ຄວາມສະເໝີພາບລະຫວ່າງຍິງ-ຊາຍ

ການໝູນໃຊ້ຄວາມສາມາດ, ກໍາລັງງານ, ແລະ ຄວາມຄິດສ້າງສັນຂອງເດັກຍິງເພື່ອອະນາຄົດທີ່ດີກວ່າສໍາລັບທຸກຄົນ

Nongnoew Primary students enjoy handwashing activity in their school, Vientiane Lao PDR
UNICEF Laos/2017/Saykoson

ໃນທົ່ວໂລກ, ຄວາມຝັນ ແລະ ທ່າແຮງບົ່ມຊ້ອນຂອງເດັກຍິງມັກຈະຖືກທຳລາຍໂດຍການຈຳແນກ, ຄວາມຮຸນແຮງ ແລະ ການຂາດໂອກາດທີ່ເທົ່າທຽມກັນ.

ສປປ ລາວ ມີຄວາມຄືບໜ້າຫຼາຍໃນດ້ານການເຂົ້າໂຮງຮຽນຂອງເດັກຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນດ້ານການສຶກສາ, ແຕ່ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍໄດ້ຢັ່ງຮາກລົງເລິກ ແລະ ສືບຕໍ່ເຮັດໃຫ້ເດັກຍິງ ແລະ ເດັກຊາຍມີໂອກາດທີ່ບໍ່ເທົ່າທຽມກັນໃນຊີວິດຂອງພວກເຂົາ.

ໃນບາງຊຸມຊົນ, ເດັກຍິງມີຄວາມສ່ຽງຕໍ່ການແຕ່ງງານ ແລະ ການຖືພາກ່ອນໄວອັນຄວນ. ແມ່ຍິງ ແລະ ເດັກຍິງຖືກຄາດຫວັງໃຫ້ແບກຫາບວຽກເຮືອນ ແລະ ເບິ່ງແຍງສະມາຊິກໃນຄອບຄົວ, ໃນຂະນະທີ່ ສຽງ  ແລະ  ການປະກອບສ່ວນໃນວຽກງານເພື່ອສາທາລະນະຊົນຂອງພວກເຂົາແມ່ນຖືກຖືເບົາ. ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງແມ່ນອີກໜຶ່ງຜົນກະທົບມາຈາກຄວາມບໍ່ສະເໝີພາບລະຫວ່າງຍິງ - ຊາຍ.

"ຄວາມບໍ່ເທົ່າທຽມກັນທີ່ຝັງຮາກຢ່າງເລິກເຊິ່ງ ເຮັດໃຫ້ເດັກຍິງ ແລະ ເດັກຊາຍມີໂອກາດບໍ່ເທົ່າທຽມກັນໃນຊີວິດຂອງພວກເຂົາ"

ສິ່ງທ້າທາຍ ແລະ ໂອກາດ

ຄວາມສະເໝີພາບລະຫວ່າງຍິງ-ຊາຍແມ່ນຖືກເນັ້ນໜັກໃນທຸກສິ່ງທີ່ ອົງການຢູນິເຊັບ ຈັດຕັ້ງປະຕິບັດ. ການປ່ຽນແປງໃຫຍ່ແມ່ນເປັນໄປໄດ້ເມື່ອນະໂຍບາຍ ແລະ ກົດໝາຍຖືກອອກແບບຢ່າງເໝາະສົມ ເພື່ອປົກປ້ອງແມ່ຍິງຢູ່ໃນບ້ານ, ໂຮງຮຽນ ແລະ ບ່ອນເຮັດວຽກ.

ອົງການຢູນິເຊັບ ປະຈຳ ສປປ ລາວ ເຮັດວຽກຮ່ວມກັບບັນດາຄູ່ຮ່ວມງານ, ມີທັງຊາຍ ແລະ ຍິງ, ເພື່ອແກ້ໄຂຄວາມແຕກຕ່າງລະຫວ່າງຍິງ-ຊາຍໂດຍຜ່ານແຜນງານ ແລະ ນະໂຍບາຍຕ່າງໆທີ່ຕອບສະໜອງຄວາມຕ້ອງການຂອງເດັກຊາຍ ແລະ ເດັກຍິງ, ເຊິ່ງປ່ຽນແປງມາດຕະຖານກ່ຽວກັບ ບົດບາດຍິງ - ຊາຍ  ແລະ  ອໍານາດທີ່ບໍ່ເທົ່າກັນ, ແລະ ຮັບປະກັນໂອກາດທີ່ເທົ່າທຽມກັນສຳລັບທຸກຄົນ.