In Loving Memory
Forever in Our Hearts: Honoring the Life and Legacy of Mr. Chansamone Samoonty

- ສາມາດມີໃນ:
- English
- ລາວ
ທ.ຈັນສະໝອນ ຊາມຸນຕີ, ເກີດເມື່ອວັນທີ 12 ເດືອນກໍລະກົດ ປີ 1974. ໂດຍມີອ້າຍເອື້ອຍຮ່ວມອຸທອນ 7 ຄົນ, ລາວເປັນລູກຄົນທີສອງໃນຄອບຄົວ.
ທ.ຈັນສະໝອນ ຈົບການສຶກສາຈາກໂຮງຮຽນມັດທະຍົມສົມບູນທ່າເດື່ອ ໃນປີ 1993.
ລາວໄດ້ເລີ່ມເຮັດວຽກເປັນພະນັກງານຂັບລົດສ່ວນຕົວຂອງອະດີດຫົວໜ້າພະແນກສຶກສາ ໃນລະຫວ່າງເດືອນມີນາ 2003 ຈົນເຖິງ ເດືອນມີນາ 2007. ຈາກນັ້ນ, ລາວກໍບັນຈຸເຂົ້າເຮັດວຽກເປັນພະນັກງານຊົ່ວຄາວກັບອົງການຢູນິເຊັບລາວ ໃນເດືອນເມສາ 2007 ເຊິ່ງໄດ້ຮັບການເລື່ອນຕໍາແໜ່ງເປັນພະນັກງານຖາວອນ ໃນເດືອນ ກຸມພາປີ 2008 ແລະ ໄດ້ຮັບການແຕ່ງຕັ້ງມາເລື້ອຍໆ ໃນຊ່ວງເດືອນ ກໍລະກົດ ປີ 2019.
ໃນວັນທີ 5 ເດືອນ ພະຈິກ ປີ 1997 ທ້າວ ຈັນສະໝອນໄດ້ແຕ່ງງານກັບ ນາງ ພອນໄຊ ຜາສຸກ. ພວກເຂົາມີລູກນໍາກັນ 3 ຄົນ ກໍ່ຄື:
- ສານຕາ ຊາມຸນຕີ, ລູກຊາຍກົກ, ເກີດເມື່ອວັນທີ 14 ເດືອນ ເມສາ 1998;
- ລິນດາ ຊາມຸນຕີ, ລູກສາວຄົນທີສອງ, ເກີດເມື່ອວັນທີ 28 ເດືອນ ເມສາ 2003;
- ສຸພັດສອນ ຊາມຸນຕີ, ລູກສາວຫຼ້າ, ເກີດເມື່ອວັນທີ 16 ເດືອນ ເມສາ 2012;
ໃນວັນທີ 6 ເດືອນ ສິງຫາ 2021, ພັນລະຍາຂອງຈັນສະໝອນ ກໍ່ມີເຫດເຮັດໃຫ້ເສຍຊິວິດ, ເຮັດໃຫ້ມີພຽງແຕ່ ຈັນສະໝອນ ເປັນຜູ້ລ້ຽງດູລູກທັງ 3 ຄົນ.
ຕະຫຼອດໄລຍະທີ່ເຮັດວຽກກັບອົງການຢູນິເຊັບລາວ, ທ້າວ ຈັນສະໝອນ ກໍເປັນພະນັກງານແບບຢ່າງທີດີຕໍ່ກັບເພື່ອນຮ່ວມງານທັງທາງດ້ານຄວາມເປັນມືອາຊີບ, ຄວາມຊື່ສັດ ແລະ ຄວາມທຸ້ມເທຕໍ່ກັບການປະຕິບັດພາລະກິດກັບ ອົງການ ຢູນິເຊັບ. ລາວຍັງເປັນບຸກຄົນທີ່ມີຄວາມຕົງເວລາ ແລະ ເພິ່ງພາໄດ້ ເຊິ່ງເຮັດໃຫ້ການເຮັດວຽກຂອງລາວສໍາເລັດຕາມເວລາ ແລະ ມີປະສິດທິພາບ. ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ ຈັນສະໝອນ ເປັນແບບຢ່າງໃຫ້ກັບເພື່ອນຮ່ວມງານ ແລະ ກໍ່ຍັງເປັນບຸກຄົນທີ່ມີຄຸນຄ່າສໍາຄັນທີ່ຊ່ວຍໃຫ້ອົງການສາມາດປະສົບຜົນສໍາເລັດ.
ລາວເປັນບຸກຄົນທີ່ມີຄວາມຕັ້ງໜ້າຕໍ່ການເຮັດວຽກຢ່າງເປັນມືອາຊີບ ແລະ ເປັນພະນັກງານຂັບລົດທີ່ມີຄວາມສາມາດຂອງອົງການ ຢູນິເຊັບ ລາວ ໃນຫຼາຍໂອກາດ ແລະ ໃນການປະຕິບັດພາລະກິດ ເຊິ່ງບໍ່ວ່າຍາມໃດລາວກໍ່ໃຫ້ການຕ້ອນຮັບກັບທຸກວຽກງານທີ່ໄດ້ຮັບມອບໝາຍຢ່າງຫ້າວຫັນສະເໝີມາ; ຢ່າງເຊັ່ນ ການມາຢ້ຽມຢາມຂອງ ສົມເດັດພະລາຊີນີແຫ່ງເບລຢຽມ ແລະ ແຂກຄົນສໍາຄັນຄົນອື່ນໆ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນເດືອນ ກຸມພາ 2017; ຕະຫຼອດໄລຍະຂອງການຢ້ຽມຢາມຂອງຜູ້ໃຫ້ທຶນ ໄປຈົນເຖິງການຕິດຕາມລົງໄປຢ້ຽມຢາມແຜນງານຢູ່ສະຖານທີ່ຕ່າງໆ.
ຈັນສະໝອນ ມີຄວາມກຽມພ້ອມສະເໝີ ທີ່ຈະພາພະນັກງານຂອງອົງການ ຢູນິເຊັບ ລາວ ເດີນທາງໄປຍັງເຂດທີ່ຫ່າງໄກຊອກຫຼີກ ແລະ ເຂດທີ່ເຂົ້າເຖິງຍາກໃນປະເທດ ເພື່ອຊ່ວຍສະໜັບສະໜູນການປະຕິບັດພາລະກິດທີ່ທ້າທາຍທີ່ສຸດຂອງອົງການ ໂດຍສະເພາະແມ່ນໃນໄລຍະທີ່ເກີດໄພພິບັດ. ຄວາມກ້າຫານ ແລະ ມຸ່ງໝັ້ນຂອງລາວໄດ້ສະແດງໃຫ້ເຫັນໃນໄລຍະທີ່ເກີດໄພນໍ້າຖ້ວມ ທີ່ເກີດຂຶ້ນທີ່ແຂວງອັດຕະປື ໃນປີ 2018. ດ້ວຍການສະໜັບສະໜູນຈາກຈັນສະໝອນເຮັດໃຫ້ ອົງການ ຢູນິເຊັບ ລາວເປັນໜຶ່ງຜູ້ຊ່ວຍເຫຼືອກຸ່ມທໍາອິດທີ່ໄປເຖິງເຂດນໍ້າຖ້ວມທີ່ແຂວງອັດຕະປື.
ໃນໄລຍະຂອງການແຜ່ລະບາດຂອງພະຍາດໂຄວິດ-19, ຈັນສະໝອນ ກໍໄດ້ໃຫ້ການສະໜັບສະໜູນຢ່າງຫ້າວຫັນກັບຫ້ອງການໃນການນໍາສົ່ງອຸປະກອນການແພດ, ຢາປົວພະຍາດ ແລະ ອຸປະກອນຫ້ອງການອື່ນໆ ໃຫ້ກັບພະນັກງານທຸກຄົນໃນຫ້ອງການທີ່ກໍາລັງກັກຕົວ ເພື່ອຮັບປະກັນວ່າ ພະນັກງານຂອງ ອົງການ ຢູນິເຊັບ ລາວທຸກຄົນຈະສາມາດສືບຕໍ່ປະຕິບັດໜ້າທີ່ໃນການຊ່ວຍເຫຼືອ ຊຸມຊົນ ແລະ ບັນດາຄອບຄົວໄດ້ ພາຍໃຕ້ການປະຕິບັດມາດຕະການຢ່າງເຄັງຄັດໃນໄລຍະກັກຕົວ. ນອກນີ້, ລາວຍັງມີສ່ວນສະໜັບສະໜູນໃນການເດີນທາງພາກສະໜາມຫຼາຍແຫ່ງ ເພື່ອຊ່ວຍສົ່ງເສີມວຽກງາານການສັກວັກຊີນຢູ່ບັນດາແຂວງຕ່າງໆທົ່່ວປະເທດ. ການເຮັດວຽກຂອງລາວໄດ້ໃຊ້ເວລາຫຼາຍຊົ່ວໂມງ, ທັງກາງເວັນ, ກາງຄືນ ແລະ ລວມທັງໃນວັນພັກເສົາ-ອາທິດ ເພື່ອຊ່ວຍໃຫ້ອົງການ ຢູນິເຊັບ ລາວ ແລະ ຄູ່ຮ່ວມງານ ສາມາດແຈກຢາຍວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ລັດຖະບານ ສປປ ລາວ.
ໃນປີ 2022, ທັກສະການຂັບຂີ່ ແລະ ຄວາມມຸ່ງໝັ້ນຂອງ ຈັນສະໝອນ ໄດ້ຊ່ວຍໃຫ້ອົງການຢູນິເຊັບລາວ ສາມາດບັນລຸໝາກຜົນອັນສຳຄັນ ໂດຍສະເພາະແມ່ນການສະໜັບສະໜູນຂອງລາວ ໃນລະຫວ່າງກອງປະຊຸມຄະນະບໍລິຫານງານລະດັບພາກພື້ນຂອງອົງການ ຢູນິເຊັບ. ການມາຢ້ຽມຢາມ ສປປລາວ ຂອງພະນັກງານລະດັບສູງຂອງອົງການຢູນິເຊັບຫຼາຍຄົນ ທີ່ມາຈາກ ນິວຢອກ ແລະ ກຸງເທບ ເຊິ່ງເປັນອີກຄັ້ງທີ່ພວກເຮົາມີຄວາມປະທັບໃຈໃນຄວາມເປັນມືອາຊີບຂອງ ຈັນສະໝອນ ແລະ ເພື່ອນຮ່ວມງານທຸກຄົນໃນຫ້ອງການກໍ່ໄດ້ສະແດງຄວາມຂອບໃຈ ແລະ ຮັບຮູ້ເຖິງທັກສະຄວາມສາມາດໃນການຂັບຂີ່ຂອງລາວ.
ນອກຈາກນັ້ນ, ຈັນສະໝອນ ຍັງໄດ້ສະແດງໃຫ້ເຫັນເຖິງການມີແນວຄິດລິເລີ່ມ ແລະ ມີຄວາມຢືດຢຸ່ນໃນການເຮັດໜ້າທີ່ເພີ່ມຕື່ມເມື່ອອົງການຕ້ອງການ. ນອກຈາກນີ້, ລາວຍັງເປັນຜູ້ຊ່ວຍຂອງພະນັກງານອາວຸໂສຢູ່ຫ້ອງການໃນຖານະຂອງເປັນຜູ້ສົ່ງຂ່າວ ແລະ ຄົນຂັບທີ່ກຽມພ້ອມໃນການນໍາສົ່ງພະນັກງານໄປຄຣີນິກຂອງອົງການສະຫະປະຊາຊາດ, ພະນັກງານຫຼາຍຄົນກໍ່ໄດ້ຮັບການອໍານວຍຄວາມສະດວກທາງດ້ານການເຂົ້າເມືອງ ແລະ ພິທີການຕ່າງໆ ພ້ອມທັງໃຫ້ຄໍາປຶກສາດ້ານເຕັກນິກກ່ຽວກັບພາຫະນະຂອງ ອົງການ ຢູນິເຊັບ ລາວ. ຈັນສະໝອນ ກໍ່ຍັງມີໜ້າທີ່ເປັນຜູ້ປະສານງານຂອງສະມາຄົມພະນັກງານ ປະຈໍາ ອົງການ ຢູນິເຊັບ ລາວ, ເພື່ອນໍາພາການແຂ່ງຂັນ ກິລາ ແລະ ກິດຈະກໍາອື່ນໆ ເພື່ອສົ່ງເສີມຄວາມເປັນຢູ່ ແລະ ສະຫວັດດິການທີ່ດີຂອງພະນັກງານ.
ຈັນສະໝອນ ບໍ່ພຽງແຕ່ເປັນພະນັກງານທີ່ມີຄວາມສາມາດຢູ່ໃນອົງການຢູນິເຊັບລາວ ເທົ່ານັ້ນ ລາວຍັງເປັນຄົນທີ່ໜ້າເຄົາລົບນັບຖື, ເຫັນອົກເຫັນໃຈ, ໃຈດີ ແລະ ມີຈິດຍິນຍານທີ່ພ້ອມໃຫ້ການຊ່ວຍເຫຼືອຄົນອື່ນຢູ່ສະເໝີ ພ້ອມທັງເປັນຜູ້ຟັງທີ່ດີ, ສ້າງຄວາມສາມັກຄີ ແລະ ໃຫ້ການສະໜັບສະໜູນພະນັກງານທັງໝົດຂອງ ອົງການ ຢູນິເຊັບ ລາວ.
ຈັນສະໝອນເປັນມິດສະຫາຍທີ່ແທ້ຈິງຂອງເພື່ອນຮ່ວມງານ, ໝູ່ເພື່ອນ ແລະ ເປັນບຸກຄົນທີ່ຮັບປະກັນ ແລະ ຊ່ວຍໃຫ້ ອົງການ ຢູນິເຊັບ ລາວ ສາມາດປະສົບຜົນສໍາເລັດອັນຍິ່ງໃຫຍ່ຈົນມາເຖິງປັດຈຸບັນ.
ຈັນສະໝອນ ຈະຖືກລະນຶກເຖິງ ແລະ ສິ່ງດີໆທີ່ລາວໄດ້ເຮັດຜ່ານມາຈະເປັນຄວາມຊົງຈໍາຢູ່ໃນຫົວໃຈຂອງພວກເຮົາຕະຫຼອດໄປ.
ອົງການ ຢູນິເຊັບ ລາວ ຈະໃຫ້ການເບິ່ງແຍງ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອທີ່່ຈໍາເປັນກັບລູກຂອງລາວ.
ຂໍຂອບໃຈ.