ປະເທດຝຣັ່ງ, ອົງການຢູນິເຊັບ ເເລະ ອົງການອາຫານໂລກ ຮ່ວມມືກັນປັບປຸງ ສຸຂະພາບ ເເລະ ໂພຊະນາການ ຂອງເດັກໃນເເຂວງ ຜົ້ງສາລີ
ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຈຳນວນ 5,000 ຄົນໃນ 6 ເມືອງເປົ້າໝາຍຂອງແຂວງຜົ້ງສາລີ ຈະໄດ້ຮັບຜົນປະໂຫຍດຈາກການປະເມີນ ແລະ ປິ່ນປົວການຂາດສານອາຫານ ພາຍໃຕ້ການຮ່ວມມືໃໝ່ນີ້.

- ສາມາດມີໃນ:
- English
- ລາວ
ເມືອງບຸນເໜືອ, ສປປ ລາວ – ໃນມື້ນີ້, ກະຊວງສາທາລະນະສຸກ, ອຳນາດການປົກຄອງຂັ້ນແຂວງ, ອົງການອາຫານໂລກ ເເລະ ອົງການຢູນິເຊັບ ໄດ້ເປີດຕົວໂຄງການເພື່ອປັບປຸງໂພຊະນາການຂອງເດັກອາຍຸຕ່ຳກວ່າ 5 ປີ ຢູ່ແຂວງ ຜົ້ງສາລີ, ເຊີ່ງເເມ່ນແຂວງພາກເໜືອສຸດຂອງ ສປປ ລາວ. ໂຄງການດັ່ງກ່າວ ເເມ່ນໄດ້ຮັບການສະໜັບ ສະໜູນໂດຍປະເທດຝຣັ່ງ.
ໂຄງການຊ່ວຍເຫຼືອດ້ານອາຫານຂອງປະເທດຝຣັ່ງ (French Alimentary Aid Programme) ໄດ້ສະໜອງທຶນຊ່ວຍ ເຫຼືອຈໍານວນ 500,000 ເອີໂຣ (ປະມານ 520,000 ໂດລາສະຫະລັດ) ເພື່ອປະກອບສ່ວນເຂົ້າໃນການປ້ອງກັນ ແລະ ປິ່ນປົວການຂາດສານອາຫານເເບບຈ່ອຍຜອມ ເຊີ່ງເປັນການຂາດສານອາຫານກະທັນຫັນ ໂດຍເດັກນ້ອຍຈະມີນ້ຳໜັກ ຕ່ຳກວ່າມາດຕະຖານທຽບກັບລວງສູງຂອງພວກເຂົາ ຊື່ງສົ່ງຜົນເຮັດໃຫ້ເກີດບັນຫາດ້ານສຸຂະພາບ, ການພັດທະນາຂອງ ເດັກ ເເລະ ເພີ່ມຄວາມສ່ຽງຕໍ່ການເສຍຊີວິດເຖີງ 12 ເທົ່າ. ໂຄງການການຄຸ້ມຄອງແບບເຊື່ອມສານຂອງການຂາດສານ ອາຫານກະທັນຫັນ (The Integrated Management of Acute Malnutrition) ໃນ ສປປ ລາວ ຈະໄດ້ຮັບການຈັດຕັ້ງປະຕິບັດຢູ່ແຂວງຜົ້ງສາລີ ເຊິ່ງເປັນເຂດທີ່ມີອັດຕາການຂາດສານອາຫານສູງ, ໂດຍສະເພາະແມ່ນໃນກຸ່ມເດັກນ້ອຍຕ່ຳກວ່າອາຍຸ 5 ປີ. ອີງຕາມການຮ່ວມມືໃນລະດັບທົ່ວໂລກລະຫວ່າງ ອົງການຢູນິເຊັບ ແລະ ອົງການອາຫານ ໂລກ, ໂດຍຜ່ານການຮ່ວມມືກັບລັດຖະບານເເຫ່ງ ສປປ ລາວ, ໂຄງການນີ້ມີຈຸດປະສົງໃນການສົ່ງເສີມການລ້ຽງດູ ເເລະ ໃຫ້ອາຫານ ເດັກອ່ອນ ແລະ ເດັກນ້ອຍ ໃຫ້ດີຂື້ນ, ເພີ່ມຄວາມຮູ້ດ້ານໂພຊະນາການຂອງແມ່ ແລະ ປັບປຸງຂະບວນການປະເມີນ ແລະ ປິ່ນປົວເດັກທີ່ຂາດສານອາຫານເເບບຈ່ອຍຜອມ. ທັງໝົດນີ້ຈະຊ່ວຍສະໜັບສະໜູນໃຫ້ລັດຖະບານ ສປປ ລາວ ສາມາດບັນລຸເປົ້າໝາຍຜົນໄດ້ຮັບຂອງໂຄງການຄຸ້ມຄອງແບບເຊື່ອມສານຂອງການຂາດສານອາຫານກະທັນຫັນ ໃນລະດັບປະເທດ.
ແຂວງຜົ້ງສາລີ ເປັນໜື່ງໃນເເຂວງທີ່ມີອັດຕາການຂາດສານອາຫານໃນເດັກອາຍຸຕ່ຳກວ່າ 5 ປີ ທີ່ສູງທີ່ສຸດໃນ ສປປ ລາວ ເເລະ ມີອັດຕາສ່ວນເດັກນ້ອຍ ໜ້ອຍກວ່າເຄິ່ງຂອງຈຳນວນທັງໝົດທີ່ໄດ້ກິນນົມແມ່ພຽງຢ່າງດຽວໃນໄລຍະ 6 ເດືອນທຳອິດ ແລະ ມີພຽງແຕ່ 28% ຂອງເດັກອາຍຸຕ່ຳກວ່າ 5 ປີ ທີ່ໄດ້ກິນອາຫານຄົບໝູ່ຕາມມາດຕະຖານຂັ້ນຕໍ່າສຸດທີ່ ອົງການອະນາໄມໂລກໄດ້ເເນະນຳ. ບັນຫາໂພຊະນາການຂອງແມ່, ອັດຕາການຖືພາໃນໄວໜຸ່ມທີ່ສູງ, ບັນຫາສິ່ງທ້າທາຍ ດ້ານນໍ້າ ແລະ ສຸຂະອະນາໄມ, ຄວາມຈຳກັດໃນການເຂົ້າເຖິງການບໍລິການດ້ານສຸຂະພາບ ເເລະ ຄວາມບໍ່ໝັ້ນຄົງດ້ານ ອາຫານ ເນື່ອງຈາກຜົນກະທົບຂອງການປ່ຽນແປງທາງດິນຟ້າອາກາດ ແລະ ການລະບາດຂອງພະຍາດໂຄວິດ-19, ພ້ອມດ້ວຍບັນຫາອື່ນໆນັ້ນລ້ວນເເຕ່ໄດ້ເຮັດໃຫ້ສະຖານະການຮ້າຍແຮງກວ່າເກົ່າໃນເເຂວງ. ດັ່ງນັ້ນ, ໂຄງການນີ້ຈະຊ່ວຍ ປູກຈິດສຳນຶກໃຫ້ແກ່ປະຊາຊົນປະມານ 23,000 ຄົນ ກ່ຽວກັບບັນຫາການຂາດສານອາຫານແບບກະທັນຫັນ ເເລະ ເດັກນ້ອຍຈຳນວນ 5,000 ຄົນ ຈະໄດ້ຮັບການປະເມີນສະພາບໂພຊະນາການ. ພ້ອມດຽວກັນນັ້ນ, ເດັກນ້ອຍທີ່ຂາດ ສານອາຫານແບບກະທັນຫັນຈຳນວນ 500 ຄົນ ໃນ 6 ເມືອງຂອງແຂວງຜົ້ງສາລີ. ຈະໄດ້ຮັບການປິ່ນປົວ ແລະ ອາຫານ ເສີມສຳລັບປິ່ນປົວພະວະການຂາດສານອາຫານ
“ລັດຖະບານຝລັ່ງ ກຳລັງໃຫ້ການສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ2 ກໍຄືລຶບລ້າງຄວາມອຶດຫິວ, ບັນລຸການປັບປຸງການຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການຕິດພັນກັບການສົ່ງເສີມກະສິກຳແບບຍືນຍົງ. ໂດຍອີງຕາມຄວາມຊໍານານດ້ານວິຊາການ ແລະ ການມີຫ້ອງການ ຢູ່ພາກສະຫນາມຂອງອົງການອາຫານໂລກ ແລະ ອົງການຢູນິເຊັບ ລວມເຖິ່ງສະຖາບັນຄົ້ນຄວ້າຂອງຝລັງເພື່ອການພັດທະນາ ທີ່ເປັນອີກຄູ່ຮ່ວມງານຂອງໂຄງການ, ພວກເຮົາເຊື້ອໝັ້ນວ່າຈະຊ່ວຍປະກອບສວນໃນການປັບປຸງຜົນໄດ້ຮັບດ້ານໂພຊະນາການຢູ່ແຂວງຜົ້ງສາລີໃຫ້ດີຂື້ນ ໂດຍສະເພາະໃນສະພາບການທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະ ຍາດໂຄວິດ-19 ” ກ່າວໂດຍພະນະທ່ານ ນາງ ຊີບແລງ ຊົວຣ໌, ເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ສປປ ລາວ.
ໂຄງການໃໝ່ນີ້ ຈະເປັນການສົມທົບເຂົ້າໃນວຽກງານອື່ນໆທີ່ອົງການອາຫານໂລກ ເເລະ ອົງການຢູນິເຊັບ ພວມຈັດຕັ້ງ ປະຕິບັດຢູ່ໃນແຂວງຜົ້ງສາລີ ເເລະ ທົວປະເທດ. ອົງການຢູນິເຊັບ ແລະ ອົງການອາຫານໂລກ ໄດ້ມີການພົວພັນຮ່ວມມືທີ່ ເເໜ້ນເເຟ້ນມາເປັນເວລາຫຼາຍປີ ໃນວຽກງານການປ້ອງກັນ ແລະ ປິ່ນປົວພະຍາດຂາດສານອາຫານເເບບຈ່ອຍຜອມ ເເລະ ເຊື່ອໝັ້ນວ່າພະຍາດດັ່ງກ່າວສາມາດ ເເລະ ຄວນໄດ້ຮັບການປ້ອງກັນ. ການຮ່ວມມືນີ້ລະຫວ່າງສອງອົງການນັ້ນ ໄດ້ຮັບການສືບຕໍ່ຢ່າງເປັນທ່າງການໃນທ້າຍປີ 2020 ເເລະ ໄດ້ຖືກບັນທຶກໄວ້ໃນແຜນປະຕິບັດງານລະດັບໂລກສຳລັບ ວຽກງານການເເກ້ໄຂບັນການຂາດສານອາຫານເເບບຈ່ອຍຜອມຂອງເດັກ ເຊິ່ງຍັງເປັນການປະກອບສ່ວນສໍາລັບກອບວຽກ ແລະ ລາຍລະອຽດວິທີການບໍລິຫານເພື່ອປ້ອງກັນ ແລະ ປິ່ນປົວພະຍາດດັ່ງກ່າວໃນລະດັບປະເທດ.
“ກະຊວງສາທາລະນະສຸກ ຍິນດີຮັບເອົາການຮ່ວມມືໃນຄັ້ງນີ້. ເດັກນ້ອຍທີ່ຂາດສານອາຫານເເບບຈ່ອຍຜອມ ແມ່ນມີ ຄວາມສ່ຽງສູງຕໍ່ການເສຍຊີວິດເຖີງ 12 ເທົ່າກ່ວາເດັກນ້ອຍທີ່ມີສຸຂະພາບດີ, ດັ່ງນັ້ນຈຶ່ງມີຄວາມຈຳເປັນທີ່ຕ້ອງໃຫ້ຄວາມ ສຳຄັນໃຫ້ພວກເຂົາຕ້ອງໄດ້ຮັບການປິ່ນປົວ” ກ່າວໂດຍ ທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ“ ການປ້ອງກັນ ແລະ ປິ່ນປົວພະຍາດດັ່ງກ່າວ ເຊີ່ງເເມ່ນເປົ້າໝາຍ ຂອງໂຄງການນີ້ ແມ່ນສອດຄ່ອງກັບແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການຂອງ ສປປ ລາວ ສຳລັບສົກປີ 2021 – 2025 ແລະ ຈະຊ່ວຍສ້າງຂີດຄວາມສາມາດຂອງບັນດາພະນັກງານສາທາລະນະສຸກຂອງພວກເຮົາໃນການ ປະເມີນ ແລະ ປິ່ນປົວເດັກນ້ອຍທີ່ຂາດສານອາຫານກ່ອນຈະຊ້າເກີນໄປ, ເຊິ່ງຍັງຈະສົມທົບເຂົ້າໃນຄວາມພະຍາຍາມ ຂອງພວກເຮົາໃນການສ້າງລະບົບຄຸ້ມຄອງການຂາດສານອາຫານກະທັນຫັນ.”
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook