26 ກໍລະກົດ 2022
ກະຊວງສຶກສາທິການ ແລະ ກິລາ ເປີດການນໍາໃຊ້ລະບົບຖານຂໍ້ມູນ online ອັນໃໝ່ ເພື່ອສົ່ງເສີມ ການຄຸ້ມຄອງຂໍ້ມູນສະຖິຕິຂະແໜງການ ໃຫ້ລວມສູນ, ເອກະພາບ ແລະ ເຊື່ອມໂຍງກັນ
ລະບົບຂໍ້ມູນຂ່າວສານຄຸ້ມຄອງການສຶກສາ ແລະ ກິລາ ຂອງ ສປປ ລາວ (LESMIS) ເເມ່ນໄດ້ຮັບການພັດທະນາຜ່ານການສະໜັບສະໜູນຂອງ ສະຫະພາບເອີຣົບ ແລະ ອົງການຢູນິເຊັບ ພາຍໃຕ້ ແຜນງານການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນ ສປປ ລາວ.