ວິທີຊ່ວຍໃຫ້ໃຈຂອງພໍ່ແມ່ສະຫງົບລົງໃນຊ່ວງເວລາທີ່ຕຶງຄຽດ

ເຕັກນິກຂອງຜູ້ຊ່ຽວຊານເພື່ອຈັດການຄວາມຄຽດ ແລະ ອາລົມຂອງທ່ານ ໃນຊ່ວງເວລາທີ່ຍາກລຳບາກໃນການເປັນຜູ້ປົກຄອງ

UNICEF Laos
A man holding the baby
UNICEF
09 ມີຖຸນາ 2025

ໃນຊ່ວງເວລາທີ່ຕຶງຄຽດ, ການເຮັດໃຫ້ໃຈສະຫງົບນັ້ນເປັນເລື່ອງທີ່ຍາກໂດຍສະເພາະເມື່ອລູກຂອງທ່ານບໍ່ໄດ້ປະພຶດໂຕຕາມທີ່ທ່ານຕ້ອງການ.

 

ການຮຽນຮູ້ທີ່ຈະຈັດການກັບອາລົມຂອງທ່ານແມ່ນເປັນເຄື່ອງມືທີ່ດີທີ່ສຸດໃນການລ້ຽງດູ. ມັນຊ່ວຍໃຫ້ທ່ານສາມາດຕອບສະໜອງຕໍ່ລູກຂອງທ່ານຢ່າງລະມັດລະວັງ, ສະຫງົບ ແລະ ໜັກແໜ້ນ - ບໍ່ວ່າຈະຢູ່ໃນຊ່ວງລຳບາກກໍຕາມ.

 

ສິ່ງເຫຼົ່ານີ້ແມ່ນທັກສະທີ່ທ່ານສາມາດເສີມສ້າງໃຫ້ໂຕເອງໄດ້ເລື້ອຍໆ, ໂດຍສະເພາະເມື່ອທ່ານບໍ່ມີຄວາມຕຶງຄຽດ ມັນຈະງ່າຍຂຶ້ນທີ່ເມື່ອທ່ານຕ້ອງການດຶງທັກສະນີ້ມາໃຊ້. 

ການໃຊ້ທັກສະເຊີງບວກແບບນີ້ ບໍ່ພຽງແຕ່ສະໜັບສະໜູນສະພາບການເປັນຢູ່ຂອງລູກຂອງທ່ານ, ແຕ່ຍັງຊ່ວຍຢຸດຕິພຶດຕິກໍາທີ່ເປັນອັນຕະລາຍຕໍ່ເດັກ ເຊັ່ນ: ການຮ້ອງດ່າ ຫຼື ການລົງໂທດທາງຮ່າງກາຍ ເຊິ່ງສົ່ງຜົນໃຫ້ເດັກເສຍຄວາມໄວ້ວາງໃຈ ແລະ ຄວາມປອດໄພທາງດ້ານອາລົມ ແລະ ຮ່າງກາຍ.

 

ຄຳແນະນຳຕໍ່ໄປນີ້ຈະຊ່ວຍໃຫ້ທ່ານຝຶກຄວບຄຸມສະຕິໃນ ແລະ ນອກສະຖານະການທີ່ຕຶງຄຽດ: 

ຢຸດຊົ່ວຄາວກ່ອນຕອບສະໜອງ 


ເມື່ອສະຖານະການເລີ່ມຕຶງຄຽດ, ມັນງ່າຍທີ່ຈະອາລົມເສຍ. ແຕ່ວິທີແກ້ໄຂທີ່ດີທີ່ສຸດແມ່ນການ ຢຸດໄຕ່ຕອງຊົ່ວຄາວ.

ໃຫ້ລອງຫາຍໃຈຊ້າໆ ແລະ ເລິກໆ ຫ້າຄັ້ງ ເພື່ອໃຫ້ເວລາຕົວເອງກ່ອນທີ່ຈະຕອບສະຫນອງ. ຜູ້ປົກຄອງຫຼາຍໆ ຄົນເຫັນດີຂັ້ນຕອນນ້ອຍໆ ນີ້ຊ່ວຍໃຫ້ພວກເຂົາສະຫງົບລົງ ແລະ ຫຼີກເວັ້ນການສະແດງພຶດຕິທີ່ຈະເຮັດໃຫ້ເສຍໃຈພາຍຫຼັງ.

ຢ່າໃຊ້ຄວາມຮຸນແຮງ 


ການຕີ, ຮ້ອງດ່າ, ຫຼື ການໃຊ້ການລົງໂທດທາງດ້ານຮ່າງກາຍອາດຈະຢຸດພຶດຕິກຳຂອງເດັກໄດ້ໃນຊ່ວງເວລານັ້ນ, ແຕ່ມັນສາມາດສົ່ງຜົນໃຫ້ເກີດຄວາມຢ້ານກົວ, ຄວາມສັບສົນ, ອັນຕະລາຍທາງດ້ານຮ່າງກາຍ ແລະ ອາລົມໃນໄລຍະຍາວໄດ້. ເຮັດໃຫ້ເດັກເສຍຄວາມໄວ້ວາງໃຈໃນໂຕຜູ້ປົກຄອງ ແລະ ເປັນການສອນວ່າການໃຊ້ຄວາມຮຸນແຮງແມ່ນວິທີແກ້ໄຂບັນຫາ. ດັ່ງນັ້ນ, ຄວນນໍາພາເດັກດ້ວຍຄວາມໃຈເຢັນ ແລະ ສອນໂດຍບໍ່ໃຊ້ການລົງໂທດ.

 

ຕັ້ງຄຳຖາມກັບຄວາມອັກຄະຕິຂອງທ່ານເອງ 


ບາງຄັ້ງເມື່ອລູກຂອງເຮົາປະພຶດໂຕບໍ່ເໝາະສົມ, ປະຕິກິລິຍາຂອງເຮົາບໍ່ໄດ້ເກີດຈາກຄວາມຄຽດພຽງຢ່າງດຽວ, ແຕ່ຍັງຖືກຫຼໍ່ຫຼອມຈາກຄວາມເຊື່ອທີ່ເຮົາມີຢູ່ໂດຍບໍ່ຮູ້ຕົວ. ບາງທີເຮົາອາດຈະຄາດຫວັງໃຫ້ເດັກຊາຍຕ້ອງເປັນຄົນເຂັ້ມແຂງ ຫຼື ເດັກຍິງຕ້ອງເປັນຄົນຮຽບຮ້ອຍ. ແນວຄວາມຄິດເຫຼົ່ານີ້ສາມາດສ້າງອິດທິພົນຕໍ່ວິທີທີ່ເຮົາຕອບສະໜອງຕໍ່ເດັກ.  

ໃຫ້ລອງຖາມຕົວເອງວ່າ "ຂ້ອຍກຳລັງສະແດງອາລົມຕໍ່ສິ່ງທີ່ລູກຂອງຂ້ອຍໄດ້ເຮັດແທ້ໆ ຫຼື ຕໍ່ສິ່ງທີ່ຂ້ອຍຄິດວ່າພວກເຂົາຄວນເປັນ?" ຄຳຖາມນີ້ສາມາດຊ່ວຍໃຫ້ທ່ານຕອບສະໜອງໂດຍປາສະຈາກອັກຄະຕິ ແລະ ມີຄວາມເຫັນອົກເຫັນໃຈຫຼາຍຂຶ້ນ. 

 

ໃຫ້ລອງເບິ່ງຈາກມຸມມອງຂອງລູກທ່ານ

ຢຸດພັກຊົ່ວຄາວ ແລະ ນຶກພາບວ່າຊ່ວງເວລານັ້ນລູກຂອງທ່ານຮູ້ສຶກແນວໃດ. ພວກເຂົາເມື່ອຍ, ຫິວ, ຮູ້ສຶກສັບສົນ ຫຼື ພຽງແຕ່ກຳລັງຮຽນຮູ້ວິທີຈັດການກັບອາລົມທີ່ຮຸນແຮງຢູ່? ຈື່ໄວ້ວ່າເດັກທຸກຄົນກຳລັງຢູ່ໃນຊ່ວງຂອງການຮຽນຮູ້. ພວກເຂົາເປັນເດັກນ້ອຍ, ບໍ່ແມ່ນຜູ້ໃຫຍ່ຮ່າງນ້ອຍ, ເຮົາບໍ່ສາມາດຄາດຫວັງໃຫ້ເດັກປະພຶດໂຕໄດ້ຄືກັບຜູ້ໃຫຍ່. 

ໂດຍທົ່ວໄປແລ້ວ, ເດັກນ້ອຍບໍ່ໄດ້ສະແດງພຶດຕິກຳເຫຼົ່ານັ້ນເພື່ອເຮັດໃຫ້ເຮົາບໍ່ພໍໃຈ, ແຕ່ເພາະວ່າພວກເຂົາກຳລັງຮຽນວິທີຈັດການກັບອາລົມຂອງເຂົາຢູ່ ຕົວຢ່າງເຊັ່ນ: ເດັກນ້ອຍທີ່ກຳລັງອາລະວາດຢູ່ນັ້ນເກີດຈາກການທີ່ພວກເຂົາບໍ່  ສາມາດຄວບຄຸມອາລົມ ຫຼື ພຶດຕິກຳຂອງຕົນເອງໄດ້.

ໄວລຸ້ນທີ່ມີອາລົມປະທຸ ອາດແມ່ນກຳລັງຈັດການກັບອາລົມທີ່ຮຸນແຮງ, ການປ່ຽນແປງຂອງຮໍໂມນ ແລະ ອາດຈະກໍາລັງປະສົບກັບຄວາມກົດດັນທາງສັງຄົມທີ່ທ່ານອາດບໍ່ຮູ້.

ການເບິ່ງຜ່ານມຸມມອງຂອງລູກ ຈະສາມາດເຮັດໃຫ້ທ່ານເຂົ້າໃຈ ແລະ ການໜອງຂອງທ່ານມີຄວາມອ່ອນໂຍນລົງ, ຊ່ວຍໃຫ້ທ່ານຊີ້ນຳອາລົມຄວາມຮູ້ສຶກພວກເຂົາດ້ວຍຄວາມອົດທົນຫຼາຍຂຶ້ນ.

 

ການຖອຍອອກມາເພື່ອດູແລ ແລະ ໃສ່ໃຈຕົວເອງ

ທ່ານບໍ່ສາມາດດູແລລູກໄດ້ເຕັມທີ່ ຫາກທ່ານບໍ່ມີການດູແລໂຕເອງ. ຫາເວລາໃຫ້ໂຕເອງມ ອາດຈະເປັນສອງ ຫຼື ສາມນາທີຕໍ່ມື້ - ເພື່ອເຮັດໃນສິ່ງທີ່ຊ່ວຍໃຫ້ໄດ້ພັກ ຫຼື ສະຫງົບຈິດໃຈ,  ບໍ່ວ່າຈະເປັນການນັ່ງຢູ່ງຽບໆ, ການຍ່າງ, ການຍືດເສັ້ນຍືດສາຍ, ຫຼື ພຽງແຕ່ຫາຍໃຈເຂົ້າເລິກໆ.

ເມື່ອທ່ານດູແລຄວາມຕ້ອງການທາງອາລົມຂອງທ່ານເອງໄດ້ດີແລ້ວ, ທ່ານກໍຈະສາມາດດູແລລູກຂອງທ່ານໄດ້ດີຂຶ້ນເຊັ່ນກັນ.

 

ຝຶກຄວາມສະຫງົບໃນຊ່ວງເວລາທີ່ບໍ່ວຸ້ນວາຍ 

ຊ່ວງເວລາທີ່ດີທີ່ສຸດໃນການສ້າງທັກສະ "ການສະຫງົບອາລົມ" ຂອງທ່ານແມ່ນໃນເມື່ອສິ່ງອ້ອມຂ້າງບໍ່ມີຄວາມຕຶງຄຽດ.

ລອງເຝິກຫາຍໃຈເລິກໆ, ລ້າງໜ້າດ້ວຍນໍ້າເຢັນ, ອອກໄປຮັບອາກາດສົດຊື່ນ ຫຼື ເຕັ້ນກະໂດດ. ການປັບຮ່າງກາຍເລັກນ້ອຍເຫຼົ່ານີ້ ຈະຊ່ວຍກ່ອມໃຫ້ລະບົບປະສາດຂອງທ່ານສະຫງົບລົງ. ເມື່ອມີການຊ້ອມເປັນປະຈຳ ການຄວາມຄຸມອາລົມກໍຈະງ່າຍຂຶ້ນໃນຊ່ວງເວລາທີ່ມີຄວາມຫຍຸ້ງຍາກ. 

ນອກຈາກນັ້ນທ່ານຍັງເປັນແບບຢ່າງໃຫ້ລູກຂອງທ່ານເອງໃນການຈັດການກັບອາລົມຄວາມຮູ້ສຶກ.

 

ຍິນດີກັບສິ່ງດີໆ ທີ່ເກີດຂຶ້ນ 

ໃນຊ່ວງເວລາທີ່ຍາກລຳບາກ ຫຼື ທຸກໃຈ, ເຮົາມັກຈະໃຫ້ຄວາມສົນໃຈກັບສິ່ງຜິດພາດເທົ່ານັ້ນ. ລອງສ້າງນິໄສໃນການສັງເກດເຫັນສິ່ງທີ່ດີໆ, ທັງໃນຕົວລູກ ແລະ ຕົວທ່ານເອງ. 

ໃນຕອນທ້າຍຂອງມື້, ໃຊ້ເວລາສັ້ນໆເພື່ອຖາມຕົວເອງວ່າ, "ມື້ນີ້ເຮົາເຮັດໜ້າທີ່ພໍ່ແມ່ໄດ້ດີຈັກຢ່າງແລ້ວບໍ?" ການຍອມຮັບແບບງຽບໆນັ້ນຊ່ວຍສ້າງຄວາມເຊື່ອໝັ້ນໃຫ້ເຮົາເອງໄດ້.

ພະຍາຍາມຕໍ່ໄປ 
ການເປັນພໍ່ເປັນແມ່ແມ່ນເຕັມໄປດ້ວຍຄວາມທ້າທາຍ, ແລະ ບໍ່ມີໃຜສົມບູນທີ່ເຮັດໜ້າທີ່ໄດ້ສົມບູນແບບ. ເຮົາທຸກຄົນກຳລັງເຮັດດີທີ່ສຸດທີ່ເຮົາສາມາດເຮັດໄດ້, ແລະ ເຮົາທຸກຄົນກໍມີຊ່ວງເວລາທີ່ເຮົາຫວັງວ່າຈະ ສາມາດກັບໄປແກ້ໄຂຄືນໄດ້.

ສິ່ງສຳຄັນທີ່ຄວນຈື່ໄວ້ແມ່ນ ວ່າການເປັນພໍ່ແມ່ໃນແງ່ບວກບໍ່ໄດ້ໝາຍເຖິງການເຮັດທຸກສິ່ງທຸກຢ່າງໃຫ້ຖືກຕ້ອງ ສະເໝີໄປ. ແຕ່ໝາຍເຖິງການສະແດງອອກດ້ວຍຄວາມຮັກ, ການຮຽນຮູ້ໄປພ້ອມກັນ, ແລະ ການສ້າງສາຍສຳພັນລວມທັງຄວາມປອດໄພທາງອາລົມ, ເທື່ອລະກ້າວນຳກັນ.

ສິ່ງທີ່ສຳຄັນທີ່ສຸດແມ່ນວ່າທ່ານຍັງຄົງພະຍາຍາມ, ຍັງຄົງຮັກ, ແລະ ຍັງຄົງຢູ່ຄຽງຂ້າງ. ເພາະວ່າຄວາມ ພະຍາຍາມນັ້ນມີຄວາມໝາຍຢ່າງຍິ່ງ. 

ຈົ່ງຈື່ໄວ້ວ່າ: ອາລົມຂອງທ່ານເປັນຜູ້ສົ່ງຂ່າວ. ເມື່ອທ່ານເຂົ້າໃຈແລະຮັບຟັງອາລົມເຫຼົ່ານັ້ນ, ທ່ານຈະສ້າງພື້ນທີ່ໃຫ້ຕົວເອງໄດ້ຕອບສະຫນອງຢ່າງມີສະຕິ. ແທນທີ່ຈະໂຕ້ຕອບດ້ວຍອາລົມທັນທີນັ້ນແມ່ນວິທີທີ່ທ່ານຊ່ວຍໃຫ້ລູກຂອງ ທ່ານຮູ້ສຶກປອດໄພ, ເຂົ້າໃຈ, ແລະ ໄດ້ຮັບຄວາມຮັກ, ເຖິງຢູ່ໃນຊ່ວງເວລາທີ່ຍາກກໍຕາມ.