ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ ແລະ ການຕ້ານທານກັບການປ່ຽນແປງດິນຟ້າອາກາດ

ນໍ້າສະອາດ, ສຸຂາພິບານ ແລະ ການປະຕິບັດສຸຂະອານາໄມທີ່ດີ

WASH in school
UNICEF Laos/Noorani

ສິ່ງທ້າທາຍ

ນໍ້າດື່ມໃນ ສປປ ລາວ ອາດຈະປົນເປື້ອນດ້ວຍສານເຄມີທີ່ເປັນອັນຕະລາຍ ແລະ ສິ່ງເສດເຫຼືອຂອງມະນຸດ, ເຊິ່ງກໍ່ໃຫ້ເກີດບັນຫາສຸຂະພາບຫຼາຍຢ່າງ. ອົງການຢູນິເຊັບ ເຮັດວຽກຢູ່ ສປປ ລາວ ເພື່ອຊ່ວຍຮັບປະກັນໃຫ້ເດັກ ແລະ ຄອບຄົວຢູ່ໃນບ້ານ ແລະ ໂຮງຮຽນ ສາມາດເຂົ້າເຖິງແຫຼ່ງນໍ້າສະອາດ ແລະ ສຸຂະອານາໄມ.

ຫຼາຍໆຊຸມຊົນໃນເຂດຊົນນະບົດ ບໍ່ຮູ້ກ່ຽວກັບການປະຕິບັດສຸຂາພິບານ ແລະ ສຸຂະອານາໄມ ທີ່ເໝາະສົມ. ປະມານ 24% ຂອງປະຊາກອນຍັງປະຕິບັດການຖ່າຍຊະຊາຍ, ແລະ ມີພຽງ 28% ຂອງອາຈົມເດັກທີ່ຖືກກໍາຈັດຢ່າງປອດໄພ.

 

UNICEF Lao PDR
UNICEF Laos/2018/Saykoson A mother and her daughter are happy to be able to have clean water and a toilet at home.

ສິ່ງທີ່ພົ້ນເດັ່ນແມ່ນມີພຽງ 66% ຂອງໂຮງຮຽນປະຖົມ 8,857 ແຫ່ງ ທີ່ມີທັງນໍ້າໃຊ້ ແລະ ວິດຖ່າຍ (ລະບົບຂໍ້ມູນການສຶກສາ, 2017). ສິ່ງນີ້ສົ່ງຜົນກະທົບທີ່ບໍ່ດີຕໍ່ການເຂົ້າໂຮງຮຽນ, ການເຂົ້າຫ້ອງຮຽນ, ອັດຕາການຮັກສາການຮຽນ ແລະ ອັດຕາການຮຽນຈົບ, ໂດຍສະເພາະເດັກຍິງ ແລະ ເດັກນ້ອຍທີ່ອາໄສຢູ່ເຂດຊົນນະບົດ, ບ່ອນທີ່ອາຄານຮຽນເປ້ເພ ແລະ ສະພາບບໍ່ດີ.

ວິທີແກ້ໄຂ

Handwashing in school
UNICEF Laos/2017/Saykoson Handwashing in school

ແຜນງານນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ ແລະ ການຕ້ານທານກັບການປ່ຽນແປງດິນຟ້າອາກາດ ອົງການຢູນິເຊັບ ສະ ໜັບສະໜູນ ສປປ ລາວ ໃນການພະຍາຍາມເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ໂດຍແນໃສ່ເດັກ ແລະ ຄອບຄົວທີ່ດ້ອຍໂອກາດທີ່ສຸດ ແລະ ຮັບປະກັນໃຫ້ພວກເຂົາມີການເຂົ້າເຖິງ ແລະ ນຳໃຊ້ແຫຼ່ງນໍ້າ ແລະ ສຸຂາພິບານຂັ້ນພື້ນຖານທີ່ຍືນຍົງ.

ອົງການຢູນິເຊັບ ຍັງໄດ້ສົ່ງເສີມພຶດຕິກຳການອານາໄມທີ່ດີ ແລະ ເຮັດວຽກຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ເພື່ອສົ່ງເສີມການປະຕິບັດການອານາໄມປະຈຳວັນໃນໂຮງຮຽນປະຖົມ ແລະ ອະນຸບານ ໂດຍການສ້າງສະພາບແວດລ້ອມທີ່ອຳນວຍໃຫ້ແກ່ການປ່ຽນແປງພຶດຕິກຳ ດ້ວຍການມີສ່ວນຮ່ວມຂອງນັກຮຽນ. ຍິ່ງໄປກວ່ານັ້ນ, ປະຈຸບັນ ກະຊວງສຶກສາທິການ ແລະ ກິລາ ກຳລັງພັດທະນາມາດຕະຖານແຫ່ງຊາດສໍາລັບນໍ້າ, ສຸຂາພິບານ ແລະ ສຸຂະອານາໄມໃນໂຮງຮຽນ ໂດຍການສະໜັບສະໜູນຈາກ ອົງການຢູນິເຊັບ. 

ອົງການຢູນິເຊັບ ຍັງເຮັດວຽກເພື່ອສະໜັບສະໜູນຊຸມຊົນໃນການປັບປຸງສຸຂາພິບານ ແລະ ຢຸດຕິການຖ່າຍຊະຊາຍ,  ແລະ ສົ່ງເສີມການລ້າງມື ແລະ ການວາງແຜນນໍາໃຊ້ນໍ້າສະອາດ. ຄຽງຄູ່ກັບ ກະຊວງສາທາລະນະສຸກ, ອົງການຢູນິເຊັບ ກຳລັງທົດລອງໃຊ້ວິທີການໃໝ່ທີ່ມີຊື່ວ່າ 'ວິທີການໃຫ້ເມືອງເປັນເຈົ້າການໃນການລົບລ້າງການຖ່າຍຊະຊາຍຢູ່ ແຂວງ ບໍລິຄຳໄຊ'. ມາຮອດປະຈຸບັນ, 3 ເມືອງພາຍໃນແຂວງດັ່ງກ່າວ ໄດ້ຮັບການປະກາດເປັນເມືອງຢຸດຕິການຖ່າຍຊະຊາຍ. ຮອດປີ 2020, ຄາດວ່າທົ່ວແຂວງຈະຖືກປະກາດເປັນແຂວງຢຸດຕິການຖ່າຍຊະຊາຍ. ຂໍຂອບໃຈກັບຕົວແບບນີ້, ອົງການຢູນິເຊັບ ແລະ ລັດຖະບານແຫ່ງ ສປປ ລາວ ຄາດວ່າຈະເລັ່ງອັດຕາການປົກຄຸມວິດຖ່າຍ, ຢຸດຕິການຖ່າຍຊະຊາຍ ໃຫ້ຂຶ້ນໄປຕາມຂັ້ນໄດ ເພື່ອສຸຂາພິບານທີ່ດີຂຶ້ນເທື່ອລະກ້າວ.

ແຫຼ່ງຂໍ້ມູນ