ໄວໜຸ່ມລາວນຳ້ສະເໜີທັດສະນະຕໍ່ກັບບັນຫາສິ່ງທ້າທາຍທີ່ສົ່ງ ຜົນກະທົບຕໍ່ເຂົາເຈົ້າໃນກອງປະຊຸມປຶກສາຫາລືແຫ່ງຊາດ

ກອງປະຊຸມປຶກສາຫາລືກັບໄວໜຸ່ມລາວຈາກທົ່ວປະເທດຄັ້ງນີ້ ໄດ້ຖືກຈັດຂຶ້ນໂດຍ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ອົງການ ຢູນິເຊັບ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເດັກໂລກ ປະຈຳປີ 2023.

UNICEF Lao PDR
Lao youth during the youth consultation, World Children's Day 2023.
UNICEF Laos/OVannasouk/2023
18 ພະຈິກ 2023

ນະຄອນຫຼວງວຽງຈັນ, 18 ພະຈິກ 2023 – ໄວໜຸ່ມລາວ ຈາກທົ່ວ 18 ແຂວງໄດເຕົ້າໂຮມກັນຢູ່ທີ່ນະຄອນຫຼວງວຽງຈັນເປັນໄລຍະ 3 ວັນ ເພື່ອປຶກສາຫາລືກັນກ່ຽວກັບບັນຫາທີ່ພົ້ນເດັ່ນທີ່ສຸດທີ່ໄດ້ສ້າງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພວກເຂົາ ພ້ອມສະເໜີວິທີການ ແລະ ຊ່ອງທາງເພື່ອເປັນທາງອອກໃຫ້ກັບບັນຫາເຫຼົ່ານັ້ນ.   

ກອງປະຊຸມປຶກສາຫາລືແຫ່ງຊາດ ໄດ້ຖືກຈັດຂຶ້ນໃນລະຫວ່າງວັນທີ 18-20 ພະຈິກ ໂດຍ ອົງການ ຢູນິເຊັບ  ແລະ ຄະນະກຳມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ  ເພື່ອເປັນສ່ວນໜຶ່ງ ໃນການສະເຫຼີມສະຫຼອງວັນເດັກສາກົນ ປະຈຳປີນີ້ ແລະ ພ້ອມດຽວກັນກໍເປັນການສະເຫຼີມສະຫຼອງຄົບຮອບ 50 ປີ ຂອງການຮ່ວມມືກັນລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ຢູນິເຊັບ.  

ໃນກອງປະຊຸມປຶກສາຫາລືນີ້, ຊາວໜຸ່ມທີ່ເຂົ້າຮ່ວມໄດ້ສົນທະນາ ແລະ ຄົ້ນຄວ້າກ່ຽວກັບບັນຫາການແຕ່ງງານກ່ອນໄວ, ຄວາມປອດໄພທາງອອນໄລ ແລະ ພາວະໂລກຮ້ອນ ບັນຫາດັ່ງກ່າວລ້ວນແລ້ວ ແຕ່ເປັນຫົວຂໍ້ທີ່ເຄັ່ງຮ້ອນ ທີ່ພວມສ້າງຜົນກະທົບ ຕໍ່ຊາວໜຸ່ມລາວໃນປັດຈຸບັນ.  ນອກຈາກນີ້, ພວກເຂົາເຈົ້າກໍໄດ້ຮັບຟັງການໃຫ້ຂໍ້ມູນ ແລະ ລາຍລະອຽດຂອງແຕ່ລະຫົວ ຂໍ້ຈາກ ຜູ້ຊ່ຽວຊານ ໃນແຕ່ລະສາຂາວ່າບັນຫາທີ່ໄດ້ຍົກຂຶ້ນມານັ້ນມີການແກ້ໄຂ ແລະ ພັດທະນາໄປເຖິງຂັ້ນໃດແລ້ວ ເພື່ອເປັນບ່ອນອີງ ໃຫ້ການສົນທະນາ ແລະ ປຶກສາຫາລືຂອງຊາວໜຸ່ມ.​  

Youth participants taking part in an interactive learning session on climate change led by experts.
UNICEF Laos/OVannasouk/2023 Youth participants taking part in an interactive learning session on climate change led by experts.
Participant of the youth consultation writing down their discussion results on a flipchart.
UNICEF Laos/OVannasouk/2023 Youth participants noting down their insights on the topic of online safety in preparation for a group presentation.

“ຊາວໜຸ່ມໃນມື້ນີ້ ໄດ້ປະເຊີນກັບສິ່ງທ້າທາຍຫຼາຍດ້ານ ທີ່ມີຜົນກະທົບຕໍ່ການດຳລົງຊີວິດ ແລະ ອະນາຄົດຂອງເຂົາເຈົ້າ ນັບແຕ່ຄວາມສ່ຽງ ທີ່ກ່ຽວຂ້ອງກັບການໃຊ້ສື່ອອນລາຍ ແລະ ປະກົດການການແຕ່ງງານກ່ອນໄວ ທີ່ຍັງມີຢູ່ໃນສັງຄົມ ໄປຈົນເຖິງການຕົກຢູ່ໃນຄວາມສ່ຽງຕໍ່ໄພທຳມະຊາດທີ່ສູງຂຶ້ນ ຍ້ອນຜົນກະທົບຂອງພະວະໂລກຮ້ອນ. ເພື່ອແກ້ໄຂບັນຫາດັ່ງກ່າວ, ພວກເຮົາຈຳເປັນຕ້ອງໄດ້ຮັບຟັງສຽງຂອງຜູ້ທີ່ໄດ້ຮັບຜົນກະທົບສູງສຸດເຫຼົ່ານີ້,” ກ່າວໂດຍ ທ່ານ ນາງ ມະນີວອນ ຫຼວງສົມບັດ, ຫົວໜ້າຫ້ອງການ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ.  

ການປຶກສາຫາລືຄັ້ງນີ້ ຍັງໄດ້ມີການເຂົ້າຮ່ວມ ຈາກຜູ້ຕາງໜ້າຈາກ ສະຖານທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ອົງການ ຄອຍກາ (KOICA) ເຊິ່ງເປັນຜູ້ສະໜັບສະໜຸນ ວຽກງານຂອງ ອົງການຢູນິເຊັບ ຕະຫຼອດມາ ເພື່ອແກ້ໄຂບັນດາບັນຫາສຳຄັນ ທີ່ໄດ້ຍົກຂຶ້ນ ຈາກກອງປະຊຸມ ປຶກສາຫາລືນີ້ເຊັ່ນ: ບັນຫາຄວາມປອດໄພທາງອອນລາຍ ແລະ ພາວະໂລກຮ້ອນ.  

“ສິດທິເດັກ ແລະ ຊາວໜຸ່ມໃນການຖືກຮັບຟັງໄດ້ຖືກລະບຸໄວ້ໃນກອງປະຊຸມດ້ານສິດທິເດັກ ເຊິ່ງ ສປປ ລາວໄດ້ເປັນຜູ້ລົງນາມໃນປີ   1991. ດັ່ງນັ້ນ, ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນວາລະທີ່ສຳຄັນຫຼາຍ ສຳລັບພວກເຮົາ ເພື່ອທີ່ຈະຮ່ວມກັນ ສົ່ງເສີມການໃຫ້ຄຳໝັ້ນສັນຍາ ຕໍ່ສິດທິເດັກ” ອະທິບາຍໂດຍ ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ.  

A youth speaking at the consultation.
UNICEF Laos/OVannasouk/2023 A Lao youth speaking during group discussions.
A group of youth doing a presentation during the youth consultation as part of World Children's Day 2023 celebration in Lao PDR.
UNICEF Laos/OVannasouk/2023 A group of youth presenting their discussion results on the topic of child marriage.

ໃນສ່ວນໜຶ່ງຂອງວາລະກອງປະຊຸມປຶກສາຫາລືຄັ້ງນີ້, ຊາວໜຸ່ມກໍຍັງໄດ້ເຂົ້າຮ່ວມການຝຶກອົບຮົມດ້ານພາວະຜູ້ນຳ ເພື່ອສະໜັບສະໜຸນ ໃຫ້ເຂົາເຈົ້າມີຄວາມສາມາດໃນການສື່ສານຜ່ານທາງສື່ທາງພາບ ແລະ ສຽງ. ການຝຶກອົບຮົມຫົວຂໍ້ນີ້ ແມ່ນໄດ້ນຳພາຈັດຕັ້ງໂດຍທ່ານ ດຣ. ສະຕີຟ ອາຣຸນສັກ, ຜູ້ຊ່ຽວຊານ ແລະ ຜູ້ສ້າງຮູບເງົາ ສັນຊາດອາເມລິກາ ເຊື້ອຊາດດລາວ ທີ່ໄດ້ເປັນຜູ້ໃຫ້ຄຳປຶກສາດ້ານວັດທະນະທຳ ໃນຮູບເງົາເລື່ອງ “Raya and the Last Dragon”, ຈາກ Walt Disney Animation Studios, ເຊິ່ງເປັນຮູບເງົາທຳອິດ ທີ່ເລົ່າເລື່ອງທີ່ໄດ້ແຮງບັນດານໃຈ ມາຈາກວັດທະນະທຳອັນຫຼາກຫຼາຍຂອງ ພາກພື້ນອາຊີຕາເວັນອອກສຽງໄຕ້. ໃນໄວໆນີ້ ຈາກການສະໜັບສະໜຸນຈາກ ສະຖານທູດ ອາເມລິກາ ປະຈຳ ສປປ ລາວ ແລະ ອົງການ USAID, ທ່ານ ດຣ. ສະຕີຟ ອາຣຸນສັກ ກໍຈະໄດ້ເດີນທາງ ໄປນະຄອນປາກເຊເພື່ອໃຫ້ການຊ່ວຍເຫຼືອ ແລະ ສົ່ງເສີມຜູ້ນຳໜຸ່ມນ້ອຍ ແລະ ພະນັກງານສາທາລະນະສຸກ ພັດທະນາທັກສະການສື່ສານທີ່ທັນສະໄໝ ເພື່ອສ້າງຄວາມເຂົ້າໃຈດ້ານສຸຂະພາບ ແລະ ບັນຫາອື່ນໆທີ່ພວມມີຜົນກະທົບຕໍ່ກັບໄວໜຸ່ມ.