ສປປລາວ ຮັບຮອງເອົາດຳລັດວ່າດ້ວຍການຕະຫຼາດຜະລິດຕະພັນທົດແທນນໍ້ານົມແມ່ ເພື່ອປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍນົມແມ່.
ຊຸມຊົນອົງການສາກົນ ລວມທັງອົງການຢູນິເຊັບ, ສະຫະພາບເອີຣົບ ແລະ ອົງການຊ່ວຍເຫຼືອເດັກໄດ້ຕ້ອນຮັບວັນສຳຄັນທາງປະ ຫວັດສາດທີ່ລັດຖະບານແຫ່ງສປປລາວໄດ້ບັນລຸເຖິງ ຊຶ່ງເປັນການຊ່ວຍໃຫ້ເດັກມີສຸຂະພາບແຂງແຮງດີຂຶ້ນ ໂດຍຜ່ານການລ້ຽງລູກດ້ວຍນົມແມ່.
- English
- ລາວ
ນະຄອນຫຼວງວຽງຈັນ, ວັນທີ 5 ເດືອນສິງຫາ ປີ 2020: ລັດຖະບານແຫ່ງສປປລາວໄດ້ບັນລຸເຖິງຫຼັກໝາຍສຳຄັນໃໝ່ ດ້ວຍການຮັບຮອງເອົາດຳລັດວ່າດ້ວຍການຕະຫຼາດຜະລິດຕະພັນທົດແທນນໍ້ານົມແມ່ (BMS) ເພື່ອປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ໃນປະເທດ. ດຳລັດດັ່ງກ່າວແມ່ນນິຕິກຳແຫ່ງຊາດຊຶ່ງສອດຄ່ອງກັບຂໍ້ແນະນຳ ແລະ ຄຳມຸ່ງໝັ້ນທົ່ວໂລກ ເຊັ່ນ: ປະມວນກົດໝາຍສາກົນວ່າດ້ວຍການຕະຫຼາດຜະລິດຕະພັນທົດແທນນໍ້ານົມແມ່ ທີ່ຮັບຮອງເອົາຈາກສະພາອະນາໄມໂລກ ໃນປີ 1981.
ປະມວນກົດໝາຍດັ່ງກ່າວ ປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ດ້ວຍການສະໜອງຂໍ້ມູນຢ່າງພຽງພໍກ່ຽວກັບການໃຫ້ອາຫານເດັກອ່ອນທີ່ເໝາະສົມ, ພ້ອມທັງວາງກົດລະບຽບທີ່ເຂັ້ມງວດ ກ່ຽວກັບການຕະຫຼາດຜະລິດຕະພັນທົດແທນນໍ້ານົມແມ່, ຂວດນົມ ແລະ ຫົວຈຸກຂວດນົມ.
ທ່ານເລໂອ ຟາເບີ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳ ສປປລາວ ກ່າວວ່າ: “ພວກເຮົາຂໍສະແດງຄວາມຊົມເຊີຍມາຍັງລັດ ຖະບານແຫ່ງສປປລາວ ໃນການສ້າງ ແລະ ຮັບຮອງເອົານິຕິກຳສໍາຄັນ ແລະ ເຂັ້ມແຂງດັ່ງກ່າວ ຊຶ່ງແນ່ນອນແລ້ວວ່າ ນິຕິກຳດັ່ງກ່າວຈະມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ປະເທດ. ທ່ານຍັງກ່າວຕື່ມວ່າ: "ສະຫະພາບເອີຣົບມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ສະໜັບສະໜູນການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດດຳລັດດັ່ງກ່າວໃນຕໍ່ໜ້າດ້ວຍການສະໜັບສະໜູນງົບປະມານດ້ານໂພຊະນາການຂອງພວກເຮົາໃຫ້ແກ່ລັດຖະບານສປປລາວ ແລະ ການສະໜັບສະໜູນອື່ນໆຈາກທຸກອົງການຄູ່ຮ່ວມງານດ້ານໂພຊະນາການຂອງພວກເຮົາ".
ນໍ້ານົມແມ່ແມ່ນອາຫານດີທີ່ສຸດສຳລັບເດັກອ່ອນ ແລະ ເດັກນ້ອຍ ຍ້ອນວ່າມັນເປັນອາຫານພຽງຢ່າງດຽວທີ່ປອດໄພ, ສະອາດ, ເປັນມິດກັບສິ່ງແວດລ້ອມ ແລະ ເຕັມໄປດ້ວຍສານທີ່ເປັນພູມຕ້ານທານຂອງຮ່າງກາຍຊ່ວຍປ້ອງກັນບັນດາພະຍາດທົ່ວໄປໃນໄວເດັກ ເຊັ່ນ: ພະຍາດລະບົບທາງເດີນຫາຍໃຈ, ພະຍາດລຳໄສ້ອັກເສບ ແລະ ຫູອັກເສບ.
ເຖິງແມ່ນວ່າລັດຖະບານແຫ່ງສປປລາວໄດ້ແນະນຳຢ່າງເຂັ້ມງວດໃຫ້ເດັກກິນນົມແມ່ພຽງຢ່າງດຽວໃນ 6 ເດືອນທຳອິດ ແລະ ສືບຕໍ່ໃຫ້ລູກກິນນົມແມ່ ພ້ອມດ້ວຍອາຫານທີ່ປອດໄພ ແລະ ມີທາດບຳລຸງອື່ນໆຈົນກ່ວາເດັກອາຍຸໄດ້ 2 ປີ ກໍຕາມ, ມີເດັກໜ້ອຍກວ່າ ເຄິ່ງໜຶ່ງ (45 %) ໄດ້ກິນນົມແມ່ພຽງຢ່າງດຽວເຖິງ 6 ເດືອນ ແລະ ມີພຽງແຕ່ປະມານ 1 ໃນ 4 (27.2%) ຂອງເດັກເທົ່ານັ້ນໄດ້ສືບຕໍ່ກິນນົມແມ່ຈົນຮອດອາຍຸ 2 ປີ.
ທ່ານນາງບີອາເຕ ດາສະເຕັລ, ວ່າການແທນຜູ້ຕາງໜ້າອົງການຢູນິເຊັບ ກ່າວວ່າ: “ການລ້ຽງລູກດ້ວຍນົມແມ່ ບໍ່ພຽງແຕ່ເປັນພື້ນ ຖານຂອງການພັດທະນາເດັກທີ່ແຂງແຮງເທົ່ານັ້ນ; ມັນຍັງເປັນພື້ນຖານຂອງການພັດທະນາປະເທດອີກດ້ວຍ. ມັນຄຸ້ມຄ່າ ແລະ ເປັນການປະຢັດ ແລະ ປັບປຸງຊີວິດຂອງເດັກ, ຄອບຄົວ ແລະ ສັງຄົມໃຫ້ດີຂຶ້ນ ດ້ວຍການຢຸດຕິການຕາຍຂອງເດັກທີ່ສາມາດປ້ອງກັນໄດ້. ດ້ວຍການປັບປຸງສຸຂະພາບຂອງແມ່ ແລະ ເດັກໃຫ້ດີຂຶ້ນ, ສັງຄົມຈະເກັບກ່ຽວຜົນປະໂຫຍດຂອງຕົນ ດ້ວຍການເພີ່ມທະວີການບັນລຸເປົ້າໝາຍດ້ານການສຶກສາ ແລະ ມີຜະລິດຕະຜົນເພີ່ມຂື້ນ.”
ໃນປີ 2018, 136 ປະເທດ ໃນຈໍານວນ 194 ປະເທດໄດ້ຈັດຕັ້ງປະຕິບັດບາງມາດຕະການດ້ານກົດໝາຍທີ່ກ່ຽວຂ້ອງກັບປະມວນກົດໝາຍດັ່ງກ່າວ. ໃນເມື່ອກ່ອນ ສປປລາວ ກໍມີຂໍ້ຕົກລົງທີ່ບໍ່ຜູກມັດດ້ານກົດໝາຍ, ດຽວນີ້, ດຳລັດສະບັບໃໝ່ທີ່ລົງນາມໂດຍທ່ານນາຍົກລັດຖະມົນຕີແມ່ນມີຜົນຜູກມັດທາງດ້ານກົດໝາຍ. ດຳລັດດັ່ງກ່າວຈະເປັນທິດທາງທີ່ເຂັ້ມແຂງ ທັງເປັນມາດຕະການບັງຄັບໃຊ້ ແລະ ຕິດຕາມກວດກາ ເພື່ອຄວບຄຸມການຕະຫຼາດ ແລະ ການສົ່ງເສີມຜະລິດຕະພັນທົດແທນນໍ້ານົມແມ່ (BMS).
ການຄົ້ນຄ້ວາວິໄຈຫຼ້າສຸດຂອງ Alive & Thrive ສະແດງໃຫ້ເຫັນວ່າ ໃນແຕ່ລະປີ ສປປລາວສູນເສຍ 1,714 ຊີວິດ ແລະ 235 ລ້ານໂດລາສະຫະລັດ ຍ້ອນການລ້ຽງລູກດ້ວຍນົມແມ່ແບບບໍ່ພຽງພໍ. ເປັນເວລາຫຼາຍທົດສະວັດມາແລ້ວ, ການສົ່ງເສີມຢ່າງຮຸນແຮງ ແລະ ແບບຜິດຈັນຍາບັນຂອງອຸດສາຫະກຳຜະລິດຕະພັນທົດແທນນໍ້ານົມແມ່ (BMS) ໃນທົ່ວໂລກເປັນຜົນກະທົບຕໍ່ການລ້ຽງລູກດ້ວຍນົມແມ່, ເຖິງຢ່າງໃດກໍ່ຕາມ, ດຳລັດທີ່ໄດ້ຖືກຮັບຮອງໃນມໍ່ໆນີ້ ແມ່ນມີຈຸດປະສົງເພື່ອຢຸດຕິການປະຕິບັດດັ່ງກ່າວ ໃນສປປລາວ.
ທ່ານນາງ ເຄລີ ຄຳພູໄຊ, ອົງການຊ່ວຍເຫຼືອເດັກປະຈຳ ສປປລາວ ກ່າວວ່າ "ດຳລັດສະບັບໃໝ່ວ່າດ້ວຍຜະລິດຕະພັນທົດແທນນ້ຳນົມແມ່ ເຮັດໃຫ້ບໍລິສັດ ແລະ ບຸກຄົນທີ່ສົ່ງເສີມສູດນົມຜົງສຳລັບເດັກອ່ອນ, ນົມສູດຕິດຕາມທີ່ເອີ້ນວ່າ “ສູດນົມສໍາລັບເດັກໄວຮຽນຍ່າງ “ ແລະ ຜະລິດຕະພັນທີ່ກ່ຽວຂ້ອງກັບຜູ້ບໍລິໂພກຂອງລາວ ເປັນສິ່ງຜິດກົດໝາຍ ແລະ ຍັງຫ້າມການບໍລິຈາກຜະລິດຕະພັນດັ່ງກ່າວອີກດ້ວຍ. ທ່ານນາງ ເຄລີ ຄຳພູໄຊ ຍັງກ່າວຕໍ່ໄປວ່າ: “ດໍາລັດສະບັບໃໝ່ຍັງເປັນການປົກປ້ອງບັນດາຄອບຄົວຂອງຄົນລາວຈາກການຕະຫຼາດການຄ້າທີ່ບໍ່ມີຫຼັກການຂອງອຸດສາຫະກຳຜະລິດຕະພັນນົມສູດສຳລັບເດັກອ່ອນ ທີ່ພະຍາຍາມເຮັດໃຫ້ບັນດາຄອບ ຄົວໝັ້ນໃຈວ່າ ຜະລິດຕະພັນດັ່ງກ່າວດີກວ່າການລ້ຽງລູກດ້ວຍນໍ້ານົມແມ່; ບັນດາຄອບຄົວສົມຄວນທີ່ຈະສາມາດເຂົ້າເຖິງຂໍ້ມູນກ່ຽວກັບສຸຂະພາບທີ່ບໍ່ເປັນອະຄະຕິ ແລະ ການສະໜັບສະໜູນຕົວຈິງ ເພື່ອປະສົບຜົນສຳເລັດໃນການລ້ຽງລູກດ້ວຍນໍ້ານົມແມ່; ດຳ ລັດສະບັບນີ້ຊ່ວຍຮັບປະກັນວ່າ ບັນດາຄອບຄົວສາມາດເລືອກສິ່ງທີ່ດີທີ່ສຸດສຳລັບລູກຂອງຕົນ ແລະ ໃຫ້ລູກມີອະນາຄົດທີ່ສົດໃສທີ່ສຸດ."
ບາດກ້າວສຳຄັນທີ່ຈຳເປັນຂັ້ນຕໍ່ໄປຕໍ່ການປົກປ້ອງການລ້ຽງລູກດ້ວຍນໍ້ານົມແມ່ ແມ່ນການຮັບປະກັນວ່າ ຜູ້ຜະລິດ, ຜູ້ຈັດຈຳໜ່າຍ, ຜູ້ຂາຍຍ່ອຍ ແລະ ຜູ້ຊ່ຽວຊານດ້ານສາທາລະນະສຸກທຸກຄົນ ຮັບຮູ້ເຖິງບົດບັນຍັດຂອງດຳລັດດັ່ງກ່າວ, ຕິດຕາມກວດກາ ແລະ ບັງ ຄັບໃຊ້ນິຕິກຳດັ່ງກ່າວ.
ສະຫະພາບເອີຣົບໄດ້ໃຫ້ການສະໜັບສະໜູນສົ່ງເສີມການລ້ຽງລູກດ້ວຍນົມແມ່ ໃນສປປລາວເປັນເວລາຫຼາຍປີ ຜ່ານບັນດາຄູ່ຮ່ວມພັດທະນາ ເຊັ່ນ: ອົງການຢູນິເຊັບ ແລະ ອົງການຊ່ວຍເຫຼືອເດັກ. ໃນທ້າຍປີ 2019, ປະມວນກົດໝາຍດັ່ງກ່າວ ຊຶ່ງໃນປະເທດເອີ້ນວ່າ ດຳລັດວ່າດ້ວຍ "ຜະລິດຕະພັນອາຫານ ແລະ ອຸປະກອນການໃຫ້ອາຫານ ສຳລັບເດັກອ່ອນ ແລະ ເດັກໄວຮຽນຍ່າງ" ຊຶ່ງເປັນການສະຫຼຸບວ່າ ໄດ້ຮັບການສະໜັບສະໜູນດ້ານງົບປະມານ ໃນການດຳເນີນງານໂພຊະນາການຈາກສະຫະພາບເອີຣົບ. ຊຸມຊົນອົງການສາກົນ ໃນສປປລາວ ຂໍຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ສຳຄັນນີ້ຂອງລັດຖະບານແຫ່ງສປປລາວໃນການປົກປ້ອງສຸຂະພາບ, ການພັດທະນາ ແລະ ຄວາມຈະເລີນກ້າວໜ້າຂອງເດັກ, ຊຸມຊົນ ແລະ ທົ່ວສັງຄົມຢ່າງກວ້າງຂວາງ.
ກ່ຽວກັບສະຫະພາບເອີຣົບ
ສະຫະພາບເອີຣົບເປັນຄູ່ຮ່ວມງານຂອງ 27 ປະເທດເອີຣົບ ແລະ ເປັນເພື່ອນມິດຂອງລັດຖະບານ ແລະ ປະຊາຊົນລາວ. ພວກເຮົາເຮັດວຽກເພື່ອຫຼຸດຜ່ອນຄວາມທຸກຍາກ; ຮັບປະກັນການພັດທະນາແບບຍືນຍົງ; ສົ່ງເສີມປະຊາທິປະໄຕ, ສັນຕິພາບ ແລະ ຄວາມ ໝັ້ນຄົງໃນໂລກ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ EU, ຈົ່ງຕິດຕໍ່ພົວພັນກັບ: ທ່ານທອງວອນ ສໍສຳພັນ[email protected] ຈົ່ງເຂົ້າເບິ່ງໃນ http://europa.eu/
ເພື່ອຮຽນຮູ້ກ່ຽວກັບວຽກງານຂອງສະຫະພາບເອີຣົບໃນລາວ, ຈົ່ງຕິດຕາມ Facebook, Instagram, Twitter ແລະ website ຂອງພວກເຮົາ.
ກ່ຽວກັບ Alive & Thrive
Alive & Thrive ແມ່ນຂໍ້ລິເລີ່ມດ້ານໂພຊະນາການທົ່ວໂລກເພື່ອຊ່ວຍຊີວິດ, ປ້ອງກັນພະຍາດ ແລະ ຮັບປະກັນການເຕີບໃຫຍ່ຂອງແມ່ ແລະ ເດັກທີ່ມີສຸຂະພາບແຂງແຮງດີ. Alive & Thrive ນຳໃຊ້ເຄືອຂ່າຍ ແລະ ພື້ນຖານຄວາມຮູ້ທີ່ເຂັ້ມແຂງຂອງຕົນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ແລະ ສ້າງຂີດຄວາມສາມາດດ້ານໂພຊະນາການຂອງແມ່, ເຍົາວະຊົນ, ເດັກອ່ອນ ແລະ ເດັກ ນ້ອຍໃນທົ່ວທະວີບອາຟຣິກາ ແລະ ອາຊີ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ Alive & Thrive, ຈົ່ງເຂົ້າເບິ່ງໃນ: www.aliveandthrive.org
ຕິດຕໍ່ດ້ານສື່: Linh Phan, ອາຊີຕາເວັນອອກສ່ຽງໃຕ້, Alive & Thrive, [email protected]
ກ່ຽວກັບອົງການຊ່ວຍເຫຼືອເດັກ
ອົງການຊ່ວຍເຫຼືອເດັກ ເຊື່ອວ່າເດັກທຸກຄົນສົມຄວນມີອະນາຄົດ ແລະ ພວກເຮົາໄດ້ເຮັດວຽກໃນລາວເປັນເວລາຫຼາຍກວ່າ 25 ປີ ແລ້ວ ເພື່ອເຮັດໃຫ້ສິດທິຂອງເດັກຜູ້ດ້ອຍໂອກາດປະກົດຜົນເປັນຈິງ. ດ້ວຍທີມງານຂອງພວກເຮົາ 200 ກວ່າຄົນໃນປະເທດລາວ ແລະ 25,000 ກ່ວາຄົນໃນທົ່ວໂລກ, ພວກເຮົາສະໜັບສະໜູນສິດທິ ແລະ ຜົນປະໂຫຍດຂອງເດັກໃນທົ່ວໂລກ ຊຶ່ງກ່ອນອື່ນໝົດແມ່ນເດັກທີ່ມີຄວາມສ່ຽງທີ່ສຸດ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຊ່ວຍເຫຼືອເດັກ, ຈົ່ງເຂົ້າໄປໃນ: www.savethechildren.net
ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບການເຮັດວຽກຂອງອົງການຊ່ວຍເຫຼືອເດັກໃນລາວ, ຈົ່ງຕິດຕາມພວກເຮົາ ໃນ Facebook
ຕິດຕໍ່ພົວພັນດ້ານສື່: ທ່ານພິລົມຫຼິງ ວິໄລ, ອົງການຊ່ວຍເຫຼືອເດັກ ລາວ: [email protected]
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບ ອົງການຢູນິເຊບ UNICEF
ອົງການ ສປຊ ສຳລັບເດັກ ແມ່ນເຮັດວຽກຢູ່ໃນບາງພື້ນທີ່ທີ່ຫຍຸ້ງຍາກທີ່ສຸດໃນໂລກ, ເພື່ອໃຫ້ເຂົ້າເຖິງເດັກທີ່ຂາດໂອກາດຫຼາຍທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແດນ. ພວກເຮົາເຮັດວຽກກັບເດັກທຸກໆຄົນ, ທຸກໆບ່ອນເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ. ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບອົງການຢູນິເຊັບ UNICEF ແລະ ວຽກງານກ່ຽວກັບເດັກ ຂອງອົງການຢູ່ໃນ ສປປ ລາວ ສາມາດເບິ່ງໄດ້ ທີ່: http: //www.unicef.org/laos
ຕິດຕາມ Facebook, Twitter, YouTube ແລະ www.unicef.org