ຄູ່ມືການໃຫ້ຄໍາປຶກສາໄວໜຸ່ມ ແລະ ເຍົາວະຊົນ

ສໍາລັບອາສາສະໝັກສາຍດ່ວນຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

Adolescents
Somkiao KINGSADA

ຈຸດສຳຄັນ

ຄູ່ມືໃຫ້ຄໍາປຶກສາໄວໜຸ່ມ ແລະ ເຍົາວະຊົນ ສໍາລັບອາສາສະໝັກສາຍດ່ວນ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສ້າງຂຶ້ນໂດຍອີງໃສ່ ປະສົບການໃຫ້ຄໍາປຶກສາຕົວຈິງ, ການປຶກສາຫາລື ແລະ ແລກປ່ຽນບົດຮຽນຫຼາຍຄັ້ງ ລະຫວ່າງບັນດາຄູ່ຮ່ວມງານທັງ ພາກລັດຖະບານ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງທາງສັງຄົມທີ່ເຮັດວຽກກ່ຽວກັບບັນຫາໄວໜຸ່ມ ແລະ ເຍົາວະຊົນລວມທັງຜູ້ທີ່ໃຫ້ຄໍາປຶກສາທັງພາຍໃນ ແລະ ຕ່າງປະເທດ. ຄູ່ມືໃຫ້ຄໍາປຶກສາສະບັບນີ້ ສະໜອງເຄື່ອງມື, ຂໍ້ມູນ ແລະ ເປັນບ່ອນອ້າງອີງສໍາລັບຜູ້ໃຫ້ຄໍາປຶກສາ. ຄູ່ມືໄດ້ກໍານົດຢ່າງລະອຽດ ດ້ານຈັນຍາບັນ, ຂັ້ນຕອນ, ວິທີການ, ການເກັບກໍາຂໍ້ມູນຕົວເລກ, ການໃຫ້ບໍລິການ, ບັນຫາທີ່ພົບພໍ້ທົ່ວໄປ ແລະ ວິທີການແກ້ໄຂບັນຫາເຫຼົ່ານັ້ນຢ່າງຈະແຈ້ງ. ຄູ່ມືສະບັບນີ້ສ້າງຂຶ້ນໂດຍ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ອົງການຢູນິເຊັບພາຍໃຕ້ໂຄງການ ‘ເບື້ອງຫລັງຂອງປະຕູທີ່ປິດ: ການເອື້ອມອອກໄປເຖິງເດັກນ້ອຍທີ່ມີຄວາມບອບບາງ ແລະ ສ່ຽງດ້ວຍການປົກປ້ອງທີ່ມີຄຸນນະພາບ ແລະ ການໃຫ້ການບໍລິການທາງດ້ານຈິດໃຈ ໃນອາຊີຕາເວັນອອກ ແລະ ປາຊີຟິກ’.

Cover page
ຜູ້ຂຽນ
Lao People’s Revolutionary Youth Union and UNICEF Lao PDR
ວັນເດືອນປິຈັດພິມ
ພາສາ
ອັງກິດ