ການສຳຫຼວດໃໝ່ຈາກ ລັດຖະບານເເຫ່ງ ສປປ ລາວ ຊ່ວຍສະໜອງຂໍ້ມູນສຳຄັນເພື່ອປັບປຸງຄຸນນະພາບຊີວິດຂອງເດັກນ້ອຍລາວ
LSIS III ມີຈຸດປະສົງໃນການສະໜອງຂໍ້ມູນພື້ນຖານທີ່ມີຄຸນນະພາບເພື່ອຊ່ວຍໃນການຕິດຕາມ ແຜນເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ, ພ້ອມທັ້ງຊ່ວຍສະໜັບສະໜູນ ລັດຖະບານເເຫ່ງ ສປປ ລາວ ໃນການວາງນະໂຍບາຍທີ່ອີງໃສ່ຂໍ້ມູນຫຼັກຖານຕົວຈິງ ກ່ຽວຂ້ອງກັບສະຫວັດດິການຂອງແມ່ຍິງ ແລະ ເດັກນ້ອຍ.

- English
- ລາວ
ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ 2024 – ສູນສະຖິຕິເເຫ່ງຊາດ, ຮ່ວມກັບ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ອົງການຢູ່ນິເຊັບ, ອົງການ ຢູ່ເອັນເອຟພີເອ ແລະ ບັນດາຄູ່ຮ່ວມພັດທະນາ ສາກົນ ເຊັ່ນ ສະຫະພາບເອີຣົບ, ອົງການຢູ່ເອັນເອຟພີເອ, ອົງການ USAID, ແລະ ກະຊວງການຕ່າງປະເທດ ແລະ ການຄ້າຂອງປະເທດອົດສະຕາລີ, ໃນມື່ນີ້ໄດ້ເປີດໂຕຜົນຈາກ ການສຳຫຼຼວດດັດສະນີໝາຍສັງຄົົມລາວ ຄັ້້ງທີ III (ຫຼື LSIS III). ການສຳຫຼວດລະດັບປະເທດດັ່ງກ່າວ ຈະສະໜອງຂໍ້ມູນ ເເລະ ສະຖິຕິ ທີ່ສຳຄັນກ່ຽວກັບສະຫວັດດີການຂອງເດັກ ແລະ ແມ່ຍິງໃນທົ່ວ ສປປ ລາວ, ໂດຍສະເພາະພາຍຫຼັງການເເຜ່ລະບາດຂອງພະຍາດ ໂຄວິດ-19, ເພື່ອຊ່ວຍເສີມສ້າງຄວາມເຂົ້າໃຈກ່ຽວກັບຄວາມຄືບໜ້າ ເເລະ ສິ່ງທ້າທາຍຕ່າງໆດ້ານການພັດທະນາ ເເລະ ສັງຄົມ ໃນປະເທດ.
LSIS ເປັນການສໍາຫຼວດຄົວເຮືອນລະດັບປະເທດທີ່ດໍາເນີນທຸກໆ 5 ປີໃນ ສປປ ລາວ. LSIS-III ໄດ້ຖືກຈັດຕັ້ງປະຕິບັດຂຶຶ້ນຜ່າຍຫຼັງຜົນສຳເລັດຂອງ LSIS-II ເເລະ ໂດຍມີຈຸດປະສົງໃນການສະໜອງຂໍ້ມູນພື້ນຖານທີ່ມີຄຸນນະພາບເພື່ອຊ່ວຍໃນການຕິດຕາມ ແຜນເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ, ພ້ອມທັ້ງຊ່ວຍສະໜັບສະໜູນ ລັດຖະບານເເຫ່ງ ສປປ ລາວ ໃນການວາງນະໂຍບາຍທີ່ອີງໃສ່ຂໍ້ມູນຫຼັກຖານຕົວຈິງ ກ່ຽວຂ້ອງກັບສະຫວັດດິການຂອງແມ່ຍິງ ແລະ ເດັກນ້ອຍ. ການສໍາຫຼວດດັ່ງກ່າວ ໄດ້ລວບລວມຂໍ້ມູນທີ່ສຳຄັນກ່ຽວກັບ ສຸຂະພາບຂອງເເມ່ ເເລະ ເດັກ, ອັດຕາການເຊຍຊີວິດ, ຂໍ້ມູນດ້ານໂພຊະນາການ, ການປົກປ້ອງເດັກ, ການພັດທະນາຂອງເດັກກ່ອນໄວຮຽນ, ການສຶກສາ, ນ້ຳ ແລະ ສຸຂາພິບານ ແລະ ອັດຕາ HIV/AIDs ຄຽງຄູ່ກັບຂໍ້ມູນອື່ນໆໃນຫຼາຍໆຂົງເຂດ.
LSIS-III ເປັນການສຳລວດລະດັບຊາດຄັ້ງທໍາອິດທີ່ໄດ້ຖືກຈັດຂຶ້ນຕັ້ງແຕ່ການເລີິ່ມເເພລະບາດຂອງພະຍາດ ໂຄວິດ -19. ດັ່ງນັ້ນ, LSIS-III ຈະຊ່ວຍສ່ອງແສງວິທີທີ່ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍ, ບໍ່ວ່າຈະເເມ່ນຜົນຈາກການປິດໂຮງຮຽນຊົ່ວຄາວ ແລະ ຂໍ້ຈໍາກັດອື່ນໆໃນໄລຍະການເເພລະບາດຂອງພະຍາດ ຫຼື ວ່າຜົນຂອງມັນຕໍ່ການໃຫ້ບໍລິການດ້ານສຸຂະພາບເເກ່ເເມ່ນຍິງ ເເລະ ເດັກ ໃນປະເທດ.
"ຜົນຈາກ LSIS-III ມີຄວາມສຳຄັນທີ່ສຸດຕໍ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ເເລະ ຈະຊ່ວຍພວກເຮົາໃຫ້ສາມາດຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງ ສປປ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ໂດຍສະເພາະບັນດາເປົ້າໝາຍທີ່ກ່ຽວກັບເເມ່ຍິງ ເເລະ ເດັກນ້ອຍ," ກ່າວໂດຍ ທ່ານນາງ ພອນສະລີ ສຸກສະຫວັດ, ປະທານ ສູນສະຖິຕິເເຫ່ງຊາດ. "ຜົນເຫຼົ່ານີ້ຈະຊ່ວຍພວກເຮົາສ້າງພື້ນຖານທີ່ເຂັ້ມແຂງສໍາລັບການວາງນະໂຍບາຍໃນປະເທດທີ່ຄັບເຄືອນໂດຍຂໍ້ມູນສະຖິຕິ ແລະ ການພັດທະນາໂຄງການຕ່າງໆ."
ຂໍ້ມູນຈາກ LSIS-III ໄດ້ສະແດງໃຫ້ເຫັນເຖີງຄວາມຄືບໜ້າໂດຍລວມໃນວຽກງານສົ່ງເສີມເເມ່ຍິງ ເເລະ ເດັກໃນ ສປປ ລາວ ເຊັ່ນ: ການຫຼຸດຜ່ອນຂອງອັດຕາການເສຍຊີວິດຂອງເດັກ, ການປັບປຸງດ້ານສຸຂະພາບຂອງແມ່, ແລະ ຄວາມຄືບໜ້າໃນການສົ່ງເສີມການສຶກສາ ແລະ ການເຂົ້າເຖິງນ້ຳສະອາດ. ເຖີງຢ່າງໃດກໍ່ຕາມ, ຜົນດັ່ງກ່າວກໍຍັງຊີ້ໃຫ້ເຫັນເຖີງສິ່ງທ້າທາຍທີ່ຍັງຄົງຄ້າງຢູ່ເຊັ່ນບັນຫາຄວາມບໍ່ສະເຫມີພາບໃນການເຂົ້າເຖີງບໍລິການດ້ານສຸຂະພາບ ແລະ ການສຶກສາ.
ໃນໂອກາດນີ້, ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ກໍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການນຳໃຊ້ຂໍ້ມູນສະຖິຕິ ໃນວຽກງານປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍ ແລະ ຄອບຄົວ ໃນທົ່ວ ສປປ ລາວ. “ອົງການຢູນິເຊັບ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນການສ້າງນະໂຍບາຍໃນ ສປປ ລາວ ທີ່ອີງໃສ່ຂໍ້ມູນຫຼັກຖານທີ່ເຂັ້ມເເຂງ ໂດຍຜ່ານ LSIS ຮອບທີ່ III ແລະ ຮອບທີ່ຜ່ານມາ. ຂໍ້ມູນສະຖິຕິຊຸດໃໝ່ຈາກ LSIS-III ນີ້ ຈະມີບົດບາດອັນສຳຄັນໃນການກຳນົດທິດທາງຂອງວຽກງານພວກເຮົາ ເເລະ ຊີ້ໃຫ້ເຫັນເຖີງ ຂົງເຂດວຽກງານທີ່ກ່ຽວຂ້ອງກັບສຸຂະພາບ ແລະ ການພັດທະນາຂອງເດັກ ທີ່ຕ້ອງການຄວາມເອົາໃຈໃສ່ຕື່ມຢ່າງຮີບດ່ວນ, ໂດຍສະເພາະຜ່າຍຫຼັງການເເຜ່ລະບາດຂອງພະຍາດ ໂຄວິດ-19. ຂ້າພະເຈົ້າຂໍສະເເດງຄວາມຊົມເຊີຍຕໍ່ ລັດຖະບານເເຫ່ງ ສປປ ລາວ ສໍາລັບການນໍາພາໃນການຈັດຕັ້ງປະຕິບັດ LSIS-III ແລະ ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ບັນດາຄູ່ຮ່ວມພັດທະນາທີ່ໄດ້ໃຫ້ການສະໜັບສະໜູນ ເເລະ ຜົນສໍາເລັດຂອງ LSIS-III.”
ໃນການດຳເນີນການສຳຫຼວດ LSIS-III, ພະນັກງານພາກສະໜາມທີ່ໄດ້ຮັບການຝຶກອົບຮົມຈຳນວນຫຼາຍກວ່າ 173 ຄົນ ຈາກ ຫ້ອງການສະຖິຕິເເຫ່ງຊາດ, ພາກສາທາລະນະສຸກ ເເລະ ພາກສຶກສາທິການ ແລະ ກິລາ, ໄດ້ລົງສຳຫຼວດ 21,000 ກວ່າຄົວເຮືອນໃນທົ່ວປະເທດ ເພື່ອຮັບປະກັນວ່າຊຸດຂໍ້ມູນທີ່ໄດ້ຮັບນັ້ນມີຄວາມສົມບູນເເບບທີ່ສຸດ.
ຕົວຢ່າງຜົນຈາກການສໍາຫຼວດ LSIS-III ປະກອບມີ:
- ອັດຕາການຮູ້ໜັງສືຂ້ອນຂ້າງສູງໃນກຸ່ມໄວໜຸ່ມ, ເຊິ່ງໃນນັ້ນ 82.1 ເປີເຊັນ ເເມ່ນ ແມ່ຍິງ ແລະ 86.1 ເປີເຊັນ ເເມ່ນຜູ້ຊາຍ ອາຍຸ 15-24 ປີ.
- 9.1 ເປີເຊັນ ຂອງເດັກນ້ອຍເເມ່ນບໍ່ໄດ້ອາໄສຢູ່່ ກັັບພໍ່ ຫຼືື ແມ່ໂດຍກຳເນີີດ, ຊື່ງຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການວາງນະໂຍບາຍສະຫວັດດີການເດັກທີ່ເຂັ້ມແຂງ.
- ອັດຕາການເສຍຊີວິດຂອງເດັກເກີດໃໝ່ ແມ່ນ 12 ຄົນ ຕໍ່ເດັັກເກີີດມີີຊີີວິິດ 1,000 ຄົົນ, ເເລະ ອັດຕາການເສຍຊີວິດຂອງເດັກລຸ່ມ 5 ປີແມ່ນ 28 ຄົນ ຕໍ່ເດັັກເກີີດມີີຊີີວິິດ 1,000 ຄົົນ
- ໃນດ້ານສຸຂະພາບແມ່ ແລະ ສຸຂະພາບຈະເລີນພັນ, 17.4 ເປີເຊັນ ຂອງແມ່ຍິງອາຍຸ 20-24 ປີ ໄດ້ເກີດລູກກ່ອນອາຍຸ 18 ປີ, ແລະ 64 ເປີເຊັນ ຂອງເດັກເກີດໃໝ່ ໄດ້້ ຮັັບການກວດສຸຂະພາບໃນສະຖານທີ່່ບໍໍລິການສາທາລະນະສຸກ, ຢູ່່ ເຮືືອນ ຫຼືື ໄດ້ຮັັບການກວດສຸຂະພາບ ຫຼືື ຢ້້ຽມຢາມດູແລຫຼັັງການເກີີດ ພາຍໃນ 2 ມື້້.
- ອັັດຕາຂອງເດັັກອາຍຸ 12-23 ເດືືອນທີ່່ໄດ້ຮັັບວັກຊີີນຕາມຄຳແນະນຳຂອງຕາຕະລາງການສັກຢາກັນພະຍາດແຫ່ງຊາດ ເເມ່ນ 47 ເປີເຊັນ ເເລະ ອັັດຕາຂອງເດັັກອາຍຸ 24-35 ເດືືອນທີ່່ໄດ້ຮັັບວັກຊີີນຕາມຄຳແນະນຳຂອງຕາຕະລາງການສັກຢາກັນພະຍາດແຫ່ງຊາດ ເເມ່ນ 37 ເປີເຊັນ.
- ອັັດຕາຂອງເດັັກນ້ອຍອາຍຸຕໍ່າກວ່າ 5 ປີ ທີ່່ ເປັນພະຍາດຖອກທ້ອງ ເເລະ ໄດ້ຮັັບການປິ່ນປົົວຈາກສະຖານທີ່ບໍໍລິການສາທາລະນະສຸຸກ ເເມ່ນ 58 ເປີເຊັນ.
- ອັັດຕາຂອງເດັັກນ້ອຍທີ່ໄດ້ກິນນົມແມ່ເທົ່ານັ້ນເປັນເວລາ 6 ເດືອນ ເເມ່ນ 50.6 ເປີເຊັນ.
- ອັັດຕາເດັັກນ້ອຍອາຍຸ 36-59 ເດືອນທີ່່ ກຳລັງ ເຂົ້້າ ຮຽນຫຼັັກສູດການສືກສາກ່່ອນໄວຮຽນ ເເມ່ນ 26.9 ເປີເຊັນ.
- 62.3 ເປີເຊັນ ຂອງເດັັກນ້ອຍອາຍຸ 1-14 ປີທີ່່ໄດ້ຖືກທຳຮ້າຍທາງດ້ານຈິິດໃຈ ແລະ ຖືືກໂທດທາງຮ່າງກາຍ, ແລະ 30.5 ເປີເຊັນ ຂອງແມ່ຍິງໄວໜຸ່ມໄດ້ແຕ່ງງານກ່ອນອາຍຸ 18 ປີ.
- 87 ເປີເຊັນ ຂອງຄົວເຮືອນທີ່ໃຊ້ນໍ້າດື່ມຈາກແຫຼ່່ງນໍ້າທີ່່ໄດ້ຮັັບການປັັບປຸງ. ມີພຽງ 25.9 ເປີເຊັນ ຂອງຄົວເຮືອນເທົ່ານັ້ນທີ່ນໍໍາໃຊ້ບໍໍລິການນໍ້າດື່່ມທີ່່ປອດໄພ.
ພາຍລັງການເຜີຍເເຜ່ຜົນໄດ້ຮັບເບື້ອງຕົ້ນຈາກ LSIS-III, ອົງການຢູນິເຊັບ ຈະສືບຕໍ່ສະຫນັບສະຫນຸນ ສູນສະຖິຕິເເຫ່ງຊາດ ໃນການເຜີຍແຜ່ຜົນການຄົ້ນພົບ ເເລະ ຂໍ້ມູນລະອຽດ ພ້ອມ ຊ່ວຍສົ່ງເສີມການວາງນະໂຍບາຍທີ່ອີງໃສ່ຂໍ້ມູນສະຖິຕິທີ່ມີຄຸນນະພາບ. ບົດລາຍງານສະບັບເຕັມຂອງ LSIS III ຈະຖືກເຜີຍແຜ່ໃນທ້າຍປີນີ້ ດ້ວຍລວມມີຂໍ້ມູນທີ່ແຍກອອກຕາມອາຍຸ, ທີ່ຢູ່ອາໃສ, ເພດ, ລະດັບຄວາມຮັ່ງມີ ແລະ ຊົນເຜົ່າ ເພື່ອຊ່ວຍໃນການສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສະພາບທາງສັງຄົມໃນປະຈຸບັນຂອງ ສປປ ລາວ.
###
ຫມາຍເຫດສໍາລັບບັນນາທິການ:
ຂໍ້ມູນຈາກ LSIS ແມ່ນໄດ້ຖຶກເກັບກຳໂດຍການນຳໃຊ້ ວິທີການ MICS ເຊິ່ງໄດ້ຖືກນໍາໃຊ້ມາເປັນເວລາຫຼາຍກວ່າສອງທົດສະວັດໂດຍລັດຖະບານປະເທດຕ່າງ, ອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາທົ່ວໂລກ ເພື່ອຊ່ວຍໃນການຈັດວາງບູລິມະສິດການຊ່ວຍເຫຼືອໃຫ້ເເກ່ຜູ້ທີ່ຕ້ອງການການຊ່ວຍເຫຼືອທີ່ສຸດ. ທ່ານສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ນີ້: https://mics.unicef.org/
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook