ມາດຕະຖານຂັ້ນຕອນການຄຸ້ມຄອງກໍລະນີກ່ຽວກັບການປົກປ້ອງເດັກ
ມາດຕະຖານຂັ້ນຕອນການຄຸ້ມຄອງກໍລະນີກ່ຽວກັບການປົກປ້ອງເດັກ

- English
- ລາວ
ຈຸດສຳຄັນ
ຄໍານໍາ
ມາດຕະຖານຂັ້ນຕອນການຄຸ້ມຄອງກໍລະນີກ່ຽວກັບການປົກປ້ອງເດັກ ສະບັບນີ້ ສ້າງຂື້ນເພື່ອເປັນການຈັດຕັ້ງຜັນຂະ ຫຍາຍ ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແນໃສ່ໃຫ້ເດັກທຸກຄົນໄດ້ຮັບການປົກປ້ອງຢ່າງເຕັມສ່ວນ. ການຊ່ວຍເຫຼືອເດັກທີ່ຕ້ອງການປົກປ້ອງພິເສດ ແລະ ເດັກທີ່ມີຄວາມສ່ຽງ ຈໍາເປັນຕ້ອງມີກົນໄກການຄຸ້ມຄອງກໍລະນີທີ່ເຂັ້ມແຂງ ສາມາດເຮັດໜ້າທີ່ໃນການຄຸ້ມຄອງກໍລະນີທັງໃນສະພາບປົກກະຕິ ແລະ ໃນສະຖານະການສຸກເສີນ, ລວມສູນ ແລະ ຕໍ່ເນື່ອງ.
ການພັດທະນາມາດຕະຖານສະບັບນີ້ ໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ: ກະຊວງຍຸຕິທໍາ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງສະຫະພັນແມ່ຍິງລາວ, ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ, ອົງການ UNICEF ປະຈໍາລາວ, ອົງການ Friend International ແລະ ອົງການຈັດຕັ້ງສາກົນອື່ນທີ່ກ່ຽວຂ້ອງ. ເພື່ອເຮັດໃຫ້ການຄຸ້ມຄອງກໍລະນີເປັນລະບົບຄົບຊຸດ ໄດ້ກຳນົດ ຫຼັກການ, ຈັນຍາບັນ, ຂະບວນການ, ເຄື່ອງມື, ພາລະບົດບາດ, ຄວາມຮັບຜິດຊອບຂອງແຕ່ລະຂະແໜງການໃນການຄຸ້ມຄອງກໍລະນີ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມປະທານຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ ຂັ້ນສູນກາງ ຂໍສະແດງຄວາມຊົມເຊີຍມາຍັງພາກສ່ວນທີ່ກ່ຽວຂ້ອງ ທັງຂັ້ນສູນກາງ-ທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຊ່ຽວຊານ ທີ່ໄດ້ທຸ້ມເທເຫື່ອແຮງສະຕິປັນຍາ ແລະ ພິເສດ ຂໍຂອບໃຈມາຍັງ ອົງການ UNICEF, ອົງການ KOICA ປະຈໍາ ລາວ ແລະ ລັດຖະບານ ປະເທດ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານ ເຂົ້າໃນການສ້າງມາດຕະຖານຂັ້ນຕອນການຄຸ້ມຄອງກໍລະນີກ່ຽວກັບການປົກປ້ອງເດັກ ສະບັບນີ້.
ຫວັງຢ່າງຍິ່ງວ່າ, ມາດຕະຖານຂັ້ນຕອນການຄຸ້ມຄອງກໍລະນີ ກ່ຽວກັບການປົກປ້ອງເດັກ ສະບັບນີ້ ຈະຖືກນໍາໃຊ້ໂດຍບຸກຄະລາກອນສັງຄົມສົງເຄາະ ເພື່ອໃຫ້ເດັກທີ່ຕ້ອງການໆຊ່ວຍເຫຼືອ ໄດ້ຮັບການບໍລິການຄຸ້ມຄອງກໍລະນີທີ່ມີການປະສານງານ ຢ່າງເປັນລະບົບສົມບູນຂຶ້ນ. ພວກເຮົາຈະສືບຕໍ່ຮ່ວມມືກັບທຸກພາກສ່ວນ ໃນການພັດທະນາລະບົບປົກປ້ອງເດັກໃຫ້ມີປະສິດທິພາບຫຼາຍຂຶ້ນ ເພື່ອປົກປ້ອງເດັກທຸກຄົນ.
ຮອງລັດຖະມົນຕີ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ປະທານຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ ຂັ້ນສູນກາງ