ເຫດສຸກເສີນ
ມີໄວ້ສຳລັບເດັກທຸກໆຄົນໃນເວລາສຸກເສີນ

- ສາມາດມີໃນ:
- English
- ລາວ
ການປະຕິບັດດ້ານມະນຸດສະທຳສຳລັບເດັກ
ໃນສະພາບການສຸກເສີນ, ສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການຂອງເດັກຫລຸດໜ້ອຍລົງ ຍ້ອນວ່າຄອບຄົວ ແລະ ຊຸມຊົນ ແຕກແຍກກັນ ແລະ ໂຄງລ່າງພື້ນຖານທາງສັງຄົມຖືກທຳລາຍ. ທີ່ພັກອາໄສຊົ່ວຄາວມັກຈະກາຍເປັນເຮືອນຖາວອນ ເຊິ່ງເຮັດໃຫ້ເດັກບໍ່ສາມາດເຂົ້າເຖິງການສຶກສາ, ສາທາລະນະສຸກ ແລະ ການບໍລິການອື່ນໆ.
ສປປ ລາວ ເປັນປະເທດທີ່ມີຄວາມສ່ຽງຕໍ່ໄພນໍ້າຖ້ວມຫຼາຍເປັນພິເສດ. ໃນເດືອນກໍລະກົດ 2018, ປະຊາຊົນຢູ່ພາກໃຕ້ຂອງແຂວງອັດຕະປື ປະມານ 13,000 ຄົນ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ອົງການຢູນິເຊັບ ໄດ້ໃຫ້ການຊ່ວຍເຫຼືອຢ່າງເລັ່ງດ່ວນ ດ້ວຍການສະໜອງການບໍລິການສຸຂະພາບ, ໂພຊະນາການ, ນໍ້າ ແລະ ສຸຂາພິບານ, ການສຶກສາ ແລະ ການປົກປ້ອງ ໃຫ້ແກ່ເດັກຜູ້ທີ່ໄດ້ຮັບຜົນກະທົບ.
ປົກປ້ອງຜູ້ທີ່ມີຄວາມສ່ຽງຫຼາຍທີ່ສຸດ
ໜຶ່ງໃນພາລະກິດຕົ້ນຕໍຂອງ ອົງການຢູນິເຊັບ ປະຈຳ ສປປ ລາວ ແມ່ນເພື່ອຕື່ມເຕັມຄວາມຕ້ອງການ ແລະ ສິດທິພື້ນຖານຂອງເດັກທີ່ມີຄວາມສ່ຽງຫຼາຍທີ່ສຸດ, ລວມທັງຜູ້ລອດຊີວິດຈາກໄພພິບັດທາງທຳມະຊາດ, ຄົນອົບພະຍົບ, ເດັກທີ່ຖືກຍົກຍ້າຍພາຍໃນປະເທດ ແລະ ເດັກທີ່ໄດ້ຮັບຜົນກະທົບຈາກການປະທະກັນດ້ວຍອາວຸດ.
ຄວາມໝາຍໝັ້ນຫຼັກຂອງ ອົງການຢູນິເຊັບ ທີ່ມີຕໍ່ເດັກໄດ້ກຳນົດກິດຈະກໍາເພື່ອຮັກສາຊີວິດ ແລະ ການບໍລິການພື້ນຖານຂັ້ນຕໍ່າ ທີ່ຈໍາເປັນທີ່ສຸດ ໃນໄລຍະຫຼາຍອາທິດທຳອິດຂອງເຫດການສຸກເສີນ, ພ້ອມທັງກິດຈະກຳໄລຍະຍາວທີ່ຊ່ວຍໃນການຟື້ນຟູ ແລະ ພັດທະນາແບບຍືນຍົງ.
ໃນສະພາບການດ້ານມະນຸດສະທຳ, ອົງການຢູນິເຊັບ ປະຈຳ ສປປ ລາວ ປະສານງານກັບລັດຖະບານ ແລະ ຄູ່ຮ່ວມງານເພື່ອປະຕິບັດການຊ່ວຍຊີວິດ ເຊັ່ນ: ສະໜອງນໍ້າດື່ມ, ອຸປະກອນການແພດ, ສຸຂາພິບານ ແລະ ອາຫານເສີມ ພ້ອມທັງການໂຄສະນາເຜີຍແຜ່ ແລະ ການຝຶກອົບຮົມ.
ອົງການຢູນິເຊັບ ຍັງຮັບປະກັນໃຫ້ເດັກນ້ອຍໄດ້ຮັບການປົກປ້ອງ ແລະ ບໍ່ໃຫ້ການສຶກສາຂອງພວກເຂົາຖືກລົບກວນ, ໂດຍການສ້າງສະຖານທີ່ໆເປັນມິດກັບເດັກ ແລະ ສະຖານທີ່ຮຽນຊົ່ວຄາວ.
ການປົກປ້ອງເດັກທຸກໆຄົນໃນ ສປປ ລາວ
ອົງການຢູນິເຊັບ ເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ຄູ່ຮ່ວມງານໃນລະຫວ່າງ ແລະ ກ່ອນເຫດການສຸກເສີນ ເພື່ອຮັບປະກັນວ່າຊຸມຊົນສາມາດຕອບໂຕ້ໄດ້ຢ່າງເໝາະສົມ ແລະ ຫລຸດຜ່ອນລະດັບຄວາມສ່ຽງທີ່ພວກເຂົາອາດຈະປະເຊີນ.
ອົງການຢູນິເຊັບ ປະຈຳ ສປປ ລາວ ນໍາໃຊ້ວິທີການແບບຄົບຊຸດໃນ 'ການສ້າງຄວາມຕ້ານທານ' ເພື່ອເຊື່ອມສານການພັດທະນາ ແລະ ການປະຕິບັດດ້ານມະນຸດສະທຳ ແລະ ສົ່ງເສີມການອອກແບບແຜນງານ ແລະ ການວາງແຜນຄວາມສ່ຽງ.
ພວກເຮົາເຮັດສິ່ງນີ້ຜ່ານການປະເມີນຄວາມສ່ຽງຕໍ່ເດັກ ທີ່ປະກອບມີອັນຕະລາຍຈາກໄພທຳມະຊາດ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມຂັດແຍ່ງຕ່າງໆ. ສິ່ງນີ້ຊ່ວຍປັບປຸງການຄາດຄະເນ ແລະ ການປ້ອງກັນເຫດສຸກເສີນ, ໂດຍສະເພາະໄພພິບັດທີ່ເກີດຂຶ້ນເລື້ອຍໆ, ແລະ ກຽມພ້ອມໃຫ້ແກ່ຊຸມຊົນໃນການຮັບມືກັບເຫດການຕ່າງໆ ຖ້າຫາກເກີດຂຶ້ນ.