ວິທີການກິນອາຫານທີ່ດີໃນຂະນະທີ່ຢູ່ເຮືອນ

ວິທີທີ່ພໍ່ແມ່ ແລະ ລູກສາມາດມີສຸຂະພາບແຂງແຮງດີ ໃນໄລຍະການລະບາດຂອງພະຍາດໂຄວິດ-19

UNICEF
Girls eating
UNICEF Laos
09 ເມສາ 2020

ການລະ​ບາດ​ຂອງພະຍາດໂຄວິດ-19 ກຳລັງມີຜົນກະທົບຢ່າງຫຼວງຫຼາຍຕໍ່ຊີວິດຂອງຫຼາຍຄອບຄົວໃນອາຊີຕາເວັນອອກ ແລະປາຊີຟິກ. ໃນຂະນະທີ່ໂຮງຮຽນ ແລະ ເຮືອນ​ລ້ຽງ​ເດັກ​ໄດ້​ປິດ​ລົງ, ພໍ່ແມ່ ແລະ ຜູ້ເບິ່ງແຍງດູ​ແລເດັກຫຼາຍຄົນສ່ວນຫຼາຍ​ແມ່ນຢູ່ເຮືອນ ເພື່ອຮັບມືກັບການເບິ່ງແຍງດູແລເດັກ, ວຽກເຕັມເວລາ ແລະ ຄວາມຮັບຜິດຊອບອື່ນໆທີ່​ແຂ່ງ​ກັບ​ເວ​ລາ. ການຄິດ​ຫາ​ວ່າ ຊິ​ເອົາອາຫານອັນໃດແດ່ໃຫ້​ລູກ​ກິນ  ເພື່ອຮັກ​ສາສຸຂະພາບໃຫ້ດີທີ່ສຸດ ກໍສາມາດເປັນສິ່ງທ້າທາຍອັນ​ໜຶ່ງອີກໃນຊີ​ວິດປະຈຳວັນ.

ຍິ່ງ​ໄປ​ກ່​ວານັ້ນ, ມີຫຼາຍຄົນ​ກໍໄດ້ສູນເສຍວຽກເຮັດງານທຳ ຫຼື ການ​ດຳ​ລົງຊີວິດ, ເດັກບໍ່ໄດ້ຮັບອາຫານໃນໂຮງຮຽນອີກແລ້ວແລະ ບາງຄອບຄົວກໍ່ມີ​ຄວາມ​ຍາກລຳບາກໃນການຊື້ອາຫານ. ບາງຄອບຄົວທີ່ຕ້ອງໃຊ້ເວລາຢູ່ເຮືອນຫຼາຍ​ທີ່​ສຸດ ​ຊຶ່ງເຂົ້າໃຈໄດ້ ວ່າ ພວກ​ເຂົາຂື້ນກັບການຈັດສົ່ງອາຫານຮອດເຮືອນໃນຮູບແບບຂອງອາຫານສຸກ ແລະ ອາຫານປຸງແຕ່ງ ຊຶ່ງບໍ່ແມ່ນ​ອາ​ຫານສົດ.

Fruits
UNICEF Laos

ອາຫານທີ່ມີທາດບຳລຸງ ແລະ ມີ​ຄວາມຫຼາກຫຼາຍ ແມ່ນວິທີໜຶ່ງທີ່ສຳຄັນ ຊຶ່ງຄອບຄົວສາມາດຊ່ວຍຮັກສາພູມຕ້ານທານຂອງລູກຂອງພວກເຂົາຕໍ່ພະຍາດໂຄວິດ-19. ບໍ່ມີອາຫານໃດທີ່ເປັນ​ອາ​ຫານ​ໜຶ່ງ​ດຽວ ຊຶ່ງສາມາດປ້ອງກັນໄວຣັດໄດ້. ອັນນີ້ແມ່ນຄວາມ​ເຂົ້າ​ໃຈ​ຜິດທີ່ກຳລັງເຜີຍແຜ່ ໂດຍບໍ່ມີການຮັບຮອງທາງວິທະຍາສາດ. ອາຫານທີ່ມີສານອາຫານທີ່ຈຳເປັນທັງ​ໝົດ ແລະ ການຫຼີກລຽງອາຫານທີ່ບໍ່ດີຕໍ່​ສຸ​ຂະ​ພາບແມ່ນສິ່ງ​ດີທີ່ສຸດ ເພື່ອສະໜັບສະໜູນການເຕີບໃຫຍ່, ການພັດທະນາ ແລະ ສຸຂະພາບ ໃນໄລຍະຍາວຂອງເດັກ. ແລະ ຜົນປະໂຫຍດເພີ່ມເຕີມອີກ ກໍແມ່ນ ມັນອາດຈະເປັນ​ການເລີ່ມສ້າງເປັນນິໄສຂອງເດັກໃນການກິນອາ​ຫານທີ່ດີ​ຕໍ່ສຸຂະພາບອີກ​ດ້ວຍ!

ການ​ກິນອາຫານທີ່ມີສານອາຫານທີ່ຈຳເປັນທັງໝົດ ແລະ ການຫຼີກລຽງອາຫານທີ່ບໍ່ດີ ແມ່ນສິ່ງດີທີ່ສຸດ ເພື່ອສະໜັບສະໜູນການເຕີບໃຫຍ່, ການພັດທະນາ ແລະ ສຸຂະພາບຂອງເດັກໃນໄລຍະຍາວ.

5 ວິທີກິນອາຫານເພື່ອສຸຂະພາບ

Girls eating
UNICEF Laos

1. ກິນອາຫານຕາມ​ຄາບ​ເຂົ້າປົກ​ກະ​ຕິ ພ້ອມອາຫານຫຼາກຫຼາຍ​ຊະ​ນິດ

ໃນຊ່ວງເວລາທີ່ພິ​ເສດນີ້ ເມື່ອກິດ​ຈະ​ວັດປະຈຳວັນຖືກລົບກວນ, ເປັນສິ່ງສຳຄັນທີ່ຈະຕ້ອງສືບຕໍ່ກິນອາຫານຕາມ​ຄາບ​ເຂົ້າ​ປົກ​ກະ​​ຕິ ແລະອາຫານຫຼາກຫຼາຍຊະ​ນິດ. ຄາບເຂົ້າ ປະຈຳວັນ ຄວນປະກອບມີເຂົ້າ ຫຼື ທາດ​ແປ້ງຫຼັກອື່ນໆປະມານ 1/3 ແລະ 1/3 ແມ່ນໝາກໄມ້ ແລະ ຜັກ. 1/3 ທີ່ຍັງເຫຼືອ ຄວນແບ່ງປັນລະຫວ່າງແຫຼ່ງທາດໂປຼຕີນ ເຊັ່ນ: ຊີ້ນ, ປາ, ຖົ່ວ ແລະ ທັນ​ຍະ​ພືດ ແລະ ປະ​ເພດນົມ. ອັນນີ້ຈະສະ​ໜອງສານອາຫານທັງໝົດ ໃນປະລິມານທີ່ເໝາະສົມ ສຳລັບເດັກທີ່ກຳລັງເຕີບໃຫຍ່. ຈົ່ງພະຍາ ຍາມສະໜອງອາຫານຫຼາກຫຼາຍປະເພດໃຫ້ຫຼາຍເທົ່າທີ່ເປັນໄປໄດ້ ເພື່ອບໍ່ໃຫ້ເດັກເບື່ອອາຫານດ້ວຍການ​ກິນອາຫານແບບດຽວກັນທຸກມື້.

 

2. ກິນໝາກໄມ້ ແລະ ຜັກໃຫ້ຫຼາຍທີ່​ສຸດ

ການຊື້, ການເກັບຮັກສາ ແລະ ການປຸງແຕ່ງໝາກໄມ້ ແລະ ຜັກສົດ ສາມາດເປັນສິ່ງຫຸ້ຍງ​ຍາກ, ໂດຍສະເພາະໃນເວລາທີ່ພໍ່ແມ່ໄດ້ຮັບຄຳແນະນຳວ່າ ໃຫ້ຈຳກັດການອອກນອກເຮືອນ. ແຕ່ໃນບ່ອນໃດທີ່ເປັນໄປໄດ້, ເປັນສິ່ງສຳຄັນທີ່ຈະຮັບປະກັນໃຫ້ລູກ ໄດ້ກິນໝາກໄມ້ ແລະ ຜັກຢ່າງຫຼວງຫຼາຍ ເພາະວ່າ ໝາກໄມ້ ແລະ ຜັກເຕັມໄປດ້ວຍວິຕາມິນ, ແຮ່ທາດ ແລະ ໃຍອາຫານ. ຈຸດປະສົງ ແມ່ນ​ເພື່ອ​ໃຫ້ເປັນ​ອາ​ຫານ​ຫ່​ວາງຢ່າງໜ້ອຍ 5 ຄັ້ງຕໍ່ມື້. ໝາກໄມ້ ແລະ ຜັກສົດແມ່ນດີທີ່ສຸດ, ແຕ່ໝາກໄມ້ ແລະ ຜັກ​ບັນ​ຈຸກະປອງ ຫຼື ແຊ່ແຂງຍັງມີວິຕາມິນ ແລະ ແຮ່ທາດທີ່ຈຳເປັນ ແລະ ສາ​ມາດປ່​ຽນແທນໄດ້ດີທີ່​ສຸດ ເມື່ອບໍ່ມີຂອງສົດ.

 

3. ດື່ມນໍ້າໃຫ້ພຽງພໍ

ຮັກສາຄວາມຊຸ່ມຊື່ນໃຫ້ດີ, ສ່ວນໃຫຍ່ແມ່ນດ້ວຍການດື່ມນ້ຳທຳມະດາໃຫ້ຫຼາຍທີ່​ສຸດ ຈະຊ່ວຍຮັກສາລະບົບພູມຕ້ານທານ. ຈົ່ງຊຸກ​ຍູ້ໃຫ້ເດັກດື່ມນ້ຳທຳມະດາແທນເຄື່ອງດື່ມທີ່ມີລົດຫວານ ຊຶ່ງບັນຈຸນ້ຳຕານຫຼາຍ ແລະ ສາ​ມາດ​ທຳ​ລາຍແຂ້ວ ແລະ ສຸຂະ ພາບໃນ​ໄລ​ຍະຍາວ.

 

4. ຈຳກັດອາຫານທີ່ບໍ່ດີຕໍ່ສຸຂະພາບ

ອາຫານທີ່ບັນຈຸນ້ຳຕານ, ເກືອ ແລະ/ຫຼື ໄຂມັນສັດເປັນຈຳນວນຫຼາຍ ແລະ ​ມີປະລິມານທາດໂປຼຕີນ, ໄຍອາ​ຫານ, ວິຕາມິນ ແລະແຮ່ທາດທີ່ບໍ່ພຽງພໍ ແມ່ນບໍ່ເປັນຜົນດີ. ແຕ່ໂຊກບໍ່ດີ, ອາຫານພ້ອມກິນໄດ້ ແລະ ອາຫານສະດວກສະບາຍຫຼາຍຢ່າງ ເຊັ່ນ: ໝີ່ເປັນ​ຖ້ວຍ, ​ພິສ​ຊາ, ເບີ​ເກີ ແລະ ອາຫານຈືນ ແມ່ນຢູ່ໃນປະ​ເພດອາຫານທີ່ບໍ່ດີ​ຕໍ່​ສຸ​ຂະ​ພາບ. ປະຈຸບັນນີ້, ຫຼາຍຄອບຄົວແມ່ນຂື້ນກັບການຈັດສົ່ງອາຫານພ້ອມກິນໄດ້ ແລະ/ຫຼື ອາຫານສະດວກສະບາຍ ແລະ ມັນອາດຈະຍາກທີ່ຈະຕັດອາຫານທີ່ບໍ່ດີຕໍ່ສຸຂະ ພາບອອກ​ໄປໄດ້. ໃນບ່ອນ​ໃດທີ່ເປັນໄປໄດ້, ພະຍາຍາມສັ່ງອາ​ຫານທີ່ດີຕໍ່ສຸຂະພາບ ດ້ວຍການກວດກາເບິ່ງປ້າຍ​ກຳ​ກັບ, ຫຼຸດຈຳນວນອາຫານພ້ອມກິນໄດ້ທີ່ຄອບຄົວທ່ານກິນໃນອາທິດໜຶ່ງ, ຈົ່ງລະມັດລະວັງຕໍ່ການຄວບຄຸມຂະໜາດອາ​ຫານ ແລະ ບ່ອນໃດທີ່ເປັນ​ໄປ​ໄດ້ ກໍປຸງແຕ່ງອາຫານ ຫຼື ກຽມອາຫານທີ່ນຳໃຊ້ສ່ວນປະກອບສົດ. ເດັກ ຕ້ອງການກິນອາຫານຫວ່າງ 1 ຫຼື 2 ຄັ້ງ ໃນຕອນກາງເວັນເພື່ອໃຫ້ພວກເຂົາສືບຕໍ່ໄປ. ແທນທີ່ຈະເອົາອາຫານຫວ່າງທີ່​ເປັນ​ຂອງ​ຫ​ວານ ຫຼື ຂອງເຄັມ, ຈົ່ງພະ​ຍາ​ຍາມ​ເອົາ​ສິ່ງ​ທີ່ດີຕໍ່ສຸຂະພາບ ເຊັ່ນ: ໝາກໄມ້ ຫຼື ຜັກທີ່ສາມາດກິນດິບໄດ້.

 

5. ເລີ່ມຕົ້ນຄົວ​ກິນ ແລະ ເຮັດ​ໃຫ້ມີຄວາມມ່ວນ!

ບໍ່ແມ່ນວ່າ ທຸກຄົນມີຄວາມຫຼູຫຼາທີ່ສາມາດຄົວກິນຢູ່ເຮືອນໄດ້. ສຳລັບຜູ້ທີ່ເຮັດໄດ້, ອັນນີ້ເປັນໂອກາດທີ່ຈະທົດລອງຄົວ​ກິນຢູ່ເຮືອນ ແລະ ໃຫ້ລູກຂອງທ່ານມີສ່ວນຮ່ວມ. ແມ່ນ​ແຕ່ ລູກນ້ອຍ ກໍ່ສາມາດຊ່ວຍໃນການລ້າງ ຫຼື ຄົນປະສົມອາຫານຕ່າງໆ ໃນຂະນະທີ່ເດັກທີ່​ໃຫ່​ຍ​ກ່​ວາ ກໍສາມາດປະຕິບັດວຽກທີ່​ຍາກກວ່າ .