູນິເຊັບ, ທະນາຄານໂລກ, ອຸດສາຫະກຳວັກຊີນ, ອົງການວິຊາການ, ອົງການຈັດຕັ້ງດ້ານສັງຄົມ, ມຸນລະນິທິ Bill & Melinda Gates ແລະ ຄູ່ຮ່ວມມືຈາກພາກເອກະຊົນອື່ນໆ. ທ່ານສາມາດອານລາຍລະອຽດກ່ຽວກັບ ລັດຖະບານຜູ້ໃຫ້ທຶນ ເເລະ ອົງການຈັດຕັ້ງອື່ນໆທີ່ເປັນຜູ້ໃຫ້ການສະໜັບສະໜູນວຽກງານຂອງອົງການ Gavi ທີ່ນີ້.
ກ່ຽວກັບ ອົງການອະນາໄມໂລກ (WHO)
ອົງການອະນາໄມໂລກ (WHO) ແມ່ນຜູ້ນໍາລະດັບໂລກໃນການຊີ້ນໍາດ້ານສຸຂະພາບໃຫ້ແກ່ບັນດາອົງການໃນເຄືອຂ່າຍຂອງສະຫະປະຊາຊາດ. ອົງການອະນາໄມໂລກ ສ້າງຕັ້ງຂຶ້ນໃນປີ 1948 ແລະ ໄດ້ດໍາເນີນງານໃນ 194 ປະເທດສະມາຊິກ ໃນທົ່ວ 6 ພາກພື້ນ ແລະ ລວມມີ 150 ຫ້ອງການ ເພື່ອສະໜັບສະໜູນດ້ານສາທາລະນະສຸກ, ຮັກສາໂລກໃຫ້ປອດໄພ ແລະ ເຂົ້າເຖິງກຸ່ມຄົນທີ່ມີຄວາມສ່ຽງ. ເປົ້າໝາຍຂອງອົງການອະນາໄມໂລກ ສໍາລັບປີ 2019 ຫາ 2023 ແມ່ນເພື່ອຮັບປະກັນໃຫ້ປະຊາຊົນອີກກວ່າໜຶ່ງພັນລ້ານຄົນໃນທົ່ວໂລກ ໄດ້ຮັບການຄຸ້ມຄອງສຸຂະພາບ ເພື່ອປົກປ້ອງພວກເຂົາຈາກວິກິດການສຸກເສີນດ້ານສຸຂະພາບ ແລະ ໃຫ້ມີສຸຂະພາບທີ່ດີ ແລະ ການເປັນຢູ່ທີ່ດີ.
ສໍາລັບຂໍ້ມູນລ້າສຸດກ່ຽວກັບ ໂຄວິດ-19 ເເລະ ວິທີການປ້ອງກັນຕົວທ່ານຈາກພະຍາດດັ່ງກ່າວ, ສາມາດເຂົ້າເບິ່ງໄດ້ທີ່ www.who.int/laos. ຕິດຕາມການເຄື່ອນໄຫວຂອງພວກເຮົາໄດ້ທີ່ Twitter, Facebook, Instagram, LinkedIn, TikTok, Pinterest, Snapchat, YouTube
ກ່ຽວກັບການເຂົ້າເຖິງເຄື່ອງມືໂຄວິດ-19 (ACT-Accelerator)
ACT-Accelerator ເເມ່ນການຮ່ວມມືລະດັບໂລກແບບໃໝ່ ເຊິ່ງມີຈຸດປະສົງເພື່ອເລັ່ງລັດການພັດທະນາ, ການຜະລິດ, ແລະ ສ້າງຄວາມສາມາດໃນການເຂົ້າເຖິງ ການກວດທົດສອບພະຍາດໂຄວິດ-19 , ການປິ່ນປົວ, ແລະ ວັກຊີນ ເເບບສະເໝີພາບ. ACT-Accelerator ໄດ້ຖືກສ້າງຕັ້ງຂຶ້ນເພື່ອຕອບສະໜອງ ການຮຽກຮ້ອງຈາກບັນດາຜູ້ນຳຂອງ G20 ໃນເດືອນມີນາ ເເລະ ໄດ້ເປີດຕົວຢ່າງເປັນທາງການໂດຍ ອົງການອະນາໄມໂລກ, ຄະນະກຳມະການເອີຣົບ (European Commission), ປະເທດຝຣັ່ງ ເເລະ ມຸນລະນິທິ Bill & Melinda Gates ໃນເດືອນເມສາ 2020.
ACT-Accelerator ບໍ່ແມ່ນໃຈກາງການຕັດສິນໃຈ ຫຼື ອົງການໃໝ່, ແຕ່ແມ່ນເຄື່ອງມືໃນການຜັກດັນຄວາມພະຍາຍາມໃນການຮ່ວມມືກັນລະຫວ່າງອົງການທີ່ມີມາກ່ອນແລ້ວ ເພື່ອຢຸດຕິການລະບາດຂອງພະຍາດ. ມັນແມ່ນກອບວຽກງານສໍາລັບການຮ່ວມມືກັນ ທີ່ອອກແບບເພື່ອລວມທຸກພາກສ່ວນທີ່ກ່ຽວຂ້ອງທີ່ມີເປົ້າໝາຍດຽວກັນໃນການຢຸດຕິພະຍາດລະບາດໂດຍໄວ້ທີ່ສຸດເທົ່າທີ່ຈະເປັນໄປໄດ້ ຜ່ານການພັດທະນາການເຂົ້າ, ການຈັດສັນທີ່ເທົ່າທຽມກັນ, ແລະ ຂະຫຍາຍຂອບເຂດການຈັດສົ່ງຂອງການທົດລອງ, ຮັກສາ ແລະ ວັກຊີນ, ເພື່ອການປົກປ້ອງລະບົບສາທາລະນະສຸກ ແລະ ຟື້ນຟຸສັງຄົມ ແລະ ເສດຖະກິດໃນໄລຍະເວລາອັນໃກ້. ດ້ວຍອາໄສປະສົບການຂອງອົງການດ້ານສຸຂະພາບແນວໜ້າລະດັບໂລກ ທີ່ກໍາລັງຮັບມືກັບຄວາມທ້າທາຍດ້ານສຸຂະພາບທີ່ມີຄວາມທ້າທ້າຍທີ່ສຸດຂອງໂລກ ແລະ ພາກສ່ວນທີ່ເຮັດວຽກຮ່ວມກັນຈະສາມາດກ້າວຂ້າມຂີດຄວາມສາມາດ ແລະ ໄດ້ຮັບຜົນລັບໃໝ່ໆຈາກການຕໍ່ສູ້ກັບພະຍາດໂຄວິດ-19. ບັນດາສະມາຊິກມີພັນທະຮ່ວມກັນເພື່ອຮັບປະກັນວ່າທຸກຄົນສາມາດເຂົ້າເຖິງເຄື່ອງມືທັງໝົດທີ່ຈໍາເປັນໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະ ເຮັດວຽກຮ່ວມກັບຄວາມຮ່ວມມືໃນລະດັບທີ່ບໍ່ເຄີຍມີມາກ່ອນ.
The ACT-Accelerator ມີທັງໝົດ 4 ຂົງເຂດວຽກງານ: ການວິໄຈ, ການບໍາບັດ, ວັກຊີນກັນພະຍາດ and ການເຊື່ອມຕໍ່ລະບົບສາທາລະນະສຸກ. ສິ່ງເຫຼົ່ານີ້ເປັນວຽກງານທີ່ສົ່ງເສີມການເຂົ້າເຖິງ ແລະ ຈັດສັນ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
Additional resources
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook