ສ.ປ.ປ ລາວ ຖືເອົາການພັດທະນາເດັກໃນໄວແລກເກີດ ເປັນຫົວໃຈຂອງຄວາມກ້າວໜ້າແຫ່ງຊາດ, ບັນດາຄູ່ຮ່ວມງານ ຮຽກຮ້ອງໃຫ້ລົງທຶນໃສ່ໃນ 1.000 ວັນທຳອິດ ຂອງຊີວິດເດັກ.

22 ຕຸລາ 2025
Lao PDR puts early childhood at the heart of national progress, partners call for investment in first 1,000 days of a child’s life
UNICEF/2025/kphiennachit

ໃນວັນທີ 20 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ, ສູນກາງສະຫະພັນແມ່ຍິງລາວ, ລັດຖະບານອົດສະຕຣາລີ ແລະ ອົງການ ຢູນິເຊັບ ປະຈຳ ສ.ປ.ປ ລາວ, ພ້ອມດ້ວຍບັນດາກະຊວງທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສັງຄົມ, ໄດ້ຈັດກອງປະຊຸມປຶກສາຫາລື ການເສີມສ້າງຄວາມເຂັ້້ມແຂງໃຫ້ຄອບຄົວ ແລະ ສົ່ງເສີມອະນາຄົດທີ່ສົດໃສໃຫ້ແກ່ເດັກ ພາຍໃຕ້ແຜນງານ “ ຮັກລູກໃຫ້ໃສ່ໃຈ ” ໃນ ສ.ປ.ປ ລາວ ເພື່ອຂະຫຍາຍການສະໜັບສະໜູນໃຫ້ພໍ່ແມ່ ແລະ ຜູ້ດູແລເດັກ ທັງໃນໄລຍະຖືພາ ແລະ ໃນສອງປີທຳອິດຂອງຊີວິດເດັກນ້ອຍ.

ຫຼັກຖານຈາກທົ່ວໂລກໄດ້ສະແດງໃຫ້ເຫັນວ່າ: ການລົງທຶນຄຸນນະພາບສູງ ໃສ່ໃນການພັດທະນາເດັກກ່ອນໄວຮຽນ ຈະໃຫ້ຜົນຕອບແທນສູງ ຕໍ່ນະໂຍບາຍສາທາລະນະຄື: ເດັກຈະມີຄວາມພ້ອມໃນການເຂົ້າໂຮງຮຽນຫຼາຍຂຶ້ນ, ມີສຸຂະພາບແຂງແຮງຕະຫຼອດຊີວິດ ແລະ ມີໂອກາດສ້າງລາຍໄດ້ທີ່ສົມເຫດສົມຜົນຫຼາຍຂຶ້ນ.

“ຄອບຄົວແມ່ນຫ້ອງຮຽນທຳອິດ, ແລະ ພໍ່ແມ່ຄືຄູສອນຜູ້ທຳອິດທີ່ສຳຄັນທີ່ສຸດຂອງລູກ,” ທ່ານນາງ ອາລີ ວົງໜໍ່ບຸນທຳ, ປະທານສະຫະພັນແມ່ຍິງລາວ ໄດ້ກ່າວ. “ພວກເຮົາສາມາດເສີມສ້າງຊີວິດທີ່ດີໃຫ້ເດັກໄດ້ຜ່ານການສະໜັບສະໜູນທີ່ດີ ແລະ ສາມາດນຳໄປປະຕິບັດໄດ້ຕົວຈິງເຊັ່ນ: ການລ້ຽງລູກດ້ວຍນົມແມ່, ການສົນທະນາໂອ້ລົມກັບລູກ, ການອ່ານປຶ້ມໃຫ້ລູກຟັງ, ການມີໂພຊະນາການອາຫານທີ່ດີ ແລະ ການກວດສຸຂະພາບເປັນປະຈຳ. ພວກເຮົາຮຽກຮ້ອງໃຫ້ຄູ່ຮ່ວມງານທັງໝົດມາລົງທຶນຮ່ວມກັນເພື່ອໃຫ້ພໍ່ແມ່ທຸກຄົນໄດ້ຮັບການຊ່ວຍເຫຼືອທີ່ພວກເຂົາສົມຄວນຈະໄດ້ຮັບ ພາຍໃນ 1.000 ວັນທຳອິດນັ້ນ.”

Lao PDR puts early childhood at the heart of national progress, partners call for investment in first 1,000 days of a child’s life
UNICEF/2025/kphiennachit

ຈາກການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ໄດ້ຊີ້ໃຫ້ເຫັນທັງຄວາມຈຳເປັນອັນຮີບດ່ວນ ແລະ ໂອກາດອັນດີ: ປະມານ 33% ຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີ ແມ່ນມີການເຕີບໂຕຊ້າ (ລວງສູງບໍ່ໄດ້ມາດຕະຖານ), 11% ຈ່ອຍຜອມ, ມີພຽງ 37% ຂອງເດັກນ້ອຍທີ່ໄດ້ຮັບວັກຊີນຄົບຕາມກຳນົດ, ມີພຽງ 45% ຂອງເດັກນ້ອຍເກີດໃໝ່ທີ່ໄດ້ກິນນົມແມ່ພຽງຢ່າງດຽວ ແລະ ອັດຕາການເຂົ້່່າໂຮງຮຽນກ່ອນໄວຮຽນອາຍຸລະຫວ່າງ 3 ຫາ 4 ປີ ມີເດັກພຽງ 27%.

ເຖິງຢ່າງໃດກໍຕາມຜ່ານແຜນງານນີ້ພວກເຮົາໄດ້ເຫັນແນວທາງທີ່ສາມາດແກ້ໄຂ ແລະ ປ່ຽນແປງສິ່ງທ້າທາຍເຫຼົ່ານີ້ໄດ້. ຂໍຂອບໃຈມາຍັງການລິເລີ່ມ ແຜນງານ “ຮັກລູກໃຫ້ໃສ່ໃຈ ແລະ ຄອບຄົວຜາສຸກ ພ້ອມກັນພັດທະນາ” ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານໂຄງການຮ່ວມມືອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະ ຕຣາລີ. ໂຄງການຮ່ວມມືດັ່ງກ່າວໄດ້ຊ່ວຍໃຫ້ພໍ່ແມ່ຫຼາຍພັນຄົນໄດ້ນໍາເອົາບົດຮຽນໄປໃຊ້ໃຫ້ເກີດປະໂຫຍດສູງສຸດ ເຊັ່ນ: ການໂອ້ລົມ, ການຮ້ອງເພງ, ການຫຼິ້ນກັບລູກ, ການເບິ່ງແຍງລູກ ພ້ອມທັງເຊື່ອມໂຍງຄອບຄົວໃຫ້ເຂົ້າເຖິງການຝາກທ້ອງທີ່ດີ, ໄດ້ກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ, ການຕິດຕາມການຈະເລີນເຕີບໂຕ, ການສັກຢາວັກຊີນ ແລະ ການຮຽນຮູ້ກ່ອນໄວຮຽນ.

“ອົດສະຕຣາລີ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນຄໍາໝັ້ນສັນຍາຕໍ່ ສ.ປ.ປ ລາວ ໃນການລ້ຽງດູເດັກທຸກຄົນດ້ວຍຄວາມຮັກ,” ທ່ານ ນາງ ເບນິຕາ ຊອມເມີ້ວິວ, ຮອງເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສ.ປ.ປ ລາວ ໄດ້ກ່າວວ່າ: “ການລົງທຶນແຕ່ຫົວທີແມ່ນໃຫ້ຜົນຕອບແທນທີ່ຄຸ້ມຄ່າທີ່ສຸດເຊັ່ນ: ລູກຫຼານມີສຸຂະພາບດີຂຶ້ນ, ຮຽນຮູ້ໄດ້ດີຂຶ້ນ ແລະ ມີບຸກຄະລາກອນທີ່ມີປະສິດທິພາບຫຼາຍຂຶ້ນ. ພວກເຮົາພ້ອມທີ່ຈະເຮັດວຽກຮ່ວມກັບລັດຖະບານ ແລະ ຄູ່ຮ່ວມງານ ເພື່ອລົງທຶນໃນວິທີການແກ້ໄຂທີ່ສາມາດປະຕິບັດໄດ້ຕົວຈິງ ເຊິ່ງຈະເຂົ້າເຖິງທຸກຄອບຄົວ ບໍ່ວ່າພວກເຂົາຈະອາໄສຢູ່ບ່ອນໃດກໍຕາມ.”

Lao PDR puts early childhood at the heart of national progress, partners call for investment in first 1,000 days of a child’s life
UNICEF/2025/kphiennachit

ກອງປະຊຸມ ແຜນງານຮັກລູກໃຫ້ໃສ່ໃຈ ຍັງໄດ້ເນັ້ນໜັກເຖິງການເຂົ້າເຖິງຢ່າງເທົ່າທຽມກັນ ສຳລັບບ້ານທີ່ຫ່າງໄກສອກຫຼີກ, ຄອບຄົວທີ່ເວົ້າພາສາຊົນເຜົ່າ ແລະ ເດັກນ້ອຍທີ່ມີຄວາມພິການ, ແລະ ພ້ອມທັງຊຸກຍູ້ໃຫ້ມີນະໂຍບາຍກ່ຽວກັບສະຖານທີ່ເຮັດວຽກໃຫ້ເອື້ອເຟື້ອຕໍ່ຄອບຄົວເພື່ອອຳນວຍຄວາມສະດວກໃຫ້ພໍ່ແມ່ໄດ້ເບີ່ງແຍງລູກຕາມຄວາມຈຳເປັນ..

“ໃນຊ່ວງ 1.000 ວັນທຳອິດ ແມ່ນໄລຍະເວລາທີ່ສຳຄັນທີ່ສຸດໃນການລົງທຶນໃສ່ຊັບພະຍາກອນມະນຸດ,” ທ່ານ ບິລາລ ອຸຣັງ ເຊັບ ດູຣານີ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສ.ປ.ປ ລາວ ກ່າວວ່າ: “ໂດຍການເຕົ້າໂຮມເອົາການພັດທະນາກ່ອນໄວຮຽນ ແລະ ການລ້ຽງດູເດັກ ເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (NSEDP), ເພື່ອໃຫ້ເດັກນ້ອຍທຸກຄົນໄດ້ຮັບໂພຊະນາການ, ຄວາມປອດໄພ ແລະ ການສົ່ງເສີມການຮຽນຮູ້ທີ່ຈຳເປັນຕໍ່ສະໝອງ. ນີ້ແມ່ນຄຸນປະໂຫຍດສຳລັບອະນາຄົດຂອງເດັກ ແລະ ເປັນປັດໄຈສຳຄັນໃນການພັດທະນາເສດຖະກິດທີ່ຍືນຍົງ.”

Lao PDR puts early childhood at the heart of national progress, partners call for investment in first 1,000 days of a child’s life
UNICEF/2025/kphiennachit

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: [email protected]
Saykoson Sanoubane
Communication Officer
UNICEF Lao PDR
ໂທລະສັບ: +856 20 54005000
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook