ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III) 2023 - ບົດລາຍງານຕົວຊີ້ບອກຕົ້ນຕໍ

ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III) 2023 - ບົດລາຍງານຕົວຊີ້ບອກຕົ້ນຕໍ

ຈຸດສຳຄັນ

ການສໍາຫຼວດຕົວຊີ້ວັດທາງສັງຄົມຂອງລາວ ຄັ້ງທີ III (LSIS III) ໄດ້ຖືກຈັດຕັ້ງປະຕິບັດໂດຍ ສູນສະຖິຕິເເຫ່ງຊາດ ຮ່ວມກັບ ກະຊວງສາທາລະນະສຸກ ເເລະ ກະຊວງສຶກສາທິການ ແລະ ກິລາ ພາຍໄຕ້ໂຄງການ Global Multiple Indicator Cluster Survey (MICS) ເເລະ ໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ, ອົງການຢູ່ເອັນເອຟພີເອ, ອົງການ USAID, ແລະ ກະຊວງການຕ່າງປະເທດ ແລະ ການຄ້າຂອງປະເທດອົດສະຕາລີ.

LSIS III ສະໜອງຂໍ້ມູນ ເເລະ ສະຖິຕິ ທີ່ສຳຄັນກ່ຽວກັບສະຫວັດດີການຂອງເດັກ ແລະ ແມ່ຍິງໃນທົ່ວ ສປປ ລາວ, ໂດຍສະເພາະພາຍຫຼັງການເເຜ່ລະບາດຂອງພະຍາດ ໂຄວິດ-19, ເພື່ອຊ່ວຍເສີມສ້າງຄວາມເຂົ້າໃຈກ່ຽວກັບຄວາມຄືບໜ້າ ເເລະ ສິ່ງທ້າທາຍຕ່າງໆດ້ານການພັດທະນາສັງຄົມ ໃນປະເທດ.

ນີ້ເປັນ ບົດລາຍງານຕົວຊີ້ບອກຕົ້ນຕໍ ຈາກ LSIS III. ບົດລາຍງານສະບັບເຕັມຂອງ LSIS III ຈະຖືກເຜີຍແຜ່ໃນທ້າຍປີນີ້ ດ້ວຍລວມມີຂໍ້ມູນທີ່ແຍກອອກຕາມອາຍຸ, ທີ່ຢູ່ອາໃສ, ເພດ, ລະດັບຄວາມຮັ່ງມີ ແລະ ຊົນເຜົ່າ ເພື່ອຊ່ວຍໃນການສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສະພາບທາງສັງຄົມໃນປະຈຸບັນຂອງ ສປປ ລາວ.

Cover of LSIS III Key Indicators Report in Lao
ຜູ້ຂຽນ
UNICEF Lao PDR
ວັນເດືອນປິຈັດພິມ
ພາສາ
ອັງກິດ

ໄຟລ ສາມາດດາວໂຫຼດໄດ້