ສປປ ລາວ ສະເຫຼີມສະຫຼອງ ສັບປະດາລ້ຽງລູກດ້ວຍນົມແມ່ 2024 ແລະ ຢືນຢັນການສະໜັບສະໜູນການລ້ຽງລູກດ້ວຍນົມແມ່ຢ່າງເຕັມທີ່

ໃນໂອກາດ ສັບປະດາລ້ຽງລູກດ້ວຍນົມແມ່ 2024, ລັດຖະບານແຫ່ງ ສປປ ລາວ, ສະຫະພາບເອີຣົບ, ອົງການຢູນິເຊັບ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ໃຫ້ຄຳໝັ້ນສັນຍາຮ່ວມໃນການສະໜອງການສະໜັບສະໜູນແກ່ ແມ່ທີ່ລ້ຽງລູກດ້ວຍນົມ ແລະ ເດັກອ່ອນ ຢ່າງທົ່່ວເຖິງ ໃນ ສປປ ລາວ.

06 ສີງຫາ 2024
WBFW 2024.
UNICEF Lao PDR /2024/SSilichamphone

ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 6 ສິງຫາ 2024 – ໃນມື້ນີ້ ສປປ ລາວ ໄດ້ສະເຫຼີມສະຫຼອງ ສັບປະດາລ້ຽງລູກດ້ວຍນົມແມ່ 2024 ແລະ ໄດ້ໃຫ້ຄຳໝັ້ນສັນຍາ ຕໍ່ການຮັບປະກັນການເຂົ້າເຖິງການສະໜັບສະໜູນ ໃນການລ້ຽງລູກດ້ວຍນົມຢ່າງທົ່ວເຖີງ ແກ່ບັນດາແມ່ ແລະ ເດັກອ່ອນທົ່ວ ສປປ ລາວ.

ຜູ້ຕາງໜ້າຈາກຫຼາຍໆຂະແໜງການຂອງລັດຖະບານ, ຄູ່ຮ່ວມພັດທະນາ, ບັນດາອົງການຈັດຕັ້ງສັງຄົມ ແລະ ພະນັກງານສາທາລະນະສຸກ ໄດ້ເຕົ້າໂຮມກັນທີ່ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເພື່ອສະເຫຼີມສະຫຼອງ ສັບປະດາລ້ຽງລູກດ້ວຍນົມແມ່ ເຊິ່ງຈັດຂື້ນທຸກປີຕັ້ງແຕ່ວັນທີ 1-7 ສິງຫາ ທົ່ວໂລກ. ຈຸດປະສົງຂອງ ສັບປະດາລ້ຽງລູກດ້ວຍນົມແມ່ ແມ່ນເພື່ອຍົກໃຫ້ເຫັນເຖິງ ບົດບາດສໍາຄັນຂອງການລ້ຽງລູກດ້ວຍນົມແມ່ ໃນການສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງທັງແມ່ ແລະ ເດັກ, ໂດຍປີນີ້ ແມ່ນຈັດຂຶ້ນພາຍ​ໃຕ້​ຫົວ​ຂໍ້ “ການປິດຊ່ອງຫວ່າງ, ສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ເພື່ອທຸກຄົນ” ເຊິິ່ງ​ເນັ້ນ​ໜັກ​ເຖິງ​ ຄວາມ​ຈຳ​ເປັນໃນການຮັບປະກັນ ການສະໜັບສະໜູນຢ່າງທົ່ວເຖິງໃຫ້ແກ່ ບັນດາແມ່ທີ່ລ້ຽງລູກດ້ວຍນົມ ແລະ ເດັກອ່ອນ, ບໍ່ວ່າຈະແມ່ນຢູ່ໃນ​ສະ​ພາບ​ແວດ​ລ້ອມ​ໃນ​ບ້ານ, ສະຖານທີ່​ເຮັດ​ວຽກ ຈົນ​ເຖິງ ​ລະ​ດັບ​ນະ​ໂຍ​ບາຍ.

ໃນໂອກາດດັ່ງກ່າວ, ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ເນັ້ນຢໍ້າໃຫ້ເຫັນເຖິງ ຄວາມສຳຄັນຂອງການລ້ຽງລູກດ້ວຍນົມແມ່ ເຊິ່ງຍັງເປັນບູລິມະສິດໃນວຽກງານຂອງ ກະຊວງສາທາລະນະສຸກ ອີກເຊັ່ນດຽວກັນ: "ການລ້ຽງລູກດ້ວຍນົມແມ່ ສາມາດຊ່ວຍປົກປ້ອງເດັກອ່ອນ ແລະ ເດັກນ້ອຍ ຈາກພະຍາດຕ່າງໆໄດ້. ການລ້ຽງລູກດ້ວຍນົມແມ່ເທົ່ານັ້ນໃນ 6 ເດືອນທໍາອິດ ຂອງຊີວິດເດັກນັ້ນມີຄວາມສໍາຄັນຫຼາຍ ໃນການສົ່ງເສີມສຸຂະພາບທີ່ດີຂອງພວກເຂົາ. ນອກນັ້ນ, ການສົ່ງເສີມການລ້ຽງລູກດ້ວຍນົມແມ່ ຍັງເປັນພື້ນຖານໂຄງລ່າງອັນສຳຄັນຂອງ ແຜນງານດ້ານໂພຊະນາການແຫ່ງຊາດ ພວກເຮົາ. ປັດຈຸບັນ ຜົນລ່າສຸດຈາກ ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ຍົກໃຫ້ເຫັນວ່າ ມີພຽງແຕ່ 44.9% ຂອງເດັກນ້ອຍ ທີ່ໄດ້ກິນນົມແມ່ພາຍໃນໜຶ່ງຊົ່ວໂມງຫຼັງການເກີດ ແລະ ມີພຽງແຕ່ 50.6% ທີ່ໄດ້ກິນນົມແມ່ໃນ 6 ເດືອນທໍາອິດ. ເພື່ອບັນລຸ​ເປົ້າ​ໝາຍດ້ານ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່ ​ທີ່​ໄດ້​ວາງ​ໄວ​ໃນ​ແຜນການດັ່ງກ່າວ ພາຍໃນ​ປີ 2025, ຈຳເປັນຕ້ອງມີການປະສານງານ​ທີ່ດີ​ ​ແລະ ການລະດົມຊັບພະຍາກອນ​​ໃນ​ຫຼາຍ​ຂະ​ແໜງ​ການ.”

ໃນງານດັ່ງກ່າວ ຍັງໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ລາວັນ ສຸດທິສານ, ຮອງປະທານຄະນະບໍລິຫານງານ ສະຫະພັນແມ່ຍິງລາວ. ທ່ານໄດ້ສະແດງເຖິງຄວາມມູ່ງໝັ້ນຂອງ ສະຫະພັນແມ່ຍິງລາວ ໃນການສະໜັບສະໜູນ ແລະ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ໃນເຂດຊຸມຊົນຫ່າງໄກສອກຫຼີກ ເພື່ອປັບປຸງໂພຊະນາການໃນປະເທດ: “ສະຫະພັນ​ແມ່ຍິງ​ລາວ ໄດ້ຮ່ວມເຮັດວຽກສົ່ງເສີມການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່ຢ່າງຕໍ່ເນື່ອງ ໂດຍສະເພາະໃນເຂດຊຸມຊົນ ທີ່ມີຂໍ້ຈຳກັດໃນການເຂົ້າ​ເຖິງ​ການ​ບໍ​ລິ​ການ​ສຸ​ຂະ​ພາບ ​ແລະ ຍັງ​ມີ​ອຸ​ປະ​ສັກ​ທາງ​ດ້ານພຶດຕິກຳ. ພວກ​ເຮົາ​ ຈະຍັງຄົງ​ສືບ​ຕໍ່ຄວາມ​ພະຍາຍາມ​ ຮ່ວມ​ກັບ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ເພື່ອ​ລະດົມການ​ສະໜັບສະໜູນ ​ແລະ ​ແກ້​ໄຂ​ສິ່ງ​ກີດຂວາງຕ່າງໆເຫຼົ່ານີ້ ເພື່ອຊ່ວຍໃຫ້ບັນດາແມ່ ສາມາດໃຫ້ນົມລູກໄດ້ທັນທີ່ ຫຼັງຄອດລູກ ແລະ ສືບຕໍ່ໃຫ້ນົມລູກຈົນພວກເຂົາອາຍຸຄົບ 2 ປີ.”

ໃນ ສປປ ລາວ, ຄວາມພະຍາຍາມຮ່ວມກັນລະຫວ່າງ ກະຊວງສາທາລະນະສຸກ, ສະຫະພັນແມ່ຍິງລາວ ໂດຍໄດ້ຮັບການສະໜັບສະໜູນຈາກ ບັນດາຄູ່ຮ່ວມພັດທະນາ ເຊັ່ນ, ສະຫະພາບເອີຣົບ, ອົງການຢູນິເຊັບ ແລະ ອື່ນໆ, ໄດ້ຊ່ວຍສົ່ງເສີມອັດຕາການລ້ຽງລູກດ້ວຍນົມແມ່ ແລະ ສ້າງພື້ນຖານສຳລັບນະໂຍບາຍ ແລະ ສະພາບແວດລ້ອມທາງສັງຄົມ ທີ່ເອື້ອຍອຳນວຍຕໍ່ການລ້ຽງລູກດ້ວຍນົມແມ່. ຂໍ້ລິເລີ່ມທີ່ສໍາຄັນ ພາຍໃຕ້ຄວາມພະຍາຍາມຮ່ວມນີ້ ລວມມີ: ຫຼັກສູດການຮັບຮອງຜູ້ໃຫ້ຄຳປຶກສາດ້ານການລ້ຽງລູກດ້ວຍນົມແມ່ ເຊິ່ງເນັ້ນໜັກໃສ່ ການສ້າງທັກສະໃຫ້ກັບພະນັກງານສາທາລະນະສຸກ ໃນການຊ່ວຍເຫຼືອ ແລະ ໃຫ້ຄໍາປຶກສາແກ່ແມ່ໃໝ່ ໃນການລ້ຽງລູກດ້ວຍນົມແມ່, ການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ ເພື່ອຄວບຄຸມການ​ຕະຫຼາດ ສໍາລັບຜະລິດຕະພັນ​ທົດແທນນໍ້ານົມແມ່, ການໂຄສະນາເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງ ກ່ຽວກັບການລ້ຽງລູກດ້ວຍນົມແມ່ ແລະ ແຜນງານຮັກລູກໃຫ້ໃສ່ໃຈ.

ທ່ານ ໄນແອນ ລີໂອນາດ, ຮັກສາການເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ກໍ່ໄດ້ກ່າວເຖິງຄວາມສຳຄັນຂອງການຮ່ວມມືກັນ ໃນການສະໜອງການສະໜັບສະໜູນແກ່ ແມ່ທີ່ລ້ຽງລູກດ້ວຍນົມ ແລະ ເດັກນ້ອຍ ໃນ ສປປ ລາວ: "ສະຫະພາບເອີຣົບ ເຮັດວຽກກັບ ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ຫຼາຍໆພາກສ່ວນໃນຂະແໜງການຕ່າງໆ ເພື່ອເສີມຂະຫຍາຍການປະຕິບັດການລ້ຽງລູກດ້ວຍນົມແມ່. ໂດຍການຮ່ວມມືກັບ ອົງການຢູນິເຊັບ ແລະ ພາກສ່ວນອື່ນໆ ໃນວຽກງານຂະແໜງການປົກຄອງ, ສະບຽງອາຫານ, ການດູແລສຸຂະພາບ, ນໍ້າສະອາດ, ສຸຂາພິບານ, ສຸຂະອະນາໄມ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ພວກເຮົາມີຄວາມພະຍາຍາມໃນການສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍ ສຳລັບແມ່ທີ່ລ້ຽງລູກດ້ວຍນົມ. ສຸຂະພາບຂອງແມ່ ແລະ ເດັກ ແມ່ນສໍາຄັນຕໍ່ອະນາຄົດຂອງທຸກປະເທດ ແລະ ການລ້ຽງລູກດ້ວຍນົມແມ່ ກໍ່ແມ່ນອົງປະກອບອັນສຳຄັນ.”

ທ່ານ ອາຕູໂຣ ຣົມໂບລິ, ວ່າການແທນຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ການສົ່ງເສີມການລ້ຽງລູກດ້ວຍນົມແມ່ ແມ່ນວຽກງານບູລະມະສິດຂອງ ອົງການຢູນິເຊັບ, ທັງຢູ່ໃນ ສປປ ລາວ ແລະ ທົ່ວໂລກ. ງານໃນຄັ້ງນີ້ຂອງພວກເຮົາສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນໃນລະດັບສູງ ແລະ ໃນທົ່ວຫຼາຍໆຂະແໜງການ ເພື່ອຮັບປະກັນການສະໜັບສະໜູນຕໍ່ ແມ່ທີ່ລ້ຽງລູກດ້ວຍນົມ ແລະ ເດັກອ່ອນ ໃນ ສປປ ລາວ ຢ່າງທົ່ວເຖິງ. ອົງການພວກເຮົາ ພ້ອມດ້ວຍຄູ່ຮ່ວມພັດທະນາ ຍັງຄົງຢຶດໝັ້ນໃນການສະໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວ ໃນການບັນລຸເປົ້າໝາຍ ການຜັນຂະຫຍາຍການສະໜັບສະໜູນ ແລະ ການເຂົ້າເຖິງການບໍລິການທີ່ຈຳເປັນ ເພື່ອສົ່ງເສີມການລ້ຽງລູກດ້ວຍນົມແມ່. ໂດຍການຮ່ວມມືກັນ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ພວກເຮົາຈະສາມາດຮັບປະກັນວ່າ ເດັກນ້ອຍທຸກຄົນຈະມີສຸຂະພາບທີ່ແຂງແຮງ.”

ທ່ານ ນາງ ສຸດທິສຸກ ອິນທະວີໄລ, ຄະນະບໍລິຫານງານ SUN CSA Laos ຮອງອໍານວຍການສະມາຄົມສົ່ງເສີມສຸຂະພາບຄອບຄົວ (PFHA), ກໍ່ໄດ້ກ່າວໃນງານ: “SUN CSA ມີຄວາມຍິນດີທີ່ໄດ້ມອບລາງວັນ ‘ສະຖານທີ່ເຮັດວຽກທີ່ເປັນມິດກັບ ການລ້ຽງລູກດ້ວຍນົມແມ່’ ໃຫ້ແກ່ ສະຖານທີ່ເຮັດວຽກໃນລາວ 35 ແຫ່ງ ເພື່ອເປັນການຮັບຮູ້ເຖິງ ຄວາມພະຍາຍາມຂອງສະຖານທີ່ເຮັດວຽກເຫຼົ່ານີ້ ໃນການສະໜັບສະໜູນບັນດາແມ່ໃຫ້ນົມລູກ ແລະ ຄອບຄົວຂອງເຂົາເຈົ້າ. ລາງວັນເຫຼົ່ານີ້ ແມ່ນເປັນການລິເລີ່ມໂດຍ ເຄືອຂ່າຍອົງການຈັດຕັ້ງສັງຄົມ ພາຍໃຕ້ SUN CSA ໃນປີ 2023 ແລະ ໃນປັດຈຸບັນ ແມ່ນເປີດໂອກາດມີສ່ວນຮ່ວມໃຫ້ທຸກສະຖານທີ່ເຮັດວຽກຢູ່ໃນ ສປປ ລາວ. ລາງວັນເຫຼົ່ານີ້ ແມ່ນເປັນການຮັບຮູ້ເຖິງ ຄວາມກ້າວໜ້າທີ່ສຳຄັນຂອງບ່ອນເຮັດວຽກຕ່າງໆ ເພື່ອຮັບປະກັນການສະໜັບສະໜູນ ການລ້ຽງລູກດ້ວຍນົມແມ່ໃຫ້ທຸກຄອຍຄົວ. ໂດຍການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ການສະໜອງຊັບພະຍາກອນທີ່ຈໍາເປັນອົງການຈັດຕັ້ງເຫຼົ່ານີ້ ກໍາລັງສ້າງຜົນກະທົບໃນທາງບວກຕໍ່ສຸຂະພາບ ແລະ ສະຫວັດດີການຂອງຄອບຄົວ ໃນທົ່ວ ສປປ ລາວ.”

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: [email protected]
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook