ວິທີເບີ່ງເເຍງດູເເລເດັກນ້ອຍໃນພາວະສຸກເສີນ
ຄຳແນະນຳວິທີການເບີ່ງເເຍງດູເເລເດັກນ້ອຍໃນພາວະສຸກເສີນ.
- English
- ລາວ
ຄວາມຮູ້ສຶກຂອງເດັກນ້ອຍອາດຖືກເບິ່ງຂ້າມໄດ້ງ່າຍໃນເວລາເກີດພາວະສຸກເສີນ. ການເອົາໃຈໃສ່ຄວາມຕ້ອງການ ແລະ ສ້່າງຄວາມຮູ້ສຶກໝັ້ນຄົງໃຫ້ກັບເດັກນ້ອຍໃນພາວະສຸກເສີນ ຈະຊ່ວຍໃຫ້ພວກເຮົາສາມາດຮັບມືກັບສະຖານະການທີ່ຍາກລຳບາກເຫຼົ່ານັ້ນໄດ້ດີຂຶ້ນ.
ດ້ານລຸ່ມນີ້ຄືຄຳແນະນຳສຳລັບທ່ານໃນການເບີ່ງເເຍງດູເເລເດັກນ້ອຍໃນພາວະສຸກເສີນ.
ສັງເກດການສັນຍານຂອງຄວາມທຸກໃຈ
ເດັກນ້ອຍແຕ່ລະຄົນມີການສະແດງທ່າທີທາງອາລົມຕໍ່ສະພາບແວດລ້ອມດ້ານລົບທີ່ແຕກຕ່າງກັນ. ວັດທະນະທຳຂອງເເຕ່ລະກຸ່ມຄົນກໍມີອິດທິພົນຕໍ່ການ ສະແດງຄວາມຮູ້ສຶກຂອງເດັກນ້ອຍ ແລະ ບາງທ່າທາງກໍສະແດງອອກບໍ່ຈະແຈ້ງ.
ດ້ານລຸ່ມນີ້ແມ່ນສັນຍານຂອງການສະແດງທ່າທີທາງຄວາມຮູ້ສຶກຂອງເດັກນ້ອຍທີ່ມີອາຍຸແຕກຕ່າງກັນ. ເດັກນ້ອຍໃນແຕ່ລະໄວຈະສະແດງອາການຕໍ່ເຫດການດ້ານລົບໃນຮູບແບບທີ່ແຕກຕ່າງກັນ.
ກຸ່ມອາຍຸທັງໝົດ - ປະຕິກິລິຍາທີ່ສະແດງອອກທາງຮ່າງກາຍ
ປະຕິກິລິຍາເຫຼົ່ານີ້ອາດເປັນສັນຍານຂອງການເຈັບປ່ວຍທາງຮ່າງກາຍໄດ້ ດັ່ງນັ້ນ, ຄວນພາລູກຫຼານຂອງທ່ານໄປພົບແພດໝໍ ເພື່ອກວດຫາສາເຫດຂອງອາການຜິດປົກກະຕິທາງຮ່າງກາຍເຫຼົ່ານີ້
- ອາການເມື່ອຍລ້າ
- ອາການແໜ້ນໜ້າເອິກ
- ຫາຍໃຈຝືດ
- ປາກແຫ້ງ
- ກ້າມເນື້ອອ່ອນເພຍ
- ເຈັບທ້ອງ
- ວິນຫົວ
- ອາການສັ່ນ
- ເຈັບຫົວ
- ອາການເຈັບປວດທົ່ວໄປ
ການສົນທະນາໂອ້ລົມ ແລະ ເປີດໃຈ
- ໃຫ້ພື້ນທີ່ເດັກນ້ອຍໄດ້ແບ່ງປັນຄວາມຄິດເຫັນ ແລະ ຄວາມຮູ້ສຶກ.
- ສະແດງໃຫ້ເດັກນ້ອຍເຫັນວ່າທ່ານພ້ອມຮັບຟັງ ແລະ ໃສ່ໃຈຄວາມຮູ້ສຶກຂອງພວກເຂົາ.
- ສະແດງໃຫ້ເດັກນ້ອຍຮູ້ວ່າການແບ່ງປັນຄວາມຮູ້ສຶກຢ້ານກົວຂອງພວກເຂົາເປັນເລື່ອງທີ່ດີ ແລະ ຊ່ວຍໃຫ້ ພວກເຂົາຮັບຮູ້ວ່າທ່ານເອງກໍພ້ອມຕໍ່ສູ້ກັບບັນຫາດັ່ງກ່າວໄປພ້ອມໆກັນ.
ສ້າງຄວາມຮູ້ສຶກໝັ້ນຄົງໃຫ້ກັບເດັກ
- ສະເເດງຄວາມຮັກໃຫ້ເດັກ ໂດຍການໃຊ້ເວລາຮ່ວມກັນ ແລະ ໂອບກອດເຊິ່ງກັນ ແລະ ກັນ.
- ເດັກນ້ອຍສາມາດຮັບຮູ້ສັນຍານທາງອາລົມຄວາມຮູ້ສຶກຂອງຜູຸ້ອື່ນຜ່ານພາສາກາຍ ຫຼື ສີໜ້າ. ດັ່ງນັ້ນ, ພະຍາຍາມໂອ້ລົມກັບເດັກນ້ອຍດ້ວຍອາລົມຜ່ອນຄາຍ ແລະ ຄວາມອ່ອນໂຍນອ່ອນໂຍນເພື່ອໃຫ້ພວກເຂົາຮູ້ສຶກປອດໄພ.
- ພະຍາຍາມຮັກສາກິດຈະກຳປະຈຳວັນເຊັ່ນ: ການເຂົ້ານອນ ເເລະ ການຮັບປະທານອາຫານຕາມໂມງປົກກະຕິ ເພື່ອໃຫ້ເດັກນ້ອຍຮູ້ສຶກມີຄວາມໝັ້ນຄົງ.
ການສັງເກດການສະພາບທາງອາລົມຂອງເດັກນ້ອຍ
ການສັງເກດຄວາມຮູ້ສຶກແມ່ນການຖາມເດັກນ້ອຍວ່າ “ພວກເຂົາຮູ້ສຶກແນວໃດ” ທັງທາງກົງ ແລະ ທາງອ້ອມ”.
ໜຶ່ງວິທີສັງເກດການຄື ການໃຫ້ເດັກນ້ອຍແຕ້ມຮູບ ຫຼື ລະບາຍສີຮູບ. ຕໍ່ໄປເເມ່ດອາດໃຫ້ພວກເຂົາອະທິບາຍເຖິງສິ່ງທີ່ວາດອອກມາຕື່ມເຊັ່ນ: ເຫດຜົນວ່າເປັນຫຍັງຈຶ່ງແຕ້ມຮູບດັ່ງກ່າວ ຫຼື ເຫດໃດຈຶ່ງໃຊ້ສີນັ້ນ? ວິທີນີ້ຊ່ວຍໃຫ້ເດັກນ້ອຍບາງຄົນທີ່ບໍ່ມັກເວົ້າເຖີງຄວາມຮູ້ສຶກຂອງພວກເຂົາສາມາດສື່ສານຜ່ານຮູບແຕ້ມໄດ້.
ໃນຂະນະທີ່ເດັກນ້ອຍຫຼາຍຄົນມີອາການປົກກະຕິ ແຕ່ຜ່ານໄປໜຶ່ງເດືອນຫຼັງຈາກປະເຊີນໜ້າກັບພາວະສຸກເສີນໃດໜື່ງ ພວກເຂົາອາດສະແດງອາການທາງຮ່າງກາຍ ຫຼື ຈິດໃຈ, ມີອາການວິຕົກກັງວົນ. ຖ້າຫາກອາການເຫຼົ່ານີ້ ບໍ່ຫາຍໄປຫຼັງຈາກຜ່ານໄປແລ້ວ ສອງຫາສາມເດືອນ ຫຼື ຖ້າລູກຫຼານຂອງທ່ານມີອາການຮ້າຍແຮງກວ່າເກົ່າເຊັ່ນ: ຄວາມກັງວົນຫຼາຍກວົ່າປົກກະຕິ ຫຼື ການທຳຮ້າຍຮ່າງກາຍຕົນເອງ ຫຼື ຄົນອື່ນ, ຈົ່ງໃຫ້ທ່ານຮີບຕິດຕໍ່ກັບແພດໝໍຜູ້ຊ່ຽວຊານດ້ານສຸຂະພາບຈິດທັນທີ.
ສາມາດເຮັດຫຍັງໃດແດ່ເພື່ອຊ່ວຍສະຫງົບຈິດໃຈຂອງທ່ານ ແລະ ລູກຫຼານຂອງທ່ານ?
ການຫາຍໃຈໂດຍທ້ອງ
ການຫາຍໃຈເຂົ້າອອກໂດຍທ້ອງ ເເມ່ນມີປະໂຫຍດຫຼາຍ ແລະ ເປັນສິ່ງທີ່ທ່ານສາມາດນຳພາລູກຫຼານຂອງທ່ານປະຕິບັດຕາມໄດ້ ເຊິ່ງເປັນວິທີສະຫງົບຈິດໃຈ ແລະ ຮ່າງກາຍ ໂດຍການຫາຍໃຈເຂົ້າອອກຊ້າໆຕາມຈັງຫວະຂອງລົມຫາຍໃຈ.
ກິດຈະກຳ ‘ສະຖານທີ່ທີ່ມັກ’
ບາງຄັ້ງສະພາບແວດລ້ອມທີ່ຢູ່ອ້ອມຕົວເຮົາອາດເຮັດໃຫ້ເຮົາຮູ້ສຶກອຶດອັດໄດ້. ດັ່ງນັ້ນ, ການໃຫ້ເດັກນ້ອຍຈິນຕະນາການເຖີງສະຖານທີ່ໃດໜຶ່ງທີ່ສະຫງົບໂດຍບໍ່ມີຄວາມກົດດັນ ອາດສາມາດເຮັດໃຫ້ພວກເຂົາ ຮູ້ສຶກສະບາຍໃຈຂຶ້ນ. ດ້ານລຸ່ມນີ້ແມ່ນກິດຈະກຳທີ່ທ່ານສາມາດເຮັດກຳລູກຫຼານຂອງທ່ານໄດ້:
- ນັ່ງ ຫຼື ພັກຜ່ອນໃນທ່າທີ່ສະບາຍ, ປິດຕາ ແລະ ຜ່ອນຄາຍ.
- ຫາຍໃຈເຂົ້າທາງດັງເລິກໆ ໃຫ້ຮູ້ສຶກວ່າອາກາດເຂົ້າໄປໃນທ້ອງຂອງທ່ານ ແລະ ຫາຍໃຈອອກທາງປາກ. ໃຫ້ເຮັດຫຼາຍໆຄັ້ງຢ່າງຊ້າໆ.
- ພະຍາຍາມຫາຍໃຈເຂົ້າຊ້າໆ ແລະ ເບົາໆ. ຫາຍໃຈເຂົ້າເລິກໆແລ້ວຈຶ່ງຂ່ອຍໆຫາຍໃຈອອກຢ່າງເບົາໆ.
- ພະຍາຍາມສັງເກດຄວາມຄິດຂອງທ່ານເອງ ແລະ ຈິນຕະນາການຕາມພາບໃນຫົວຂອງທ່ານ.
ຂໍ້ມູນຕິດຕໍ່
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມ, ສາມາດໂທຂໍຄຳປຶກສາຜ່ານເບີຂ້າງລຸ່ມນີ້:
- ຖ້າຫາກວ່າທ່ານຢາກຂໍຄຳປຶກສາ ຫຼື ໄດ້ປະສົບກັບຄວາມຮຸນແຮງ, ສາມາດໂທຫາສາຍດ່ວນ 1362 ຂອງ ສູນກາງສະຫະພັນແມ່ຍິງລາວ.
- ສຳລັບຄຳປຶກສາ ແລະ ການຊ່ວຍເຫຼືອດ້ານຈິດຕະວິທະຍາ, ສາມາດໂທຫາ ສູນໄວໜຸ່ມນະຄອນຫຼວງວຽງຈັນ 137 (ສຳລັບຜູ້ຊາຍ) ເເລະ 1361 (ສຳລັບແມ່ຍິງ) / ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ: 97721042, 55774438, 23999629 ຫຼື 77880044. ສາມາດໂທໄດ້ໂດຍບໍ່ເສຍຄ່າ.
- ເມື່ອຮູ້ສຶກວ່າຕົນເອງຕ້ອງການຄວາມຊ່ວຍເຫຼືອໂດຍດ່ວນ, ສາມາດຕິດຕໍ່ເບີເຫຼົ່ານີ້ໄດ້. ມັນເປັນສິດທິຂອງທ່ານ.



