ການສຶກສາບໍ່ສາມາດຢຸດຢັ້ງໄດ້

ລັດຖະບານແຫ່ງສປປລາວ ແລະ ອົງການຢູນີເຊັບ ເຮັດວຽກຮ່ວມກັນ ເພື່ອຮັບປະກັນໃຫ້ເດັກທຸກຄົນໄດ້ກັບຄືນໄປໂຮງຮຽນຢ່າງປອດໄພ ພາຍຫຼັງທີ່ໄດ້ປິດໂຮງຮຽນມາເປັນເວລາ 2 ເດືອນກວ່າ.

05 ມີຖຸນາ 2020
A girl in a classroom
UNICEF Laos/2020/AKarki

ນະຄອນຫຼວງວຽງຈັນ, ວັນທີ 5 ເດືອນ ມິຖຸນາ ປີ 2020: ເດັກທຸກຄົນໃນ ສປປ ລາວ ໄດ້ກັບຄືນໄປຮຽນຢ່າງປອດໄພ ໃນວັນທີ 2 ເດືອນ ມິຖຸນາ. ບັນດາໂຮງຮຽນໃນທົ່ວປະເທດ ຖືກປິດ ເປັນເວລາ 8 ອາທິດ ໂດຍປະຕິບັດຕາມ ມາດຕາການຕອບໂຕ້ ການລະບາດ ຂອງພະ​ຍາດໂຄວິດ-19 ຂອງລັດຖະບານ ລາວ. ອີງໃສ່ ຄຳ​ແນະ​ນຳ​ກ່ຽວ​ກັບ ການກັບເຂົ້າໂຮງຮຽນປອດໄພ, ​ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງສາທາລະນະສຸກ ແລະ ໜ່ວຍ​ສະ​ເພາະ​ກິດ​ ສໍາລັບການຕ້ານ ແລະ ຕອບໂຕ້ພະ​ຍາດໂຄວິດ-19 ໄດ້ຕັດສິນໃຈຮ່ວມກັນ ເພື່ອເປີດໂຮງຮຽນຄືນ​ໃໝ່, ໂດຍໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມງານທີ່ສຳຄັນ ເຊັ່ນ: ອົງການຢູນິເຊັບ.

ທ່ານ ຮສ​ ປອ​ ກອງສີ​ ແສງມະນີ​  ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: "ພວກເຮົາຂໍຮຽກຮ້ອງໃຫ້ພໍ່ແມ່ ແລະ ຜູ້ປົກຄອງເດັກທຸກຄົນ ຈົ່ງສົ່ງລູກຫຼານຂອງຕົນ ກັບເຂົ້າໂຮງຮຽນ ແລະ ຄູອາຈານຈົ່ງສະໜັບສະໜູນນັກຮຽນ". ທ່ານກ່າວຕື່ມອີກວ່າ: "ເປັນສິ່ງສໍາຄັນທີ່ ພໍ່ແມ່ຕ້ອງຮັບປະກັນ ໃຫ້ເດັກຮູ້ເຖິງມາດຕະການຕ່າງໆ ເຊັ່ນ: ການລ້າງມືດ້ວຍສະບູ, ການຮັກ​ສາ​ໄລ​ຍະ​ຫ່າງ​ທາງສັງຄົມ, ການໃສ່ຜ້າປິດປາກອະ​ນາ​ໄມ ແລະອື່ນໆ ເພື່ອປົກປ້ອງພວກເຂົາຈາກໄພອັນຕະລາຍຂອງພະ​ຍາດໂຄວິດ-19".

ໃນຂະນະດຽວກັນ, ລັດຖະບານ ກໍຮັບປະກັນໃຫ້ ການກັບຄືນໄປໂຮງຮຽນປອດໄພ, ໂດຍວາງກົດ​ລະ​ບຽບ ແລະ ຄຳ​ແນະ​ນຳຢ່າງຈະແຈ້ງ. ພ້ອມນີ້ ຍັງຮັບຮູ້ວ່າ ໂຮງຮຽນທຸກແຫ່ງອາດຈະມີສິ່ງອຳນວຍຄວາມສະດວກທີ່ແຕກຕ່າງກັນ ເພື່ອປະຕິບັດຕາມກົດ​ລະ​ບຽບ ທີ່ວາງອອກ. ເມື່ອເປັນແນວນີ້, ຄຳ​ແນະ​ນຳຍັງສະເໜີທາງເລືອກອື່ນທີ່​ມີຢູ່. ບໍ່ວ່າສະພາບການຈະເປັນແນວໃດກໍ່ຕາມ ກໍບໍ່ຄວນກີດກັ້ນ​ ແລະ ​ໃຫ້ເດັກກັບຄືນໄປໂຮງຮຽນ ໃນຊ່ວງເວລານີ້.

ໃນກອງປະຊຸມສື່ມວນຊົນທີ່ຈັດຂື້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນມື້ນີ້, ຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາໄດ້ແຈ້ງໃຫ້ຊາບວ່າ ໄດ້​ມີມາດຕະການຄວາມປອດໄພໃນໂຮງຮຽນ ໂດຍອີງໃສ່ກົດ​ລະ​ບຽບຂອງ​ໜ່ວຍ​ສະ​ເພາະ​ກິດລະ​ດັບ​ຊາດ ແລະ ກະຊວງສຶກສາທິການ ແລະ ກິລາ. ສິ່ງເຫຼົ່ານີ້ແມ່ນອີງໃສ່ ຄຳແນະນຳກ່ຽວກັບການປະຕິບັດງານຂອງໂຮງ ຮຽນປອດໄພໃນທົ່ວໂລກ, ຊຶ່ງ​ໄດ້​ດັດ​ແກ້ໃຫ້ເຂົ້າກັບສະ​ພາບ​ການ​ຂອງ ສປປ ລາວ ດ້ວຍການສະໜັບສະໜູນຈາກອົງການ ຢູນິເຊັບ ແລະ ກອບວຽກ ສຳລັບການເປີດໂຮງຮຽນຄືນໃໝ່ທີ່ເຜີຍແຜ່ ໂດຍອົງການຢູ​ແນ​ສ​ະໂກ, ອົງການຢູນິເຊັບ, ອົງ​ການ​ອາ​ຫານ​ໂລກ (WFP) ແລະ ທະນາຄານໂລກ. ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ຊີ້ນຳໃຫ້ໂຮງຮຽນຕິດຕາມ ແລະ ກວດກາ ການດຳເນີນງານກ່ຽວ​ກັບໂຮງຮຽນປອດໄພ.

ເຊັ່ນດຽວກັນນັ້ນ, ໂຮງຮຽນຄວນມີບົດບາດສຳຄັນໃນການປ້ອງກັນການດູ​ຖູກ​ໝິ່ນ​ປະ​ມາດ ແລະ ການຈຳແນກທີ່ອາດຈະເກີດຂື້ນໃນຊ່ວງການແຜ່ລະບາດ, ພ້ອມທັງໃຫ້ການສະໜັບສະໜູນດ້ານຈິດໃຈ ແລະ ດ້ານຈິດຕະສາດສັງ​ຄົມແກ່ນັກຮຽນ, ຄູອາຈານແລະ ພະນັກງານການສຶກສາ. ສະຫະພັນແມ່ຍິງລາວ ແລະ ສູນກາງຊາວໜຸ່ມປະ​ຊາ​ຊົນ​ປະ​ຕິ​ວັດລາວ ມີສາຍດ່ວນທີ່ແນໃສ່ຊາວໜຸ່ມ ເພື່ອໃຫ້ຄຳປຶກສາດ້ານວິຊາຊີບ ເພື່ອຊ່ວຍພວກເຂົາຮັບມືກັບຄວາມຕຶງຄຽດ.

ທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທຽວ ໄດ້ ກ່າວໃນກອງປະຊຸມວ່າ: “ສື່ມວນຊົນເຮົາໄດ້ເຮັດບົດບາດຂອງຕົນ ຮ່ວມແຮງຮ່ວມໃຈກັນປະຕິບັດໜ້າທີ່ການໂຄສະນາຕິດຕາມສະພາບການການລະບາດຂອງພະຍາດໂຄວິດ ທັງພາຍໃນ ແລະ ຕ່າງປະເທດ, ຕິດຕາມ ແລະ ເຄື່ອນໄຫວ ເອົາຂ່າວທຸກເຫດການ, ກິດຈະກຳຕ່າງໆ ຂອງຄະນະສະເພາະກິດ… ໂຄສະນາແນະນຳ ວິທີປ້ອງກັນພະຍາດ ອອກທຸກຊ່ອງທາງຄື: ສື່ໂທລະພາບ, ວິທະຍຸ, ໜັງສືພິມ, ສື່ອອນລາຍ ຮອດໂທລະໂຄ່ງປະຈຳບ້ານ ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຮັບຮູ້ເຖິງຜົນອັນຕະລາຍຂອງພະຍາດດັ່ງກ່າວ ແລະ ຮູ້ເຖິງວິທີປ້ອງກັນຕົນເອງ ແລະ ຄວບຄົວ ຈາກພະຍາດໂຄວິດ-19” ທ່ານຍັງເຫນັ້ນຫນັກວ່າ ໃນໄລະການກັບເຂົ້າໂຮງນຽນນີ້ “ຂໍໃຫ້ບັນດາສື່ມວນຊົນທຸກຂົງເຂດ ຈົ່ງນຳເອົາຂໍ້ມູນຂ່າວສານທີ່ໄດ້ຮັບໃນມື້ນີ້ໄປເຜີຍແຜ່ອອກທຸກຊ່ອງທາງຂອງສື່ ແລະ ສືບຕໍ່ໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານ ທີ່ເປັນປະໂຫຍດແກ່ພໍ່ແມ່ປະຊາຊົນບັນດາເຜົ່າ  ແລະ ນັກຮຽນນັກສຶກສາຕະຫລອດເຖິງເດັກນ້ອຍໃຫ້ຮັບຮູ້ ແລະ ເອົາໄປປະຕິບັດ.”

ທ່ານ ນາງ ບີອາເຕ ດາສ໌ເທວ, ຮັກສາການຜູ້ຕາງຫນ້າ ອົງການຢູນິເຊບ ປະຈໍາ ສປປ ລາວ ກ່າວວ່າ: "ນີ້ແມ່ນຊ່ວງເວລາໃໝ່ ສຳລັບພວກເຮົາທຸກຄົນແລະ ພວກເຮົາທຸກຄົນ ກຳລັງຮຽນຮູ້ທີ່ຈະປັບຕົວເຂົ້າກັບສະພາບປົກກະຕິແບບໃໝ່. ເປັນສິ່ງສຳຄັນທີ່ຕ້ອງຮັບປະກັນວ່າ ເດັກທຸກຄົນສາມາດເຂົ້າເຖິງການສຶກສາຂອງຕົນ, ພ້ອມທັງສົ່ງເສີມໃຫ້ເດັກ ເວົ້າເຖິງຄວາມຮູ້ສຶກ ແລະ ອາລົມຂອງຕົນ​ເອງ."

ປະຈຸບັນນີ້ ບັນດາໂຮງຮຽນໃນທົ່ວປະເທດ ກຳລັງມີການອະນາໄມ ແລະ ຂ້າເຊື້ອຢ່າງເປັນປະຈຳ ແລະ ບ່ອນລ້າງມືກໍ່ກຳ ລັງໄດ້​ຮັບ​ການຕິດຕັ້ງ. ໃນໄລຍະທີ 1 ຂອງການເປີດໂຮງຮຽນຄືນໃໝ່, ເດັກນັກຮຽນຊັ້ນມໍ 4, ມໍ 5 ແລະ ມໍ 7 ໄດ້ກັບຄືນໄປໂຮງຮຽນໃນວັນທີ 18 ເດືອນ ພຶດສະພາ. ໃນວັນທີ 2 ເດືອນມິຖຸນາ, ໂດຍອີງຕາມຄຳສັ່ງເລກທີ 597 ຂອງນາຍົກລັດຖະ ມົນຕີ, ກະຊວງສຶກສາທິການ ແລະ ກິ​ລາ ແລະ ຂະແໜງການອື່ນໆໄດ້ຮັບອະນຸຍາດໃຫ້ໂຮງຮຽນ ແລະ ສະຖາບັນການສຶກສາຕ່າງໆ ພາຍໃຕ້ການຊີ້ນຳຂອງຕົນໄດ້ເປີດຫ້ອງຮຽນຄືນໃໝ່ ສຳລັບເຮືອນ​ຝາກ​ເດັກ ແລະ ໂຮງ​ຮຽນອະນຸບານ, ແລະ ຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກ​ສາທີ່ຍັງເຫຼືອ. ນັກສຶກສາປີສຸດທ້າຍຂອງວິທະຍາໄລເຕັກນິກວິຊາຊີບ, ວິທະຍາໄລສ້າງຄູ ແລະ ມະຫາວິທະຍາໄລຕ່າງໆ ກໍ່ໄດ້ກັບຄືນໄປໂຮງຮຽນແລ້ວ, ສ່ວນຫ້ອງຮຽນທີ່ຍັງເຫຼືອທີ່ຈະເລີ່ມຕົ້ນ ຕັ້ງແຕ່ວັນທີ 15 ເດືອນ ມິຖຸນາ 2020 ເປັນຕົ້ນໄປ.

ໃນລະຫວ່າງການປິດໂຮງຮຽນ, ລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ລວມທັງອົງ​ການ ທີ່ບໍ່ສັງກັດ​ລັດ​ຖະ​ບານ (INGOs) ໄດ້ຮ່ວມມືຢ່າງແໜ້ນແຟ້ນ ແລະ ເຮັດວຽກຮ່ວມກັນເພື່ອຮັບປະກັນວ່າ ບໍ່ຄວນມີເດັກຂາດການສຶກສາ. ກະຊວງສຶກສາທິການ ແລະ ກິ​ລາ ດ້ວຍການສະໜັບສະໜູນຈາກອົງການຢູນິເຊັບ ແລະ ບັນດາຄູ່ຮ່ວມງານອື່ນໆ ໄດ້ເປີດລາຍການໂທ ລະພາບ ເພື່ອການສຶກສາທີ່ຖ່າຍ​ທອດອອກໃນໂທລະພາບແຫ່ງຊາດ ພ້ອມທັງຊ່ອງໂທລະພາບດາວທຽມການສຶກສາ ແລະ ກິລາ. ພ້ອມດຽວກັນນັ້ນ, ອົງການຢູນິເຊັບໄດ້ນຳເອົາລາຍການ “ບ້ານ​ຂອງ​ຂ້ອຍ” ມາ​ອອກອາກາດຄືນໃໝ່, ຊຶ່ງ​ເປັນລາຍການໂທລະ ພາບສຳ​ລັບເດັກນ້ອຍລາວ ເພື່ອໃຫ້ຄວາມຮູ້ ແລະ ທັກສະພື້ນຖານທີ່ຈະຊ່ວຍ ພັດທະນາດ້ານຮ່າງກາຍ, ດ້ານ​ສະ​ຕິ​ປັນ​ຍາ, ດ້ານສັງຄົມ ແລະ ດ້ານຈິດໃຈຂອງເດັກທຸກຄົນ ລວມທັງເດັກຍິງ, ເດັກຊາຍ, ເດັກບັນ​ດາຊົນເຜົ່າ ແລະ ເດັກພິການ .

ອົງການຢູນິເຊັບ ຍັງໄດ້ສ້າງສູນຂໍ້ມູນການຮຽນຮູ້ໃນເວບໄຊທ໌ຂອງຕົນ, ລວມທັງກິດຈະກຳ, ວິດີໂອ ແລະ ຮູບພາບ, ເອກະ ສານຕ່າງໆ ສຳລັບຄູ ແລະ ພໍ່ແມ່ ເພື່ອສະໜັບສະໜູນການຮຽນຢູ່ເຮືອນ ແລະ ສະໜັບສະໜູນກະຊວງສຶກສາທິການ ແລະ ກິ​ລາ ໃນ​ການສ້າງແຜນການການສຶກສາເພື່ອ​ຕອບ​ໂຕ້​ຕໍ່​ພະ​ຍາດ​ໂຄວິດ-19 ຊຶ່ງໄດ້ນຳໃຊ້ເພື່ອເປັນຂໍ້​ແນະ​ນຳ​ໃນ​ໂຄງ​ການຕ່າງໆເພື່ອຫຼຸດຜ່ອນຜົນກະທົບຂອງການ​ແຜ່ລະບາດໃນຂະແໜງການ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Kate Rose
UNICEF Lao PDR
ອີເມວ: [email protected]

ກ່ຽວກັບ ອົງການຢູນິເຊບ UNICEF

ອົງການ ສປຊ ສຳລັບເດັກ ແມ່ນເຮັດວຽກຢູ່ໃນບາງພື້ນທີ່ທີ່ຫຍຸ້ງຍາກທີ່ສຸດໃນໂລກ, ເພື່ອໃຫ້ເຂົ້າເຖິງເດັກທີ່ຂາດໂອກາດຫຼາຍທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແດນ. ພວກເຮົາເຮັດວຽກກັບເດັກທຸກໆຄົນ, ທຸກໆບ່ອນເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ. ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບອົງການຢູນິເຊັບ UNICEF ແລະ ວຽກງານກ່ຽວກັບເດັກ ຂອງອົງການຢູ່ໃນ ສປປ ລາວ ສາມາດເບິ່ງໄດ້ ທີ່: http: //www.unicef.org/laos
ຕິດຕາມ Facebook, Twitter, YouTube ແລະ www.unicef.org