ສປປ ລາວ ສະເຫລີມສະຫລອງວັນເດັກສາກົນ ເພື່ອສ້າງອານາຄົດທີ່ດີກວ່າເພື່ອເດັກທຸກຄົນ

ສປປ ລາວ ໂຄສະນາ ແລະ ປູກຈິດສໍານຶກກ່ຽວກັບບັນຫາຫຼັກໆທີ່ເດັກປະເຊີນ ເນື່ອງໃນໂອກາດສະເຫລີມສະຫລອງວັນເດັກສາກົນ

01 ມີຖຸນາ 2022
DPM watering
UNICEF Laos/2022/KHo

ສປປ ລາວ, ວັນທີ 1 ມິຖຸນາ 2022 – ເພື່ອສະເຫຼີມສະຫຼອງວັນເດັກສາກົນໃນປີນີ້, ລັດຖະບານແຫ່ງ ສປປ ລາວ, ອົງການຢູນີເຊັບ, ຄູ່ຮ່ວມພັດທະນາ ແລະ ເດັກນ້ອຍ ໄດ້ເຕົ້າໂຮມກັນເພື່ອສົ່ງເສີມສິດທິ ແລະ ສະຫວັດດີການຂອງເດັກ ພາຍໃຕ້ຄໍາຂວັນ “ສ້າງອານາຄົດທີ່ດີກວ່າເພື່ອເດັກທຸກຄົນ.”

ສປປ ລາວໄດ້ຈັດງານສະເຫລີມສະຫລອງວັນເດັກສາກົນທີ່ຍິ່ງໃຫຍ່ຂຶ້ນ 2 ແຫ່ງຄືຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອັດຕະປື. ຢູ່ນະຄອນຫຼວງວຽງຈັນ ງານສະເຫລີມສະຫລອງວັນເດັກສາກົນໄດ້ຈັດຂຶ້ນຢູ່ບ້ານໜອງຄໍາແສນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີມວນຊົນປະມານ 300 ຄົນເຂົ້າຮ່ວມ, ໃນນັ້ນມີທັງເດັກ, ໄວໜຸ່ມ ແລະ ຄະນະຜູ້ແທນລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ. ການສະເຫຼີມສະຫຼອງເລີ່ມຕົ້ນດ້ວຍການຊົມການສະແດງສິນລະປະຂອງເດັກ. ຈາກນັ້ນເດັກໄດ້ນໍາສະເໜີທັດສະນະ ແລະ ວິໄສທັດຂອງເຂົາເຈົ້າກ່ຽວກັບ 4 ຫົວຂໍ້ທີ່ພົ້ນເດັ່ນເຊັ່ນ ການແຕ່ງງານກ່ອນໄວອັນຄວນ, ການນໍາໃຊ້ສື່ອອນໄລນ໌ທີ່ບໍ່ປອດໄພ, ສິ່ງເສບຕິດ ແລະ ການລະບາດຂອງພະຍາດໂຄວິດ-19. ຈາກນັ້ນໄດ້ມີການປູກເບ້ຍຕົ້ນໄມ້ເພື່ອເປັນສັນຍາລັກຂອງການເບິ່ງແຍງດູແລເດັກ ແລະ ການລົງທຶນໃສ່ເດັກໃນອະນາຄົດ.

ພະນະທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ)  ໄດ້ກ່າວວ່າ “ເດັກນ້ອຍແມ່ນອະນາຄົດຂອງປະເທດ. ຄືກັນກັບເບັ້ຍໄມ້ທີ່ພວກເຮົາກໍາລັງປູກໃນມື້ນີ້, ການລົງທຶນໃສ່ປະຊາກອນຫນຸ່ມນ້ອຍຂອງພວກເຮົາຈະນໍາເອົາຜົນໄດ້ຮັບທີ່ດີມາສູ່ພວກເຮົາໃນອີກຫຼາຍປີຂ້າງຫນ້າ. ຍ້ອນວ່າ ສປປ ລາວ ກໍາລັງຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ 2026, ພວກເຮົາຕ້ອງສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ຊາວໜຸ່ມ ເພື່ອໃຫ້ເຂົາເຈົ້າເປັນສະມາຊິກຂອງສັງຄົມທີ່ມີປະສິດຕິພາບ ເຊິ່ງພວກເຮົາຈະກ້າວເຂົ້າສູ່ໄລຍະໃໝ່ຂອງການພັດທະນາປະເທດຊາດ,”

ນອກຈາກນີ້, ຍັງໄດ້ຈັດບຸດການສະແດງກິດຈະກໍາຕ່າງໆໂດຍຕົວແທນຂອງເດັກ ແລະ ຊາວໜຸ່ມ ເພື່ອປູກຈິດສໍານຶກກ່ຽວກັບຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບເດັກເຊັ່ນ: ການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ເດັກ, ສຸຂະພາບໄວຈະເລີນພັນ, ການຂຶ້ນທະບຽນການເກີດຂອງເດັກ ແລະ ອື່ນໆ. ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ນຳພາບັນດາແຂກ ແລະ ຜູ້ເຂົ້າຮ່ວມທັງຫມົດທ່ຽວຊົມການສະແດງກິດຈະກໍາຕ່າງໆໃນແຕ່ລະບູດ.

ພະນະທ່ານ ອິມ ມູຮົງ, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ໄດ້ກ່າວວ່າ “ການສະເຫລີມສະຫລອງວັນເດັກສາກົນມື້ນີ້ ເປັນຕົວຢ່າງທີ່ດີຂອງພວກເຮົາໃນການຮັບຟັງເດັກ ແລະ ໄວໜຸ່ມ ແລະ ເຮັດວຽກຄຽງຂ້າງເຂົາເຈົ້າ. ທັດສະນະຂອງເຂົາເຈົ້າເຮັດໃຫ້ພວກເຮົາມີຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບສິ່ງທ້າທາຍທີ່ເຂົາເຈົ້າປະເຊີນຢູ່ ແລະ ຊ່ວຍໃຫ້ພວກເຮົາມີວິທີການແກ້ໄຂທີ່ດີກວ່າ. ລັດ​ຖະ​ບານ ສາທາລະນະລັດ​ເກົາ​ຫຼີ ມີຄວາມຍິນ​ດີ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສະເຫລີມສະຫລອງວັນເດັກສາກົນມື້ນີ້ ເພື່ອ​ເປັນ​ສັກ​ຂີ​ພິ​ຍານ​ເຖິງພະ​ລັງ​ແຮງ​ຂອງ​ເດັກ ແລະ ຊາວ​ໜຸ່ມ​ ສປປ ລາວ,”

ງານສະເຫລີມສະຫລອງວັນເດັກສາກົນຢູ່ແຂວງອັດຕະປື ໄດ້ເນັ້ນໃສ່ການໂຄສະນາປ້ອງກັນການແຕ່ງງານກ່ອນໄວອັນຄວນ ເພາະມັນຍັງເປັນບັນຫາໜຶ່ງທີ່ພົ້ນເດັ່ນ. ​ໃນ​ອາທິດ​ທີ່​ຜ່ານ​ມາ, ​ເດັກ ແລະ ຊາວໜຸ່ມໄດ້ປຶກສາຫາລືກັນກ່ຽວ​ກັບ​ບັນຫາ​ດັ່ງກ່າວ, ກ່ອນ​ທີ່​ເຂົາເຈົ້າຈະ​ນຳ​ສະເໜີ​ທັດສະນະ ແລະ ​ຂໍ້​ສະ​ເໜີ​ແນະຂອງເຂົາເຈົ້າ​ຕໍ່​ເຈົ້າ​ໜ້າ​ທີ່​ພາກລັດ ​ແລະ ຜູ້​ແທນ​ທີ່​ເຂົ້າຮ່ວມໃນງານ. ໃນງານສະເຫລີມສະຫລອງດັ່ງກ່າວ ໄດ້ມີການ​ສະ​ແດງ​ຟ້ອນ​ພື້ນ​ເມືອງ, ລະ​ຄອນກ້ອມ, ຮ້ອງ​ເພງ, ມີງານ​ວາງສະ​ແດງ​ຊຸດ​ອາພອນ​ຂອງ​ເດັກເຜົ່າຕ່າງໆ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ດ້ານ​ສິລະ​ປະ ​ແລະ ​ວັດທະນະທຳຂອງເດັກ, ໂດຍມີ​ແຂກ​ເກືອບ 400 ຄົນເຂົ້າຮ່ວມຊົມການສະແດງ.

ພະນະທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ແລະ ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ກ່າວວ່າ “ງານສະເຫລີມສະຫລອງວັນເດັກສາກົນມື້​ນີ້ ​ເຕືອນ​ພວກ​ເຮົາ​ກ່ຽວ​ກັບການໃຫ້​ຄວາມ​ສໍາ​ຄັນ​ຕໍ່​ເດັກ​ກ່ອນອື່ນໝົດ. ພວກເຮົາຕ້ອງສືບຕໍ່ເຮັດວຽກຮ່ວມກັນເພື່ອຮັບປະກັນວ່າຄອບຄົວ ແລະ ເດັກໄດ້ຮັບການປົກປ້ອງຈາກຄວາມຮຸນແຮງ ແລະ ການປະຕິບັດອື່ນໆທີ່ເປັນອັນຕະລາຍ. ເດັກ​ທຸກ​ຄົນ​ຄວນ​ມີ​ໄວ​ເດັກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ​ແລະ​ ການ​ດູ​ແລ. ຄຊກມດ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງອົງການ ຢູນິເຊັບ ແລະ ບັນດາຄູ່ຮ່ວມພັດທະນາທີ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງໃນການປົກປ້ອງ ແລະ ຊ່ວຍເຫຼືອເດັກນ້ອຍລາວ, ລວມທັງເດັກທີ່ມີຄວາມສ່ຽງທີ່ສຸດ.”

ໃນ​ໄລຍະ​ສອງ​ປີ​ຜ່ານ​ມາ, ການ​ລະບາດຂອງພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ກະທົບຕໍ່ທົ່ວໂລກ.​ ຢູ່ ສປປ ລາວ, ຄອບຄົວນັບບໍ່ຖ້ວນໄດ້ປະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ການແຜ່ລະບາດຂອງພະຍາດດັ່ງກ່າວເຮັດໃຫ້ການປະຕິບັດທີ່ເປັນອັນຕະລາຍເພີ່ມຂຶ້ນເຊັ່ນ ການແຕ່ງງານກ່ອນໄວອັນຄວນ ແລະ ການໃຊ້ແຮງງານເດັກ ເຊິ່ງໃຊ້ເປັນວິທີການຕໍ່ສູ້ກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດໃນຄອບຄົວ.ການປິດໂຮງຮຽນໃນທົ່ວປະເທດ ໄດ້ເປັນສິ່ງກີດຂວາງການຮຽນຮູ້ຂອງເດັກ ແລະ ເປັນໄພຂົ່ມຂູ່ຕໍ່ສຸຂະພາບຈິດຂອງເຂົາເຈົ້າ, ຄຽງຄູ່ກັນນັ້ນ, ຜົນກະທົບທີ່ມີຕໍ່ການບໍລິການດ້ານສຸຂະພາບ ແລະ ສັງຄົມ ກໍເຮັດໃຫ້ຜູ້ທຸກຍາກຂາດເຂີນມີຄວາມສ່ຽງຫຼາຍຂຶ້ນກວ່າເກົ່າ.

ແນວໃດກໍ່ຕາມ, ພາຍໃຕ້ການຊີ້ນຳໆພາຂອງລັດຖະບານ ສປປ ລາວ, ໄດ້ມີການເປີດປະເທດຄືນໃໝ່ໂດຍມີມາດຕະການຄວາມປອດໄພຢ່າງພຽງພໍເພື່ອປົກປ້ອງປະຊາຊົນລາວ. “ເມື່ອພວກເຮົາກ້າວໄປສູ່ໂລກຫຼັງການລະບາດຂອງພະຍາດໂຄວິດ, ພວກເຮົາຕ້ອງຮັບປະກັນວ່າເດັກ ແລະ ພໍ່ແມ່ມີຄວາມຮູ້ ແລະ ທັກສະທີ່ຈຳເປັນເພື່ອຮັບມືກັບສິ່ງທ້າທາຍ ແລະ ສາມາດນໍາໃຊ້ທ່າແຮງຂອງເຂົາເຈົ້າໄດ້ຢ່າງເຕັມສ່ວນ.ວັນເດັກສາກົນເປັນໂອກາດອັນດີທີ່ຈະທົບທວນການຈັດຕັ້ງປະຕິບັດບັນດາຄໍາຫມັ້ນໝາຍຂອງພວກເຮົາເພື່ອສ້າງອະນາຄົດທີ່ດີຂຶ້ນສໍາລັບເດັກທຸກຄົນ, ຜູ້ທີ່ຈະເປັນຜູ້ນໍາຂອງໂລກພວກເຮົາໃນອະນາຄົດ" ກ່າວໂດຍ ທ່ານນາງ ບີອາເຕ ດາສ໌ເທວ (Beate Dastel), ວ່າການແທນ ຜູ້ຕາງຫນ້າອົງການ ຢູນິເຊັບ ປະຈໍາ ສປປ ລາວ.

ງານສະເຫລີມສະຫລອງວັນເດັກສາກົນ​ດັ່ງກ່າວ​ ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອົງການ ຢູນິເຊັບ, ອົງການ​ຮ່ວມ​ມື​ສາກົນຂອງ​ສາທາລະນະລັດ​ເກົາຫຼີ (KOICA), ອົງການ ChildFund ​ແລະ ລັດຖະບານປະເທດອົດ​ສະ​ຕາ​ລີ ຜ່ານກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າຂອງປະເທດອົດ​ສະ​ຕາ​ລີ (DFAT).

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ທ່ານ ວິໄລວັນ ບຸບຜານຸວົງ
ຮອງຫົວໜ້າຫ້ອງການກອງເລຂາຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ - ເດັກ
ສູນກາງສະຫະພັນແມ່ຍິງລາວ
ໂທລະສັບ: 856-21 316714-5856-20 55774475
ອີເມວ: boupphanouvong@gmail.com
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook