ວິທີຮັບມືໃນລະຫວ່າງ ແລະ ຫຼັງໄພພິບັດນໍ້າຖ້ວມ
ເມື່ອເກີດໄພພິບັດນໍ້າຖ້ວມ, ມັນເປັນສິ່ງສໍາຄັນ ທີ່ທຸກຄົນຕ້ອງປະຕິບັດຕາມຄຳແນະນຳການຮັກສາຄວາມປອດໄພ ກໍ່ເພື່ອປ້ອງກັນໂຕທ່ານເອງ ແລະ ຄອບຄົວ.
- English
- ລາວ
ເມື່ອເກີດໄພພິບັດນໍ້າຖ້ວມ, ມັນເປັນສິ່ງສໍາຄັນ ທີ່ທຸກຄົນຕ້ອງປະຕິບັດຕາມຄຳແນະນຳການຮັກສາຄວາມປອດໄພ ກໍ່ເພື່ອປ້ອງກັນໂຕທ່ານເອງ ແລະ ຄອບຄົວ. ໄພພິບັດນໍ້າຖ້ວມ ສາມາດສ້າງຄວາມສ່ຽງຕໍ່ສຸຂະພາບທີ່ຮ້າຍແຮງໄດ້, ສາມາດເຮັດໃຫ້ເກີດການລະບາດຂອງພະຍາດທີ່ທີ່ມາກັບນ້ຳ, ພະຍາດທີ່ມາຈາກອາຫານ, ການບາດເຈັບ ແລະ ອື່ນໆ.
ການກະກຽມກ່ອນເກີດໄພພິບັດນໍ້າຖ້ວມ
- ຕິດຕາມຂາວສານຢ່າງໃກ້ຊິດ: ຕິດຕາມຂ່າວສານຢ່າງໃກ້ຊິດໂດຍສະເພາະແມ່ນການຕິດຕາມຜ່ານການລາຍງານທ້ອງຖິ່ນ.
- ຄົ້ນຫາເສັ້ນທາງທີປອດໄພ: ຄົ້ນຫາເສັ້ນທາງ, ສະຖານທີ່ ແລະ ທີ່ສູງທີ່ທ່ານສາມາດເດີນທາງໄດ້ຢ່າງປອດໄພໃນກໍລະນີເກີດເຫດນ້ຳຖ້ວມ.
- ກະກຽມເບີສຸກເສີນ: ກະກຽມເບີໂທທີ່ທ່ານສາມາດຕິດຕໍ່ໄດ້ເພື່ອຂໍຄວາມຊ່ວຍເຫຼືອ ບໍ່ວ່າຈະເປັນຄອບຄົວ, ໝູ່ເພື່ອ ຫຼື ເບີໂທທີ່ສາມາດຂໍຄວາມຊ່ວຍເຫຼືອຈາກທ້ອງຖິ່ນ ແລະ ກວດເຊັກຄືນໃຫ້ໝັ້ນໃຈວ່າອຸປະກອນສື່ສານຂອງທ່ານສາມາດນຳໃຊ້ໄດ້ ພ້ອມກັບມີແບັດເຕີລີສຳຮອງ.
- ກະກຽມສິ່ງສຳຄັນ: ກະກຽມສິ່ງສຳຄັນສຳລັບຕົວທ່ານເອງ, ບໍ່ວ່າຈະເປັນນ້ຳດື່ມ, ອາຫານ, ຢາ, ບັດປະຈຳຕົວ, ໄຟສາຍ ແລະ ສິ່ງອຳນວຍຄວາມສະດວກອື່ນໆທີ່ຈຳເປັນ ໃສ່ໃນກະເປົ໋າກັນນ້ຳ ແລະ ກະກຽມເພື່ອມີແຈ້ງການໃຫ້ອອກຈາກສະຖານທີ່.
ສິ່ງທີ່ຄວນເຮັດເວລາມີເຫດໄພພິບັດນໍ້າຖ້ວມ
- ຕິດຕາມການລາຍງານຂອງເຈົ້າໜ້າທີ່ທ້ອງຖິ່ນ: ຕິດຕາມຂ່າວສານທ້ອງຖິ່ນ, ບໍ່ວ່າຈະຜ່ານ ວິທະຍຸ ຫຼື ສື່ອື່ນໆ, ເພື່ອຮັບຂໍ້ມູນການລາຍງານສະພາບອາກາດ ແລະ ຄຳແນະນໍາໃນການອົບພະຍົບ. ຖ້າຫາກໄດ້ຮັບຄຳສັ່ງໃຫ້ອົບພະຍົບ ແມ່ນໃຫ້ທ່ານອອກຈາກພື້ນທີ່ອັນຕະລາຍນັ້ນທັນທີ ແລະ ໃຫ້ນຳອຸປະກອນເຄື່ອງໃຊ້ສຸກເສີນຕ່າງໆ ແລະ ເອກະສານປະຈຳຕົວທີ່ສຳຄັນຂອງທ່ານໄປນຳພ້ອມ.
- ຮັກສາຄວາມປອດໄພຂອງບ້ານທ່ານ: ຖ້າເປັນໄປໄດ້, ໃຫ້ທ່ານຮີບຖອດສາຍປັກໄຟ ແລະ ປິດໄຟອຸປະກອນເຄື່ອງໃຊ້ໄຟຟ້າຕ່າງໆໃນເຮືອນຂອງທ່ານ ກ່ອນທີ່ຈະອົບພະຍົບອອກຈາກບໍລິເວນ.
- ເຄື່ອນຍ້າຍໄປຍັງບໍລິເວນທີ່ສູງ: ຈົ່ງຫຼີກເວັ້ນບໍລິເວນທີ່ມີນ້ຳຂັງ ຫຼື ນ້ຳໄຫຼ.ບໍ່ຄວນຍ່າງ, ລອຍ ຫຼື ຂັບຂີ່ຍານພາຫະນະ ຜ່ານເຂດນ້ຳຖ້ວມ.ຖ້າຫານທ່ານຕິດຢູ່ໃນລົດຍານພາຫະນະ ຫຼື ໃນຕຶກອາຄານໃດໜຶ່ງ, ໃຫ້ທ່ານພະຍາຍາມເຄື່ອນຍ້າຍໄປຈຸດທີ່ສູງທີ່ສຸດທີ່ເປັນໄປໄດ້.
- ຮັກສາຄວາມປອດໄພຂອງເດັກ: ຫ້າມໃຫ້ເດັກນ້ອຍເຂົ້າໃເຂດນ້ຳຖ້ວມ ເພາະນ້ຳມັກຈະມີຂີ້ເຫຍື້ອ ຫຼື ສິ່ງເຈືອປົນເປືຶ້ອນ ທີ່ສາມາດເປັນອັນຕະລາຍໄດ້.
ສິ່ງທີ່ຄວນເຮັດຫຼັງເຫດໄພພິບັດນໍ້າຖ້ວມ
- ລໍຖ້າສັນຍານປອດໄພຈາກເຈົ້າໜ້າທີ່ທ້ອງຖິ່ນ: ທ່ານສາມາດກັບບ້ານຂອງທ່ານຄືນໄດ້ ກໍ່ຕໍ່ເມື່ອເຈົ້າໜ້າທີ່ໄດ້ຢືນຢັນວ່າເຂດຂອງທ່ານປອດໄພແລ້ວ.
- ຮັກສາສຸຂະພາບຂອງຄອບຄົວທ່ານ: ນ້ຳຖ້ວມສາມາດເປັນແຫຼ່ງແຜ່ລະບາດຂອງພະຍາດຕ່າງໆ ທີ່ເປັນອັນຕະລາຍຕໍ່ເດັກໄດ້ ເປັນຕົ້ນແມ່ນ ພະຍາດອະຫິວາ ແລະ ໄຂ້ທໍລະພິດ. ຢ່າໃຫ້ເດັກເຂົ້າໃກ້ບໍລິເວນທີ່ມີນໍ້າຖ້ວມ ແລະ ຈົ່ງໃຫ້ພວກເຂົາໝັ່ນລ້າງມືເປັນປະຈຳ. ຖ້າຫາກເດັກໄດ້ສຳຜັດກັບນ້ຳຖ້ວມ, ໃຫ້ຮີບອາບນ້ຳຊຳລະຮ່າງກາຍພວກເຂົາໂດຍທັນທີ.
- ຮັກສາອາຫານ ແລະ ນ້ຳດື່ມຂອງທ່ານໃຫ້ປອດໄພ: ຕົ້ມນຳດື່ມໃຫ້ຮ້ອນຢ່າງໜ້ອຍ 3 ນາທີ ກ່ອນນຳມາກິນ ຫຼື ປຸງແຕ່ງອາຫານ.ບໍ່ຄວນຮັບປະທານອາຫານທີ່ເຈືອປົນກັບນ້ຳເປື້ອນ.
- ການທຳຄວາມສະອາດເຂດທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ: ທຳຄວາມສະອາດພື້ນທີ່ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃຫ້ແຫ້ງພາຍໃນ 24-48 ຊົ່ວໂມງ ແລະ ຈົ່ງຖິ້ມສິ່ງຂອງຕ່າງໆທີ່ສຳພັດກັບນ້ຳເປື້ອນ.
ຄຳແນະນຳດ້ານສຸຂະພາບໃນເຫດໄພພິບັດນໍ້າຖ້ວມ
⚠️ ໄພພິບັດນ້ຳຖ້ວມ ອາດເພີ່ມຄວາມສ່ຽງຕໍ່ການຕິດພະຍາດຕ່າງໆໄດ້ ເຊັ່ນ: ໄຂ້ເລືອດອອກ, ໄຂ້ມາເລເລຍ, ພະຍາດອະຫິວາ ແລະ ໄຂ້ທໍລະພິດ. ເພື່ອຫຼີກລ້ຽງການຕິດພະຍາດເຫຼົ່ານີ້, ທ່ານຄວນປະຕິບັດຕາມຄຳແນະນຳ ດ້ານລຸ່ມ:
- ຮັກສາສຸຂະອະນາໄມ: ລ້າງມືດ້ວຍນ້ຳສະອາດ ແລະ ສະບູເປັນປະຈຳ.
- ຫຼີກລ້ຽງເຂດທີ່ມີນ້ຳ:ນ້ຳຖ້ວມສາມາດເປັັນແຫຼ່ງແຜ່ພະຍາດໄດ້.
- ຕົ້ມນ້ຳດື່ມກ່ອນກິນ: ຕົ້ມນ້ຳດື່ມຢ່າງໜ້ອຍ 3 ນາທີ ກ່ອນກິນ.
ການຮັກສາສຸພາບຈິດຂອງເດັກໃນເຫດໄພພິບັດນໍ້າຖ້ວມ
ໄພພິບັດນ້ຳຖ້ວມ ເປັນເຫດການທີ່ສາມາດສ້າງຄວາມບັນທອນທາງຈິດໃຈ ຫຼື ຄວາມກັງວົນໃຈ ໃຫ້ກັບເດັກນ້ອຍໄດ້. ດັ່ງນັ້ນ, ສິ່ງສຳຄັນກໍ່ຄື ການເຮັດໃຫ້ເດັກບໍ່ຮູ້ສຶກຕື່ນຕົກໃຈກັບສະຖານະການ ແລະ ສ້າງພື້ນທີ່ປອດໄພທີ່ເດັກສາມາດສະແດງຄວາມຮູ້ສຶກຂອງຕົນເອງໄດ້. ພະຍາຍາມເຮັດໃຫ້ເດັກຮູ້ສຶກອຸ່ນໃຈ, ສືບຕໍ່ປັດຕິບັດກິດຈະກຳປະຈຳວັນເທົ່າທີ່ສາມາດເຮັດໄດ້ແລະ ຄອຍສັງເກດການພຶດຕິກຳທາງອາລົມຂອງເດັກ.
ທ່ານສາມາດອ່ານຂໍ້ມູນເພີ່ມເຕີມໄດ້ ທີ່ນີ້.
ສຳຄັນແມ່ນ ຫຼີກລ້ຽງບໍລິເວນອັນຕະລາຍ, ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ ແລະ ຮັກສາສຸຂະພາບຂອງຕົວທ່ານເອງ ແລະ ຄອບຄົວໃຫ້ໄດ້ດີທີ່ສຸດ. ຢ່າລື່ມສົ່ງຕໍ່ຂໍ້ມູນນີ້ກັບຜູ້ທີ່ອາໄສໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ. ພວກເຮົາຈົ່ງຊ່ວຍເປັນກຳລັງໃຈເຊີ່ງກັນແລະກັນ.



