ຜົນກະທົບທາງດ້ານເສດຖະກິດຈາກການແຕ່ງດອງໃນໄວເດັກ

Lao PDR puts early childhood at the heart of national progress, partners call for investment in first 1,000 days of a child’s life
UNICEF/2025/kphiennachit

About

ການແຕ່ງງານໃນໄວເດັກຍັງຄົງແຜ່ຫຼາຍໃນ ສປປ ລາວ ແລະ ກຳລັງເພີ່ມສູງຂຶ້ນໃນກຸ່ມອາຍຸຍັງນ້ອຍ, ໂດຍແມ່ຍິງອາຍຸ 20-24 ປີ ຈຳນວນ 30.5% ແຕ່ງງານກ່ອນອາຍຸ 18 ປີ ແລະ 17.4% ເກີດລູກກ່ອນອາຍຸ 18 ປີ. ການສຶກສາຄັ້ງນີ້ ໃຫ້ການວິເຄາະໃນລະດັບຊາດທີ່ຄົບວົງຈອນທີ່ສຸດເທົ່າທີ່ເຄີຍມີມາ ກ່ຽວກັບຜົນກະທົບຂອງການແຕ່ງງານໃນໄວເດັກທີ່ມີຕໍ່ເດັກຍິງ, ລູກຂອງພວກເຂົາ ແລະ ການພັດທະນາຂອງປະເທດ. ຫຼັກຖານສະແດງໃຫ້ເຫັນວ່າ ການແຕ່ງງານໃນໄວເດັກ ເພີ່ມອັດຕາການເກີດລູກຢ່າງຫຼວງຫຼາຍ, ນຳໄປສູ່ການເກີດລູກກ່ອນໄວ, ແລະ ເພີ່ມຄວາມສ່ຽງຕໍ່ການເສຍຊີວິດໃນເດັກອາຍຸຕໍ່າກວ່າ 5 ປີ ແລະ ການເຕີບໂຕຊ້າອັນເນື່ອງມາຈາກຂາດສານອາຫານ. ເດັກຍິງທີ່ແຕ່ງງານໃນຊ່ວງອາຍຸ 15-17 ປີ ມີແນວໂນ້ມອອກໂຮງຮຽນສູງກວ່າເຖິງ 75 ເທົ່າ ເຊິ່ງຫຼຸດຜ່ອນລາຍຮັບຕະຫຼອດຊີວິດ ແລະ ໂອກາດທາງເສດຖະກິດຂອງພວກເຂົາຢ່າງຫຼວງຫຼາຍ. ຮູບແບບເຫຼົ່ານີ້ ຮ້າຍແຮງທີ່ສຸດໃນຄອບຄົວທີ່ທຸກຍາກ ແລະ ຊົນນະບົດ, ຊຶ່ງຫມາຍຄວາມວ່າ ຊຸມຊົນທີ່ທຸກຍາກທີ່ສຸດ ຕ້ອງຮັບແບກຜູກຮັບຜິດຊອບທີ່ແຫ່ງຫນັກຈາກການແຕ່ງງານໃນໄວເດັກ.

ຄວາມເສຍຫາຍທາງເສດຖະກິດທີ່ເກີດຂຶ້ນ ແມ່ນມີຄວາມຮ້າຍແຮງ. ໃນແຕ່ລະປີ, ສປປ ລາວ ສູນເສຍລາຍຮັບຂອງແມ່ຍິງປະມານ 22 ລ້ານໂດລາສະຫະລັດ ເນື່ອງຈາກການອອກໂຮງຮຽນກ່ອນໄວ, ພ້ອມດ້ວຍຄວາມເສຍຫາຍໃກ້ຄຽງ 20 ລ້ານໂດລາສະຫະລັດ ທີ່ເຊື່ອມໂຍງກັບການເສຍຊີວິດຂອງເດັກ ແລະ ການເຕີບໂຕຊ້າທີ່ສາມາດປ້ອງກັນໄດ້. ໃນຂະນະທີ່ການແຕ່ງງານໃນໄວເດັກ ແມ່ນການລະເມີດສິດທິໂດຍພື້ນຖານ, ບົດລາຍງານນີ້ ສະແດງໃຫ້ເຫັນວ່າ ການຢຸດເຊົາຮີດຄອງປະເພນີນີ້ ຍັງເປັນການລົງທຶນທີ່ສະຫຼາດໃນທຶນມະນຸດຂອງປະເທດ. ຜົນການສຶກສາຄົ້ນຄ້ວາ ເອີ້ນຮ້ອງໃຫ້ມີການເພີ່ມທະວີຄວາມຮັບຜິດຊອບຂອງຫຼາຍຂະແໜງການ, ໂດຍໃຫ້ຄວາມສຳຄັນກັບການຮັກສາເດັກຍິງໃຫ້ຢູ່ໃນໂຮງຮຽນ, ຂະຫຍາຍບໍລິການດ້ານສຸຂະພາບ ແລະ ການປ້ອງກັນສຳລັບໄວລຸ້ນ, ການແກ້ໄຂບັນຫາບູຮານນິຍົມທາງສັງຄົມ, ແລະ ການສົ່ງເສີມການຊ່ອຍເຫຼືອໃຫ້ແກ່ຊຸມຊົນທີ່ທຸກຍາກ ແລະ ຖືກຜົນກະທົບຫຼາຍທີ່ສຸດ.

ຜູ້ຂຽນ
UNICEF Laos