ສື່ມວນຊົນ ຊ່ວຍເພີ່ມທະວີການເສີມສ້າງຄວາມເຂັ້ມແຂງໃນວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ

ກະຊວງສາທາລະນະສຸກ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຢູນິເຊັບ, ໄດ້ຈັດກອງປະຊຸມເຜິຍເເຜ່ໃຫ້ແກ່ບັນດາບັນນາທິການຂ່າວ ກ່ຽວກັບວິທີການທີ່ສື່ມວນຊົນຈະສາມາດຊ່ວຍປັບປຸງອັດຕາປົກຄຸມການສັກວັກຊີນກັນພະຍາດ ໂຄວິດ-19 ຢູ່ພາກເໜືອຂອງ ສປປ ລ

14 ມີຖຸນາ 2022
Media briefing
UNICEF Laos/2022/SSanoubane

ນະຄອນຫຼວງວຽງຈັນ, ວັນທີ 14 ມິຖຸນາ 2022 – ໃນມື້ນີ້, ກະຊວງສາທາລະນະສຸກ, ໂດຍຮ່ວມກັບ ກະຊວງຖະເເຫຼງຂ່າວ, ວັດທະນະທຳ ເເລະ  ທ່ອງທ່ຽວ ເເລະ ອົງການຢູນິເຊັບ, ໄດ້ຈັດກອງປະຊຸມເຜິຍເເຜ່ໃຫ້ແກ່ ບັນດາບັນນາທິການຂ່າວ ເພື່ອປືກສາຫາຫຼືກ່ຽວກັບຂະບວນການ​ສັກວັກຊີນໃນ ສປປ ລາວ ພ້ອມດ້ວຍວຽກງານສື່ສານ ເເລະ ສົ່ງເສິມການສັກວັກຊີນ ເພື່ອປັບປຸງອັດຕາການປົກຄຸມການສັກວັກຊີນກັນພະຍາດ ໂຄ​ວິດ-19 ໃນປະເທດ.

ກອງປະຊຸມດັ່ງກ່າວ ເເມ່ນໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຂອງ ກະຊວງສາທາລະນະສຸກ, ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ສານມວນຊົນ ຂອງ ກະຊວງຖະເເຫຼງຂ່າວ, ວັດທະນະທຳ ເເລະ  ທ່ອງທ່ຽວ, ພ້ອມດ້ວຍ ທ່ານ Bisrat Abiy, ວ່າການເເທນຜູ້ຊ່ຽວຊານດ້ານສຸຂະພາບຂອງ ອົງການຢູນິເຊັບ ປະຈຳ ສປປ ລາວ.

ໃນກອງປະຊຸມເຜີຍເເຜ່ຄັ້ງນີ້ ໄດ້ມີການນຳສະເໜີລາຍງານຫລ້າສຸດກ່ຽວກັບວຽກງານສັກວັກຊີນໃນ ສປປ ລາວ, ໂດຍສະເພາະໃນ 7 ແຂວງພາກເໜືອ: ເເຂວງ ຫຼວງພະບາງ, ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ໄຊຍະບູລີ, ບໍ່ແກ້ວ ແລະ ວຽງຈັນ, ພາຍຫຼັງການຄົ້ນພົບວ່າ ອັດຕາການປົກຄຸມການສັກວັກຊີນກັນພະຍາດໃນແຂວງເຫຼົ່ານີ້ ຍັງບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້.

“ການສັກວັກຊີນເປັນກຸນເເຈອັນສຳຄັນສຳລັບການ​ຟື້ນ​ຕົວ​ຂອງ ສປປ ລາວ ຈາກຜົນກະທົບຕ່າງໆຂອງພະຍາດ ໂຄວິດ-19. ເຖີງເເມ່ນວ່າຍັງມີສິ່ງທ້າທາຍໃນວຽກງານສັກວັກຊີນໃນເເຂວງພາກເໜືອກໍ່ຕາມ, ເເຕ່ໃນຄະນະດຽວກັນນັ້ນ ກໍ່ຍັງມີໂອກາດສຳລັບການເພີ່ມທະວີການຈັກຕັ້ງປະຕິບັດວຽກງານຂອງພວກເຮົາໃຫ້ຫຼາຍຂຶ້ນ ເເລະ ສືບຕໍ່ຊຸກຍູ້ສົ່ງເສີມການສັກວັກຊີນໃຫ້ບັນດາພໍ່ເເມ່ພີ່ນ້ອງໃນຊຸມຊົນຂອງພວກເຮົາ,” ກ່າວໂດຍ ທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຂອງ ກະຊວງສາທາລະນະສຸກ.

ຜູ້ເຂົ້າຮ່ວມຍັງໄດ້ສົນທະນາກັນກ່ຽວກັບວິທີການຕ່າງໆ ເພື່ອປັບປູງການໃຫ້ບໍລິການສັກວັກຊີນໃຫ້ເເກ່ຊຸມຊົນ ເພື່ອບັນລຸເປົ້າໝາຍອັດຕາປົກຄຸມການສັກວັກຂອງປະເທດ, ບົດບາດຂອງສື່ມວນຊົນໃນການເຜີຍເເຜ່ໂຄສະນາ ການສັກວັກຊີນທົ່ວປະເທດ ເເລະ ແຜນການສັກວັກຊີນໃນອະນາຄົດ, ໂດຍສະເພາະໃນບັນດາກຸ່ມເດັກນ້ອຍ.

“ສື່ມວນຊົນ, ເຊິ່ງສາມາດເຂົ້າເຖິງຈຳນວນຄົນຢ່າງກວ້າງຂວາງ, ມີບົດບາດອັນສໍາຄັນໃນການເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ກ່ຽວກັບພະຍາດ ໂຄວິດ-19 ໃຫ້ແກ່ສາທາລະນະຊົນ. ດັ່ງນັ້ນ, ມັນເປັນສິ່ງສໍາຄັນທີ່ສື່ມວນຊົນໃນທົ່ວປະເທດ ຄວນເພີ່ມທະວີຄວາມພະຍາຍາມໃນວຽກງານສື່ສານກັບປະຊາຊົນລາວ ເພື່ອໃຫ້ສາມາດບັນລຸເປົ້າໝາຍອັດຕາການປົກຄຸມການສັກວັກຊີນຂອງປະເທດ,” ກ່າວໂດຍ ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ສານມວນຊົນ ຂອງ ກະຊວງຖະເເຫຼງຂ່າວ, ວັດທະນະທຳ ເເລະ  ທ່ອງທ່ຽວ.

ນອກຈາກນີ້, ທ່ານ Bisrat Abiy, ວ່າການເເທນຜູ້ຊ່ຽວຊານດ້ານສຸຂະພາບຂອງ ອົງການຢູນິເຊັບ ປະຈໍາ ສປປ ລາວ, ຍັງໄດ້ໃຫ້ຄໍາເຫັນດັ່ງກ່າວ: “ພວກເຮົາສາມາດເຫັນໄດ້ວ່າ ສປປ ລາວ ໄດ້ກ່າວມາໄກຈາກຈຸດເລີ່ມຕົ້ນຂອງການລະບາດຂອງພະຍາດ ໂຄວິດ-19. ເຖີງຢ່າງໃດກໍ່ຕາມ, ນີ້ບໍ່ໝາຍຄວາມວ່າ ວຽກງານຂອງພວກເຮົາໄດ້ສິ້ນສຸດລົງເເລ້ວ ເພາະວ່າມັນຍັງມີວຽກງານອື່ນໆທີ່ພວກເຮົາຍັງຕ້ອງສືບຕໍ່ປະຕິບັດຍ້ອນວ່າ ພະຍາດໂຄວິດ-19 ຍັງຄົງຢູ່ກັບພວກເຮົາ, ໂດຍສະເພາະສາຍພັນ Omicron.ວັກຊີນຍັງຄົງເປັນເຄື່ອງມືອັນສຳຄັນທີ່ຂາດບໍ່ໄດ້ສຳລັບພວກເຮົາ ໃນການຮັບມືກັບພະຍາດ ໂຄວິດ-19 ແລະ ມັນເປັນສິ່ງສຳຄັນ ທີ່ທຸກຄົນໃນຊຸມຊົນພວກເຮົາໄດ້ຮັບການສັກວັກຊີນ, ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ສູງອາຍຸ. ອົງການຢູນີເຊັບ ຍັງຄົງໃຫ້ຄຳໝັ້ນສັນຍາ ທີ່ຈະສືບຕໍ່ໃຫ້ການຮ່ວມມືກັບລັດຖະບານເເຫ່ງ ສປປ ລາວ ໃນການສົ່ງເສີມວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ແລະ ສ້າງຄວາມເຊື່ອໝັ້ນໃນປະສິດທິພາບ ແລະ ຄວາມປອດໄພ ຂອງວັກຊີນໃນຊຸມຊົນ.”

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ຄາວີ ຫອມສົມບັດ
ຮັກສາການ ຫົວໜ້າຝ່າຍສື່ສານ
UNICEF
ໂທລະສັບ: +856 20 59 618 691
ອີເມວ: khomsombath@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook