ອົງການຢູນິເຊັບ ເເຕ່ງຕັ້ງ ເພື່ອນມິດຂອງ ອົງການຢູນິເຊັບ ໃໝ່ເພື່ອຊ່ວຍສົ່ງເສີມສິດທິເດັກໃນ ສປປ ລາວ

03 ພະຈິກ 2022
Group photo
UNICEF Laos/2022/OVannasouk

ນະຄອນຫຼວງວຽງຈັນ, ວັນທີ 3 ເດືອນພະຈິກ 2022 ອົງການຢູນິເຊັບ ໄດ້ເເຕ່ງຕັ້ງ ວິພາ ຢາກາເນກິ (ອານິຕາ), ວິຈິດຕາ ພອນວິໄລ (ເມ) ເເລະ ວັນນະສິນ ທິບອາໄພ (ຕານຸ) ເປັນເພື່ອນມິດຂອງ ອົງການຢູນິເຊັບ ກຸ່ມທຳອິດໃນ ສປປ ລາວ ຢ່າງເປັນທາງການ.

ເພື່ອນມິດຂອງ ອົງການຢູນິເຊັບ ເເມ່ນບຸກຄົນທີ່ມີຊື່ສຽງໃນສັງຄົມ ເເລະ ມີຄວາມໝຸ້ງໝັ້ນຕໍ່ວຽກງານສົ່ງເສີມສິດທິເດັກ ເເລະ ​ຕໍ່​ ພາ​ລະ​ກິດ​ຂອງ ອົງການຢູນິເຊັບ. ໃນຖານະເພື່ອນມິດຂອງ ອົງການຢູນິເຊັບ, ອານິຕາ, ເມ ເເລະ ຕານຸ ຈະເຮັດວຽກຮ່ວມກັບອົງການຢູນິເຊັບ ເພື່ອຊ່ວຍສົ່ງເສີມສິດທິເດັກໃນ ສປປ ລາວ ແລະ ປູກຈິດສໍານຶກກ່ຽວກັບສິ່ງທ້າທາຍທີ່ເດັກນ້ອຍລາວກໍາລັງປະເຊີນຢູ່ໃນປັດຈຸບັນ, ລວມເຖີງບັນຫາທີ່ກ່ຽວຂ້ອງກັບວຽກງານການປົກປ້ອງເດັກ, ການສຶກສາ, ສຸຂະອະນາໄມ ແລະ ສຸຂະພິບານ, ສຸຂະພາບ, ໂພຊະນາການ ເເລະ ອື່ນໆ.

ໃນໂອກາດນີ້, ທ່ານນາງ ດຣ. ເພຍ ເຣເບລໂລ ບີຣໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ຂ້າພະເຈົ້າຂໍຕ້ອນຮັບເພື່ອນມິດຂອງ ອົງການຢູນິເຊັບ ຄົນໃໝ່ສູ່ທີມງານຂອງພວກເຮົາ. ໃນຖານະທີ່ພວກເຂົາເປັນໄວໜຸ່ມ, ສຽງຂອງພວກເຂົາສາມາດຊ່ວຍໃຫ້ ອົງການຢູນິເຊັບ ເຂົ້າເຖິງບັນດາເດັກ ເເລະ ໄວໜຸ່ມໃນ ສປປ ລາວ ໄດ້ຫຼາຍຂຶ້ນ ແລະ ຍັງຈະຊ່ວຍລະດົມການສະໜັບສະໜູນເພີ່ມເຕີມຈາກພາກສ່ວນທີ່ກ່ຽວຂ້ອງສຳລັບພາລະກິດຂອງອົງການພວກເຮົາໃນການສົ່ງເສີມ ແລະ ປົກປ້ອງສິດທິເດັກ, ໂດຍສະເພາະໃນໄລຍະການລະບາດຂອງພະຍາດ ໂຄວິດ-19.”

ກ່ອນໜ້າໄດ້ຮັບການເເຕ່ງຕັ້ງເປັນເພື່ອນມິດຂອງ ອົງການຢູນິເຊັບ, ອານິຕາ ເເລະ ຕານຸ ກໍ່ໄດ້ເຂົ້າຮ່ວມ ໂຄງການ ປອກໄພກັບໄປໂຮງຮຽນ ກັບ ອົງການຢູນິເຊັບ ໃນຕົ້ນປີ 2022 ເພື່ອຊ່ວຍສະໜັບສະໜູນ​ການ​ເປີດ​ໂຮງຮຽນ​ຄືນ​ຢ່າງ​ປອດ​ໄພ​ໃນ​ໄລຍະການລະບາດຂອງພະຍາດ ໂຄວິດ-19. ນອກນັ້ນ, ເມ ເອງກໍ່ໄດ້ເຂົ້າຮ່ວມການສະເຫຼີມສະຫຼອງ ວັນເດັກໂລກ, ໂຄງການລາວຮ່ວມໃຈສັກວັກຊີນ ເເລະ ບັນດາໂຄງການອື່ນໆທີ່ກ່ຽວຂ້ອງກັບສຸຂະພາບຂອງເດັກນ້ອຍຍິງ ກັບ ອົງການຢູນິເຊັບ ອີກເຊັ່ນດຽວກັນ.

ອານິຕາ ມີຄວາມສົນໃຈເປັນພິເສດໃນວຽກງານການສົ່ງເສີມການສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍ. "ໃນຖານະເພື່ອນມິດຂອງ ອົງການຢູນິເຊັບ, ຂ້າພະເຈົ້າຈະປະຕິບັດໜ້າທີ່ນີ້ຢ່າງເຕັມທີ່ທີ່ສຸດ ເພື່ອໃຫ້ສັງຄົມໃຫ້ຄວາມສໍາຄັນຕໍ່ການພັດທະນາເດັກນ້ອຍ ເເລະ ການສຶກສາຂອງພວກເຂົາ, ເພາະພວກເຂົາເຫຼົ່ານີ້ຈະເປັນຄົນທີ່ພັດທະນາໂລກນີ້.”

ເມ ມີຄວາມເຊື່ອວ່າ ເດັກນ້ອຍຄືອະນາຄົດຂອງປະເທດຊາດ ແຕ່ພວກເຂົາຈະເປັນອະນາຄົດຂອງຊາດໄດ້ກໍ່ຂຶ້ນກັບໂອກາດທີ່ ພວກເຂົາໄດ້ຮັບຈາກຄົນອ້ອມຂ້າງ. ເມໄດ້ກ່າວວ່າ: "ຂ້າພະເຈົ້າຮູ້ສຶກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງກັບທາງ ອົງການຢູນິເຊັບ ໃນການຊ່ວຍໃຫ້ເດັກນ້ອຍທຸກຄົນ ໄດ້ມີໂອກາດພັດທະນາຄວາມຮູ້ ເເລະ ຄວາມສາມາດຂອງພວກເຂົາ.”

ຕານຸ ເອງຢາກ​ໃຊ້​ຖານະທີ່ລາວເປັນ​ເພື່ອນ​ມິດຂອງ ​ອົງການຢູນິເຊັບ ​ເພື່ອ​ເປັນ​ຂົວເຊື່ອມ​ຕໍ່​ລະຫວ່າງ ອົງການຢູນິເຊັບ ເເລະ ເດັກນ້ອຍ​ລາວທຸກຄົນ ເພື່ອຊ່ວຍ​ເປີດ​ໂອກາດ​ຕ່າງໆ​ໃຫ້ເເກ່​ເຂົາ​ເຈົ້າໃນ​ຊີວິດ. ຕານຸ ໄດ້ກ່າວວ່າ: “ຂ້າພະເຈົ້າຢາກໃຊ້ໂອກາດນີ້ເພື່ອ ເຊື່ອມຕໍ່ ໂຕຂ້າພະເຈົ້າເອົງ, ອົງການຢູນິເຊັບ ແລະ ເດັກນ້ອຍທຸກຄົນ ເພື່ອສ້າງໂອກາດ, ເພື່ອການເຕີບໂຕ, ເພື່ອອະນາຄົດ ແລະ ຄວາມສຸກຂອງເຂົາເຈົ້າ.”

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Chiara Frisone
ວ່າການຫົວໜ້າພະແນກສື່ສານ
ອົງການຢູນິເຊັບປະຈໍາ ສປປລາວ ໂທ
ໂທລະສັບ: +856 021-487508
ອີເມວ: cfrisone@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook