ຜົນກະທົບຂອງມົນລະພິດທາງອາກາດຕໍ່ເດັກນ້ອຍ
ມົນລະພິດທາງອາກາດແມ່ນຫຍັງ? ແລະ ສາມາດປ້ອງກັນໄດ້ແນວໃດ?

- English
- ລາວ
ມົນລະພິດທາງອາກາດແມ່ນໜຶ່ງໃນໄພຮ້າຍທີ່ໃຫຍ່ທີ່ສຸດຕໍ່ສຸຂະພາບຂອງເດັກນ້ອຍ. 99% ຂອງປະຊາກອນໃນໂລກທີ່ອາໄສຢູ່ໃນພື້ນທີ່ທີ່ອາກາດບໍ່ບໍລິສຸດ. ເມື່ອເດັກນ້ອຍສູດລົມຫາຍໃຈເອົາອາກາດທີ່ເປັນພິດ, ມັນກໍຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ເປັນອັນຕະລາຍໃນອະນາຄົດຂອງພວກເຂົາ.
ໃນ ສປປ ລາວ, ແຕ່ລະປີ ມົນລະພິດທາງອາກາດກາງແຈ້ງເຮັດໃຫ້ປະຊາກອນຈຳນວນ 10.000 ຄົນເສຍຊີວິດກ່ອນໄວອັນຄວນ. ແຕ່ລະປີ, ຄວາມເຂັ້ມຂຸ້ນຂອງຝຸ່ນລະອອງລະອຽດ (PM 2.5) ໃນປະເທດແມ່ນສູງກວ່າ 4 ເທົ່າ ຈາກຄໍາແນະນໍາຂອງອົງການອະນາໄມໂລກ (WHO), ໂດຍມີລະດັບສູງສຸດໃນຊ່ວງລະດູການຈູດປ່າເຮັດໄຮ່ໃນລະຫວ່າງເດືອນມີນາ ແລະ ເດືອນເມສາ. ມົນລະພິດທາງອາກາດໃນຮົ່ມປະກອບເປັນ 44 ສ່ວນຮ້ອຍຂອງການເສຍຊີວິດຈາກມົນລະພິດທາງອາກາດໃນປະເທດລາວ (UNEP). ດັ່ງນັ້ນ, ມົນລະພິດທາງອາກາດ ແມ່ນຄວາມກັງວົນດ້ານສຸຂະພາບສາທາລະນະທີ່ຄວນເອົາໃຈໃສ່ ແລະ ເປັນໜຶ່ງໃນປັດໃຈທີ່ມີຄວາມສ່ຽງຕໍ່ການເສຍຊີວິດໃນປະເທດ.
ເພື່ອໃຫ້ເດັກນ້ອຍເຕີບໃຫຍ່ຢ່າງມີສຸຂະພາບດີ, ພວກເຂົາຕ້ອງການອາກາດທີ່ສະອາດ ແລະ ປອດໄພ. ວີທີລຸ່ມນີ້ແມ່ນວີທີທີ່ທ່ານສາມາດຫຼຸດຜ່ອນມົນລະພິດທາງອາກາດໃນສະພາບແວດລ້ອມ ແລະ ຊ່ວຍປົກປ້ອງລູກຂອງທ່ານຈາກຜົນກະທົບຂອງມົນລະພິດທາງອາກາດທີ່ຮ້າຍແຮງ. ມົນລະພິດທາງອາກາດທັງພາຍນອກ ແລະ ພາຍໃນເຮືອນມີການເຊື່ອມຕໍ່ໂດຍກົງກັບການຕິດເຊື້ອທາງເດີນຫາຍໃຈ ແລະ ພະຍາດອື່ນໆ ກວມເອົາ 15% ຂອງການເສຍຊີວິດໃນໂລກທີ່ມີອາຍຸຕ່ຳກວ່າ 5 ປີ.
ມົນລະພິດທາງອາກາດແມ່ນຫຍັງ?
ເມື່ອສານອັນຕະລາຍ (ມົນລະພິດ) - ສານອະນຸພາກ, ອາຍແກັສ, ຫຼື ສານພິດ - ທີ່ຖືກປ່ອຍຂຶ້ນສຸ່ຊັ້ນບັນຍາກາດ ແລະ ເຮັດໃຫ້ຄຸນນະພາບຂອງອາກາດຫຼຸດລົງ, ຫຼັງຈາກນັ້ນອາກາດກໍກາຍເປັນມົນລະພິດ. ໃນເວລາທີ່ມົນລະພິດຮຸນແຮງຂຶ້ນຫຼາຍ, ພວກເຮົາສາມາດສັງເກດເຫັນເມກໝອກເທິງຟ້າກາຍເປັນສີຊີ້ເຖົ່າ ຫຼື ສີເຫຼືອງໄດ້ດ້ວຍຕາເປົ່າ. ຂໍ້ມູນຈາກ UNICEF.
ມົນລະພິດທາງອາກາດໃນ ສປປ ລາວ
ມົນລະພິດທາງອາກາດໃນປະເທດລາວ ແມ່ນເປັນຄວາມໜ້າກັງວົນອັນໃຫຍ່ຫຼວງ ເຊິ່ງແຫຼ່ງທີ່ມາຕ່າງໆມາຈາກການເຜົາໄໝ້ທາງດ້ານກະສິກຳ, ການກຳຈັດສິ່ງເສດເຫຼືອ ແລະ ການປ່ອຍອາຍພິດຈາກການສັນຈອນຕາມທ້ອງຖະໜົນ. ການເຜົາໄໝ້ແບບກາງແຈ້ງ - ບໍ່ວ່າຈະເປັນການຈູດຂີ້ເຫຍື້ອ, ຈູດສິ່ງເສດເຫຼືອຈາກການກະສິກໍາ ຫຼື ທົ່ງນາ - ເປັນສ່ວນທີ່ມີຜົນກະທົບຢ່າງຫຼວງຫຼາຍຕໍ່ມົນລະພິດທາງອາກາດໃນຄົວເຮືອນ ແລະ ສະພາບແວດລ້ອມ ໂດຍການປ່ອຍຄວັນຢາສູບ ແລະ ສານເຄມີເປັນອັນຕະລາຍ


ຕາມຄວາມເປັນຈິງແລ້ວ, ມົນລະພິດທາງອາກາດ ແມ່ນໜຶ່ງໃນສາເຫດຂອງການເສຍຊີວິດໃນ ສປປ ລາວ ອີງຕາມອົງການອະນາໄມໂລກ (WHO). ມົນລະພິດທາງອາກາດແມ່ນສົ່ງຜົນກະທົບໂດຍກົງກັບຕໍ່ກັບພະຍາດທີ່ສາມາດເຮັດໃຫ້ຄົນເຖິງແກ່ຊີວິດໄດ້. ມົນລະພິດທາງອາກາດສາມາດເຮັດໃຫ້ເກີດອັນຕະລາຍສຸຂະພາບ ແລະ ສິ່ງແວດລ້ອມທີ່ຮ້າຍແຮງຕໍ່ຄົນ ແລະ ສິ່ງມີຊີວິດອື່ນໆ. ມົນລະພິດໃນອາກາດມີອະນຸພາກທີ່ເອີ້ນວ່າ PM 2.5. ອະນຸພາກເຫຼົ່ານີ້ມີຂະໜາດປະມານໜຶ່ງສ່ວນສາມສິບຂອງເມື່ອທຽບກັບຄວາມກວ້າງຂອງຜົມມະນຸດ ແລະ ສາມາດເຄື່ອນທີ່ໄປທົ່ວພື້ນທີ່ຫຼາຍພັນກິໂລແມັດ. PM 2.5 ສາມາດຜ່ານເຂົ້າໄປໃນປອດຂອງພວກເຮົາ ແລະ ເຂົ້າສູ່ກະແສເລືອດ, ເຊິ່ງສາມາດເພີ່ມຄວາມສ່ຽງຕໍ່ການເປັນພະຍາດຫົວໃຈ ແລະ ພະຍາດທາງລະບົບທາງເດີນຫາຍໃຈ, ເສັ້ນເລືອດຕັນ ແລະ ມະເຮັງປອດ, ລວມທັງບັນຫາສຸຂະພາບຕໍ່ແມ່ຍິງຖືພາ ແລະ ລູກນ້ອຍຂອງພວກເຂົາ.
ເປັນຫຍັງເດັກນ້ອຍຈຶ່ງມີຄວາມສ່ຽງຫຼາຍກວ່າ?
ໃນຂະນະທີ່ເດັກນ້ອຍກໍາລັງເຕີບໃຫຍ່, ການພັດທະນາຂອງປອດແລະ ສະໝອງພວກເຂົາເຮັດໃຫ້ພວກເຂົາມີຄວາມສ່ຽງ ໂດຍສະເພາະຕໍ່ມົນລະພິດທາງອາກາດ.
ລະບົບພູມຕ້ານທານຂອງພວກເຂົາອ່ອນແອກວ່າຜູ້ໃຫຍ່, ເຮັດໃຫ້ພວກເຂົາມີຄວາມສ່ຽງຕໍ່ໄວຣັສ, ເຊື້ອແບັກທີເຣັຍ ແລະ ການຕິດເຊື້ອອື່ນໆ. ມົນລະພິດທາງອາກາດຍິ່ງເພີ່ມຄວາມສ່ຽງຕໍ່ການຕິດເຊື້ອຕໍ່ທາງເດີນຫາຍໃຈ ແລະ ຫຼຸດຜ່ອນຄວາມສາມາດ ໃນການຕໍ່ສູ້ກັບອາກາດເປັນພິດ.
ເດັກນ້ອຍຫາຍໃຈໄວກວ່າຜູ້ໃຫຍ່ ແລະ ຮັບເອົາອາກາດທີ່ສົມທຽບກັບນ້ຳໜັກຕົວຂອງພວກເຂົາ, ການສູດດົມຜ່ານທາງປາກ ເຊິ່ງເຮັດໃຫ້ໄດ້ຮັບມົນລະພິດຫຼາຍກວ່າຫາຍໃຈທາງດັງ. ພວກເຂົາຍັງຢູ່ໃກ້ກັບພື້ນດິນ ເຊິ່ງມົນລະພິດບາງຊະນິດມີຄວາມເຂັ້ມຂຸ້ນສູງ.
ມົນລະພິດທາງອາກາດມີຜົນກະທົບແນວໃດຕໍ່ເດັກນ້ອຍ?
ມົນລະພິດທາງອາກາດມີຜົນກະທົບໃນທັນທີທັນໃດ ແລະ ໃນໄລຍະຍາວຕໍ່ສຸຂະພາບຂອງເດັກນ້ອຍທີ່ສາມາດກັບຄືນມາໄດ້.
ມົນລະພິດທາງອາກາດ ແມ່ນຕິດພັນກັບສະພາບທາງເດີນຫາຍໃຈເຊັ່ນ: ປອດອັກເສບ, ຫຼອດປອດອັກເສບ ແລະ ຫອບຫືດ. ມົນລະພິດທາງອາກາດສາມາດເຮັດໃຫ້ສຸຂະພາບທີ່ອ່ອນແອຮ້າຍແຮງຂຶ້ນ ແລະ ເປັນອັນຕະລາຍຕໍ່ພັດທະນາການທາງຮ່າງກາຍ ແລະສະຕິປັນຍາຂອງເດັກນ້ອຍ. ດັ່ງນັ້ນ, ຊີວິດຂອງເດັກນ້ອຍຈຶ່ງໄດ້ຮັບຜົນກະທົບ. ຕົວຢ່າງ, ເມື່ອເດັກນ້ອຍເຈັບປ່ວຍ, ເຂົາເຈົ້າອາດຂາດໂຮງຮຽນ, ຈຳກັດຄວາມສາມາດໃນການຮຽນ ແລະ ການພັດທະນາຂອງເຂົາເຈົ້າຕື່ມອີກ.
ຜົນກະທົບຂອງມົນລະພິດທາງອາກາດສາມາດຢູ່ຕະຫຼອດຊີວິດ. ຜູ້ໃຫຍ່ທີ່ສໍາຜັດກັບມົນລະພິດທາງອາກາດ ຄືກັນກັບເດັກນ້ອຍມີແນວໂນ້ມທີ່ຈະມີບັນຫາຕໍ່ລະບົບທາງເດີນຫາຍໃຈ.
ໃນລະຫວ່າງການຖືພາ: ຮ່າງກາຍຂອງແມ່ຍິງສາມາດເກັບຮັກສາສານເຄມີທີ່ເປັນອັນຕະລາຍຈາກອາກາດ, ສົ່ງຜົນໃຫ້ລູກນ້ອຍ ໃນໄລຍະການຖືພາ ແລະ ໄລຍະໃຫ້ນົມລູກ. ມົນລະພິດທາງອາກາດສາມາດສົ່ງຜົນກະທົບຕໍ່ສຸຂະພາບຂອງແອນ້ອຍໄດ້ ແລະ ສາມາດສົ່ງຜົນກະທົບຕໍ່ການຖືພາເຊັ່ນ: ການຫຼຸລູກ, ການເກີດກ່ອນກຳນົດ ແລະ ນ້ຳໜັກຕໍ່າ ແລະ ສາມາດສົ່ງຜົນກະທົບຕໍ່ການພັດທະນາສະໝອງຂອງເດັກນ້ອຍ.
ມົນລະພິດທາງອາກາດກວມເອົາ 26% ຂອງການເສຍຊີວິດຂອງເດັກເກີດໃໝ່ໃນທົ່ວໂລກສ່ວນໃຫຍ່ແມ່ນກ່ຽວຂ້ອງກັບອາການແຊກຊ້ອນຂອງນໍ້າໜັກການເກິດຕ່ຳ ແລະ ການເກີດກ່ອນກໍານົດ.
ອາການທີ່ຄວນລະວັງເຊິ່ງອາດຈະມີທີ່ມາຈາກມົນລະພິດທາງອາກາດ?
ລຸ່ມນີ້ແມ່ນອາການທີ່ເກີດຈາກການສໍາຜັດກັບມົນລະພິດທາງອາກາດ. ໃຫ້ທ່ານປຶກສາກັບແພດໝໍ ຖ້າຫາກສະມາຊິກໃນຄອບຄົວຂອງທ່ານປະສົບກັບອາການເຫຼົ່ານີ້.
- ມີອາການຕາແຫ້ງ/ລະຄາຍເຄືອງ, ເຈັບຫົວ, ເມື່ອຍລ້າ, ພູມແພ້ ຫຼື ຫາຍໃຈບໍ່ສະດວກ. ຖ້າເກີດຂຶ້ນກັບເດັກນ້ອຍ ໃຫ້ລະມັດລະວັງການອອກແຮງໃນຂະນະຫາຍໃຈ.
- ຜູ້ທີ່ເປັນພະຍາດຫອບຫືດອາດຈະມີອາການຮ້າຍແຮງຂຶ້ນ, ຫາຍໃຈບໍ່ສະດວກ, ເຈັບໜ້າເອິກ, ໄອ ຫຼື ຫາຍໃຈຝືດ.

ວິທີການປົກປ້ອງເດັກນ້ອຍຈາກມົນລະພິດທາງອາກາດ
ມົນລະພິດທາງອາກາດເປັນບັນຫາທີ່ເກີດຂຶ້ນໃນທົ່ວໂລກ ແລະ ພວມຮຽກຮ້ອງໃຫ້ມີການປະຕິບັດ ບໍ່ແຕ່ພຽງຄອບຄົວ ແລະ ບຸກຄົນໃດໜຶ່ງ, ແຕ່ແມ່ນຊຸມຊົນ ແລະ ລັດຖະບານ. ຢ່າງໃດກໍຕາມ, ມີຫຼາຍສິ່ງທີ່ພວກເຮົາສາມາດເຮັດໄດ້ ເພື່ອຫຼຸດຜ່ອນການສໍາຜັດກັບມົນລະພິດທາງອາກາດ ແລະ ຫຼຸດຜ່ອນຜົນກະທົບຕໍ່ເດັກນ້ອຍ. ທ່ານສາມາດນຳໃຊ້ຂັ້ນຕອນລຸ່ມນີ້ເພື່ອປະຕິບັດກັບຄອບຄົວຂອງທ່ານ:
ປົກປ້ອງເດັກນ້ອຍຈາກມົນລະພິດທາງອາກາດພາຍນອກ
- ຕິດຕາມຂໍ້ມູນຂ່າວສານຄຸນນະພາບອາກາດທີ່ທ່ານອາໄສຢູ່ໃນແຕ່ລະມື້ ແລະ ພະຍາຍາມປັບປ່ຽນພຶດຕິກຳ ແລະ ສຳຜັດກັບອາກາດຢ່າງເໝາະສົມ.
- ພະຍາຍາມຫຼຸດຜ່ອນການໃຊ້ເວລາໃນພື້ນທີ່ທີ່ມີມົນລະພິດສູງເຊັ່ນ: ຢູ່ໃກ້ບໍລິເວນທີ່ມີການຈະລາຈອນຕິດຂັດຮ້າຍແຮງ ຫຼື ແຫຼ່ງຂອງມົນລະພິດອຸດສາຫະກໍາ. ການເດີນທາງໃນຊ່ວງເວລາທີ່ມົນລະພິດທາງອາກາດຫຼຸດລົງສາມາດຊ່ວຍຫຼຸດຜ່ອນການສໍາຜັດກັບມົນລະພິດທາງອາກາດໄດ້.
- ໃນເວລາທີ່ມົນລະພິດທາງອາກາດເປັນພິດ ໃຫ້ເດັກນ້ອຍຫຼີກລ້ຽງກິດຈະກໍາທີ່ຕ້ອງອອກແຮງງານທາງນອກ. ການຫຼິ້ນ ຫຼື ການອອກກຳລັງກາຍຫຼຸດລົງ, ໂດຍສະເພາະ ຖ້າເດັກນ້ອຍມີບັນຫາທາງສຸຂະພາບມາກ່ອນ ເຊັ່ນ: ພະຍາດຫອບຫືດ ຫຼື ການຕິດເຊື້ອລະບົບທາງເດີນຫາຍໃຈອື່ນໆ.
- ເມື່ອມົນລະພິດທາງອາກາດພາຍນອກມີຄວາມຮຸນແຮງເຊັ່ນ: ໃນຊ່ວງທີ່ເກີດໄຟໄໝ້ປ່າຄວນໃຫ້ເດັກນ້ອຍຢູ່ໃນບ້ານ.
ປົກປ້ອງເດັກນ້ອຍຈາກມົນລະພິດທາງອາກາດໃນຮົ່ມ
- ໃຊ້ນໍ້າມັນເຊື້ອໄຟທີ່ສະອາດກວ່າ ແລະເຕັກໂນໂລຊີເພື່ອປຸງແຕ່ງຄວາມຮ້ອນ ແລະ ໃຫ້ມີແສງເຂົ້າໃນເຮືອນຂອງທ່ານ. ຖ້າເປັນໄປໄດ້, ເລືອກໄຟຟ້າ, ອາຍແກັສທໍາມະຊາດ, ອາຍແກັສນໍ້າມັນແຫຼວ, ອາຍແກັສຊີວະພາບ ຫຼື ເຕົາແສງຕາເວັນ ຫຼື ເຕົາອົບ.
- ໃຫ້ແນ່ໃຈວ່າພື້ນທີ່ແຕ່ງກິນມີບ່ອນລະບາຍອາກາດໄດ້ດີ ໂດຍການເປີດປ່ອງຢ້ຽມ ແລະ ໃຊ້ພັດລົມລະບາຍອາກາດ ເພື່ອໃຫ້ຄວາມຮ້ອນ ແລະ ອາຍພິດອອກໄປ. ຖ້າຍາກທີ່ຈະລະບາຍອາກາດໃນເຮືອນຄົວ, ໃຫ້ລອງພິຈາລະນາແຕ່ງກິນຢູ່ຂ້າງນອກ ຖ້າເປັນໄປໄດ້.
- ຮັກສາເຕົາ, ແລະ ເຄື່ອງໄຟຟ້າອື່ນໆ ເພື່ອໃຫ້ເຜົາເຊື້ອໄຟໄດ້ຢ່າງທີປະສິດທິພາບ
- ແມ່ຍິງຖືພາ ແລະ ເດັກນ້ອຍໃຫ້ຢູ່ຫ່າງຈາກຄວັນໄຟ
- ບໍ່ຄວນສູບຢາໃນຮົ່ມ ຫຼື ໃກ້ເດັກນ້ອຍ ຫຼື ແມ່ຍິງຖືພາ ເພື່ອໃຫ້ແນ່ໃຈວ່າພວກເຂົາບໍ່ໄດ້ຮັບຜົນກະທົບຈາກຄວັນສູບຢາ
- ລະວັງແຫຼ່ງທີ່ມາຂອງສິ່ງປົນເປື້ອນພາຍໃນເຮືອນ, ລວມທັງໃນອາຄານ ແລະ ຜະລິດຕະພັນສີ, ເຄື່ອງໃຊ້ອະນາໄມ ແລະ ສານເຄມີໃນຄົວເຮືອນ. ຫ້າມຈູດທູບທຽນ ຫຼື ໃຊ້ເຄື່ອງປັບອາກາດທີ່ກໍ່ສານພິດໃນອາກາດ.
- ຖ້າເປັນໄປໄດ້, ໃຫ້ຕິດຕັ້ງເຄື່ອງຟອກອາກາດທີ່ມີເຄື່ອງກອງອາກາດທີ່ມີປະສິດຕິພາບສູງ (HEPA) ຕໍ່ກັບການຕ້ານມົນລະພິດທາງອາກາດພາຍໃນເຮືອນ.
- ການຮັບປະທານອາຫານ ແລະ ການດຳລົງຊີວິດທີ່ດີຕໍ່ສຸຂະພາບສາມາດຊ່ວຍຫຼຸດຜ່ອນຜົນກະທົບໂດຍລວມຂອງມົນລະພິດທາງອາກາດຕໍ່ເດັກນ້ອຍ. ເດັກນ້ອຍທີ່ມີສຸຂະພາບດີ ແມ່ນມີຄວາມສ່ຽງຕໍ່ອາການແຊກຊ້ອນດ້ານສຸຂະພາບອັນເນື່ອງມາຈາກມົນລະພິດທາງອາກາດຍິ່ງໜ້ອຍເທົ່ານັ້ນ ເຊິ່ງປະກອບມີການລ້ຽງລູກດ້ວຍນ້ຳນົມແມ່ສໍາລັບ 6 ເດືອນທໍາອິດ, ໃຫ້ແນ່ໃຈວ່າເດັກນ້ອຍໄດ້ຮັບການສັກຢາປ້ອງກັນພະຍາດ, ອາຫານທີ່ດີຕໍ່ສຸຂະພາບແລະ ໃຫ້ເດັກນ້ອຍໄດ້ຫຼິ້ນ ແລະ ອອກກໍາລັງກາຍເປັນປະຈຳ.
ຈື່ໄວ້ວ່າ: ເດັກນ້ອຍຈະມີຄວາມກະຕືລືລົ້ນໃນສະພາບແວດລ້ອມ ແລະ ການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ ເປັນສິ່ງທີ່ສຳຄັນຫຼາຍສຳລັບຫຼາຍໆຄົນ. ເດັກນ້ອຍຄວນຮູ້ກ່ຽວກັບຄວາມສ່ຽງຂອງມົນລະພິດທາງອາກາດທີ່ສາມາດສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມຂອງເຂົາເຈົ້າ. ພວກເຂົາຄວນຈະຮູ້ວ່າ ອາກາດຂອງພວກເຂົາເປັນພິດ, ສິ່ງທີ່ສາມາດເຮັດໄດ້ ແລະ ວິທີການປົກປ້ອງຕົນເອງຈາກມົນລະພິດ ເຊິ່ງທ່ານສາມາດໃຊ້ຂໍ້ມູນ ຊັບພະຍາກອນທີ່ເປັນມິດກັບເດັກນ້ອຍ ກ່ຽວກັບມົນລະພິດທາງອາກາດ ທີ່ທ່ານສາມາດຄົ້ນຄວ້າຮ່ວມກັນກັບລູກຫຼານໄດ້.
ມົນລະພິດທາງອາກາດ ແມ່ນຄວາມສຸກເສີນດ້ານສາທາລະນະສຸກ ແລະ ຖ້າຫາກວ່າ ລັດຖະບານ ແລະ ຫົວໜ່ວຍທຸລະກິດມີມາດຕະການທີ່ແນ່ນອນເພື່ອຫຼຸດຜ່ອນບັນຫານີ້, ເດັກນ້ອຍແມ່ນຈະສືບຕໍ່ຮັບມືກັບບັນຫານີ້. ທ່ານສາມາດມີບົດບາດສໍາຄັນ ໃນການປູກຈິດສໍານຶກແລະ ການແກ້ໄຂບັນຫາ.
- ສົ່ງເສີມໃຫ້ລູກຫຼານຂອງທ່ານຮຽນຮູ້ທີ່ຈະສຶກສາ ແລະ ເຂົ້າຮ່ວມກິດຈະກຳກ່ຽວກັບສິ່ງແວດລ້ອມ
- ລອງທີ່ຈະຍ່າງ ຫຼື ຂີ່ລົດຖີບເພື່ອຫຼຸດຜ່ອນການເກີດມົນລະພິດທາງອາກາດ
- ທ່ານສາມາດປຶກສາກັບທາງໂຮງຮຽນຂອງລູກຂອງທ່ານໃນການຄວບຄຸມພື້ນທີ່ປອດຢາສູບພາຍໃນໂຮງຮຽນ
- ສາມາດເຂົ້າຮ່ວມກິດຈະກຳເພື່ອສັງຄົມກ່ຽວກັບສິ່ງແວດລ້ອມທີ່ທ່ານສາມາດສະໜັບສະໜູນ