ຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແຫ່ງຊາດ ປະຈຳປີ 2024
“ມອບຕົ້ນທຶນຊີວິດທີ່ດີໃຫ້ລູກທ່ານດ້ວຍວັກຊີນ. ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ສາມາດປ້ອງກັນໄດ້ດ້ວຍວັກຊີນ.”
- English
- ລາວ
ພະຍາດໝາກແດງໃຫຍ່ ເປັນໜຶ່ງໃນສາເຫດຫຼັກ ຂອງການເສຍຊີວິດຂອງເດັກນ້ອຍ ໃນທົ່ວໂລກ. ພະຍາດໝາກແດງໃຫຍ່ ເປັນພະຍາດຕິດຕໍ່ຊະນິດໜຶ່ງ ທີ່ຕິດຕໍ່ກັນຈາກຄົນສູ່ຄົນໄດ້ໄວທີ່ສຸດ ແລະ ອັນຕະລາຍຫຼາຍ ໂດຍສະເພາະກັບຄົນທີ່ບໍ່ມີພູມຄຸ້ມກັນ. ພະຍາດໝາກແດງໃຫຍ່ ເປັນພະຍາດຕິດຕໍ່ ທີ່ຕິດກັນໄດ້ງ່າຍຫຼາຍ, ຫຼາຍກວ່າ 90% ຂອງຜູ້ທີ່ຢູ່ໃກ້ຊິດກັບຜູ້ຕິດເຊື້ອ ມີໂອກາດຕິດເຊື້ອໄດ້ ຖ້າຫາກບໍ່ມີພູມຄຸ້ມກັນ.
ໃນໄລຍະ 2-3 ປີຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອ ແລະ ການລະບາດ ຂອງພະຍາດໝາກແດງໃຫຍ່ຫຼາຍຂຶ້ນ. ໃນຕອນນີ້, ມີຫຼາຍປະເທດ ມີຜູ້ຕິດເຊື້ອພະຍາດໝາກແດງໃຫຍ່ສູງຂຶ້ນ ເຊັ່ນ: ຫວຽດນາມ, ຟິລິບປິນ, ອິນໂດເນເຊຍ, ສະຫະລັດອາເມລິກາ ແລະ ຫຼາຍໆປະເທດໃນທະວີບເອີຣົບ. ໃນ ສປປ ລາວ, ປະຊາຊົນເຮົາກໍ່ບໍ່ມີພູມຄຸ້ມກັນທີ່ພຽງພໍເທື່ອ ເຊິ່ງໝາຍຄວາມວ່າ ຖ້າມີຜູ້ຕິດເຊື້ອທີ່ເດີນທາງເຂົ້າມາປະເທດລາວເຮົາທາງອາກາດ ຫຼື ທາງບົກ ກໍ່ສາມາດນຳພາມາສູ່ການເກີດລະບາດໃຫຍ່ໄດ້. ແນວໃດກໍ່ຕາມ, ພວກເຮົາກໍ່ມີໂອກາດ ເພື່ອປ້ອງກັນບໍ່ໃຫ້ເກີດມີການລະບາດຂອງພະຍາດນີ້ໃນປະເທດ ແຕ່ພວກເຮົາຕ້ອງລົງມືນັບແຕ່ຕອນນີ້ເປັນຕົ້ນໄປ.
ດ້ວຍເຫດນີ້, ກະຊວງສາທາລະນະສຸກແຫ່ງ ສປປ ລາວ, ອົງການ ກາວີ, ລັດຖະບານແຫ່ງປະເທດ ອົດສະຕາລີ, ອົງການ ຢູນິເຊັບ ແລະ ອົງການອະນາໄມໂລກ ຈື່ງໄດ້ຮ່ວມກັນຈັດຕັ້ງ ຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແຫ່ງຊາດ ປະຈຳປີ 2024. ຄາດວ່າ ຈະມີເດັກອາຍຸ 9-59 ເດືອນ ຫຼື ຕໍ່າກວ່າ 5 ປີ ຈໍານວນຫຼາຍກວ່າ 630,000 ຄົນ ທີ່ຈະໄດ້ຮັບວັກຊີນຜ່ານຂະບວນການດັ່ງກ່າວ, ລວມເຖິງເດັກທີ່ພາດໂອກາດບໍ່ໄດ້ຮັບວັກຊີນນີ້ ໃນໄລຍະຜ່ານມາ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ໄດ້ເຂົ້າເຖິງການບໍລິການ ແລະ ຮັບພູມຄຸ້ມກັນຕໍ່ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ.
ຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແຫ່ງຊາດ ປະຈຳປີ 2024 ຈະຖືກຈັດຂຶ້ນລະຫວ່າງ ວັນທີ 20-31 ພຶດສະພາ 2024.
ສະນັ້ນ, ພວກເຮົາຂໍເຊີນຊວນ ພໍ່ແມ່, ຜູ້ປົກຄອງ ແລະ ຫົວໜ້າຊຸມຊົນທຸກທ່ານ, ມາຮ່ວມກັນປົກປ້ອງຊີວິດຂອງຄົນທີ່ເຮົາຮັກໄປພ້ອມໆກັນ. ວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ມີພ້ອມໃຫ້ບໍລິການແລ້ວ, ທ່ານສາມາດນໍາພາລູກຫຼານ ເຂົ້າມາຮັບບໍລິການໄດ້ທົ່ວປະເທດຢູ່ໃນທຸກໂຮງໝໍ ແລະ ຈຸດໃຫ້ບໍລິການໃກ້ບ້ານຂອງທ່ານ.
Audio Spots (Lao)
Audio Spot 1
Audio Spot 2
Audio Spots (Hmong)
Audio Spot 1
Audio Spot 2
Audio Spots (Khmu)
Audio Spot 1
Audio Spot 2