ສປປ ລາວ ເປັນເຈົ້າພາບຈັດງານເປີດຕົວ ຄຳແນະນຳ ແລະ ມາດຕະຖານດ້ານໂພຊະນາການ ສະບັບໃໝ່ ສຳລັບ ອາຊຽນ
ສປປ ລາວ ໄດ້ເປັນເຈົ້າພາບຈັດປະຊຸມນໍາສະເໜີ ມາດຕະຖານຂັ້ນຕໍ່າຂອງ ອາຊຽນ ດ້ານໂພຊະນາການ 4 ສະບັບທີ່ພັດທະນາຂື້ນໃໝ່ ໃນກອງປະຊຸມລັດຖະມົນຕີ ສາທາລະນະສຸກອາຊຽນ ຄັ້ງທີ XVI ເພື່ອ ກ້າວໄປປສູ່ການປັບປຸງ ແລະ ການຈັດຕັ້ງປະຕິບັດວຽກງານໂພຊະນາການໃນພາກພື້ນ.

- English
- ລາວ
ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 7 ສິງຫາ 2024 – ສປປ ລາວ ຮ່ວມກັບ ອົງການຢູນິເຊັບ ໄດ້ຈັດກອງປະຊຸມເພື່ອແນະນໍາ ມາດຕະຖານຂັ້ນຕໍ່າ ດ້ານໂພຊະນາການ 4 ສະບັບທີ່ພັດທະນາຂື້ນໃໝ່ ສຳລັບສະມາຊິກອາຊຽນ, ເຊິ່ງຈະຊ່ວຍສະໜັບສະໜູນ ບັນດາປະເທດສະມາຊິກອາຊຽນ ໃນການຈັດຕັ້ງປະຕິບັດຍຸດທະສາດ ປັບປຸງວຽກງານໂພສະນາການ, ແລະ ສະໜອງການບໍລິການດ້ານໂພຊະນາການທີ່ມີຄຸນນະພາບ ໂດຍອີງຕາມບົດຮຽນ ແລະ ຜົນສຳເລັດຈາກສາກົນ.
ມາດຕະຖານຂັ້ນຕໍ່າ ດ້ານໂພຊະນາການດັ່ງກ່າວ ແມ່ນໄດ້ຖືກຮັບຮອງ ຈາກບັນດາປະເທດສະມາຊິກປະເທດອາຊຽນ ແລະ ເຜີຍແຜ່ໃນ ກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນ ຄັ້ງທີ XVI. ກອງປະຊຸມເຜີຍແຜ່ດັ່ງກ່າວ ແມ່ນໄດ້ຈັດຂຶ້ນໂດຍການສະໜັບສະໜຸນຈາກ ອົງການຢູນິເຊັບ ທີ່ ນະຄອນຫຼວງວຽງຈັນ ໂດຍ ລັດຖະບານແຫ່ງ ສປປ ລາວ ໃນນາມ ປະທານອາຊຽນ ປີ 2024. ຄໍາແນະນໍາ ແລະ ມາດຕະຖານຂັ້ນຕໍ່າດ້ານໂພຊະນາການ 4 ສະບັບທີ່ພັດທະນາຂື້ນມາໃໝ່ດັ່ງກ່າວ ວ ຖືເປັນບາດກ້າວອັນສຳຄັນ ໃນການສ້າງເງື່ອໄຂດ້ານນິຕິກຳ, ດ້ານນະໂຍບາຍ, ແລະ ມາດຕະຖານຮ່ວມ ເພື່ອກ້າວໄປສູ່ການປັບປຸງການບໍລິການດ້ານໂພຊະນາການ ໃນທົ່ວພາກພື້ນອາຊຽນ.
ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍ ຜູ້ຕາງໜ້າຈາກກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ອົງການ DSG ຂອງ ປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ ແລະ ອົງການຢູນິເຊັບ ພາກອາຊີຕາເວັນອອກ ແລະ ປາຊີຟິກ. ພ້ອມດຽວກັນ ບັນດາຄູ່ຮ່ວມພັດທະນາ ແລະ ແຂກຜູ້ມີກຽດຈາກກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນ ພ້ອມດ້ວຍ ກອງປະຊຸມຂັ້ນສູງດ້ານສຸຂະພາບ, ກະສິກຳ ແລະ ປ່າໄມ້, ແລະ ການສຶກສາ ກໍ່ໄດ້ເຂົ້າຮ່ວມ. ນອກນັ້ນ, ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ຮັບໜ້າທີ່ບົດບາດຊີ້ນຳການພັດທະນາຄຳແນະນຳດ້ານໂພຊະນາການຂັ້ນຕໍ່າ ທີ່ພັດທະນາຂື້ນມາໃໝ່ນີ້ ກໍ່ໄດ້ ຮັບຮອງ ມາດຕະຖານຂັ້ນຕໍ່າ ດ້ານໂພຊະນາການດັ່ງກ່າວ. ໃນພິທີ່ໃດ້ມີການ ຕັດແຖບຜ້າ ເພື່ອສະເຫຼີມສະຫຼອງໂອກາດອັນສຳຄັນນີ້.
ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ, ໄດ້ກ່າວ: "ການເປີດຮັບຮອງ ແລະ ນໍາສະເໜີ ມາດຕະຖານຂັ້ນຕໍ່າ ດ້ານໂພຊະນາການດັ່ງກ່າວນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການຢຸດຕິການຂາດສານອາຫານ ທຸກຮູບແບບຂອງແມ່ຍິງ ແລະ ເດັກນ້ອຍ. ພວກເຮົາມີຄວາມພາກພູມໃຈ ໃນການນໍາພາການພັດທະນາ ຄໍາແນະນໍາກ່ຽວກັບ ການບັງຄັບໃຊ້ການເພີ່ມທະວີ ວິຕາມິນ ແຮ່ທາດເຂົ້າໃນອາຫານ ແລະ ການຮ່ວມມືນໍາພາການພັດທະນາ ຄໍາແນະນໍາດ້ານໂພຊະນາການຂອງແມ່. ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ເປັນຂີດໝາຍສຳຄັນໃນຄວາມພະຍາຍາມຮ່ວມກັນຂອງພວກເຮົາ.”
ພາກພື້ນອາຊຽນ ໄດ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ໃນການຫຼຸດຜ່ອນ ການຂາດສານອາຫານຂອງເດັກ. ເຖິງຢ່າງໃດກໍ່ຕາມ, ຍັງຕ້ອງມີການຜັນຂະຫຍາຍ ມາດຕະຖານຂັ້ນຕໍ່າ ດ້ານໂພຊະນາການດັ່ງກ່າວ ຕື່ມອີກ ເພື່ອໃຫ້ສາມາດກ້າວໄປສູ່ການຈັດຕັ້ງປະຕິບັດ ແລະ ເພື່ອບັນລຸຄຳໝັ້ນສັນຍາທີ່ວາງໄວ້ໃນ ຖະແຫຼງການຜູ້ນຳອາຊຽນ ເພື່ອຢຸດຕິທຸກຮູບແບບຂອງການຂາດສານອາຫານ ເຊິ່ງໄດ້ຖືກຮັບຮອງເອົາໃນປີ 2017. ກອງປະຊຸມເພື່ອຮັບຮອງ ແລະ ນໍາສະເໜີ ມາດຕະຖານຂັ້ນຕໍ່າ ດ້ານໂພຊະນາການດັ່ງກ່າວ ດັ່ງກ່າວ ເປັນບາດກ້າວທີ່ສຳຄັນ ເພື່ອຟື້ນຟູຄວາມພະຍາຍາມ ໃນການພັດທະນາໂຄງການໂພຊະນາການຕ່າງໆ ໃຫ້ຄຸນນະພາບ. ນອກນັ້ນ, ຄວາມມານະພະຍາຍາມດັ່ງກ່າວ ແມ່ນຍັງສອດຄ່ອງກັບບັນດາເປົ້າໝາຍຕ່າງໆຂອງພາກພື້ນ ແລະ ຈະຊ່ວຍປະກອບສ່ວນບັນລຸ ເປົ້າໝາຍພັດທະນາແບບຍືນຍົງ (SDG) 2 ແນ່ໃສ່ການຢຸດບັນຫາການຂາດສານອາຫານໃນທຸກຮູບແບບ ພາຍໃນປີ 2030.
ອົງການຢູນິເຊັບ ໃນຖານະຄູ່ຮ່ວມງານທາງດ້ານວິຊາການອັນສໍາຄັນ, ກໍ່ໄດ້ໃຫ້ການສະໜັບສະໜູນບັນດາປະເທດສະມາຊິກອາຊຽນ ໃນການປະຕິບັດຄໍາໝັ້ນສັນຍາຂອງຜູ້ນໍາອາຊຽນ ໃນການຢຸດຕິການຂາດສານອາຫານ ໂດຍການນໍາພາການພັດທະນາ ຄຳແນະນຳ ແລະ ມາດຕະຖານດ້ານໂພຊະນາການ. ກ່ອນໜ້ານີ້, ອາຊຽນ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຢູນິເຊັບ, ກໍ່ໄດ້ເຜີຍແຜ່ ຄຳແນະນຳ ແລະ ມາດຕະຖານດ້ານໂພຊະນາການ ອີກ 2 ສະບັບ ກໍ່ຄື: ຄໍາແນະນໍາວ່າດ້ວຍການປົກປ້ອງ, ສົ່ງເສີມ ແລະ ສະໜັບສະໜູນ ການລ້ຽງລູກດ້ວຍນົມແມ່ ແລະ ການໃຫ້ອາຫານເສີມ, ແລະ ຄຳແນະນຳວ່າດ້ວຍການປົກປ້ອງເດັກນ້ອຍ ຈາກຜົນກະທົບຂອງການຕະຫຼາດອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ. ດັ່ງນັ້ນ, ຄຳແນະນຳ ແລະ ມາດຕະຖານດ້ານໂພຊະນາການ 4 ສະບັບທີ່ພັດທະນາຂື້ນໃໝ່ນີ້ ເປັນຂີດໝາຍອັນສໍາຄັນ ຂອງການຮ່ວມມືຢ່າງຕໍ່ເນື່ອງລະຫວ່າງ ອາຊຽນ ແລະ ອົງການຢູນິເຊັບ ໃນການຈັດຕັ້ງປະຕິບັດຍຸດທະສາດ ແລະ ສະໜອງບໍລິການດ້ານໂພຊະນາການ ທີ່ມີຄຸນນະພາບ ໂດຍອີງຕາມບົດຮຽນ ແລະ ຫຼັກຖານຈາກສາກົນ.
ໃນບົດກ່າວຂອງ ທ່ານ ນາງ ຈູນ ກູນູກິ, ຜູ້ອຳນວຍການຂັ້ນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຂອງ ອົງການຢູນິເຊັບ, ໄດ້ເນັ້ນເຖິງຄວາມຈຳເປັນ ໃນການແກ້ໄຂບັນຫາຂາດສານອາຫານ ໃນພາກພື້ນອາຊຽນ. "ວຽກງານຂອງພວກເຮົາ ຍັງບໍ່ສິ້ນສຸດເທື່ອ ແລະ ຍັງມີຄວາມຈຳເປັນໃນການແກ້ໄຂບັນຫາການຂາດສານອາຫານ ພ້ອມການສະກັດກັ້ນ ການເພີ່ມຂຶ້ນຂອງອັດຕາໂລກອ້ວນ." ທ່ານ ຈູນ ກູນູກິ ຍັງໄດ້ກ່າວເນັ້ນຕື່ມວ່າ: “ອົງການຢູນິເຊັບ ຖືເປັນກຽດທີ່ໄດ້ຮ່ວມມືກັບ ກອງເລຂາອາຊຽນ ແລະ ບັນດາປະເທດສະມາຊິກ ໃນການພັດທະນາ ແລະ ເຜີຍແຜ່ ຄຳແນະນຳ ແລະ ມາດຕະຖານດ້ານໂພຊະນາການ 4 ສະບັບທີ່ພັດທະນາຂື້ນໃໝ່ ເຫຼົ່ານີ້. ອົງການພວກເຮົາ, ທັງໃນລະດັບ ພາກພື້ນ ແລະ ສາກົນ, ຍັງຄົງມີຄວາມມຸ່ງໝັ້ນໃນການສະໜັບສະໜູນປະເທດສະມາຊິກອາຊຽນ ເພື່ອຈັດຕັ້ງປະຕິບັດ ຄຳແນະນຳ ແລະ ມາດຕະຖານດ້ານໂພຊະນາການ ເພື່ອປັບປຸງຄຸນນະພາບ ຂອງແຜນງານດ້ານໂພຊະນາການຂອງພວກເຂົາ."

ທ່ານ ນາງ ຈູນ ກູນູກິ, ຜູ້ອຳນວຍການຂັ້ນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຂອງ ອົງການຢູນິເຊັບ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook