ອົງການ ຢູນິເຊັບ ເເລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປີດຕົວຄູ່ມືເເນະນຳການໃຫ້ຄໍາປຶກສາໄວໜຸ່ມ ສໍາລັບອາສາສະໝັກບໍລິການສາຍດ່ວນ

ຄູ່ມືເເນະນຳການໃຫ້ຄໍາປຶກສາໄວໜຸ່ມ ສໍາລັບອາສາສະໝັກບໍລິການສາຍດ່ວນ ຂອງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເເມ່ນມີຈຸດປະສົງເພື່ອປັບປຸງເຕັກນິກການໃຫ້ຄຳປຶກສາຂອງພະນັກງານ ສຊປລ ໃນຂັ້ນສູນກາງ ແລະ ເເຂວງ ໃນ ສປປ ລາວ.

07 ມີຖຸນາ 2022
Group photo
UNICEF Laos/2022/KHo

ນະຄອນຫຼວງວຽງຈັນ, ວັນທີ 7 ມິຖຸນາ 2022 – ເພື່ອສະໜັບສະໜູນ ອາສາສະໝັກບໍລິການສາຍດ່ວນ ໃຫ້ສາມາດໃຫ້ຄຳປຶກສາທີ່ມີຄຸນນະພາບແກ່ ເດັກ ແລະ ໄວໜຸ່ມ, ອົງການຢູນີເຊັບ ປະຈຳ ສປປ ລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດຕົວ ຄູ່ມືເເນະນຳການໃຫ້ຄໍາປຶກສາໄວຫນຸ່ມສໍາລັບອາສາສະຫມັກບໍລິການສາຍດ່ວນຂອງ ສຊປລ ຢ່າງເປັນທາງການ.

ຄູ່ມືດັ່ງກ່າວເປັນຄູ່ມືເເນະນຳທຳອິດຂອງ ສຊປລ ທີ່ເນັ້ນໃສ່ການເເກ້ໄຂບັນຫາທີ່ກ່ຽວຂ້ອງກັບໄວໜຸ່ມເປັນພິເສດ ເເລະ ຈະຊ່ວຍສະ     ໜອງເຄື່ອງມືດ້ານວິຊາການ ແລະ ຂໍ້ມູນສຳລັບຜູ້ໃຫ້ຄຳປຶກສາ ເຊັ່ນ: ຈັນຍາບັນຂອງຜູ້ໃຫ້ຄຳປຶກສາ ແລະ ຜູ້ຂໍຄຳປຶກສາ, ຄໍາແນະນໍາດ້ານການສື່ສານ ແລະ ແບບຟອມເກັບກໍາຂໍ້ມູນ ເພື່ອຊ່ວຍຜູ້ໃຫ້ຄຳປຶກສາສາມາດສະໜັບ​ສະ​ໜູນເດັກນ້ອຍ ແລະ ໄວໜຸ່ມໄດ້ຢ່າງມີປະສິດທິພາບ. ຄູ່ມືສະບັບນີ້ເເມ່ນເປັນການພັດທະນາຮ່ວມກັນໂດຍ ອົງການຢູນິເຊັບ ເເລະ ສຊປລ ເເລະ ເນື້ອໃນແມ່ນໄດ້​ຖອດ​ຖອນມາ​ຈາກ​ປະສົບ​ການ​ຂອງຜູ້ໃຫ້ຄຳ​ປຶກສາຫຼາຍໆທ່ານ, ການ​ປຶກສາ​ຫາລືລະຫວ່າງ​ຂະ​ແໜງ​ການຕ່າງໆ ​ແລະ ການ​ແລກປ່ຽນ​ບົດຮຽນ​ລະຫວ່າງ​​ລັດຖະບານ, ອົງການ​ສະຫະ​ປະຊາ​ຊາດ ​ແລະ ອົງການຈັດຕັ້ງທາງສັງຄົມ.

ພະນະທ່ານ ມອນໄຊ ລາວມົວຊົ່ງ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກ່າວວ່າ: ສຊປລ ຂໍສະແດງຄວາມຂອບໃຈມາຍັງ ອົງການຢູນີເຊັບ ທີ່ໄດ້ໃຫ້ການສະໜັບສະໜູນດ້ານເຕັກນິກວິຊາການ ແລະ ງົບປະມານ ໃນການພັດທະນາຄູ່ມືພາຍໃຕ້ໂຄງການ ' ‘ເບື້ອງຫລັງຂອງປະຕູທີ່ປິດ: ການເອື້ອມອອກໄປເຖິງເດັກນ້ອຍທີ່ມີຄວາມບອບບາງ ແລະ ມີຄວາມສ່ຽງດ້ວຍການປົກປ້ອງທີ່ມີຄຸນນະພາບ ແລະ ພ້ອມການໃຫ້ການບໍລິການທາງດ້ານສຸຂະພາບຈິດ ໃນອາຊີຕາເວັນອອກ ແລະ ປາຊີຟິກ. ຄູ່ມືດັ່ງກ່າວຈະເປັນເຄື່ອງມືອັນສຳຄັນໃນການເສີມສ້າງຄວາມອາດສາມາດຂອງພະນັກງານ ແລະ ອາສາສະໝັກຜູ້ໃຫ້ບໍລິການສາຍດ່ວນຂອງ ສຊປລ ໃນຂັ້ນສູນກາງ ແລະ ເເຂວງ ເພື່ອສະໜອງການໃຫ້ຄຳປຶກສາແກ່ເດັກ ແລະ ໄວໜຸ່ມໃຫ້ມີປະສິດທິພາບຫຼາຍຂຶ້ນ.

ໃນປີ 2020 ເເລະ 2021, ເດັກນ້ອຍ ແລະ ຄອບຄົວຂອງເຂົາເຈົ້າໄດ້ປະເຊີນກັບຄວາມສ່ຽງໃນດ້ານການປົກປ້ອງເດັກຫຼາຍຂຶ້ນເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19, ເຊີ່ງຄວາມສ່ຽງເຫຼົ່ານີ້ລວມມີ: ການໃຊ້ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ຄວາມ​ຮຸນ​ແຮງ​ບົນພື້ນຖານທາງເພດ, ບັນຫາສຸຂະພາບ​ຈິດ ​ແລະ ການ​ຂູດ​ຮີດ​ທາງ​ອິນ​ເຕີ​ເນັດ. ການວິເຄາະວຽກງານບໍລິການສາຍດ່ວນຂອງ ສຊປລ ຍັງໄດ້ສະເເດງໃຫ້ເຫັນວ່າ ໄດ້ມີການເພີ່ມທະວີຂອງລະດັບຄວາມກົດດັນ, ອາການຊຶມເສົ້າ, ຢ້ານກົວ ແລະ ຄວາມວິຕົກກັງວົນ ໃນສັງຄົມຍ້ອນບັນຫາທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິິດ-19, ບໍ່ວ່າຈະເປັນການຂາດໂຮງຮຽນ, ຄວາມຫຍຸ້ງຍາກໃນການຊອກຫາວຽກເຮັດງານທໍາ, ຄວາມຂັດແຍ່ງພາຍໃນຄອບຄົວ, ການຂາດລາຍໄດ້ ເເລະ ອື່ນໆ. ອົງການຢູນີເຊັບ ປະຈຳ ສປປ ລາວ ໄດ້ໃຫ້ການສະໜັບສະ  ໜູນ ສາຍ​ດ່ວນໂທໂດຍບໍ່ເສຍຄ່າ ຂອງ ສຊປລ ນັບຕັ້ງເເຕ່ປີ 2021 ເປັນຕົ້ນມາເພື່ອຊ່ວຍເເກ້ໄຂອຸປະສັກດ້ານການເງິນຂອງການເຂົ້າເຖິງສາຍ​ດ່ວນ ແລະ ຜັນຂະຫຍາຍການບໍລິການສາຍດ່ວນໄປ​ຍັງ ​ແຂວງ​ຫລວງ​ພະ​ບາງ, ຫລວງ​ນ້ຳທາ ​ແລະ ອຸດົມ​ໄຊ, ພ້ອມຍັງໄດ້ໃຫ້ການສະໜັບສະໜູນການບໍລິການສາຍດ່ວນໃນສາມ​ພາ​ສາ​ຊົນ​ເຜົ່າ​. ຈາກການຊ່ວຍເຫຼືອຂອງ ອົງການຢູນີເຊັບ, ປະຊາຊົນ 3,711 ຄົນໄດ້ເຂົ້າເຖິງ ແລະ ຮັບການບໍລິການໃຫ້ຄໍາປຶກສາຜ່ານສາຍດ່ວນຊ່ວຍເຫຼືອ ສຊປລ ໃນປີ 2021, ເຊິ່ງໄດ້ ເພີ່ມຂຶ້ນ 92 ເປີເຊັນ ຂອງຈຳນວນຄົນ ເມື່ອທຽບໃສ່ປີ 2020.

ທ່ານ ເດວິດ ດັງເຄິນ, ວ່າການເເທນຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ໃນຂະນະທີ່ພວກເຮົາກ້າວເຂົ້້າສູ່ໂລກພາຍຫຼັງການລະບາດຂອງພະຍາດ, ພວກເຮົາກໍຈະຕ້ອງໄດ້ຮັບມືກັບສິ່ງທ້າທາຍໃໝ່ໆທີ່ຈະປາກົດຂຶ້ນ. ມັນແມ່ນຊ່ວງເວລາແຫ່ງການປ່ຽນແປງ ທີ່ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດ ຕໍ່ສະຫວັດດີພາບທາງດ້ານຈິດໃຈຂອງເດັກນ້ອຍ ແລະ ຮັບປະກັນວ່າເຂົາເຈົ້າສາມາດໄດ້ຮັບການສະຫນັບສະຫນູນ. ອົງການຢູນິເຊັບ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ສຊປລ ແລະ ລັດຖະບານເເຫ່ງ ສປປ ລາວ ເພື່ອປັບປຸງການເຂົ້າເຖິງ ແລະ ຄຸນນະພາບຂອງການບໍລິການໃຫ້ຄໍາປຶກສາເພື່ອຕອບສະໜອງຄວາມຕ້ອງການທາງດ້ານຈິດໃຈສໍາລັບທຸກຄົນ.”

ໃນປະຈຸບັນ, ປື້ມຄູ່ມືດັ່ງກ່າວ ໄດ້ຖືກນຳໃຊ້ເຂົ້າໃນການຝຶກອົບຮົມອາສາສະໝັກ ແລະ ພະນັກງານຂອງ ສຊປລ ໃນນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫຼວງນ້ຳທາ ແລະ ອຸດົມໄຊ. ອົງການຢູນິເຊັບ ແລະ ສຊປລ ກຳລັງເຮັດວຽກເພື່ອແຈກຢາຍ ແລະ ຈັດຕັ້ງປະຕິບັດນຳໃຊ້ຄູ່ມືນີ້ ໃນທົ່ວປະເທດ ເພື່ອຜັນຂະຫຍາຍການໃຫ້ບໍລິການໃຫ້ຄໍາປຶກສາຢ່າງທົ່ວເຖິງ.

ທ່ານສາມາດອ່ານປື້ມຄູ່ມືດັ່ງກ່າວ ໃນສະບັບພາສາອັງກິດ ແລະ ພາສາລາວ ໄດ້ທີ່ເວັບໄຊທ໌ຂອງອົງການ UNICEF ທີ່ນີ້

 

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ຄາວີ ຫອມສົມບັດ
ຮັກສາການ ຫົວໜ້າຝ່າຍສື່ສານ
UNICEF
ໂທລະສັບ: +856 20 59 618 691
ອີເມວ: khomsombath@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook