ລັດຖະບານອົດສະຕຣາລີ ປະກອບສ່ວນວັກຊີນ ເພີ່ມຕື່ມເພື່ອຊ່ວຍປ້ອງກັນເດັກນ້ອຍໃນ ສປປ ລາວ ຈາກພະຍາດ ໂຄວິດ-19
ການປະກອບສ່ວນວັກຊີນ ໄຟເຊີ ກັນພະຍາດ ໂຄວິດ-19 ສຳລັບເດັກ ຈຳນວນເກືອບ 500,000 ໂດສ ຈາກປະເທດ ອົດສະຕຣາລີ ໃຫ້ເເກ່ ສປປ ລາວ ຈະຊ່ວຍຮັບປະກັນໃຫ້ເດັກນ້ອຍລາວສາມາດສືບຕໍ່ການຮຽນຢູ່ໃນໂຮງຮຽນຢ່າງປອດໄພ.

- ສາມາດມີໃນ:
- English
- ລາວ
ນະຄອນຫຼວງວຽງຈັນ, ວັນທີ 28 ກັນຍາ 2022 – ໃນມຶື້ນີ້, ຄະນະຜູ້ແທນຈາກ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອົດສະຕຣາລີ ປະຈຳ ນະຄອນຫຼວງວຽງຈັນ ແລະ ອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ໄປຢ້ຽມຢາມໂຮງຮຽນປະຖົມສຶກສາທີ່ ນະຄອນຫຼວງວຽງຈັນ ທີ່ໄດ້ຖືກນຳໃຊ້ເປັນຈຸດສັກວັກຊີນ ເພື່ອສັງເກດຂະບວນການສັກວັກຊີນກັນພະຍາດ ໂຄວິດ-19 ສຳລັບເດັກນ້ອຍໂດຍນຳໃຊ້ວັກຊີນສະເພາະເດັກເປັນຄັ້ງທໍາອິດ ເຊີ່ງສະໜັບສະໜູນໂດຍປະເທດອົດສະຕຣາລີ.
ການປະກອບສ່ວນລ້າສຸດຈາກປະເທດອົດສະຕຣາລີ ໃຫ້ແກ່ ສປປ ລາວ ນັ້ນປະກອບມີວັກຊີນ ໄຟເຊີ ເພື່ອສ້າງພູມຄຸ້ມກັນພະຍາດ ໂຄວິດ-19 ສຳລັບເດັກ ທັງໝົດຈຳນວນເກືອບ 500,000 ໂດສ, ເຊິ່ງມີບຸລິມະສິດໃນການສັກໃຫ້ແກ່ກຸ່ມເດັກນ້ອຍອາຍຸ 5-11 ປີ ໃນ ສປປ ລາວ. ວັກຊີນຈຳນວນດັ່ງກ່າວເເມ່ນໄດ້ສະໜອງໃຫ້ ສປປ ລາວ ເພີ່ມຕື່ມພາຍຫຼັງຈາກການຊ່ວຍເຫຼືອວັກຊີນ ໄຟເຊີ ແລະ ແອສຕຣາ-ເຊນິກາ ຈຳນວນຫຼາຍກວ່າໜຶ່ງລ້ານໂດສໂດຍ ລັດຖະບານອົດສະຕຣາລີ ໃນຕົ້ນປີທີ່ຜ່ານມາ.
ພະນະທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ໄດ້ກ່າວວ່າ: “ລັດຖະບານ ແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈມາຍັງລັດຖະບານອົດສະຕຣາລີ ອີກຄັ້ງສຳລັບການປະກອບສ່ວນອັນມີຄ່ານີ້ຕໍ່ຂະບວນການສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ.” ທ່ານຍັງໄດ້ຢໍ້າຄືນອີກກ່ຽວກັບຄວາມປອດໄພ ແລະ ປະສິດທິຜົນຂອງບັນດາວັກຊີນກັນພະຍາດ ໂຄວິດ-19 ທັງໝົດທີ່ນຳໃຊ້ຢູ່ໃນ ສປປ ລາວ ໃນປະຈຸບັນ, ເຊີ່ງແມ່ນໄດ້ຮັບການຮັບຮອງຈາກ ກະຊວງສາທາລະນະສຸກ ເເລ້ວ.
ພະນະທ່ານ ນາງ ຂັນທະລີ ສີຣິພົງພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ກໍໄດ້ກ່າວຄຳເຫັນໃນງານຄັ້ງນີ້ ໂດຍໄດ້ເນັ້ນເຖິງຄວາມທັນການຂອງການມາເຖິງຂອງວັກຊີນຈຳນວນດັ່ງກ່າວ. ທ່ານໄດ້ກ່າວວ່າ: “ການມາຮອດຂອງວັກຊີນເຫຼົ່ານີ້ໄດ້ກົງກັບໄລຍະເປີດສົກຮຽນໃໝ່ ສົກຮຽນ 2022-2023 ຂອງບັນດາໂຮງຮຽນໃນ ສປປ ລາວ ໃນຕົ້ນເດືອນກັນຍາເຊັ່ນດຽວກັນ, ເຊຶ່ງ ລັດຖະບານເເຫ່ງ ສປປ ລາວ ກໍ່ໄດ້ມີການເພີ່ມທະວີຄວາມເອົາໃຈໃສ່ປຸກລະດົມຂະບວນການສັກວັກຊີນກັນພະຍາດ ໂຄວິດ-19 ໃຫ້ແກ່ເດັກນ້ອຍ, ໂດຍສະເພາະເດັກນັກຮຽນ ເພື່ອສ້າງພູມຄຸ້ມກັນເພີ່ມຕື່ມຈາກພະຍາດດັ່ງກ່າວເເກ່ ນັກຮຽນ, ພົນລະເມືອງຂອງລາວ ແລະ ຜູ້ດຳລົງຊີວິດຢູ່ ສປປ ລາວ ທຸກຄົນ.”
ໃນງານດັ່ງກ່າວນີ້, ພະນະທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ກໍ່ໄດ້ກ່າວເຖິງສາຍພົວພັນທາງການທູດອັນເເໜ້ນເເຟ້ນລະຫວ່າງ ອົດສະຕຣາລີ ເເລະ ສປປ ລາວ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19 . “ອົດສະຕຣາລີ ມຸ່ງໝັ້ນທີ່ຈະສຶບຕໍ່ໃຫ້ການຊ່ວຍເຫຼືອເເກ່ ສປປ ລາວ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19. ໃນປີນີ້, ອົດສະຕາລີ ແລະ ສປປ ລາວ ກໍໄດ້ສະເຫຼີມສະຫຼອງຄົບຮອບ 70 ປີ ຂອງການພົວພັນດ້ານການທູດ ລາວ-ອົດສະຕຣາລີ ເເລະ ຄໍາໝັ້ນສັນຍາຂອງພວກເຮົາທີ່ຈະສຶບຕໍ່ໃຫ້ການຊ່ວຍເຫຼືອເເກ່ການພັດທະນາຂອງ ສປປ ລາວ ກໍຍັງໜັກແໜ້ນຄືດັ່ງເມື່ອ 70 ປີກ່ອນ.”
ໃນລະຫວ່າງປີ 2020 ຫາ 2023, ອົດສະຕາລີ ໄດ້ລະດົມທຶນຊ່ວຍເຫຼືອກວ່າ 22 ລ້ານ ໂດລາອົດສະຕາລີ ເພື່ອສະໜັບສະໜູນລັດຖະບານເເຫ່ງ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ເເລະ ການສະໜອງການເຂົ້າເຖິງວັກຊີນທີ່ປອດໄພ ແລະ ມີປະສິດທິຜົນ ໃຫ້ກັບປະຊາຊົນລາວ. ນອກຈາກນັ້ນ, ອົດສະຕຣາລີຍັງໃຫ້ການຊ່ວຍເຫຼືອດ້ານເຕັກນິກເພື່ອສະໜັບສະໜູນການຈັດສົ່ງວັກຊີນໂດຍຜ່ານ ອົງການຢູນິເຊັບ, ອົງການອະນາໄມໂລກ ເເລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ (NGO), ພ້ອມຍັງໄດ້ໃຫ້ຄຳແນະນຳດ້ານສຸຂະພາບຈາກຜູ້ຊ່ຽວຊານຈາກສະຖາບັນຕ່າງໆຂອງປະເທດອົດສະຕາລີ ເພື່ອເສີມສ້າງຄວາມເຂັ້ມແຂງຂອງຂະບວນການສັກວັກຊີນແຫ່ງຊາດຂອງ ສປປ ລາວ.
ພະນະທ່ານ ໂພລ ແຄລີ ໄດ້ກ່າວຕື່ມອີກວ່າ: “ອົດສະຕຣາລີ ມີຄວາມຍິນດີ ທີ່ໄດ້ປະກອບສ່ວນສະໜັບສະໜູນ ແຜນປະຕິບັດການສັກວັກຊີນປ້ອງກັນ ພະຍາດໂຄວິດ-19 ແຫ່ງຊາດ ຂອງ ສປປ ລາວ. ການປະກອບສ່ວນຫລ້າສຸດນີ້ສະເເດງໃຫ້ເຫັນເຖີງສາຍພົວພັນທາງການທູດອັນແໜ້ນແຟ້ນລະຫວ່າງປະຊາຊົນອົດສະຕຣາລີ ແລະ ປະຊາຊົນລາວ, ແລະ ພວກເຮົາຫວັງວ່າວັກຊີນເຫຼົ່ານີ້ຈະຊ່ວຍໃຫ້ການປົກປ້ອງເພີ່ມຕື່ມເເກ່ເດັກນ້ອຍລາວໃນທົ່ວປະເທດ.”
ນອກຈາກການຊ່ວຍເຫຼືອຂອງອົດສະຕາລີ, ຄູ່ຮ່ວມມືສາກົນເຊັ່ນ ອົງການຢູນີເຊັບ ກໍ່ຍັງໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ກະຊວງສາທາລະນະສຸກ ເເລະ ກະຊວງສຶກສາທິການ ແລະ ກິລາ ເພື່ອປູກຈິດສໍານຶກໃນບັນດາຊຸມຊົນກ່ຽວກັບການສັກວັກຊີນສຳລັບເດັກ ແລະ ການສັກວັກຊີນກັນພະຍາດ ໂຄວິດ-19 ໂດຍລວມ. ນອກນັ້ນ, ອົງການຢູນີເຊັບ ກໍຍັງໄດ້ໃຫ້ການສະໜັບສະໜູນໃນການເສີມສ້າງຂີດຄວາມສາມາດຂອງພະນັກງານ ກະຊວງສາທາລະນະສຸກ ເພື່ອສື່ສານ ເເລະ ສະໜອງຂໍ້ມູນຢ່າງມີປະສິດທິພາບໃຫ້ເເກ່ບັນດາຊຸມຊົນ ກ່ຽວກັບຄວາມສ່ຽງຕ່າງໆຈາກພະຍາດ ໂຄວິດ-19 ອີກເຊັ່ນດຽວກັນ.
“ວັກຊີນເປັນເຄື່ອງມືອັນສຳຄັນໃນການເເກ່ໄຂວິກິດການໃນທົ່ວໂລກທີ່ເກີດຂຶ້ນຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ເດັກນ້ອຍແມ່ນໜຶ່ງໃນກຸ່ມຄົນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລະບາດຂອງພະຍາດດັ່ງກ່າວເພາະພວກເຂົາໄດ້ສູນເສຍການຮຽນຮູ້ຈາກການໂຈະການຮຽນຊົ່ວຄາວ, ເຊີ່ງຍັງໄດ້ສົ່ງຜົນກະທົບຕໍ່ ການພັດທະນາໃນວຽກງານດ້ານການສຶກສາໂດຍລວມອິກ. ດັ່ງນັ້ນ, ການສັກວັກຊີນຈະຊ່ວຍຮັບປະກັນໃຫ້ເດັກນ້ອຍມີຄວາມປອດໄພຫຼາຍຂຶ້ນຢູ່ໃນໂຮງຮຽນໃນໄລຍະສົກຮຽນໃໝ່ນີ້ ເເລະ ຮັບປະກັນວ່າພວກເຂົາສາມາດໄດ້ຮັບການສຶກສາທີ່ເໝາະສົມ ເພື່ອອະນາຄົດທີ່ສົດໃສຂອງເຂົາເຈົ້າ. ດັ່ງນັ້ນ, ພວກເຮົາກໍຕ້ອງສືບຕໍ່ເອົາໃຈໃສ່ ຕໍ່ການຮັບປະກັນການເຂົ້າເຖິງວັກຊີນຢ່າງເທົ່າທຽມໃນ ສປປ ລາວ, ລວມເຖີງສຳລັບເດັກນ້ອຍ, ເພາະວ່າບໍ່ມີໃຜຈະປອດໄພຈົນກວ່າທຸກຄົນຈະປອດໄພ,” ກ່າວໂດຍ ທ່ານນາງ ດຣ. ເພຍ ເຣເບລໂລ ບີຣໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook