ສະຫະພາບເອີຣົບ ສະໜອງອຸປະກອນໄອທີທີ່ຈຳເປັນ ເພື່ອຊຸກຍູ້ ຂະແໜງການສຶກສາຂອງ ສປປ ລາວ

ສະຫະພາບເອີຣົບ ແລະ ອົງການ ຢູນິເຊັບ ໄດ້ສະໜອງອຸປະກອນ ICT ທີ່ຈໍາເປັນ ໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ເພື່ອປັບປຸງລະບົບການຕິດຕາມ ແລະ ປະເມີນຜົນ ໃນວຽກງານການຄຸ້ມຄອງການສຶກສາ

21 ກໍລະກົດ 2023
EU provided key ICT equipment to Lao PDR's Ministry of Education
@UNICEF Laos/2023/KLatthida

ນະຄອນຫຼວງວຽງຈັນວັນທີ 21 ກໍລະກົດ 2023 - ໃນມື້ນີ້ ສະຫະພາບເອີຣົບ ແລະ ອົງການຢູນິເຊັບ ໄດ້ມອບອຸປະກອນໄອຊີທີທີ່ຈໍາເປັນ ໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຊຶ່ງລວມມີ ລະບົບປະຊຸມທາງໄກຜ່ານວິດີໂອໂປເຈັກເຕີ 22 ເຄື່ອງຄອມພີວເຕີ້ແລັບທັອບ 191 ເຄື່ອງເຄື່ອງພິມ 40 ເຄື່ອງ ແລະ ເຄື່ອງຖ່າຍເອກະສານ. ການປະກອບສ່ວນອັນສຳຄັນໃນຄັ້ງນີ້ ມີມູນຄ່າປະມານ 100,000 ໂດລາ (92,500 ເອີໂຣ) ຊຶ່ງເປັນຫນຶ່ງໃນກິດຈະກໍາການສະໜັບສະໜູນ ພາຍໃຕ້ແຜນງານການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນ ສປປ ລາວ (PSES), ເພື່ອແນໃສ່ຊຸກຍູ້ຄວາມພະຍາຍາມຂອງກະຊວງສຶກສາທິການ ແລະ ກິລາ ໃນການສົ່ງເສີມວຽກງານຂອງຂະແໜງການສຶກສາປະຈໍາປີ.

ໃນປັດຈຸບັນ ສິ່ງທ້າທາຍທີ່ເກີດຂຶ້ນທົ່ວໂລກ ໄດ້ຊີ້ໃຫ້ເຫັນເຖິງຄວາມຈຳເປັນທີ່ ສປປ ລາວ ຕ້ອງມີລະບົບການຄຸ້ມຄອງການສຶກສາທີ່ເຂັ້ມແຂງ ແລະ ມີປະສິດທິພາບ ກ່າວໂດຍ ທ່ານນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. "ພວກເຮົາຂໍສະແດງຄວາມຂອບໃຈມາຍັງ ສະຫະພາບເອີຣົບ ແລະ ອົງການ ຢູນິເຊັບ ທີ່ໄດ້ຢືນຄຽງຂ້າງ ແລະ ໃຫ້ການສະຫນັບສະຫນູນ ພາລະກິດຂອງພວກເຮົາ ສໍາລັບຂະແຫນງການສຶກສາໃນຊ່ວງເວລາທີ່ມີຄວາມທ້າທາຍເຊັ່ນນີ້".

ການສະໜອງອຸ​ປະ​ກອນ​ໃນຄັ້ງນີ້ ​ຈະຊ່ວຍ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຕິດ​ຕາມ​ ແລະ ປະເມີນຜົນ ໃນລະ​ບົບ​ການ​ສຶກ​ສາ ຕັ້ງແຕ່ທ້ອງ​ຖິ່ນຈົນ​ເຖິງ​ສູນ​ກາງ. ຊຶ່ງມັນຈະຖືກນໍາໄປໃຊ້ເພື່ອປັບປຸງປະສິດທິພາບໃນການວາງແຜນປະຈໍາປີງົບປະມານ ແລະ ການຕິດຕາມ. ສ່ວນສໍາຄັນຂອງແຜນງານນີ້ແມ່ນການຝຶກອົບຮົມພະນັກງານວິຊາການ ເພື່ອປັບປຸງທັກສະໃນການວິເຄາະ ແລະ ສຸມໃສ່ການບັນລຸໄດ້ຜົນໄດ້ຮັບ.

ທ່ານ ນາງ ອີນ່າ ມາຈູລີໂອເຕ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ ຍັງກ່າວວ່າ ສະຫະພາບເອີຣົບ ເຫັນວ່າ ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການສຶກສາ ຢູ່ ສປປ ລາວ ແມ່ນເປັນວຽກບູລິມະສິດ. ພວກ​ເຮົາຍິນ​ດີທີ່ໄດ້ປະກອບສ່ວນ​ລົງທຶນ​ເຂົ້າ​ໃນວຽກງານ​ການ​ສຶກສາ. ອຸປະກອນເຫຼົ່ານີ້ແມ່ນສ່ວນຫນຶ່ງຂອງຄໍາຫມັ້ນສັນຍາຂອງພວກເຮົາ ເພື່ອສະຫນັບສະຫນູນການປັບປຸງການຄຸ້ມຄອງການສຶກສາ. ການລົງທຶນໃນການສຶກສາຈະອອກຜົນງອກເງີຍ ແລະ ພວກເຮົາຫວັງຢ່າງຍິ່ງວ່າການສະຫນັບສະຫນູນຂອງພວກເຮົາ ຈະຊ່ວຍສ້າງຜົນກະທົບໃນໄລຍະຍາວ."

ຂໍ້ມູນທີ່ເກັບກຳ ແລະ ວິເຄາະໄດ້ຈາກວຽກງານນີ້ ຈະຖືກລວມເຂົ້າກັບລະບົບຄຸ້ມຄອງຂໍ້ມູນການສຶກສາ ແລະ ກິລາ ຂອງ ສປປ ລາວເຊິ່ງໄດ້ຖືກພັດທະນາພາຍໃຕ້ ແຜນງານການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນ ສປປ ລາວ (PSES). ອຸປະກອນ ICT ໃໝ່ເຫຼົ່ານີ້ ຈະອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດຂະບວນການນີ້ ໃຫ້ສໍາເລັດຢ່າງເຕັມສ່ວນ ແລະ ປະກອບສ່ວນເຂົ້າໃນຂະບວນການເຮັດວຽກທີ່ຄ່ອງຕົວ ແລະ ມີປະສິດທິພາບ.

ທ່ານນາງ ດຣ ເພຍ ຣິເບວໂລ ບຣິດໂຕຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສປປ ລາວ ຍັງກ່າວຕື່ມອີກວ່າ ໃນຂະນະ​ທີ່ ອົງການ ຢູນິເຊັບ ປະຈຳ ສປປ ລາວ ​​ສະ​ເຫຼີ​ມສະຫຼອງ 50 ປີ​ ແຫ່ງຄວາມມຸ້ງ​ໝັ້ນໃນການຊຸກຍູ້ຜັກດັນໃນວຽກງານສຶກສາທິການໃຫ້ການສະໜັບສະໜູນກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໂດຍການປັບປຸງ​ວຽກງານການ​ຕິດຕາມ ​ແລະ ຄຸ້ມ​ຄອງ​ຂໍ້​ມູນ ​ຊຶ່ງເປັນ​ວຽກ​ງານ​ທີ່​ສຳຄັນ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ທີ່​ປະ​ເທດເຮົາກໍາລັງ​ສຸມ​ກໍາລັງເພື່ອຟື້ນ​ຟູ​ການ​ຮຽນ ພາຍ​​ຫຼັງ​ການລະບາດຂອງພະຍາດ​ໂຄ​ວິດ-19. ການສຸມໃສ່ຍຸດທະສາດທີ່ມີຂໍ້ມູນອ້າງອີງນີ້ ຈະຊ່ວຍເພີ່ມປະສິດທິພາບການວາງແຜນເນື່ອງຈາກມັນເປັນອົງປະກອບທີ່ສໍາຄັນເພື່ອໃຫ້ເດັກນ້ອຍໄດ້ຮັບການສຶກສາທີ່ມີຄຸນນະພາບ. ພວກເຮົາດີໃຈທີ່ສະຫະພາບເອີຣົບໄດ້ໃຫ້ການສະໜັບສະໜູນໃນການແກ້ໄຂສິ່ງທ້າທາຍທີ່ສຳຄັນນີ້ ແລະ ປະກອບສ່ວນອັນກວ້າງຂວາງ ໃຫ້ແກ່ ຂະແໜງການສຶກສາໂດຍການຮ່ວມມືກັບອົງການຢູນີເຊັບ ແລະ ລັດຖະບານແຫ່ງ ສປປ ລາວ."

ອຸປະກອນດັ່ງກ່າວຈະຖືກແຈກຢາຍໃຫ້ໜ່ວຍງານ ຕິດຕາມ ແລະ ປະເມີນຜົນ ຂອງກົມທີ່ກ່ຽວຂ້ອງພາຍໃນກະຊວງສຶກສາທິການ ແລະ ກິລາພະແນກສຶກສາທິການ ແລະ ກິລາແຂວງ 18 ແຫ່ງແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ 148 ແຫ່ງຊຶ່ງເປັນການເພີ່ມຂີດຄວາມສາມາດໂດຍລວມຂອງກະຊວງ ແລະ ເປັນຂີດໝາຍການກ້າວໄປສູ່ການປັບປຸງລະບົບການສຶກສາທີ່ທັນສະໄໝ ແລະ ກ້າວໜ້າທາງດ້ານເຕັກໂນໂລຊີໃນ ສປປ ລາວ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: snazer@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook