ສີ່ງທີ່ສາມາດເຮັດໄດ້ພາຍໃນ 15 ວັນ ໃນ #ການຮຽນຢູ່ເຮືອນ
ການກີນ, ການຫຼີ້ນ, ຄວາມຮັກ ແມ່ນການເສີມສ້າງສະໝອງຂອງລູກທ່ານ
- ສາມາດມີໃນ:
- English
- ລາວ
ຈຸດສຳຄັນ
ໃນທົ່ວໂລກ, ການລະບາດຂອງພະຍາດໂຄວິ-19 (COVID-19) ກຳລັງປ່ຽນແປງຊີວິດຂອງເດັກນ້ອຍຢ່າງຫຼວງຫຼາຍ.
ຢູ່ ສປປ ລາວ, ຄອບຄົວຂອງເດັກນ້ອຍ, ເຍົາວະຊົນ ກຳລັງປະສົບກັບສະພາບການທີ່ທ້າທາຍ ແລະ ບໍ່ເຄີຍມີມາກ່ອນ. ໃນການທີ່ເດັກນ້ອຍຕ້ອງພັກໂຮງຮຽນ, ພໍ່ແມ່ຕ້ອງໄດ້ຢຸດເຮັດວຽກ, ຫລື ຮັບມືກັບການປ່ຽນແປງຕາຕະລາງການເຮັດວຽກຂອງພວກເຂົາ ຄ່ຽງຄູ່ໄປພ້ອມກັບການສະໜັບສະໜູນ ການພັດທະນາເດັກຂອງພວກເຂົາ. ການປ່ຽນແປງເຫຼົ່ານີ້ - ສົ່ງຜົນໃຫ້ມີຄວາມກົດດັນ ແລະ ຄວາມກັງວົນເກີດຂື້ນໄດ້ ແລະ ສາມາດມີຜົນກະທົບທີ່ຍືນຍົງຕໍ່ເດັກຂອງພວກເຮົາຫຼາຍທີ່ສຸດ.
ພວກເຮົາຮູ້ວ່າໃນຊຸມປີທຳອິດຂອງຊີວິດ, ສະໝອງພັດທະນາດ້ວຍຄວາມໄວທີ່ໜ້າມະຫັດສະຈັນ ໃນແຕ່ລະວິນາທີ ຫຼາຍກວ່າ 1 ລ້ານ ການເຊື່ອມຕໍ່ເສັ້ນປະສາດໃໝ່ ເຊີ່ງສຳຄັນຕໍ່ການພັດທະນາຂອງເດັກ. ໄລຍະນີ້ແມ່ນໄລຍະຂອງການສ້າງພື້ນຖານໃຫ້ແກ່ສຸຂະພາບ, ການພັດທະນາ, ການຮຽນຮູ້ ແລະ ການມີທ່າແຮງໃນໄລຍະຍາວຂອງເດັກໃນອະນາຄົດ. ການເຊື່ອມຕໍ່ເສັ້ນປະສາດເຫຼົ່າານີ້ ເກີດຂື້ນເມື່ອເດັກນ້ອຍໄດ້ຮັບສານອາຫານທີ່ພຽງພໍ, ການກະຕຸ້ນ ແລະ ການປົກປ້ອງ - ຫຼື ການກິນ, ການຫຼີ້ນ ແລະ ຄວາມຮັກ. ໂດຍປົກກະຕິ, ສິ່ງເຫຼົ່ານີ້ແມ່ນໄດ້ຮັບການສະໜອງຈາກພໍ່-ແມ່.
ສຳລັບເດັກ ຈຳນວນສ່ວນຫຼາຍທີ່ໄດ້ພັກໂຮງຮຽນ, ມັນເປັນສິ່ງສຳຄັນທີ່ ເດັກຍິງ ແລະ ເດັກຊາຍ ທຸກຄົນຄວນສືບຕໍ່ຮຽນຮູ້ ແລະ ໄດ້ຮັບການກະຕຸ້ນໃນສະພາບແວດລ້ອມທີ່ປອດໄພ ແລະ ມີໂພສະນາການທີ່ດີ.
ໃນທີ່ນີ້ ອົງການຢູນິເຊັບ ຕ້ອງການສະໜັບສະໜູນ ພໍ່ແມ່ໃນຄວາມພະຍາຍາມນັ້ນ. ມີຄຳແນະນຳສຳລັບ ສີ່ງທີ່ສາມາດເຮັດໄດ້ພາຍໃນ 15 ວັນ ໃນ #ການຮຽນຢູ່ເຮືອນ ເຊີ່ງແນ່ໃສ່ ເດັກນ້ອຍ, ອາຍຸຕໍ່າ ກວ່າ 5 ປີ, ແລະ ພໍ່ແມ່ຂອງພວກເຂົາ, ປະກອບມີຊຸດກິດຈະກຳ ແບບໂຕ້ຕອບງ່າຍໆ ທີ່ພໍ່ແມ່ ຜູ້ປົກຄອງເດັກ ສາມາດເຮັດໄດ້ໃນແຕ່ລະມື້.
ມາມາມ ມາກີນ, ມາຫຼີ້ນ, ແລະ ມອບຄວາມຮັກ ນີ້ແມ່ນການເສີມສ້າງສະໝອງຂອງລູກທ່ານ.