ວັກຊີນກັນພະຍາດໂຄວິດ-19
ຂໍ້ມູນລ່າສຸດກ່ຽວກັບ ວັກຊີນກັນພະຍາດໂຄວິດ-19 ໃນ ສປປ ລາວ
- English
- ລາວ
ສປປ ລາວ ໄດ້ມີຄວາມກ້າວໜ້າຢ່າງວ່ອງໄວໃນການດໍາເນີນການສັັກວັກຊີນໃຫ້ປະຊາຊົນ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19.
ວັກຊີນທີ່ໃຊ້ໃນ ສປປ ລາວ ແມ່ນໄດ້ຜ່ານຂະບວນການທີ່ເຂັ້ມງວດ ແລະ ທົດລອງຢ່າງປອດໄພ ທີ່ກະຊວງສາທາລະນະສຸກ - ກົມອາຫານ ແລະ ຢາ ໄດ້ປະເມີນຫຼັກຖານ, ຄຸນປະໂຫຍດ ແລະ ຄວາມສ່ຽງແລ້ວ. ວັກຊັນຊະນິດ AstraZeneca ແມ່ນເປັນຂອງສະຖາບັນ Serum ຂອງປະເທດອິນເດຍ ທີ່ໄດ້ສະໜອງຜ່ານໂຄງການ COVAX ໄດ້ຖືກອະນັດມັດໃຫ້ນໍາໃຊ້ສຸກເສີນ ໂດຍກະຊວງສາທາລະນະສຸກ ໃນວັນທີ 22 ກຸມພາ, ຫຼັງຈາກໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 15 ກຸມພາ.
ອີງຕາມແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ, ການສັກຢາວັກຊີນ AstraZeneca/Oxford ຊຸດທຳອິດນີ້ ຈະນຳໄປໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອທຳການສັກຢາກັນພະຍາດໃຫ້ກຸ່ມບູລິມະສິດ ໃນປະເທດ ຜູ້ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ທີ່ມີແນວໂນ້ມທີ່ຈະເກີດອາການຮຸນແຮງຈາກການຕິດເຊື້ອ. ກຸ່ມບູລິມະສິດ ປະກອບມີບຸກຄະລາກອນທາງການແພດ, ຜູ້ສູງອາຍຸທີ່ມີອາຍຸຫຼາຍກວ່າ 60 ປີ ແລະ ຄົນທີ່ເປັນພະຍາດຊໍ້າເຮື້ອ. ລວມທັງ ບຸກຄະລາກອນທີ່ມີຄວາມສ່ຽງ ໂດຍອີງໃສ່ລັກສະນະຂອງວຽກ ແລະ ຄວາມສ່ຽງຕໍ່ການ ຕິດເຊື້ອພະຍາດໂຄວິດ-19 ເຊັ່ນ ບຸກຄະລາກອນທີ່ເຮັດວຽກຢູ່ເຂດສູນຈໍາກັດບໍລິເວນ.
ໂຄງການວັກຊີນໂຄວິດ-19 ແມ່ນນຳພາໂດຍ ອົງການກາວີ, ອົງການພັນທະມິດເພື່ອວັກຊີນ, ອົງການອະນາໄມໂລກ, ອົງການອະນາໄມໂລກ ແລະ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ເຮັດວຽກຮ່ວມມືກັບອົງການຢູນິເຊັບ ລວມທັງທະນາຄານໂລກ, ອົງການຈັດຕັ້ງທາງສັງຄົມ, ຜູ້ຜະລິດ ແລະ ອື່ນໆ. ໂຄງການ COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ຫຼື Access to COVID-19 Tools Accelerator ເຊິ່ງເປັນການຮ່ວມມືລະດັບໂລກເພື່ອເລັ່ງການພັດທະນາ, ການຜະລິດ, ແລະການເຂົ້າເຖິງການທົດສອບ, ການຮັກສາ ແລະ ການສັກວັກຊີນທີ່ມີຄວາມສະເໝີພາບ.
ໂຄງການວັກຊີນໂຄວິດ-19 ໄດ້ພັດທະນາວັກຊີນຫລາກຫລາຍຊະນິດທີ່ເໝາະສົມກັບທີ່ຕັ້ງພູມລຳເນົາ ແລະ ປະຊາກອນຂອງແຕ່ລະພາກພື້ນ, ແລະ ກຳລັງຢູ່ໃນເສັ້ນທາງທີ່ຈະບັນລຸເປົ້າໝາຍທີ່ໄດ້ວາງໄວ້ໃນການຈັດສົ່ງວັກຊີນຢ່າງໜ້ອຍ 2 ຕື້ໂດສໃຫ້ແກ່ບັນດາປະເທດທີ່ມີລາຍຊື່ເຂົ້າຮ່ວມໃນທົ່ວໂລກໃນປີ 2021, ໃນນັ້ນມີຜູ້ໃຫ້ທຶນສະໜັບສະໜູນຢ່າງໜ້ອຍ 1,3 ຕື້ໂດສ ໃຫ້ແກ່ບັນດາລາຍຊື່ປະເທດທີ່ມີລາຍຮັບຕໍ່າຈໍານວນ 92 ປະເທດຂອງໂຄງການ COVAX Facility ທີ່ໄດ້ຮັບການສະໜັບສະໜູນ ຈາກໂຄງການ Gavi COVAX Advance Market Committee (AMC).