ຖານຂໍ້ມູນການຮຽນການສອນ ຄັງປັນຍາລາວ

ກະຊວງສຶກສາທິການ ແລະ ກິລາ

Education
UNICEF Laos/2021/KSaypaseuth

ເພື່ອເປັນສ່ວນໜຶ່ງຂອງການຕອບໂຕ້ສຸກເສີນການສຶກສາໃນໄລຍະການລະບາດຂອງພະຍາດ ໂຄວິດ-19, ກະຊວງສຶກສາທິການ ແລະ ກິລາ ໄດ້ພັດທະນາຖານຂໍ້ມູນການຮຽນການສອນ ທີ່ມີຊື່ວ່າ ຄັງປັນຍາລາວ.

 

ຖານຂໍ້ມູນໃນຮູບແບບດິຈິຕອລ ຄັງປັນຍາລາວ ເເມ່ນສາມາດເຂົ້າເຖິງໄດ້ຜ່ານທາງເວັບໄຊ້ ແລະ ແອັບ ເຊິ່ງຊ່ວຍໃຫ້ສາມາດເຂົ້າເຖິງໄດ້ເມື່ອບໍ່ມີສັນຍານອິນເຕີເນັດ. ຄັງປັນຍາລາວ ໄດ້ຖືກພັດທະນາຂຶ້ນເພື່ອຈຸດປະສົງ ດັ່ງນີ້:

  1. ເພື່ອອໍານວຍຄວາມສະດວກການຮຽນສໍາລັບເດັກນັກຮຽນ ແລະ ໄວໜຸ່ມ, ຊ່ວຍໃຫ້ການຮຽນມີຄວາມຕໍ່ເນື່ອງ ໃນໄລຍະປິດໂຮງຮຽນ ແລະ ຍັງມີສື່ການຮຽນເສີມຕ່າງໆ ສໍາລັບການສອນຢູ່ໃນຫ້ອງຮຽນແບບເຊິ່ງໜ້າ ແລະ ຮຽນຢູ່ເຮືອນ.
  2. ເສີມຂະຫຍາຍການສອນໂດຍສະໜັບສະໜູນວຽກງານ ແລະ ພັດທະນາວິຊາຊີບໃຫ້ແກ່ຄູ, ຜູ້ອໍານວຍການ, ຄູສຶກສານິເທດ ແລະ ພະນັກງານວິຊາການດ້ານການສຶກສາ ໂດຍການສະໜອງສື່ຕ່າງໆ ແລະ ໃຊ້ເປັນຖານຂໍ້ມູນເຂົ້າໃນການຝຶກອົບຮົມແບບປະສົມປະສານ (blended trainings).
  3. ສ້າງທັກສະທາງດ້ານດິຈິຕອລໃຫ້ແກ່ເດັກນ້ອຍລາວ, ຄົນໄວໜຸ່ມ, ຄຸ ແລະ ພະນັກງານໃນຂະແໜງການສຶກສາ.

ຄັງປັນຍາລາວ ສາມາດນໍາໃຊ້ເປັນການຮຽນແບບປະສົມປະສານໄດ້, ໃຊ້ເປັນເຄື່ອງມືການສອນຢູ່ໃນຫ້ອງຮຽນ ແລະ ໃຊ້ສື່ການຮຽນການສອນຕ່າງໆຈາກສາກົນເພື່ອໃຊ້ຮຽນຢູ່ເຮືອນສໍາລັບນັກຮຽນ ແລະ ຄູສອນ ເພື່ອຄວາມຕໍ່ເນື່ອງຂອງການຮຽນໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ແລະ ເຫດການສຸກເສີນຕ່າງໆ. ຖານຂໍ້ມູນນີ້ໄດ້ຖືກພັດທະນາຂຶ້ນຕາມໂຄງການລິເລີ່ມ ເລິນນິງພາສປອດ (Learning Passport) ຂອງອົງການຢູນິເຊັບ ແລະ ຄູ່ຮ່ວມພັດທະນາ ເຊັ່ນ ສະຫະພາບເອີຣົບ ແລະ ກອງທຶນຮ່ວມມືສາກົນເພື່ອການສຶກສາ. 

Whatsapp

ສອບຖາມຂໍ້ມູນເພີ່ມເຕີມກ່ຽວກັບການເຂົ້າເຖິງ ເເລະ ນຳໃຊ້ ຄັງປັນຍາລາວ ໄດ້ໂດຍຕິດຕໍ່ຫຼືສົ່ງຂໍ້ຄວາມຫາ 02097689902 ຫຼື 02099280895.

Embedded video follows
Embedded video follows
Embedded video follows
Embedded video follows
Embedded video follows
Embedded video follows
Embedded video follows
UNICEF Laos/2021
Education