ເພື່ອຫຼີກລ້ຽງອຸປະສັກຕໍ່ການສຶກສາ-ຮໍ່າຮຽນ,ໂຮງຮຽນຕ້ອງສືບຕໍ່ເປີດການຮຽນ-ການສອນໃນໄລຍະທີ່ມີການລະບາດຂອງຈາກພະຍາດໂອມິຄຣອນ ແລະ ຫຼັງຈາກສິ້ນສຸດການລະບາດ

24 ມີນາ 2022
A masked child in a classroom takes notes.
UNICEF Laos/2022/Irem Karakaya

ມັນເປັນເລື່ອງໂສກເສົ້າທີ່ການລະບາດຂອງພະບາດໂຄວິດ-19 ໃກ້ຈະເຂົ້າປີທີສາມແລ້ວ, ການເປີດໂຮງຮຽນຄືນໃໝ່ຢ່າງປອດໄພ ແລະ ການສືບຕໍ່ເຮັດໃຫ້ໂຮງຮຽນສາມາດເປີດປົກກະຕິແມ່ນບູລິມະສິດ ອັນສຳຄັນ ແລະ ຮີບດ່ວນ, ໂດຍສະເພາະທ່າມກາງໄພຂົ່ມຂູ່ຂອງພະຍາດໂຄວິດ-19 ສາຍພັນໂອມິຄຣອນ. ການເຂົ້າຮຽນແບບເຊີ່ງໜ້າໃນໂຮງຮຽນແມ່ນມີຄວາມສຳຄັນຕໍ່ການສຶກສາ ແລະ ຄຸນນະພາບທາງຊີວິດການເປັນຢູ່ຂອງເດັກນ້ອຍ ເຊິ່ງມັນເປັນການປະກອບສ່ວນເຂົ້າໃນການພັດທະນາສັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດໂດຍລວມ.

ເຖິງແມ່ນວ່າຈະມີລາຍງານການແຜ່ກະຈາຍຂອງເຊື້້ອພະຍາດໂຄວິດ-19 ໂດຍສະເພາະ ສາຍພັນ ໂອມີຄຣອນ ເປັນວົງກວ້າງໃນທຸກກຸ່ມອາຍຸກໍຕາມ, ອີງຕາມຫຼັກຖານນັບຕັ້ງແຕ່ມີການລະບາດຈົນຮອດປະຈຸບັນ ສະແດງໃຫ້ເຫັນ ວ່າ: ພະຍາດໂຄວິດ-19 ບໍ່ໄດ້ສ້າງຄວາມສ່ຽງສູງຕໍ່ເດັກນ້ອຍ ແລະ ໂຮງຮຽນບໍ່ແມ່ນຕົວຂັບເຄື່ອນຕົ້ນຕໍຂອງການແຜ່ກະຈາຍເຊື້ອ. ໃນເວລາທີ່ພວກເຂົາຕິດເຊື້ອພະຍາດໂຄວິດ-19, ເດັກນ້ອຍມັກຈະມີອາການເບົາບາງກວ່າຜູ້ໃຫຍ່.

ທ່ານ ດຣ ເພຍ ເຣເບັນໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ກ່າວວ່າ “ຫຼັກຖານທີ່ພວກເຮົາມີມາຮອດປະຈຸບັນ ສະແດງໃຫ້ເຫັນວ່າ ຖ້ານຳໃຊ້ມາດຕະການຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ມັນກໍຈະມີຄວາມປອດໄພທີ່ຈະໃຫ້ເດັກນ້ອຍໄປໂຮງຮຽນ”. ເຊິ່ງເພິ່ນໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ລັດຖະບານ ສປປ ລາວ ​ໄດ້​ອອກ​ມາດ​ຕະການ​ຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະທຸກໆ ໂຮງຮຽນ​ໃນຂອບເຂດ​ທົ່ວ​ປະ​ເທດໄດ້​ປະຕິບັດ​ຕາມ.

"ພວກເຮົາໄດ້ເກັບກຳເອົາຄວາມຮູ້ອັນໃຫຍ່ຫຼວງກ່ຽວກັບວິທີໃນການຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອພະຍາດທີ່ອາດຈະມີຕໍ່ເດັກນ້ອຍ, ຄູອາຈານ, ແລະ ຄອບຄົວຂອງພວກເຂົາ, ລວມທັງຄໍາແນະນໍາທີ່ໄດ້ສ້າງຮ່ວມກັນລະຫວ່າງອົງການອະນາໄມໂລກ-ອົງການຢູນິເຊັບ ແລະ ຄຳແນະນຳສໍາລັບໂຮງຮຽນຂອງອົງການອະນາໄມໂລກ, ທີ່ໄດ້ມີການທົບທວນຄືນຢ່າງຕໍ່ເນື່ອງເພື່ອໃຫ້ມີຄວາມເໝາະສົມກັບສະພາບຕົວຈິງ. ໃນການນຳໃຊ້ຄວາມຮູ້ທີ່ຫຼາກຫຼາຍດັ່ງກ່າວນີ້, ຂະ​ແໜງ​ການ ​ສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ ໄດ້​ຮ່ວມ​ມື​ກັນ​ ໃນການ​ເປີດ​ໂຮງ​ຮຽນ​ຄືນ​ໃໝ່​ໃນຂອບເຂດທົ່ວ​ປະ​ເທດໄດ້ຢ່າງ​ສຳ​ເລັດ​ຜົນ, ​ປອດ​ໄພ ແລະ ຊ່ວຍໃຫ້ໂຮງຮຽນສືບຕໍ່ເປີດຕໍ່ໄປໄດ້, ​ເຊິ່ງສາມາດນຳພາເດັກນ້ອຍກັບ​ຄືນ​ສູ່​ເສັ້ນ​ທາງ​ການ​ຮຽນ​ຮູ້ແບບປົກກະຕິ ແລະ ປົກ​ປ້ອງ​ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ.” ກ່າວໂດຍ ດຣ. ບຣິດໂຕ້.

ລັດຖະບານແຫ່ງ ສປປ ລາວ ໄດ້ຊ່ວຍໃຫ້ໂຮງຮຽນສ່ວນໃຫຍ່ສາມາດສືບຕໍ່ເປີດການຮຽນ-ການສອນນັບຕັ້ງແຕ່ທີ່ໄດ້ເປີດ ສົກຮຽນໃໝ່ໃນເດືອນ ກັນຍາ 2021 ໂດຍມີຄໍາແນະນໍາໃນການຫຼຸດຜ່ອນການຕິດເຊື້້ອທີ່ຈະແຈ້ງເພື່ອໃຫ້ເດັກນ້ອຍກັບຄືນສູ່ໂຮງຮຽນໄດ້ຢ່າງປອດໄພ. ອຸປະກອນທີ່ຈຳເປັນເຊັ່ນ: ສະບູ່, ເຈວລ້າງມື, ຜ້າອັດປາກ-ດັງ ແລະ ເຄື່ອງວັດແທກອຸນຫະພູມແບບດີຈີຕອນ ຍັງໄດ້ຖືກສົ່ງມອບໃຫ້ໂຮງຮຽນໂດຍການສະໜັບສະໜູນຈາກ ຄູ່ຮ່ວມພັດທະນາ.

“ການປິດໂຮງຮຽນເປັນເວລາຍາວນານ ແລະ ບັນຫາທີ່ຂັດຂວາງທີ່ກຳລັງເກີດຂຶ້ນເຮັດໃຫ້ເດັກນ້ອຍບໍ່ສາມາດກັບຄືນສູ່ໂຮງຮຽນແບບເຊີ່ງໜ້າໄດ້ສົ່ງຜົນສະທ້ອນຮ້າຍແຮງ, ເຊິ່ງມີຜົນກະທົບອັນໃຫຍ່ຫຼວງຕໍ່ການຮຽນຮູ້,​ ທັກສະຂອງເດັກນ້ອຍ ແລະ ຄວາມ ອາດສາມາດໃນການສ້າງລາຍຮັບ, ສຸຂະພາບທັງຮ່າງກາຍ ແລະ ຈິດໃຈ ແລະ ຄອບຄົວຂອງເຂົາເຈົ້າ. ຫຼັກຖານ ສະແດງໃຫ້ເຫັນວ່າເດັກນ້ອຍໃນໄວຮຽນມີຄວາມວິຕົກກັງວົນ, ຄວາມຊຶມເສົ້າ, ແລະ ການທໍາຮ້າຍຕົນເອງຫຼາຍຂຶ້ນນັບຕັ້ງແຕ່ເລີ່ມມີການລະບາດຂອງພະຍາດໂຄວິດ-19. ການປິດໂຮງຮຽນໄດ້ ນໍາໄປສູ່ ການຫຼຸດຜ່ອນການເຄື່ອນໄຫວດ້ານຮ່າງກາຍ, ເກີດມີນິໄສການກິນອາຫານທີ່ບໍ່ດີ, ແລະ ມີບັນຫາໃນການນອນ ແລະ ນອນບໍ່ລັບ. ເດັກນ້ອຍນັກຮຽນລຸ້ນນີ້ອາດຈະສູນເສຍລາຍໄດ້ປະມານ 17 ພັນຕື້ໂດລາສະຫະລັດ ຂອງລາຍໄດ້ທີ່ອາດຈະຫາໄດ້ໃນຊົ່ວຊີວິດ’’ ກ່າວໂດຍ ທ່ານ ດຣ. ຢິງ-ຣູ ແຈັກກະລີນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ.

ທ່ານ ດຣ. ໂລ ຍັງໄດ້ກ່າວຕື່ມອີກວ່າ: “ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 2030 ດ້ານ ການສຶກສາ ໄດ້ພົບກັບຄວາມທ້າທາຍຫຼາຍພໍສົມຄວນກ່ອນທີ່ຈະມີການລະບາດຂອງພະຍາດໂຄວິດ-19, ແຕ່ວ່າ , ອົງການ ຢູນິເຊັບ ແລະ ອົງການ ຢູເນສໂກ ຄາດ​ຄະ​ເນ​ວ່າ​ງົບ​ປະ​ມານ​ຂອງຂະແໜງການ​ສຶກ​ສາ​ໃນ​ພາກ​ພື້ນ​ຈະ​ຕ້ອງໄດ້​ເພີ່ມ​ຂຶ້ນ​ອີກຢ່າງ​ໜ້ອຍ 7% ເພື່ອ​ໃຫ້ສາມາດບັນລຸເປົ້າ​ໝາຍ​ດັ່ງ​ກ່າວໄດ້”.

ໃນຂະນະທີ່ການຮຽນແບບອອນລາຍສາມາດຮັບປະກັນຄວາມຕໍ່ເນື່ອງຂອງການຮຽນຮູ້ສໍາລັບເດັກນ້ອຍບາງຄົນ, ການຮຽນການສອນແບບນີ້ແມ່ນບໍ່ສາມາດທົດແທນການຮຽນແບບເຊີ່ງໜ້າໄດ້. ການເຂົ້າເຖິງການຮຽນ ອອນລາຍກໍ່ຍັງຄົງບໍ່ສະໜຳສະເໝີ, ໂດຍສະເພາະໃນກຸ່ມເດັກນ້ອຍທີ່ດ້ອຍໂອກາດ ຜູ້ທີ່ພົບບັນຫາຂາດແຄນການຊຸກຍູ້ເພື່ອຮຽນຮູ້ດ້ວຍລະບົບດິຈິຕອນ. ທີ່ສໍາຄັນສໍາລັບເດັກນ້ອຍບາງຄົນ, ການເຂົ້າໂຮງຮຽນແມ່ນຊ່ວຍໃຫ້ເຂົາເຈົ້າໄດ້ເຂົ້າໄປຢູ່ໃນສະພາບແວດລ້ອມຂອງຊີວິດທີ່ປອດໄພກວ່າ, ເພາະມີເວລາຢູ່ເຮືອນໜ້ອຍລົງ ເຊິ່ງຊ່ວຍຫຼຸດຄວາມສ່ຽງຕໍ່ການພົບກັບຄວາມຮຸນແຮງຈາກຄົນໃນຄອບຄົວ, ມີເວລາຢູ່ໜ້າຈໍໜ້ອຍລົງ ເຊິ່ງສາມາດຫຼຸດຜ່ອນຄວາມສ່ຽງຕໍ່ໄພອັນຕະລາຍທີ່ມາທາງອິນເຕີເນັດ.

ໃນສອງສາມເດືອນຜ່ານມາ, ພວກເຮົາເຫັນໂຮງຮຽນຢູ່ໃນຫຼາຍປະເທດໄດ້ເປີດຮຽນຢ່າງປອດໄພ ແລະ ສືບຕໍ່ເປີດການຮຽນ-ການສອນຕໍ່ໄປໄດ້, ໂດຍມີການນໍາໃຊ້ມາດຕະການຫຼຸດຜ່ອນຄວາມສ່ຽງເພີ່ມຕື່ມ ແລະ ເຂັ້ມງວດ. ເຊິ່ງໃນນັ້ນປະກອບມີຕົວ ຢ່າງຈາກ ປະເທດຍີ່ປຸ່ນ, ການໃຫ້ນັກຮຽນຖະຍອຍກັບມາເຂົ້າຮຽນ ແລະ ຈັດຕາຕະລາງການຮຽນການສອນແບບໃໝ່. ຢູ່ໃນ ສປປ ລາວ, ລັດຖະບານໄດ້ເຮັດທຸກສິ່ງທຸກຢ່າງຕາມອຳນາດທີ່ຕົນເອງມີ ເພື່ອເຮັດໃຫ້ໂຮງຮຽນສາມາດກັບມາເປີດຄືນໄດ້ອີກ ລວມທັງ ລາຍການກວດກາສໍາລັບມາດຕະການຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອ ທີ່ພັດທະນາຮ່ວມກັນລະຫວ່າງ ຂະແໜງການສາທາລະນະສຸກ ແລະ ການສຶກສາ, ອົງການອະນາໄມໂລກ ແລະ ອົງການຢູນິເຊັບ, ພ້ອມກັບການມີສ່ວນຮ່ວມຢ່າງຕັ້ງໜ້າຂອງພໍ່ແມ່ປະຊາຊົນ ແລະ ຊຸມຊົນໃນທ້ອງຖິ່ນທຸກຂັ້ນ. ອຳນາດ​ການ​ປົກຄອງ​ໂຮງຮຽນ ​ແລະ ສະມາຊິກ​ຄະນະ​ກຳມະການ​ພັດທະນາ​ການ​ສຶກສາ​ຂັ້ນບ້ານ ກໍ່ຍັງໄດ້​ຊ່ວຍ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ຫຼຸດຜ່ອນຄວາມສ່ຽງ​ດັ່ງກ່າວ ອີກດ້ວຍ.

ນັບແຕ່ນີ້ໄປມັນບໍ່ມີບ່ອນໃດທີ່ຄວາມສ່ຽງເປັນສູນ, ເຊິ່ງໝາຍຄວາມວ່າພວກເຮົາຍັງມີແນວໂນ້ມທີ່ຈະກວດ ພົບກໍລະນີທີ່ເປັນການລະບາດຂອງພະຍາດໂຄວິດ-19ໃນຊຸມຊົນ, ແຕ່ຄວາມສ່ຽງເຫຼົ່ານີ້ສາມາດຈັດການໄດ້ ດ້ວຍຍຸດທະສາດການຫຼຸດຜ່ອນຄວາມສ່ຽງທີ່ເຂັ້ມແຂງ. ຜູ້ວາງນະໂຍບາຍຕ້ອງພິຈາລະນາສະພາບການຂອງທ້ອງຖິ່ນເພື່ອການກັບຄືນເຂົ້າຮຽນໃນໂຮງຮຽນ ແລະ ຊ່ວຍໃຫ້ໂຮງຮຽນສາມາດສືບຕໍ່ເປີດຕໍ່ໄປ, ເຊິ່ງລວມມີຫຼາຍປັດໄຈເຊັ່ນ: ລະດັບການແຜ່ລະບາດຂອງພະຍາດໂຄວິດ-19ໃນຊຸມຊົນ ແລະ  ຄວາມສາມາດໃນການ ກວດພົບ ແລະ ຕອບໂຕ້ຕໍ່ການເພີ່ມຂຶ້ນ ຂອງກໍລະນີຕິດເຊື້ອພະຍາດໂຄວິດ.

ໃນປະຈຸບັນ, ພໍ່ແມ່, ຄູອາຈານ ແລະ ພະນັກງານ, ນັກຮຽນ ແລະ ບຸກຄົນໃນຄອບຄົວ ຈໍານວນຫຼາຍໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19, ມີການປົກປ້ອງຊຸມຊົນ ຈາກການເຈັບປ່ວຍຮ້າຍແຮງ ແລະ ການເສຍຊີວິດໄດ້ຫຼາຍຂຶ້ນ. ເຖິງຢ່າງໃດກໍ່ຕາມ, ການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19ໃນເດັກນ້ອຍບໍ່ຄວນເປັນ ເງື່ອນໄຂຕົ້ນຕໍສໍາລັບເດັກນ້ອຍທີ່ຈະກັບຄືນມາໂຮງຮຽນ.

ມີມາດຕະການ 'ໂຮງຮຽນທີ່ປອດໄພ'. ແບບອື່ນໆທີ່ສາມາດນໍາໃຊ້ຄຽງຄູ່ກັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ເຊິ່ງເປັນສ່ວນຫນຶ່ງຂອງວິທີການປ້ອງກັນຫຼາຍໆຊັ້ນ ເພື່ອຫຼຸດຜ່ອນການແຜ່ກະຈາຍຂອງເຊື້ອພະຍາດໂຄວິດ-19. ເຊິ່ງລວມມີ ການໃຊ້ຜ້າອັດປາກ-ດັງທີ່ເໝາະສົມ, ການຢູ່ຫ່າງກັນ, ການລະບາຍອາ ກາດທີ່ພຽງພໍ, ການເຮັດສຸຂະອະນາໄມສ່ວນຕົວ, ການທໍາຄວາມສະອາດ ແລະ ຂ້າເຊື້ອພະຍາດເປັນປົກກະຕິ ແລະ ການສົ່ງເສີມນະໂຍບາຍ 'ຢູ່ເຮືອນເມື່ອເຈັບປ່ວຍ'. ຖ້າວ່າໂຮງຮຽນທີ່ໄດ້ຮັບການສະໜັບສະໜູນ ຈາກພໍ່ແມ່ ແລະ ຊຸມຊົນຢ່າງກວ້າງຂວາງ ສາມາດປະຕິບັດຕາມມາດຕະການເຫຼົ່ານີ້ຢ່າງເຂັ້ມງວດ, ໂຮງຮຽນຈະສາມາດສືບຕໍ່ສິດສອນໄດ້ຢ່າງປອດໄພ, ແລະ ເດັກນ້ອຍກໍ່ຈະສາມາດສືບຕໍ່ເຂົ້າຮຽນໃນໂຮງຣຽນໄດ້.

ມີຄວາມລະມັດລະວັງ, ສົ່ງເສີມການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19ໃນກຸ່ມເປົ້າໝາຍ ແລະ ຍຶດໝັ້ນ ໃນທຸກໆມາດຕະການຫຼຸດຜ່ອນຄວາມສ່ຽງ ແມ່ນເປັນສິ່ງສຳຄັນ ເຊິ່ງບໍ່ພຽງແຕ່ສຳລັບໂຮງຮຽນເທົ່ານັ້ນ, ແຕ່ຍັງມີສໍາຄັນຕໍ່ຄວາມພະຍາຍາມທີ່ຈະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19ໃນຊຸມຊົນ. ພວກ ເຮົາຈໍາເປັນຕ້ອງໄດ້ເຮັດວຽກດ້ວຍວິທີການທີ່ຍືນຍົງ ແລະ ສາມາດຢຸດຕິສະພາບການປິດໂຮງຮຽນ ຫຼື ການເປີດພຽງແຕ່ບາງສ່ວນ, ເພື່ອສືບຕໍ່ເປີດໂຮງຮຽນໄດ້ຢ່າງເຕັມສ່ວນ. ຜົນກະທົບຂອງການເຮັດໃຫ້ເດັກນ້ອຍບໍ່ໄດ້ເຂົ້າໂຮງຮຽນແມ່ນຮ້າຍແຮງ ແລະ ໄກເກີນກວ່າຈະແກ້ໄຂໄດ້. ເດັກນ້ອຍຈະມີອະນາຄົດທີ່ຈະເລີນຮຸ່ງເຮືອງ ອີກຄັ້ງໄດ້ ກໍຕໍ່ເມື່ອໂຮງຮຽນສາມາດສືບຕໍ່ເປີດຕໍ່ໄປໄດ້.

ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ຍັງຄົງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ໃຫ້ການສະໜັບສະໜຸນການຮຽນການສອນທີ່ປອດໄພໃນໂຮງຮຽນ ເພື່ອບໍ່ໃຫ້ການຮຽນຮູ້ຂອງເດັກນ້ອຍຖືກລົບກວນອີກຈາກການລະບາດຂອງພະຍາດໂຄວິດ-19.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ຄາວີ ຫອມສົມບັດ
ຮັກສາການ ຫົວໜ້າຝ່າຍສື່ສານ
UNICEF
ໂທລະສັບ: +856 20 59 618 691
ອີເມວ: khomsombath@unicef.org
ທ່ານອີເຣນ ຕັນ
ທີ່ປຶກສາດ້ານການສື່ສານ
ອົງການອະນາໄມໂລກ (WHO)
ໂທລະສັບ: +856 21 353 905 ext 81853
ອີເມວ: tanir@who.int

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook