"ເພາະວ່າມັນເປັນເຮືອນຂອງເຮົາ"
ເລື່ອງລາວການເດີນທາງຂອງ ຈັນ, ອາສາໂຄສະນາໄວໜຸມ ຄົນທຳອິດຂອງ ອົງການຢູນີເຊັບ ປະຈຳ ສປປ ລາວ
- English
- ລາວ
ຈັນພອນ ຊົງໃຈຍົ້ວ ຫຼື ຈັນ, ເເມ່ນ ເດັກຍິງອາຍຸ 19 ປີ ຊົນເຜົ່າມົ້ງຈາກແຂວງຫົວພັນ. ຈັນ ເກີດ ແລະ ເຕີບໃຫຍ່ຢູ່ບ້ານທາດເມືອງຂອງເມືອງຊຳເໜືອ ເເລະ ເຮືອນຂອງຈັນອ້ອມຮອບໄປດ້ວຍທຳມະຊາດສີຂຽວ ແລະ ສະຖານທີ່ສາຍພູຂອງແຂວງຫົວພັນ, ເປັນສະຖານທີ່ທີ່ງາມຍົດຍ້ອຍ ເເລະ ເປັນບ່ອນທີ່ຈັນເກີດຄວາມມັກຮັກໃນເລື່ອງສິ່ງແວດລ້ອມ ພ້ອມກັບການເປັນອາສາສະໝັກ. ມື້ນີ້, ຈັນໄດ້ເຮັດວຽກກັບ ອົງການຢູນີເຊັບ ປະຈຳ ສປປ ລາວ ໃນຖານະ ອາສາໂຄສະນາໄວໜຸ່ມ ວຽກງານສິ່ງແວດລ້ອມ ເເລະ ການປ່ຽນເເປງຂອງດິນຟ້າອາກາດ ໃນ ສປປ ລາວ - ແຕ່ທ່ານຢາກຮູ້ບໍ່ວ່າການເດີນທາງຂອງຈັນເລີ່ມຂຶ້ນໄດ້ແນວໃດ?
ການເດີນທາງຂອງ ຈັນ ໃນຖານະອາສາສະໝັກໄດ້ເລີ່ມຂຶ້ນຕອນທີ່ຈັນກຳລັງຮຽນຢູ່ ມໍ 2, ເກີດຈາກການທີ່ ຈັນ ໄດ້ເຂົ້າຮ່ວມກິດຈະກຳໜຶ່ງຂອງກຸ່ມອາສາສະໝັກທີ່ເເຂວງຂອງລາວ, ເຮັດໃຫ້ຈັນຮູ້ສຶກວ່າມັນເປັນກິດຈະກຳທີ່ມ່ວນ ແລະ ມີປະໂຫຍດກັບສັງຄົມ ເຊິ່ງຊື່ກຸ່ມອາສາດັ່ງກ່າວມີຊື່ວ່າ “ໄວໜຸ່ມອາສາສະໝັກຊຳເໜືອ”. ພາຍໃນກຸ່ມຈະມີການເຮັດກິດຈະກໍາຂຶ້ນມາທຸກໆທ້າຍອາທິດບໍ່ວາຈະເປັນ ການຮຽນພາສາອັງກິດ ແລະ ການເກັບຂີ້ເຫຍື້ອໃນຕົວເມືອງຊຳເໜືອເພື່ອໃຫ້ເມືອງຂອງພວກເຂົາສະອາດ ແລະ ຂຽວງາມຢູ່ສະເໝີ ເຊິ່ງບັນດາກິດຈະກຳເຫຼົ່ານັ້ນໄດ້ເຮັດໃຫ້ຈັນມີຫົວໃຈຂອງການເປັນອາສາສະໝັກນັບຕັ້ງແຕ່ນັ້ນມາ.
ໃນມື້ນີ້, ກຸ່ມອາສາສະໝັກ “ໄວໜຸ່ມອາສາສະໝັກຊຳເໜືອ” ເຕີບໃຫຍ່ຂະຫຍາຍກຸ່ມຈົນມີສະມາຊິກທັງໝົດຫຼາຍກວ່າ 30 ຄົນ ແລະ ຕອນນີ້້ກໍ່ຍັງບໍ່ໄດ້ປະລະການເຮັດກິດຈະກຳເພື່ອຊຸມຊົນເທື່ອ. ປັດຈຸບັນ, ກິດຈະກຳທີ່ພວກເຂົາເຮັດຈະເປັນກິດຈະກຳຢູ່ໃນໂຮງຮຽນ ແລະ ການເກັບຂີ້ເຫຍື້ອຢູ່ສວນສາທາລະນະໃນຕົວເມືອງຊຳເໜືອເປັນປະຈຳ.
ການອຸທິດຕົນຂອງ ຈັນ ໃຫ້ກັບວຽກງານອາສາສະໝັກກາຍເປັນການເປີດປະຕູບານໃໝ່ຂອງໂອກາດຕ່າງໆຫຼັງຈາກນັ້ນມາ. ຈັນໄດ້ເລີ່ມເປັນອາສາສະໝັກໃຫ້ກັບໂຄງການ ວິທະຍຸໄວໜຸ່ມ ຢູ່ແຂວງຂອງລາວເອງ ເຊິ່ງໂຄງການດັ່ງກ່າວຢູ່ພາຍໃຕ້ການນໍາພາຂອງກະຊວງຂໍ້ມູນຂ່າວສານ, ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມການສະໜັບສະໜຸນຈາກ ອົງການຢູນີເຊັບ. ໜ້າທີ່ຂອງຈັນໃນຕອນນັ້ນແມ່ນການເປັນໂຄສົກຂອງຄື້ນວິທະຍຸ ເຊິ່ງຈັນຈະໄດ້ດຳເນີນລາຍການວິທະຍຸໃຫ້ກັບ ວິທະຍຸໄວໜຸ່ມ ແຂວງຫົວພັນ ໃນທຸກໆຕອນແລງຂອງທຸກໆມື້ຈົນເຖິງປີ 2022. ຄວາມສາມາດຂອງ ຈັນ ນອກຈາກການເປັນໂຄສົກລາຍການແລ້ວ,ຈັນຍັງມີຄວາມສາມາດໃນການຮ້ອງເພງ ແລະ ຟ້ອນ ເຊິ່ງທຸກໆຄັ້ງທີ່ ຈັນ ເຮັດຫຍັງກໍ່ຕາມ ຈະເຮັດດ້ວຍຄວາມໝັ້ນໃຈ ແລະ ຮອຍຍິ້ມຢູ່ເທິງໃບໜ້າຢູ່ສະເໝີ. ນັ້ນເປັນເຫດຜົນທີ່ເຮັດໃຫ້ຈັນເອງເປັນບຸກຄົນທີ່ພົ້ນເດັ່ນຂອງ ວິທະຍຸໄວໜຸ່ມ ແຂວງຫົວພັນ ແລະ ວິທະຍຸໄວໜຸ່ມ ແຫ່ງຊາດ.
ຫຼາຍປີຜ່ານໄປ, ການມີສ່ວນຮ່ວມຂອງຈັນໃນການເປັນອາສາສະໝັກເພື່ອຊ່ວຍເຫຼືອສັງຄົມໄດ້ເຂັ້ມຂຸ້ນຂຶ້ນ, ຈັນ ໄດ້ເຂົ້າຮ່ວມໂຄງການກ່ຽວກັບໄພນ້ຳຖ້ວມ ເຊິ່ງພາຍໃນໂຄງການຈະໄດ້ເປີດຮັບບໍລິຈາກເຂົ້າສານອາຫານແຫ້ງ ແລະ ເຄື່ອງນຸ່ງຫົ່ມ ໃຫ້ກັບຜູ້ທີ່ປະສົບໄພນ້ຳຖ້ວມໃນແຂວງຫົວພັນ. ດ້ວຍໄພທຳມະຊາດທີ່ເກີດຂຶ້ນ, ພ້ອມກັບຜົນເສຍທີ່ເກີດຈາກມະນຸດ ເປັນສິ່ງທີ່ເຮັດໃຫ້ຫົວໃຈຂອງການເປັນອາສາສະໝັກຍິ່ງເພີ່ມທະວີຂຶ້ນຜ່ານການລົງມືເຮັດ.
ຕອນທີ່ນ້ອງຮອດ (ສະຖານທີທີ່ໄດ້ເຮັບຜົນຈາກໄພນ້ຳຖ້ວມ), ສິ່ງທຳອິດທີ່ນ້ອງຄິດແມ່ນ ເປັນຫຍັງນ້ຳຈຶ່ງຖ້ວມ? ຍ້ອນຫຍັງ? ນ້ອງຢາກຮູ້ທີ່ມາຂອງບັນຫາ.
ປະສົບການຂອງຈັນໃນຄັ້ງນັ້ນແມ່ນສິ່ງທີ່ເລີ່ມຕົ້ນເຮັດໃຫ້ ຈັນ ສົນໃຈເລື່ອງບັນຫາສິ່ງແວດລ້ອມ ແລະ ຈັນ ຍັງເຊື່ອວ່າ ແມ່ນແຕ່ການກະທຳເລັກນ້ອຍ ກໍ່ສາມາດສ້າງແຮງບັນດານໃຈໃຫ້ເກີດການປ່ຽນແປງໄດ້.
ແຮງບັນດານໃຈທັງໝົດຂອງ ຈັນ ໄດ້ນຳພາລາວເຂົ້າສູ່ອ້ອມກອດຂອງ ອົງການຢູນີເຊັບ ໃນເດືອນ ມິຖຸນາ ປີ 2023, ຈັນ ໄດ້ຮັບເລືອກເປັນ ອາສາໂຄສະນາໄວໜຸ່ມ ວຽກງານສິ່ງແວດລ້ອມ ເເລະ ການປ່ຽນເເປງຂອງດິນຟ້າອາກາດ ຜູ້ທຳອິດຂອງ ອົງການຢູນີເຊັບ ປະຈຳ ສປປ ລາວ. ສຽງຂອງຈັນຖືກໄດ້ຍິນຜ່ານການໂຄສະນາກ່ຽວກັບບັນຫາສິ່ງແວດລ້ອມ ແລະ ການເຮັດໂຄງການ. ດ້ວຍການສະໜັບສະໜູນຈາກ ອົງການຢູນີເຊັບ, ຈັນ ແລະ ກຸ່ມໝູ່ໆອາສາສະໝັກຂອງລາວກໍໄດ້ເຂົ້າຮ່ວມໂຄງການ ເພື່ອຮັບໜ້າທີ່ເປັນຜູ້ນຳພາໃນການເຮັດກິດຈະກຳຕ່າງໆກ່ຽວກັບການສິ່ງແວດລ້ອມ, ບໍ່ວ່າຈະເປັນ ການຂຶ້ນເວົ້າຢູ່ເວທີໃຫຍ່ ຫຼື ການຫຼິ້ນລະຄອນສັ້ນເພື່ອສະແດງໃຫ້ໄວໜຸ່ມຄົນອື່ນໆເຂົ້າໃຈເຖິງຄວາມສຳຄັນໃນການຮັກສາສິ່ງແວດລ້ອມ.
“ນ້ອງຮູ້ສຶກພູມໃຈຫຼາຍທີ່ໄດ້ເຮັດໃຫ້ພວກເຂົາເຂົ້າໃຈບັນຫາສິ່ງແວດລ້ອມໃນຮູບແບບທີ່ມ່ວນ ແລະ ເຂົ້າໃຈງ່າຍ, ການໃຫ້ຂໍ້ມູນກັບເດັກນ້ອຍເປັນສິ່ງທີ່ສຳຄັນຫຼາຍ ເພາະພວກເຂົາຄືອະນາຄົດ,” ຈັນກ່າວ.
ຄວາມພະຍາຍາມຂອງຈັນໄດ້ປະລະສິ່ງດີໆໄວ້ໃນແຂວງຫົວພັນເປັນຈຳນວນຫຼາຍ ພ້ອມກັບໄດ້ຮັບການກ່າວເຖິງຈາກຜູ້ໃຫຍ່. ການເຮັດວຽກຮ່ວມມືກັບຂັ້ນສູນກາງ, ແຂວງ ແລະ ເມືອງ, ຈັນເປັນຄ້າຍຄືກັບຂົວທີ່ເຊື່ອມຕໍ່ລະຫວ່າງກຸ່ມຄົນທີ່ເປັນໄວໜຸ່ມ ແລະ ກຸ່ມຄົນທີ່ເປັນຜູ້ໃຫຍ່ເຂົ້າຫາກັນໂດຍສະເພາະແມ່ນບັນຫາສິ່ງແວດລ້ອມ.
ຫຼາຍຄົນບອກວ່າ ຈັນ ເປັນຄ້າຍຄືກັບຂົວທີ່ເຊື່ອມຄົນເຂົ້າຫາກັນ, ທັງຍຸກສະໄໝກໍ່ດີ ຫຼື ເຊື້ອຊາດກໍ່ດີ.
ສິ່ງທີ່ສຳຄັນທີ່ສຸດສຳລັບ ຈັນ ໃນການເປັນອາສາໂຄສະນາໄວໜຸ່ມແມ່ນກຳລັງໃຈຈາກເເມ່ຂອງລາວ. ຄອບຄົວຂອງຈັນເປັນຄອບຄົວທີ່ທຳມະດາ ເເລະ ແມ່ຂອງ ຈັນ ກໍເປັນແມ່ຄ້າທີ່ຂາຍເຄື່ອງຢູ່ຕະຫຼາດໃນຕົວເມືອງ. ໃນຕອນທຳອິດ, ແມ່ຂອງລາວຍັງບໍ່ເຂົ້າໃຈສິ່ງທີ່ ຈັນ ຢາກເຮັດກ່ຽວກັບການເປັນອາສາສະໝັກເພື່ອຊຸມຊົນເທື່ອ. ແຕ່ໃນທ້າຍທີ່ສຸດ, ແມ່ຂອງ ຈັນ ກໍ່ໄດ້ເຫັນຜົນກະທົບທີ່ສ້າງສັນທີ່ ຈັນ ໄດ້ເຮັດໃຫ້ກັບຊຸມຊົນເປັນວົງກວ້າງ.
“ທຳອິດ, ແມ່ບໍ່ເຂົ້າໃຈສິ່ງທີ່ຈັນຢາກເຮັດເລີຍ ແຕ່ຫຼັງຈາກເຫັນສິ່ງທີ່ຈັນໄດ້ເຮັດໃຫ້ກັບສັງຄົມແລ້ວ ແມ່ຮູ້ສຶກພູມໃຈໃນໂຕຈັນຫຼາຍ”, ແມ່ຂອງຈັນເວົ້າ ພ້ອມກັບຍິ້ມກວ້າງ
ຄວາມຕັ້ງໃຈຂອງນ້ອງຕອນທໍາອິດແມ່ນການປ່ຽນແປງໂລກໃບນີ້ ແຕ່ຕອນນີ້ນ້ອງຮູ້ແລ້ວວ່າ ພຽງແຕ່ນ້ອງເຮັດຄົນດຽວມັນອາດບໍ່ພໍ ເພາະພວກເຮົາທຸກຄົນຕ່າງກໍ່ດຳລົງຊີວິດຢູ່ໃນໂລກໃບນີ້ ແລະ ພວກເຮົາກໍ່ແມ່ນຄົນທີ່ໄດ້ຮັບຜົນກະທົບໂດຍກົງຈາກບັນຫາສິ່ງແວດລ້ອມ. ນັ້ນຄືເຫດຜົນວ່າເປັນຫຍັງພວກເຮົາຈຶ່ງຄວນເປັນຄົນທີ່ຮັກສາມັນ. ຮັກສາເຮືອນຂອງເຮົາ.
ເລື່ອງລາວຂອງຈັນ ທີ່ເຮັດໃຫ້ພວກເຮົາຕະໜັກເຖິງ ບໍ່ພຽງແຕ່ເປັນການຮັກສາສິ່ງແວດລ້ອມ ແຕ່ຍັງເປັນການປົກປ້ອງອະນາຄົດທີ່ໜ້າຢູ່ ແລະ ສົດໃສເພື່ອຄົນຍຸກໃໝ່ທີ່ກຳລັງເຕີບໃຫຍ່ຂຶ້ນມາ. ດັ່ງນັ້ນ, ແຕ່ລະກ້າວທີ່ຈັນໄດ້ຍ່າງ ແລະ ທຸກໆຫົວໃຈທີ່ຈັນໄດ້ເຂົ້າເຖິງ ຈັນກໍ່ຈະຍັງເປັນຜູ້ນຳໄວໜຸ່ມສະເໝີ ເພື່ອພິສູດວ່າ ພຽງແຕ່ລົງມືເຮັດດ້ວຍຄວາມຮັກ ແລະ ຄວາມຕັ້ງໃຈ ກໍ່ສາມາດເປັນແສງສະຫວ່າງໃຫ້ຫົນທາງຂ້າງໜ້າເພື່ອອະນາຄົດທີ່ສົດໃສ.