ບ້ານທີ່ຈົມລົງໃຕ້ນ້ຳ
ຄວາມອົດທົນຕໍ່ການປະເຊີນໜ້າກັບໄພພິບັດ ໃນ ສປປ ລາວ
- English
- ລາວ
ບ້ານເວີນແຄນເປັນໜຶ່ງໃນບ້ານທີ່ໄດ້ຮັບຜົນກະທົບຈາກການເກີດໄພພິບັດນ້ຳຖ້ວມ ເຊິ່ງຕັ້ງຢູ່ໃນລຸ່ມເມືອງປາກງື່ມ, ແຂວງວຽງຈັນ. ທ່ານ ນາງ ຂັນສົງ ໄຊຍະລາດ ຜູ້ທີ່ເປັນນາຍບ້ານ ໄດ້ນໍາພາທີມງານຈາກອົງການ ຢູນິີເຊັບ ແລະ ພະນັກງານລັດ ສໍາຫຼວດສະຖານະການບ້ານເຮືອນທີ່ໄດ້ຮັບຄວາມເສຍຫາຍ ໂດຍການນຳໃຊ້ເຮືອນ້ອຍເປັນພາຫະນະລ່ອງໄປຕາມຖະໜົນຫົນທາງທີ່ຖືກນໍ້າຖ້ວມ.
ຜົນກະທົບຈາກໄພນໍ້າຖ້ວມໄດ້ປ່ຽນແປງສະພາບບ້ານເຮືອນຂອງປະຊາຊົນ. ນ້ຳຖ້ວມກ້ອງຕະລ່າງເຮືອນ, ເຄື່ອງຂອງພັດໄຫຼຫາຍໄປຕາມສາຍນ້ຳ. ເຮືອນບາງຫຼັງທີ່ມີສອງຊັ້ນ, ສະມາຊິກກໍ່ຈະພາກັນເຕົ້າໂຮມກັນຢູ່ຊັ້ນເທິງ. ໃນຂະນະທີ່ບາງຄອບຄົວກໍອົບພະຍົບໄປອາໄສຢູ່ເຮືອນຍາດຕິພີ່ນ້ອງໃນບ້ານໃກ້ເຮືອນຄຽງກັນ. ລະຫວ່າງທາງທີ່ພວກເຮົາລ່ອງເຮືອຜ່ານ, ໄດ້ເຫັນວ່າມີລົດຈັກຫ້ອຍລົງມາຈາກຊັ້ນເທິງເໜືອໜ້ານ້ຳທີ່ສູງພຽງຄືບ ແລະ ໝວກກັນກະທົບ 2 ອັນກໍ່ຍັງລອຍຢູ່ໃກ້ບໍລິເວນນັ້ນ.
“ມັນຍາກຫຼາຍທີ່ຈະຄິດພາບຈິນຕະນາການເຖິງຖະໜົນຫົນທາງນະທີ່ນີ້” ເຈົ້າໜ້າທີ່ສາທາລະນະສຸກທ່ານໜຶ່ງໄດ້ກ່າວ ໃນຂະນະທີ່ເຮືອພາຍນ້ອຍຄ່ອຍໆຂັບຜ່ານເສັ້ນທາງທີ່ຄຸ້ນເຄີຍ ແລະ ແລ້ວກໍຖືກລຶບລ້າງໄປດ້ວຍນ້ຳຖ້ວມ.
ໂຮງຮຽນ ແລະ ເຮືອນທີ່ຈົມນ້ຳ
ເຮືອພາຍນ້ອຍຄ່ອຍໆແລ່ນໄປຂ້າງໜ້າ, ນຳພາທີມງານພວກເຮົາໄປຍັງໂຮງຮຽນ ແລະ ບ້ານທີ່ຖືກນ້ຳຖ້ວມ. ເມື່ອພວກເຮົາລ່ອງເຮືອມາເຖິງເດີ່ນຫຼິ້ນເດັກນ້ອຍ, ປາຍຂອງເສົາປະຕູເກືອບພົ້ນອອກຈາກໜ້ານ້ຳ, ຫ້ອງຮຽນຊັ້ນລຸ່ມຖືກນ້ຳຖ້ວມພ້ອມກັນກັບ ປະຕູ ແລະ ປ່ອງຢ້ຽມເຫັນໄດ້ຢ່າງຈະແຈ້ງວ່າເດັກນ້ອຍທີ່ສຶກສາຢູ່ໃນໂຮງຮຽນບ້ານເວີນແຄນແຫ່ງນີ້ຈະຕ້ອງໃຊ້ເວລາດົນເພື່ອກັບມາຮຽນຄືນອີກຄັ້ງ.
ເມື່ອພວກເຮົາລ່ອງເຮືອໃນເຂດບ້ານ, ຍິ່ງເຫັນເຖິງຄວາມອົດທົນ ທີ່ມີພາຍໃຕ້ຄວາມຫຍຸ້ງຍາກຂອງປະຊາຊົນ. ໝາໂຕໜຶ່ງລອຍຕົວເໜືອໜ້ານ້ຳຕິດຕາມເຮືອຂອງພວກເຮົາໄປຢ່າງໃກ້ຊິດ, ຊາຍຄົນໜຶ່ງລອຍເທິງນ້ຳຖ້ວມທີ່ເປື້ອນເປິະ ໃນມືຖືກ່ອງເປັນເຄື່ອງມືຊ່ວຍເກາະບໍ່ໃຫ້ຈົມ. ແຕ່ຕໍ່ໃຫ້ປະຊາຊົນຈະປະເຊີນໜ້າກັບໄພພິບັດທີ່ຮ້າຍແຮງກໍຕາມ, ແຕ່ຊາວບ້ານຍັງຄົງມີສີໜ້າທີ່ກະຕືລືລົ້ນ ແລະ ມີຄວາມຫວັງຕໍ່ສູ້ກັບສະຖານະການນີ້.
ການຊ່ວຍເຫຼືອເດັກນ້ອຍ ແລະ ຄອບຄົວເປັນສິ່ງສຳຄັນ
ທ່ານ ນາງ ຂັນສອນ, ເຖິງຈະມີທ່າທີອ່ອນໂຍນ ແຕ່ກໍໜັກແໜ້ນໃນສິ່ງທີ່ຕ້ອງການ.
“ພວກເຮົາຕ້ອງການນໍ້າສະອາດ, ຢາປົວພະຍາດເພື່ອປ້ອງກັນເຊື້ອພະຍາດໃຫ້ແກ່ເດັກນ້ອຍ ຕອນນີ້ເດັກນ້ອຍບາງຄົນບໍ່ສະບາຍ ບາງຄົນມີຕຸ່ມແດງຂຶ້ນຢູ່ຂາ ແລະ ບາງຄົນມີອາການຖອກທ້ອງ.”
ປະຊາຊົນບໍ່ສາມາດເຂົ້າເຖິງສຸຂາພິບານ ແລະ ສຸຂາອະນາໄມ, ເມື່ອນ້ຳຖ້ວມກໍ່ບໍ່ມີຫ້ອງນໍ້າໃຊ້ ເຊິ່ງປະຊາຊົນໃນເຂດນີ້ໄດ້ອາໄສພຸ່ມໄມ້ເປັນຫ້ອງນ້ຳທົດແທນ. ການປົນເປືອນຂອງນ້ຳ ແລະ ສຸຂາອະນາໄມທີ່ບໍ່ສະອາດນຳໄປສູ່ການເປັນຕຸ່ມຜື່ນ ແລະ ພະຍາດອື່ນໆທີ່ອັນຕະລາຍ.
ເພື່ອເປັນການຕອບສະໜອງຕໍ່ສະຖານະການຫຍຸ້ງຍາກທີ່ເມືອງປາກງື່ມ ແລະ ເມືອງອື່ນໆ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ. ອົງການຢູນິເຊັບ ປະຈຳ ລາວ ໄດ້ລະດົມການຮ່ວມມືກັບຄູ່ຮ່ວມງານເພື່ອຊ່ວຍເຫຼືອປະຊາຊົນຢ່າງໄວວາ. ພວກເຮົາໄດ້ສົ່ງມອບອຸປະກອນເຄື່ອງໃຊ້ຈຳເປັນ ໃນແຂວງວຽງຈັນ ເຊິ່ງເປັນເຂດທີ່ໄດ້ຮັບຄວາມເສຍຫາຍຈາກນ້ຳຖ້ວມເຊັ່ນ: ບ້ານເວີນແຄນເຊິ່ງພວກເຮົາໄດ້ປະສານງານກັບພະແນກສາທາລະນະສຸກແຂວງວຽງຈັນ. ເຄື່ອງອຸປະກອນຊ່ວຍເຫຼືອທີ່ໄດ້ສົ່ງມອບຈາກສູນນ້ຳສະອາດ ຂອງອົງການຢູນີເຊັບ ລວມມີ ກຼໍລິນ 1 ລ້ານເມັດ, ຄຸໃສ່ນ້ຳ 150 ຖັງ, ສະບູ່ 3.000 ກ້ອນ, ນ້ຳດື່ມ 150 ຕຸກ, ຜ້າອະນາໄມ 100 ແພັກ ແລະ ໂອຢາງ 100 ອັນ.
ອຸປະກອນເຫຼົ່ານີ້ມີຄວາມສຳຄັນຫຼາຍຕໍ່ການເຂົ້າເຖິງນ້ຳສະອາດ ແລະ ຮັບປະກັນສຸຂາອະນາໄມຂອງປະຊາຊົນທ່າມກາງໄພພິບັດນ້ຳຖ້ວມ. ນອກຈາກບ້ານເວີນແຄນຳ, ອົງການ ຢູນິີເຊັບ ປະຈຳ ລາວ ຍັງໄດ້ສົ່ງເຄື່ອງອຸປະໂພກ ແລະ ບໍລິໂພກຕ່າງໆໄປຍັງບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ. ໃນນັ້ນປະກອບມີ ເມັດກຼໍລິນ 100.000 ເມັດ, ຄຸໃສ່ນໍ້າ 100 ຄຸ, ນໍ້າດື່ມ 100 ຖັງ ແລະ ຜ້າເຕັນກັນຝົນ 500 ກໍ້ ເພື່ອເປັນບ່ອນພັກເຊົາຊົ່ວຄາວ.
ລົດບັນທຸກນ້ຳບໍລິສຸດ ທີ່ມອບໂດຍປະຊາຊົນຍີ່ປຸ່ນ ມອບໃຫ້ແກ່ ລັດຖະບານ ແຫ່ງ ສປປລາວ ຍັງໄດ້ເປັນພາຫະນະຊ່ວຍໃນການຂົນສົ່ງນ້ຳດື່ມສະອາດ ເພື່ອການລະບາຍນ້ຳໃນແມ່ນ້ຳຂອງ, ການຊຳລະລ້າງ ແລະ ການຈັດສົ່ງໂດຍກົງໃຫ້ແກ່ຄອບຄົວທີ່ທຸກຍາກໃນທົ່ວ ສປປ ລາວ. ຊຸມຊົນເກັບເອົານ້ຳບໍລິສຸດນີ້ໃສ່ຖັງບັນຈຸ, ລວມທັງນ້ຳທີ່ບໍລິຈາກໂດຍ ອົງການ ຢູນິີເຊັບ.
ແຕ່ຄວາມເສຍຫາຍຂອງພືດຜັກສວນຄົວຂອງຊຸມຊົນໜັກໜ່ວງກວ່າ-, ເຮືອນຊານບ້ານຊ່ອງຖືກນ້ຳພັດເສຍຫາຍ ແລະ ອະນາຄົດຂອງຊຸມຊົນໃນມື້ຂ້າງໜ້ງບໍ່ແນ່ນອນ.
ໃນເວລາກາງຄືນ, ປະຊາຊົນພາຍໃນບ້ານໄດ້ໃຊ້ເຄື່ອງປັ່ນໄຟຟ້າ ເພື່ອເປັນແສງໄຟທ່າມກາງຄວາມມືດ. ແຕ່ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍທັງໝົດທີ່ກ່າວມານີ້, ຄວາມອົດທົນ ແລະ ການເອົາຕົວລອດຂອງປະຊາຊົນບ້ານເວີນແຄນກໍ່ເປັນທີ່ປະຈັກຕາໃຫ້ເຫັນ. ໃນລະຫວ່າງທີ່ພວກເຮົາກຳລັງສຳຫຼວດ, ນາງ ຂັນສົງ ຜູ້ເປັນນາຍບ້ານກໍ່ຍັງສະແດງໃຫ້ເຫັນເຖິງຄວາມຫວັງ ູຄືກັນກັບບ້ານທີ່ລາວກຳລັງເປັນຜູ້ນຳຢູ່ ເຊິ່ງລາວມີຄວາມຕັ້ງໃຈ, ມຸ້ງໝັ້ນ ແລະ ມີຄວາມຫວັງຕໍ່ກັບໄພພິບັດນ້ຳຖ້ວມໃນຄັ້ງນີ້, ທີ່ບ້ານເວີນແຄນ.
ການຢຽວຢາຈະໃຊ້ເວລາດົນນານ ແຕ່ດ້ວຍການສະໜັບສະໜູນຢ່າງຕໍ່ເນື່ອງ ແລະ ຄວາມອົດທົນຢ່າງຕັ້ງໜ້າຂອງປະຊາຊົນ ໄດ້ສະແດງໃຫ້ເຫັນວ່າຍັງມີຫວັງ. ພວກເຮົາ, ອົງການ ຢນິີເຊັບ ປະຈຳລາວ ມີຄວາມພ້ອມໃຫ້ການຊ່ວຍເຫຼືອຄຽງຄູ່ກັບລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມງານ ໃນການສະໜັບສະໜູນປະຊາຊົນ ບໍ່ພຽງແຕ່ບ້ານເວີນແຄນ ແຕ່ລວມໄປເຖິງບ້ານອື່ນໆທີ່ໄດຮັັບຄວາມເສຍຫາຍຈາກນ້ຳຖ້ວມເຊັ່ນກັນ.