ຈົດໝາຍ ສະແດງ ຄໍາຂອບໃຈ.

#LongLifeForAll

ອົງການຢູນິເຊັບ ປະຈໍາ ສປປ ລາວ
25 ເມສາ 2022

ເພື່ອຢຸດຕິພະຍາດທີ່ສາມາດປ້ອງກັນໄດ້, ລັດຖະບານໄດ້ເປີດຂະຫຍາຍໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດໃນປີ 1982. ພວກເຮົາຂໍຊົມເຊີຍລັດຖະບານແຫ່ງ ສປປ ລາວ ທີ່ໄດ້ຫັນເອົາເຈດຕະນາທາງດ້ານການເມືອງໄປສູ່ການຈັດຕັ້ງປະຕິບັດເພື່ອຊ່ວຍຊີວິດເດັກນ້ອຍ ແລະ ຍົກສູງ ສູຂະພາບຂອງປະຊາຊົນໃນທົ່ວປະເທດ . ຜ່ານມາ ສປປ ລາວ ເຄີຍປະເຊີນກັບພະຍາດທີ່ໜັກໜ່ວງເຊັ່ນ: ພະຍາດຫມາກສຸກ, ໂປລີໂອ, ພະຍາດໝາກແດງ ແລະ ຫມາກແດງນ້ອຍ. ຍ້ອນ​ການ​ນຳ​ພາ, ຄຳ​ໝັ້ນ​ສັນ​ຍາ ແລະ ການ​ຮ່ວມ​ມື​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ຄູ່​ຮ່ວມ​ພັດທະນາ, ໂຄງ​ການໃຫ້​ວັກຊີນປ້ອງກັນພະຍາດແຫ່ງ​ຊາດ​ແບບເປີດກ້ວາງໄດ້​ກຳ​ຈັດ​ພະຍາດໂປລີໂອ​ຢ່າງ​ສຳ​ເລັດ​ຜົນ.

ອົງການ ອູຍນິເຊັບ ຂອບໃຈທຸກຄູ່ຮ່ວມງານ, ທີ່ຮ່ວມແຮງຮ່ວມໃຈໃນການໃຫ້ວັກຊີນແກ່ເປົ້າຫມາຍເດັກນ້ອຍ ແລະແມ່ຍິງທຸກຄົນໃນ ສປປ ລາວ. ມາຮອດປະຈຸບັນ, ໂດຍໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມພັດທະນາເຊັ່ນ: ອົງການ GAVI – Vaccine Alliance, ອົງການ Japan Committee for Vaccine, ອົງການ Japan International Cooperation Agency, ອົງການ Korea International Cooperation Agency, ອົງການ Lao Lux-Development, ອົງການ Save the Children Australia, ອົງການ Swiss Red Cross ແລະ ອົງການຊ່ວຍເຫລືອສາກົນຂອງສະຫະລັດອາເມລິກາ (USAID). ລັດຖະບານ ແຫ່ງ ສປປ ລາວ ສາມາດຈັດຕັ້ງປະຕີບັດການໃຫ້ວັກຊີນກັນພະຍາດແບບປົກກະຕິໃຫ້ແກ່ເດັກນ້ອຍເປົ້າຫມາຍທຸກຄົນໂດຍບໍ່ເສຍຄ່າ.

ພວກເຮົາກໍ່ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພະນັກງານສາທາລະນະສຸກໃນ ສປປ ລາວ ທີ່ໄດ້ເຮັດວຽກຢ່າງຫນັກເປັນພິເສດເພື່ອສະໜອງການໃຫ້ບໍລິການວັກຊີນກັນພະຍາດໃຫ້ແກ່ເດັກນ້ອຍທຸກຄົນໃນທົ່ວປະເທດ, ແຕ່ເໜືອຮອດໃຕ້, ຕະຫຼອດຈາກເມືອງທີ່ຄຶກຄື້ນໄປເຖິງບ້ານຊົນນະບົດທີ່ງຽບສະຫງົບ.

ອົງການ ອູຍນິເຊັບ ຂໍຂອບໃຈ ປະຊາຊົນລາວ. ນີ້ແມ່ນຈົດໝາຍ 'ຂໍຂອບໃຈ' ສົ່ງເຖິງບັນດາທ່ານ, ເພາະວ່າຖ້າທ່ານເຄີຍໄດ້ຮັບວັກຊີນ, ຫຼືໃຫ້ລູກຂອງທ່ານໄດ້ຮັບວັກຊີນປ້ອງກັນພະຍາດ, ແມ່ນຫມາຍຄວາມວ່າ, ທ່ານກໍ່ເປັນສ່ວນຫນຶ່ງຂອງຕ່ອງໂສ້ ເຊື່ອມຕໍ່ກັນທີ່ເຮັດໃຫ້ເດັກນ້ອຍທຸກຄົນ ແລະ ພວກເຮົາທຸກຄົນປອດໄພ. ການມີສ່ວນຮ່ວມຂອງທ່ານເປັນຫຼັກຖານ ຂອງສິ່ງທີ່ມະນຸດສາມາດເຮັດໄດ້ໂດຍການອຸທິດຕົນ, ການຮ່ວມມື ແລະ ການສະແດງຄວາມຮັກ. ສະນັ້ນຈາກພວກເຮົາທຸກຄົນທີ່ ອົງການ ອູຍນິເຊັບ, ແລະ ຈາກເດັກນ້ອຍທຸກຄົນທີ່ມີຊີວິດຢູ່ຍ້ອນການໄດ້ຮັບວັກຊີນ, ຂໍສະແດງ ຄໍາຂອບໃຈ.

 

Thank you.

Thank you.

Thank you.

Let’s secure a #LongLifeForAll

Vaccinating a child