ກ່ຽວກັບສຸຂະພາບຈິດ
ຮຽນຮູ້ກ່ຽວກັບ ຄວາມໝາຍຂອງສຸຂະພາບຈິດ
ຄວາມໂສກເສົ້າ, ຄວາມຢ້ານກົວ, ຄວາມຜິດຫວັງ ແລະ ອາລົມອື່ນໆ ລ້ວນແມ່ນສ່ວນໜຶ່ງຕາມທໍາມະຊາດ ຂອງການເຕີບໃຫຍ່. ແຕ່ຖ້າລູກຂອງທ່ານກຳລັງປະສົບກັບອາລົມທາງລົບທີ່ຮ້າຍແຮງເປັນເວລາດົນນານ ແລະ ມັນກຳລັງສົ່ງຜົນກະທົບຕໍ່ຊີວິດທາງສັງຄົມ, ຄອບຄົວ ແລະ ການຮຽນຂອງພວກເຂົາ, ມັນອາດໝາຍຄວາມວ່າ ພວກເຂົາຕ້ອງການການຊ່ວຍເຫຼືອຈາກຜູ້ຊ່ຽວຊານດ້ານສຸຂະພາບຈິດ.
ອ່ານຕໍ່ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບເງື່ອນໄຂສຸຂະພາບຈິດທີ່ພົບເຫັນໄດ້ເປັນປະຈຳ ແລະ ວິທີທີ່ທ່ານສາມາດຊ່ວຍລູກຂອງທ່ານໃຫ້ຮູ້ສຶກດີຂຶ້ນໄດ້.
ສຸຂະພາບຈິດແມ່ນຫຍັງ?
ສຸຂະພາບຈິດເປັນພື້ນຖານທີ່ສຳຄັນຕໍ່ຄວາມສາມາດຂອງເຮົາໃນການຄິດ, ຮູ້ສຶກ, ຮຽນຮູ້, ເຮັດວຽກ, ສ້າງຄວາມ ສໍາພັນທີ່ມີຄວາມຫມາຍ ແລະ ປະກອບສ່ວນເຂົ້າໃນສັງຄົມ. ສຸຂະພາບຈິດບໍ່ໄດ້ໝາຍຄວາມເຖິງການບໍ່ມີຄວາມ ຜິດປົກກະຕິທາງຈິດພຽງຢ່າງດຽວ. ແຕ່ມັນເປັນສ່ວນສໍາຄັນ ແລະ ເປັນຮາກຖານຂອງສຸຂະພາບ ແລະ ຄວາມເປັນ ຢູ່ທີ່ດີຂອງທຸກຄົນ.
ໃນຕະຫຼອດຊີວິດຂອງເຂົາເຈົ້າ, ເດັກນ້ອຍ ແລະ ໄວຫນຸ່ມຈະປະສົບກັບສຸຂະພາບຈິດ ແລະ ສະພາບການເປັນຢູ່ທີ່ມີລະດັບແຕກຕ່າງກັນ. 1 ໃນ 10 ຂອງພວກເຂົາຍັງຈະປະສົບກັບບາງເງື່ອນໄຂສຸຂະພາບຈິດຢູ່ ໂດຍທີ່ຄົນສ່ວນໃຫຍ່ຍັງບໍ່ໄດ້ຮັບການດູແລທີ່ພວກເຂົາຕ້ອງການ.