ອົງການຢູນິເຊັບ ເເລະ ອົງການອະນາໄມໂລກ ເສີມສ້າງຄວາມສາມາດຂອງ ສປປ ລາວ ໃນການຕອບໂຕ້ຂ່າວປອມກ່ຽວກັບ ໂຄວິດ-19

ອົງການຢູນິເຊັບ ເເລະ ອົງການອະນາໄມໂລກ ໄດ້ຊ່ວຍຝຶກອົບຮົມບັນດາພະນັກງານາສາທາໃນທົ່ວປະເທດໃຫ້ເຂົ້າໃຈກ່ຽວກັບເເຫຼ່ງທີ່ມາ ເເລະ ວິທີຮັບມືກັບຂ່າວປອມກ່ຽວກັບ ໂຄວິດ-19 ເເລະ ບັນຫາສາທາອື່ນໆ.

09 ມີນາ 2023

15-17 ກຸມພາ 2023 – ອົງການ ຢູນິເຊັບ, ອົງການ ອະນາໄມໂລກ ແລະ ສູນສື່ສານເພື່ອສຸຂະພາບ, ກະຊວງສາທາລະນະສຸກໄດ້ຈັດການຝຶກອົບຮົມກ່ຽວກັບການຕິດຕາມຫາງສຽງສັງຄົມເພື່ອຊ່ວຍໃນການຕອບໂຕ້ຂ່າວປອມກ່ຽວກັບພະຍາດ ໂຄວິດ-19, ສະໜັບສະໜູນວຽກງານສັກວັກຊີນ ເເລະ ບັນຫາສາທາອື່ນໆ ໃຫ້ເເກ່ 9 ເເຂວງພາກເໜືອຂອງ ສປປ ລາວ, ເຊີ່ງເປັນສ່ວນໜື່ງຂອງການຝຶກອົບຮົມທີ່ໄດ້ຈັດຂຶ້ນໃນທົ່ວປະເທດ.

ການຝຶກອົບຮົມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກ 9 ເເຂວງພາກເໜືອຂອງ ສປປ ລາວ ໂດຍມີຫົວໜ້າຂະແໜງ, ຮອງຂະແໜງສົ່ງເສີມສຸຂະພາບ ແລະ ວິຊາການສຸຂະສຶກສາລວມທັງໝົດ 27 ທ່ານ, ລວມເຖີງເເຂວງ ບໍ່ແກ້ວ, ຫົວພັນ, ຫຼວງນ້ຳທາ, ຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ, ໄຊຍະບູລີ, ໄຊສົມບູນ ແລະ ຊຽງຂວາງ ເຊີ່ງເປັນເຈົ້າພາບໃນການຈັດຄັ້ງນີ້.

ການຝຶກອົບຮົມໄດ້ກວມເອົາເຕັກນິກໃນການຕິດຕາມຫາງສຽງສັງຄົມ, ນັ້ນກໍ່ຄື ການປະເມີນຄຳຄິດເຫັນຕ່າງໆຂອງສັງຄົມກ່ຽວກັບຫົວຂໍ້ໃດໜຶ່ງ, ເເບບອອນລາຍ ແລະ ອື່ນໆ, ພ້ອມດ້ວຍວິທີການໃໝ່ໆໃນການອອກແບບເນື້ອໃນຂ່າວສານສຳລັບສື່ສັງຄົມອອນລາຍ ເເລະ ການຈໍາລອງເຫດການເພື່ອກໍານົດ ແລະ ແກ້ໄຂຂ່າວລື, ຂ່າວປອມຕ່າງໆ. ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບກະດານຂ່າວອອນລາຍເເບບໃໝ່ສໍາລັບວຽກງານຕິດຕາມຫາງສຽງສັງຄົມ ເຊີ່ງຈະເປັນເຄື່ອງມືເເບບໃໝ່ສໍາລັບວຽກງານດັ່ງກ່າວ ເເລະ ຈະຊ່ວຍເຮັດໃຫ້ການລວບລວມຂໍ້ມູນມີປະສິດທິພາບຫຼາຍຂຶ້ນ.

ທ່ານ ເກວາງ ໄຊຕາມ, ຜູ້ເຂົ້າຮ່ວມຈາກແຂວງໄຊສົມບູນ, ໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດ ທີ່ໄດ້ມີໂອກາດເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ ແລະ ໄດ້ມາແລກປ່ຽນບົດຮຽນ ເເລະ ປະສົບການກັບບັນດາເເຂວງອື່ນໆ. ນັບຕັ້ງແຕ່ການລະບາດຂອງພະຍາດໂຄວິດ-19, ແຂວງໄຊສົມບູນກໍ່ໄດ້ປະຕິບັດວຽກງານຕິດຕາມຫາງສຽງສັງຄົມມາເປັນປະຈຳ ເເຕ່ການທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມການອົບຮົມໃນຄັ້ງນີ້ ກໍ່ໄດ້ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານນີ້. ຂ້າພະເຈົ້າຈະນຳໃຊ້ບົດຮຽນທີ່ໄດ້ຖອດຖອນຈາກການຝຶກອົບຮົມ ເພື່ອຊ່ວຍແຂວງຂ້າພະເຈົ້າໃນການວາງແຜນກິດຈະກໍາ ເເລະ ບູລິມະສິດສໍາລັບປີ 2023 ເພື່ອສ້າງຄວາມເຊື່ອໝັ້ນໃນວັກຊີນໃຫ້ຫຼາຍຂຶ້ນ."

ຂ່າວລື, ຂ່າວປອມເປັນອຸປະສັກຕໍ່ການເພີ່ມອັດຕາການສັກວັກຊີນກັນພະຍາດ ໂຄວິດ-19 ແລະ ຍັງເຮັດໃຫ້ປະຊາຊົນລາວສູນເສຍຄວາມໄວ້ວາງໃຈຕໍ່ປະສິດທິະພາບ ແລະ ຄວາມປອດໄພຂອງວັກຊີນ. ດັ່ງນັ້ນ, ການຕິດຕາມຫາງສຽງສັງຄົມຈຶ່ງເປັນວິທີທີ່ຈະສ້າງຄວາມເຂົ້າໃຈກ່ຽວກັບ ຄວາມກັງວົນຕ່າງໆຂອງສັງຄົມຕໍ່ວັກຊີນທີ່ມີປະສິດທິພາບສູງ ເເລະ ສາມາດປະກອບສ່ວນໃນການຈໍາກັດການແຜ່ລາມຂອງຂ່າວປອມ, ພ້ອມຍັງຊ່ວຍປັບປຸງການສື່ສານລະຫວ່າງພະນັກງານສາທາລະນະສຸກ ເເລະ ປະຊາຊົນອີກດ້ວຍ.

ທ່ານ ວິສິດ ຄຳລືຊາ, ຫົວໜ້າ ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການຕິດຕາມຫາງສຽງສັງຄົມ ເເມ່ນການຮັບຟັງບັນຫາຂອງປະຊາຊົນ. ໃນຂະນະທີ່ພວກເຮົາພວມແກ້ໄຂບັນຫາຄວາມລັງເລໃນການຮັບວັກຊີນ ແລະ ສິ່ງທ້າທາຍດ້ານສາທາອື່ນໆນັ້ນ, ວຽກງານຕິດຕາມຫາງສຽງສັງຄົມນັ້ນ ແມ່ນມີຄວາມສໍາຄັນຫຼາຍເປັນພິເສດ ເພາະວ່າມັນເເມ່ນການປັບປຸງວິທີທີ່ພວກເຮົາສື່ສານກັບປະຊາຊົນ ແລະ ຕອບສະໜອງຄວາມຕ້ອງການ ເເລະ ຄວາມກັງວົນຂອງເຂົາເຈົ້າໃຫ້ໄດ້ດີຂຶ້ນ."

ນອກຈາກງານຝຶກອົບຮົມຄັ້ງນີ້, ອົງການຢູນິເຊັບ, ອົງການອະນາໄມໂລກ ແລະ ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ,ກະຊວງສາທາລະນະສຸກ ຍັງໄດ້ຈັດງານຝຶກອົບຮົມເເບບດຽວກັນໃຫ້ເເກ່ 9 ແຂວງຢູ່ພາກໃຕ້ຂອງ ສປປ ລາວ ເເລະ ບັນດາອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ກະຊວງຕ່າງໆໃນລະດັບສູນກາງອີກເຊັ່ນດຽວກັນ. ການຝຶກອົບຮົມເຫຼົ່ານີ້ ແມ່ນຈັດຕັ້ງປະຕິບັດໂດຍ ອົງການຢູນິເຊັບ ເເລະ ອົງການອະນາໄມໂລກ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ USAID, ອົງການ AusAID, ທະນາຄານໂລກ ແລະ ສະຫະພາບເອີຣົບ ທາງດ້ານງົບປະມານ ແລະ ວິຊາການໃນການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ການສ້າງຂີດຄວາມສາມາດໃນການຕິດຕາມຫາງສຽງສັງຄົມກ່ຽວກັບວັກຊີນ ແລະ ບັນຫາສາທາອື່ນໆໃນ ສປປ ລາວ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Saykoson Sanoubane
Communication Officer
UNICEF Lao PDR
ໂທລະສັບ: +856 21 315200 Ext. 124
ໂທລະສັບ: +856 20 22489000
ອີເມວ: ssanoubane@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook