ອົງການ ໄຈກາ ໄດ້ໃຫ້ການສະໜັບໜູນ ຫ້ອງເຢັນແບບໃໝ່ ໃຫ້ ສປປ ລາວ ເພື່ອຊ່ວຍຂະຫຍາຍຄວາມສາມາດໃນການເກັບຮັກສາວັກຊີນ
ການສ້າງຄວາມເຂັ້ມແຂງ ຂອງລະບົບຄວາມເຢັນເກັບຮັກສາວັກຊີນໃນ ສປປ ລາວ ແມ່ນພາກສ່ວນຫນື່ງ ຂອງໂຄງການຊ່ວຍເຫລືອ ຂອງ ອົງການໄຈກາ - ອົງການຢູນີເຊັບ, ຫ້ອງເຢັນໃຫມ່ ໄດ້ຕິດຕັ້ງຂຶ້ນ ຢູ່ນະຄອນຫລວງວຽງຈັນ ເພື່ອຊ່ວຍໃຫ້ ສປປ ລາວ ສາມາດເກັບຮັກສາວັກຊີນໄດ້ຫຼາຍຂຶ້ນ.

- ສາມາດມີໃນ:
- English
- ລາວ
ນະຄອນຫຼວງວຽງຈັນ, ວັນທີ 29 ມິຖຸນາ 2023 – ມື້ນີ້ ອົງການ ໄຈກາ (JICA) ໄດ້ມອບຫ້ອງເຢັນໃຫມ່ ທີ່ທັນສະໄໝ ສຳລັບເກັບຮັກສາວັກຊີນ ໃຫ້ແກ່ກະຊວງສາທາລະນະສຸກ ຂອງ ສປປ ລາວ ຢ່າງເປັນທາງການ ໂດຍຜ່ານການຮ່ວມມືຈາກ ອົງການຢູນີເຊັບ ປະຈຳ ສປປ ລາວ. ເຊິ່ງຫ້ອງເຢັນນີ້ ຈະຊ່ວຍຂະຫຍາຍຄວາມສາມາດໃນການເກັບຮັກສາວັກຊີນໃຫ້ ສປປ ລາວ ໄດ້ເພີ່ມຂຶ້ນປະມານ 16,000 ລິດ ຫຼື ວັກຊີນປະເພດຕ່າງໆ ປະມານ 5 ລ້ານໂດສ. ພິທີມອບອຸປະກອນດັ່ງກ່າວນັ້ນໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເຄນອິຈິ ໂຄບາຢາຊິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ໂທຊິໂອະ ນາກາເຊະ, ຫົວໜ້າຫ້ອງການ ໄຈກາ ປະຈຳ ສປປ ລາວ, ແລະ ຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳ ສປປ ລາວ, ທ່ານນາງ ດຣ. ເພຍ ບຣິດໂຕ.
ໃນບໍ່ດົນມານີ້, ຫ້ອງເຢັນໃຫມ່ສຳລັບເກັບຮັກສາວັກຊີນ 2 ຫ້ອງ ໄດ້ຖືກຕິດຕັ້ງຢູ່ສູນສະໜອງຢາ ທີ່ນະຄອນຫຼວງວຽງຈັນ, ເພື່ອຊ່ວຍເກັບຮັກສາ ແລະ ແຈກຢາຍ ວັກຊີນໄດ້ຢ່າງປອດໄພ. ວັກຊີນ ຕ້ອງໄດ້ຮັບການເກັບຮັກສາຢ່າງຕໍ່ເນື່ອງໃນອຸນຫະພູມທີ່ເໝາະສົມ - ນັບຕັ້ງແຕ່ ພາຍຫຼັງການຜະລິດ ຈົນເຖິງ ເວລາການສັກວັກຊີນ ຍ້ອນວ່າ ຖ້າຫາກອຸນຫະພູມໃນການເກັບຮັກສາວັກຊີນ ຕໍ່າ ຫຼື ສູງເກີນໄປ ຈະເຮັດໃຫ້ວັກຊີນເສຍຄວາມສາມາດໃນການປົກປ້ອງພະຍາດໄດ້.
“ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ ອົງການ ໄຈກາ ແລະ ອົງການຢູນີເຊັບ ທີ່ໃຫ້ການສະໜັບສະໜູນໃນການຕິດຕັ້ງອຸປະກອນທີ່ສໍາຄັນນີ້, ເຊິ່ງຫ້ອງເຢັນເກັບຮັກສາວັກຊີນນີ້ ເປັນອີກຂີດໝາຍອັນສໍາຄັນໃນການເສີມສ້າງຄວາມເຂັ້ມແຂງໃຫ້ກັບລະບົບຄວາມເຢັນເກັບຮັກສາວັກຊີນໃນ ສປປ ລາວ.” ກ່າວໂດຍ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ.
ໃນໄລຍະທີ່ຜ່ານມາ, ອົງການ ໄຈກາ ກໍໄດ້ໃຫ້ການສະໜັບສະໜູນເເກ່ ກະຊວງສາທາລະນະສຸກ ດ້ວຍການສະໜອງ ຕູ້ເຢັນ/ອຸປະກອນເກັບຄວາມເຢັນຈໍານວນ 54 ໜ່ວຍ ໃນປີ 2022. ໂດຍມີ ອົງການຢູນີເຊັບ ເປັນຜູ້ໃຫ້ການສະໜັບໜູນໃນການຈັດຊື້ ແລະ ແຢກຢາຍໃນຂອບເຂດທົ່ວປະເທດ. ເຖິງຢ່າງໃດກໍຕາມ, ຫຼັງຈາກເຮັດການປະເມີນຄວາມຕ້ອງການລະບົບຄວາມເຢັນຢ່າງລະອຽດ ໂດຍກະຊວງສາທາລະນະສຸກ, ຈຶ່ງໄດ້ແນະນໍາໃຫ້ສືບຕໍ່ສ້າງຄວາມສາມາດໃນການເກັບຮັກສາວັກຊີນຂັ້ນສູນກາງ ໂດຍນໍາໃຊ້ຫ້ອງເຢັນຮູບແບບໃຫມ່.
ທ່ານ ເຄນອິຈິ ໂຄບາຢາຊິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ, ໄດ້ກ່າວ: “ຫ້ອງເຢັນເກັບຮັກສາວັກຊີນເຫຼົ່ານີ້ຈະຊ່ວຍຜັນຂະຫຍາຍວຽກງານສັກວັກຊີນກັນພະຍາດ ແລະ ເປັນການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການບັນລູເປົ້າໝາຍການຄຸ້ມຄອງສຸຂະພາບຢ່າງທົ່ວເຖີງ ເຊັ່ນດຽວກັນກັບການບັນລູເປົ້າໝາຍຕົວຊີ້ວັດດ້ານສຸຂະພາບຕ່າງໆຂອງປະເທດ. ດ້ວຍເຫດຜົນນີ້, ປະເທດຍີ່ປຸ່ນຈະສືບຕໍ່ເຮັດວຽກຢ່າງແໜ້ນແຟ້ນກັບບັນດາປະຊາຄົມໂລກ ແລະ ຄູ່ຮ່ວມມືພັດທະນາເຊັ່ນ ອົງການຢູນິເຊັບ.”
ນອກຈາກ ຫ້ອງເຢັນເກັບຮັກສາວັກຊີນແລ້ວ, ອົງການ ໄຈກາ ຍັງໄດ້ໃຫ້ການສະໜັບສະໜູນ ອຸປະກອນຕິດຕາມອຸນຫະພູມທາງໄກສຳລັບຫ້ອງເຢັນ ແລະ ການບໍາລຸງຮັກສາຫ້ອງເຢັນ ອີກດ້ວຍ, ເຊິ່ງລວມເປັນມູນຄ່າປະມານ 177,000 ໂດລາ ($).
“ອົງການຢູນີເຊັບ ຂໍສະແດງຄວາມຂອບໃຈຕໍ່ການປະກອບສ່ວນອັນສໍາຄັນນີ້ຂອງ ອົງການ ໄຈກາ ເພື່ອຊຸກຍູ້ວຽກງານສັກຢາກັນພະຍາດ ໃນ ສປປ ລາວ. ໃນຊ່ວງເວລານີ້ພວກເຮົາກໍາລັງເຫັນວ່າອັດຕາການສັກວັກຊີນນັ້ນໄດ້ຫຼຸດລົງ. ດັ່ງນັ້ນ ການສະຫນັບສະຫນູນຄັ້ງນີ້ຈະເປັນການກະຕຸ້ນອັດຕາການສັກວັກຊີນໃຫ້ກັບຄືນມາລະດັບທີ່ພວກເຮົາຕ້ອງການຈະເຫັນ. ອົງການຢູນິເຊັບ ຮູ້ສຶກເປັນກຽດທີ່ໄດ້ມີສ່ວນຮ່ວມໃນຄວາມພະຍາຍາມຫລ້າສຸດນີ້ເຊິ່ງຈະຊ່ວຍໃຫ້ການປົກປ້ອງເເກ່ບັນດາໄວຫນຸ່ມໃນທົ່ວປະເທດຈາກພະຍາດ,” ກ່າວໂດຍ ທ່ານນາງ ດຣ. ເພຍ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳ ສປປ ລາວ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook